ຕ້ານການໂອນລາຄາຫນີພາສີໃນວິສາຫະກິດ FDI

(VOVWORLD) -ດ້ວຍນະໂຍບາຍທີ່ສະດວກສະບາຍນັ້ນ, ໄລຍະຜ່ານມາ ວິສາຫະກິດ ທີ່ມີເງິນລົງທຶນຂອງຕ່າງປະເທດ (FDI) ໄດ້ຮັບບຸລິມະສິດຫລາຍຢ່າງ ແລະ ໄດ້ມີການປະກອບສ່ວນຫລາຍພໍສົມຄວນໃຫ້ແກ່ພື້ນຖານເສດຖະກິດ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັນນັ້ນ ຍັງມີວິສາຫະກິດ FDI ຫລາຍແຫ່ງ ສວຍໃຊ້ນະໂຍບາຍບຸລິມະສິດເພື່ອປະຕິບັດບັນດາການເຄື່ອນໄຫວໂອນລາຄາ (Transfer Pricing) , ຕົວຈິງ ມີກຳໄລແຕ່ລາຍງານວ່າຖືກຫລຸບທຶນ, ເຮັດໃຫ້ເສຍລາຍຮັບເຂົ້າງົບປະມານ, ສົ່ງຜົນກະທົບບໍ່ດີເຖິງສະພາບແວດລ້ອມແຫ່ງການລົງທຶນ. ເພື່ອຕ້ານການໂອນລາຄາ, ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ພວມສ້າງສຳເລັດກອບນິຕິກຳເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ໂປ່ງໃສ, ຮັບປະກັນການຕ້ານສະພາບເກັບພາສີບໍ່ໄດ້ຕາມຄາດໝາຍ ຢ່າງມີປະສິດທິຜົນ.

ຕ້ານການໂອນລາຄາຫນີພາສີໃນວິສາຫະກິດ FDI - ảnh 1ວິສາຫະກິດ FDI ປະກອບສ່ວນຫລາຍຢ່າງໃຫ້ແກ່ພື້ນຖານເສດຖະກິດ  (http://vietnamnet.vn)

ຕາມກົມການເງິນວິສາຫະກິດ, ສັງກັດກະຊວງການເງິນຫວຽດນາມແລ້ວ, ອັດຕາສ່ວນວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ ຖືກຫລຸບທຶນສະສົມຮອດປີ 2016 ແມ່ນ 61% ສູງກວ່າໄລຍະແຕ່ປີ 2012- 2015. ເຖິງຢ່າງໃດກໍຕາມ, ຈຳນວນວິສາຫະກິດລາຍງານວ່າຖືກຫລຸບທຶນ ແລະ ວິສາຫະກິດຖືກຫລຸບທຶນສະສົມລ້ວນແຕ່ເພີ່ມຂອບຂະຫນາດການລົງທຶນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າສະພາບການໂອນລາຄາຂອງເຂດທີ່ມີເງິນລົງທຶນຂອງຕ່າງປະເທດ FDI ນັບມື້ນັບສັບສົນ. ມີວິສາຫະກິດ FDI ຈຳນວນຫນຶ່ງ ເຄື່ອນໄຫວຢູ່ຫວຽດນາມ ໃນໄລຍະ 12 ປີ ແຕ່ມີການກະທຳຜິດໃນການໂອນລາຄາຄື: ບໍລິສັດ Metro Cash& Carry Vietnam ຕ້ອງເສຍພາສີກວ່າ 507 ຕື້. ຫວ່າງແລ້ວນີ້ ບໍລິສັດ Grap ລາຍງານວ່າຖືກຫລຸບທຶນຢ່າງຕໍ່ເນື່ອງ ດ້ວຍທຶນໂດຍກົດໝາຍກຳນົດລວມມູນຄ່າ 20 ຕື້ ແຕ່ລາຍງານວ່າຫລຸບທຶນສະສົມກວ່າ 938 ຕື້.  ຄຽງຄູ່ກັນນັ້ນ ຍັງປະກົດອອກການໂອນລາຄາ, ໂອນກຳໄລຈາກຕ່າງປະເທດເຂົ້າຫວຽດນາມຂອງບາງພາກສ່ວນວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ ຢູ່ພາຍໃນປະເທດໄດ້ຮັບບຸລິມະສິດໃຫຍ່ກ່ຽວກັບອາກອນລາຍຮັບວິສາຫະກິດ ແລະ ເວລາຍົກເວັ້ນພາສີ, ຫລຸດຜ່ອນອາກອນລາຍຮັບວິສາຫະກິດ. ທ່ານ ບຸ່ຍງອກຕວັນ, ຮອງຜູ້ອຳນວຍການໃຫຍ່ໃຫ້ຄຳປຶກສາດ້ານພາສີອາກອນ Deloitte Vietnam ຖືວ່າ: ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດນອນໃນພາກພື້ນມີອາກອນລາຍຮັບວິສາຫະກິດຕ່ຳ, ເລື່ອງຜິດໂຕນດ້ານອາກອນພາສີເມື່ອທຽບໃສ່ກັບບັນດາປະເທດອື່ນໄດ້ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດມີທ່າອ່ຽງໂອນກຳໄລເພື່ອບັນລຸລະດັບສູງສຸດ.

        “ປະຈຸບັນ ອາກອນລາຍຮັບວິສາຫະກິດສຳລັບທຸກພາກສ່ວນວິສາຫະກິດແມ່ນ 20% ນັ້ນແມ່ນປັດໄຈດູດດື່ມຢູ່ພາກພື້ນ ຖັດຈາກ ສິງກະໂປ. ດ້ວຍອັດຕາເສຍພາສີນັ້ນ ພ້ອມກັບບັນດານະໂຍບາຍບຸລິມະສິດລາຍຮັບວິສາຫະກິດ, ຂະແຫນງອາຊີບ, ການດຳເນີນທຸລະກິດ, ບໍລິເວນລົງທຶນແມ່ນມີຄວາມດູດດື່ມພໍສົມຄວນ.”

ຕ້ານການໂອນລາຄາຫນີພາສີໃນວິສາຫະກິດ FDI - ảnh 2 Metro Cash & Carry  ແມ່ນຫນຶ່ງໃນບັນດາບໍລິສັດ ຫນີພາສີ ເມື່ອເຄື່ອນໄຫວ               ຢູ່ຫວຽດນາມ

ພາບ:: cafef.vn

ເມື່ອວິເຄາະລາຍລະອຽດສະພາບການເຄື່ອນໄຫວຂອງວິສາຫະກິດ FDI ອາດຈະເຫັນໄດ້ວ່າ ບັນດາການປະກອບສ່ວນຂອງກຸ່ມວິສາຫະກິດ FDI ເຂົ້າງົບປະມານແຫ່ງລັດປະຈຸບັນ ຍັງຄົງຢູ່ໃນລະດັບຕ່ຳ, ຍັງບໍ່ທັນເໝາະສົມກັບແຫລ່ງຊັບພະຍາກອນນຳໃຊ້. ມີວິສາຫະກິດ FDI ຫລາຍແຫ່ງ ສວຍໃຊ້ນະໂຍບາຍບຸລິມະສິດການລົງທຶນສູງຄື: ຄ່າເຊົ່າທີ່ດິນ, ອາກອນລາຍຮັບວິສາຫະກິດ, ອາກອນລາຍຮັບສ່ວນບຸກຄົນ.. ເພື່ອປະຕິບັດການໂອນລາຄາ, ໂອນກຳໄລ. ຕາມທ່ານນາງ ຫງວຽນທິລານແອງ ຮອງຫົວຫນ້າກົມກວດກາ, ກົມໃຫຍ່ພາສີ ສັງກັດ ກະຊວງການເງິນ ແລ້ວ, ບັນດາຮູບການໂອນກຳໄລ ແລະ ການຫລຸບທຶນ, ໂອນລາຄາຊື້ຊັບສິນເປັນວັດຖຸ ແລະ ບໍ່ເປັນວັດຖຸ, ໂອນລາຄາໃຫ້ຝ່າຍຕ່າງປະເທດ ດ້ວຍວິທີຄິດໄລ່ພາສີຕ່ຳ ຫລື ບໍ່ຄິດໄລ່ພາສີ, ຜ່ານບັນດາບ້ວງເງິນກູ້ຢືມ ແມ່ນບັນດາວິທີຊື່ງບັນດາວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ ເຄີຍປະຕິບັດ ເພື່ອແນໃສ່ຫນີພາສີຢູ່ຫວຽດນາມ. ເພື່ອຍົກສູງປະສິດທິຜົນໃນວຽກງານຕ້ານການໂອນລາຄາສຳລັບວິສາຫະກິດມີການພົວພັນຕິດຕໍ່ແລະຮ່ວມສຳພັນ, ບັນດາອົງການສ່ວຍສາອາກອນ ສືບຕໍ່ຄົ້ນຄ້ວາສະເຫນີມາດຕະການເພື່ອສ້າງສຳເລັດກອບກົດໝາຍ, ການຄຸ້ມຄອງບັນດາແຫລ່ງລາຍຮັບຈາກວິສາຫະກິດ FDI. ທ່ານນາງ ຫງວຽນທິລານແອງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຈະເປັນເຈົ້າການໃນການຄົ້ນຄ້ວາບັນດາມາດຕະການເພື່ອສ້າງສຳເລັດຖານຂໍ້ມູນຂອງຜູ້ເສຍພາສີ. ຕາມນັ້ນແລ້ວ ຈະຍູ້ແຮງວິວັດການສ້າງຖານຂໍ້ມູນການຄ້າ ແລະ ຖານຂໍ້ມູນຂະແຫນງພາສີອາກອນ ເພື່ອຕອບສະຫນອງວຽກງານຕ້ານການໂອນລາຄາ. ພ້ອມທັງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາກະຊວງ, ຂະແຫນງການ, ເປັນເຈົ້າການໃນການຮ່ວມມືສາກົນ, ພິເສດ ໃນການແລກປ່ຽນຂໍ້ມູນຂ່າວສານຮັບໃຊ້ລາຄາມອບໂອນ.”

ມີນັກຊ່ຽວຊານຫລາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ: ຄວນສ້າງຄວາມດຸ່ນດ່ຽງລະຫວ່າງບັນດານະໂຍບາຍບຸລິມະສິດໂດຍອີງໃສ່ຜົນກຳໄລ ດ້ວຍບັນດານະໂຍບາຍບຸລິມະສິດຢ່າງມີປະສິດທິຜົນ. ພ້ອມທັງ ຄິດໄລ່ຊັ່ງຊາປັບປຸງບັນຊີລາຍຊື່ບັນດາຂະແຫນງການໄດ້ຮັບບຸລິມະສິດ. ບັນດາຂໍ້ກຳນົດກ່ຽວກັບການບຸລິມະສິດພວມນຳໃຊ້ໃນປະຈຸບັນ ຄວນມີລັກສະນະໂປ່ງໃສ, ຄົບຊຸດ ຫລີກລ້ຽງການຊ້ຳຊ້ອນກັນ. ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ, ສຸມໃສ່ພັດທະນາຂະແຫນງອຸດສາຫະກຳຫນູນຊ່ວຍ, ສ້າງບັນດາທ່າໄດ້ປຽບສະເພາະໃນການດຶງດູດການລົງທຶນດ້ວຍການຫນູນຊ່ວຍຂອງລະບົບຕິດຕາມກວດກາ ແລະ ຕີລາຄາຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ