ທ່າກ່ຳປັນຈູລາຍ-ສູນ logistics ທາງພາກກາງ

(VOVWORLD) -ພາຍຫຼັງການກໍ່ສ້າງມາເປັນເວລາເກືອບ 1 ປີ, ໂຄງການເປີດກວ້າງທ່າກ່ຳປັ່ນຈູລາຍ, ເສດຖະກິດເປີດຈູບາຍ, ແຂວງກວາງນາມ ໄດ້ສຳເລັດການກໍ່ສ້າງ. ເລື່ອງທ່າກ່ຳປັ່ນ ຈູລາຍ ໄດ້ນຳເຂົ້າໃຊ້ການ ໄດ້ປະກອບສ່ວນຍົກສູງກຳລັງຄວາມສາມາດການບໍລິການ logistics ແລະ ຊຸກຍູ້ການພັດທະນາທ່າກ່ຳປັ່ນ ໃຫ້ກາຍເປັນສູນ logistics ເຂດເສດຖະກິດຈຸດສຸມທາງພາກກາງ.

ທ່າກ່ຳປັນຈູລາຍ-ສູນ logistics ທາງພາກກາງ - ảnh 1ທ່າກ່ຳປັ່ນ ຈູລາຍ ໄດ່ແບ່ງເປັນ 3 ເຂດ ມີພາລະບົດບາດສະເພາະໃຫ້ສິນຄ້າປະເພດຕ່າງໆ

(ພາບອີນເຕີແນັດ)

ປະຈຸບັນ, ທ່າກ່ຳປັ່ນຈູລາຍ ມີລວງຍາວທັງໝົດເກືອບ 500 ມ, ມີລະດັບຄວາມເລິກຈາກໜ້ານ້ຳຢູ່ທ່າກ່ຳປັ່ນແມ່ນລົບ 9,5 ມ, ອານຸຍາດໃຫ້ຮັບກ່ຳປັ່ນໄດ້ 3 ລຳພາບດຽວກັນ ສາມາດຮັບນຳໜັກໄດ້ 20.000 ໂຕນ. ຄຽງຂ້າງນັ້ນ, ລະບົບ ສາງເກັບມ້ຽນສິນຄ້າ, ໂຮງງານກໍ່ໄດ້ຮັບການເປີດກວ້າງແຕ່ກວ່າ 71.000 ຕາແມັດ ຂຶ້ນເຖິງ 91.000 ຕາແມັດ ປະກອບສ່ວນຍົກສູງກຳລັງຄວາມສະມາດຕອບສະໜອງໃຫ້ທ່າກ່ຳປັ່ນ. ທ່ານ ເຈີ່ນຮິວຮ່ວາງ, ຜູ້ອຳນວຍການທ່າກ່ຳປັ່ນ ຈູລາຍ ໃຫ້ຮູ້ວ່າ: ໂຄງການມີຍອດເງິນລົງທຶນກໍ່ສ້າງ 120 ຕື້ດົ່ງ, ຍົກລະດັບການລົງທຶນກໍ່ສ້າງທ່າກ່ຳປັ່ນ ຈູລາຍ ຂຶ້ນເຖິງເກືອບ 800 ຕື້ດົ່ງ, ໂດຍຄິດໄລ່ແຕ່ປີ 2010 ມາຮອດປະຈຸບັນ.

“ປະຈຸບັນທ່າກ່ຳປັ່ນ ມີຊື່ວ່າ ຈູລາຍ ແມ່ນທ່າກ່ຳປັ່ນຂອງແຂວງກວາງນາມ ແລະ ແມ່ນທ່າກ່ຳປັ່ນສາກົນ, ເຊິ່ງກ່ອນນີ້ແມ່ນມີຊື່ວ່າ ຈູລາຍ - ເຈື່ອງຫາຍ. ກ່ອນນີ້ທ່າກ່ຳປັ່ນມີຈັກຍົກເຄື່ອງພຽງແຕ່ຄານດຽວເທົ່ານັ້ນ ສາມາດຍົກນ້ຳໜັກໄດ້ 40 ໂຕນ, ແຕ່ໃນປະຈຸບັນມີຈັກຍົກເຄື່ອງມີ 3 ຄານສາມາດຍົກນ້ຳໜັກ 40 ໂຕນ. ບັນດາພາຫະນະຊັບຊ້ອນຍົກຍ້າຍຂົນເຄື່ອງແມ່ນສາມາດຮັບປະກັນນ້ຳໜັກ 20.000 ໂຕນ ເຂົ້າອອກທ່າ. ໄລຍະທີ່ 1 ຕາມແຜນການທ່າກ່ຳປັ່ນແລ້ວ ລະດັບຄວາມເລິກຂອງນ້ຳແມ່ນລົບ 8.7 ແມັດ, ໄລຍະທີ 2 ແມ່ນຢູ່ໃນລະດັບລົບ 10.7 ແມັດ, ເພື່ອບໍລິການໃຫ້ກ່ຳປັ່ນຂົນສົ່ງມີນຳໜັກ 30.000 ໂຕນ.”

ກຸ່ມບໍລິສັດ Thaco ໄດ້ລົງທຶນກໍ່ສ້າງທ່າກ່ຳປັ່ນ ຈູລາຍ ເມື່ອປີ 2010 ແລະ ໄດ້ນຳເຂົ້າໃຊ້ການເມື່ອເດືອນ ພຶດສະພາ 2012. ນີ້ແມ່ນທ່າກ່ຳປັ່ນ ມີລວງຍາວ 11 ກ.ມ, ເຊື່ອມຕໍ່ກັບເສັ້ນທາງຫຼວງ 1A ແລະ ເສັ້ນທາງຄວາມໄວ້ສູງ ດ່ານັ້ງ - ກວາງຫງ້າຍ, ອັນໄດ້ສ້າງຄວາມສະດວກໃຫ້ກ່ຳປັ່ນຂົນສົ່ງສິນຄ້າອອກເດີນທາງ ແລະ ເຂົ້າທຽບທ່າ. ທ່າກ່ຳປັ່ນໄດ້ຮັບການກໍ່ສ້າງຕາມຮູບແບບທັນສະໄໝ, ນ້ຳໃຊ້ເຕັກໂນໂລຊີສູງຄືຢູ່ຫຼາຍປະເທດໃນໂລກ.

ທ່າກ່ຳປັ່ນ ຈູລາຍ ໄດ້ແບ່ງເປັນ 3 ເຂດ ມີພາລະບົດບາດສະເພາະໃຫ້ສິນຄ້າປະເພດຕ່າງໆ, ລວມມີ: ສິນຄ້າ container; ສິນຄ້າລວມ ແລະ ສິນຄ້າປະເພດທາດເຫຼວ. ພ້ອມກັນນັ້ນແມ່ນພາຫະນະເຄື່ອງຈັກຍົກຍ້າຍ ຂົນສົ່ງສິນຄ້າສະເພາະ ຂອງທ່າກ່ຳປັ່ນ ຈູລາຍ ເກືອບຄືວ່າສາມາດຕອບສະໜອງຄວາມຕ້ອງການ ໃນການຂົນສົ່ງສິນຄ້າທາງນ້ຳໃຫ້ບັນດາບໍລິສັດກ່ຳປັນ ແລະ ວິສາຫະກິດໃນພາກພື້ນເກືອບທັງໝົດ. ທ່ານ ຟ້າມວັນຕ່າຍ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Thaco, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າມີຍຸດທະສາດພັດທະນາ Thaco ໃຫ້ກາຍເປັນກຸ່ມບໍລິສັດຫຼາຍຂະແໜງ, ໃນນັ້ນ logistics ແມ່ນຂະແໜງໃໝ່. ພວກຂ້າພະເຈົ້າຢາກຍົກລະດັບທ່າກ່ຳປັ່ນ ຈູລາຍ ໃຫ້ເປັນສູນ logistics ຂອງພາກກາງ ເພື່ອໃຫ້ກ່ຳປັ່ນທີ່ໄປມາຫຼາຍຖ້ຽວໄດ້ເຊື່ອມຕໍ່ໂດຍກົງກັບ ສ.ເກົາຫຼີ, ຍີ່ປຸ່ນ. ທ່າກ່ຳປັ່ນ ຈູລາຍ ຈະສົ່ງອອກບັນດາປະເພດສິນຄ້າຂອງແຂວງກວາງນາມ, ທາງພາກກາງ ແລະ ເຂດໄຕງວຽນ ຜ່ານທ່າກ່ຳປັ່ນ ໄຊງ່ອນ ເພື່ອໄປເຖິງບັນດາປະເທດໃນພາກພື້ນ”.

        ໃນໄລຍະ 6 ເດືອນຕົ້ນປີ 2017, ທ່າກ່ຳປັ່ນ ໄດ້ຕ້ອນຮັບກ່ຳປັ່ນເຂົ້າທຽບທ່າໄດ້150 ເທື່ອ/ຄັ້ງ; ຂົນຖ່າຍສິນຄ້າໄດ້ 23.000 ເທື່ອ TEU container ແລະ ສິນຄ້າເກືອບ 140.000 ໂຕນ. ໃນນັ້ນ, ສິນຄ້າຕູ້ container ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2016. ທ່ານ ເຈີ່ນຮິວຮ່ວາງ, ໃຫ້ຮູ້ຕື່ມອີກວ່າ.

        “ຍຸດທະສາດພັດທະນາ logistics ພ້ອມກັບຍຸດທະສາດພັດທະນາທ່າກ່ຳປັ່ນ. ຖ້າຫາກທ່າກ່ຳປັ່ນມີການຂົນສົ່ງປະລິມານສິນຄ້າຫຼາຍ logistics ຈຶ່ງພັດທະນາ. ສຳລັບເຂດພາກກາງແລ້ວ, ປະຈຸບັນໃນລະບົບຂອງ Thaco ເຈື່ອງຫາຍ, ພວກຂ້າພະເຈົ້າໄດ້ລົງທຶນເຂົົ້າພາຫະນະອຸປະກອນບາງຢ່າງເພື່ອພັດທະນາ ຈູລາຍ ໃຫ້ກາຍເປັນສູນ logistics ຂອງເຂດເສດຖະກິດເປີດຈູລາຍ, ແຂວງກວາງນາມ ແລະ ບັນດາແຂວງທາງພາກກາງ, ເຂດໄຕງວຽນ. ປະຈຸບັນ, ທ່າກ່ຳປັ່ນ ຈູລາຍ ພວມຮ່ວມສຳພັນກັບທ່າກ່ຳປັ່ນໃໝ່ໄຊງ່ອນ ແລະ ທ່າກ່ຳປັ່ນຫາຍຟ່ອງ ເພື່ອສ້າງ ລະບົບສິນຄ້າລຽບຕາມປະເທດຊາດ”.

        ພ້ອມກັບການເປີດກວ້າງທ່າກ່ຳປັ່ນ, ຈູລາຍ ໄດ້ເປີດເສັ້ນທາງຂົນສົ່ງສິນຄ້າສາກົນ, ຂົນສົ່ງໂດຍກົງຈາກສ.ເກົາຫຼີ ມາຫາຈູລາຍ ເພື່ອແນໃສ່ຫຼຸດຜ່ອນລາຍຈ່າຍ, ຫຼຸດລາຄາຜະລິດຕະພັນ, ເພີ່ມກຳລັງແກ່ງແຍ້ງ, ດຶງດູດການລົງທຶນເຂົ້າເຂດເສດຖະກິດເປີດຈູລາຍ ແລະ ເຂດພາກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ