ນະຄອນ ໂຮ່ຈິມີນ ຮັກສາທ່າຟື້ນຕົວເສດຖະກິດໃນປີ 2014


(vovworld) -ໂດຍຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລວມຂອງ​ທົ່ວປະ​ເທດ ​ແລະ ຜົນ​ສະທ້ອນ​ຈາກ​ວິກິດ​ການການ​ເງິນ​​​ໂລກ, ປີ 2013 ​ນະຄອນ​ໂຮ່ຈິ​ມີນ ຍັງ​ຄົງ​ຮັກສາ​ລະດັບ​ຈະ​ເ​ລີ​ນ​ເຕີບ​ໂຕ​ເສດຖະກິດ​​ເປັນ​ປົກກະຕິ, ປະກອບ GDP ສ່ວນ​ 1/3 ຂອງ​ທັງ​ປະ​ເທດ. ສິ່ງ​ດັ່ງ​ກ່າວສະ​ແດງ​ໃຫ້​ເຫັນ​ບົດບາດນຳ​ຫນ້າ​ຂອງ​ນະ​ຄອນ​. ກ້າວ​ເຂົ້າ​ສູ່​ປີ 2014,  ນະຄອນ ​ໂຮ່ຈິ​ມີນ ພວມ​ສຸ​ມ​ທຸກ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຮັກສາ​ທ່າ​ຟື້ນ​ຕົວ​ເສດຖ​ະກິດ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ເຕີບ​ໂຕ ​ແລະ ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ພາຍ​ໃນ​ພາກ​ພື້ນ ​ແລະ ທັງ​ປະ​ເທດ.

ນະຄອນ ໂຮ່ຈິມີນ ຮັກສາທ່າຟື້ນຕົວເສດຖະກິດໃນປີ 2014 - ảnh 1
ນະຄອນ ​ໂຮ່ຈິ​ມີນ
photo:internet

        ດ້ວຍ​ທ່າ​ຈະ​ເລີນເຕີບ​ໂຕ​ເສດຖະກິດ​ຂອງຫວຽດນາມ ​ໃນ​ປີ 2014, ນະຄອນ ​ໂຮ່ຈິ​ມີນ ​ໄດ້​ວາງ​ອອກ​ບັນດາ​ຄາດໝາຍພັດ​ທະ​ນາເສດ​ຖະ​ກິດ ດ້ວຍ​ການເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄຸ​ນ​ນະ​ພາບ, ​ລະ​ດັບ​ເຕີບ​ໂຕ​. ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ນະ​ຄອນ ໂຮ່​ຈິ​ມີນຈະພັດ​ທະ​ນາ​​ຕາມ​ທິດ​ໝັ້ນ​ຄົງ, ດ້ວຍ​ລະ​ດັບ GDP ບັນ​ລຸແຕ່ 9,5- 10%. ​ປີ 2014, ນະ​ຄອນ​ໂຮ່​ຈິ​ມີນ ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດານ​ະ​ໂຍ​ບາຍ​ຍົກ​ເວັ້ນ, ຕໍ່​ກຳ​ນົດ​ເວ​ລາ​ເສຍອາ​ກອນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຟື້ນ​ຕົວ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ໃນ​ສະ​ພາບ​ທີ່​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຫລາຍ​ຢ່າງ. ທ່ານ ເລ​ຮ່​ວາງກວນ, ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິ​ນ​ໃຫ້​ຮູ້​ວ່າ:

        “ນະ​ຄອນ​ໂຮ່​ຈິ​ມີນ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການຕ່າງໆ ເພື່ອ​ແກ້​ໄຂ​ສະ​ພາບ​ສິນ​ຄ້າ​ຄ້າງ​ສາງ, ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ​ພັດ​ທະ​ນາ, ເປີດກວ້າງ​ຕະ​ຫລາດ​ສົ່ງ​ອອກ ບົນ​ພື້ນ​ຖານ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ພ​ັດ​ທະ​ນາ​ການ​ທ່ອງ​ທ່ຽວ​ບໍ​ລິ​ການ, ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ຮ່ວມ​ສຳ​ພັນ​ນຳກັນ​ເພື່ອ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​​ພາຍ​ໃນ​ປະ​ເທດ, ຍູ້​ແຮງ​ບັ້ນ​ຂົນ​ຂວາຍ ຊາວ​ຫວຽດ​ນາມ ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ, ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ການ​ປະ​ຢັດ. ປະ​ຕິ​ບັດ 6 ລາຍ​ການ​ບຸກ​ທະ​ລຸ, ດ້ວຍ​ການ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຍູ້​ແຮງ​ການ​ສົ່ງ​ອອກ ແລະ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

        ພິ​ເສດ ປີ 2014, ນະ​ຄອນ ໂຮ່​ຈິ​ມີນ ສຸມ​ໃສ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ. ພ້ອມ​ກັບ​ການ​ຫ​ນູນ​ຊ່ວຍ​ສະ​ຫນອງ​ຂໍ້​ມູນ​ຂ່າ​ວ​ສານ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ, ຫັນ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນງາຍ​ດ່າຍ, ນະ​ຄອນ​ໂຮ່​ຈິ​ມີນ ສືບ​ຕໍ່​ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ພັດ​ທະ​ນາ ເພີ່ມ​ທະ​ວີ​ການ​ໝ​ູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມ​ູນ​ຂ່າວ​ສານ​ໃນ​ການ​ແກ້​ໄຂ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ດ້ວຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ຂົງ​ເຂດ​ບໍ​ລິ​ການ, ນະ​ຄອນ ໂຮ່​ຈິ​ມີນ ສືບ​ຕໍ່ ສ້າງ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ​ສີ​ວິ​ໄລ, ຍູ້​ແຮງ​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ໝູນ​ໃຊ້​ບັນ​ດາ​ຮູບ​ແບບ​​ແຈກ​ຢາຍ​, ທຸ​ລະ​ກຳ​ທີ່​ທັນ​ສະ​ໄຫມ. ຫ​ນຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​​ທີ່ນະ​ຄອນ ໂຮ່​ຈິ​ມີນ ປະ​ຕິ​ບັດ​ໃນ​ປີ 2014, ນັ້ນ​ແມ່ນ ແກ້​ໄຂ​ດ້ານ​ທຶນ​ຮອນ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ທ່ານ ຫງວຽນ ຮ່​ວາງ ມີງ, ຮອງ​ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ແຫ່ງ​ລັດ ສາ​ຂາ​ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ເພື່ອ​ເຮັດໃຫ້​ການ​ຈະ​ເລີນ​ເຕີບ​ໂຕ GDP ແລະ ການ​​ສົ່ງ​ອອກ ບັນ​ລຸ​ລ​ະ​ດັບ​ສູງ ຕາມຄາດ​ໝາຍ​ທີ່​ໄດ້ວາງ​ອອກ, ທະ​ນາ​ຄານ ຕ້ອງ​ຕັ້ງ​ຫ​ນ້າ​ຫ​ນູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫລາຍກວ່າ. ໃນ​ນັ້ນ ​ຕ້ອງ​ສຸມ​ໃສ່​ບຸ​ລິ​ມະ​ສິດ ແຫລ່ງ​ທຶນ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​​ຫລັກ​ແຫລ່ງ​ຂອງ​ນະ​ຄອນ.”

        ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ​ສືບ​ຕໍ່​ປະ​ຕິ​ບັດການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຕາມ​ທິດ ​ຫລຸດ​ຜ່ອນ​ອຸດ​ສາ​ຫະ​ກຳ​ຂຸດ​ຄົ້ນ​ຢ່າງ​ແຮງ, ເພີ່ມ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ອຸດ​ສາ​ຫະ​ກຳ​ສ້າງ​ເປັນ​ຜະ​ລິດ​ຕະ​ພັນທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ສົ່ງ​ເສີມ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດຕ່າງ​ປະ​ເທດ​ລົງ​ທຶນ​ເຂົ້າ​ນະ​​ຄອນ​, ​ນຳ​ໃຊ້​ເ​ຕັກ​ໂນ​ໂລ​ຊີ​ສູງ, ໃນ​ນັ້ນ ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ບັນ​ດາ​ຂະ​ແຫນງຄື: ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ໂທ​ລະ​ຄົມ​ມະ​ນາ​ຄົມ, ກົນ​ຈັກ, ວັດ​ຖຸ​ອຸ​ປະ​ກອນ​ໃຫມ່, ເຕັກ​ໂນ​ໂລ​ຊີ nano... ຈາກນັ້ນ ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ສູງ, ອຸດ​ສາ​ຫ​ະ​ກຳ​ຫ​ນູນ​ຊ່ວຍ. ນີ້​ກໍ​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່ສ້າງ​ເງື່ອນ​ໄຂ​ເພື່ອ​ດຶງ​ດູດ​ໂຄງ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຕື່ມອ​ີກ. ທ່ານ ເລ​ຮ່​ວ່າຍກວກ, ຫົວ​ຫ​ນ້າ​ຄະ​ນະ​ຄ​ຸ້ມ​ຄອງ​ເຂດ​ອຸດ​ສາ​ຫະ​ກຳ​ເຕັກ​ໂລ​ໂລ​ຊີ​ສູງ ນະ​ຄອນ​ໂຮ່​ຈິ​ມີນຖື​ວ່າ:

        “ ເພື່ອພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ, ມຸ່ງ​ໄປ​ເຖິງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ມ​ີ​ຄວາມ​ຕ້ອງ​ການ​ສູງ ແມ່ນຕ້ອງ​ມີ​ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ​​ເປັນ​ຈຸດສຸມ​ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ນີ້​ເຂົ້າ​ຮ່ວມ​ລະ​ບົບ​ສະ​ຫນອງ​​ຊີ້ນ​ສ່ວນ​ໃຫ້​ແກ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ. ເຮັດ​ໄດ້​ຄື​ແນວ​ນັ້ນຈຶ່ງ​ນຳ​ມາ​ເຊິ່ງ​ມູນ​ຄ່າ​ເພີ່ມ​ສູງ.”

        ສະ​ເພາະ​​ຂົງ​ເຂດ​ກະ​ສ​ິ​ກຳ, ນະ​ຄອນ​ໂຮ່​ຈິ​ມີນ ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ການຫັນ​ປ່ຽນ​ຜົນ​ລະ​ປູກຕາມ​ທິດ​ຕິດ​ພັນ​ກັບ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ຕົວ​ເມືອງ​ໃຫ​ຍ່ ນັ້ນ​ແມ່ນ​ພັດ​ທະ​ນາ​ພື້ນ​ຖານ​ກະ​ສິ​ກຳ​ສະ​ອາດ, ເພີ່ມ​ທະ​ວີ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ເຕັກ​ໂນ​ໂລ​ຊີ​ຊີ​ວະ​ພາບ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ. ດ້ວຍ​ທິດລົງ​ເລິກ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສູງ ແລະ ຖື​ຄຸນ​ນະ​ພາບ​ປະ​ສິດ​ທິ​ຜົນ​ເປັນ​ສຳ​ຄັນ, ນະ​ຄອນ ໂຮ່​ຈິ​ມີນ ​ຈະສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ສະ​ດວກເພື່ອ​ໃຫ້​ເສດ​ຖະ​ກິດ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ຊຸມ​ປີ​ຕໍ່​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ