ນະຄອນໂຮ່ຈິມີນຍູ້ແຮງການເຊື່ອມຕໍ່ການສະຫນອງສິນຄ້າຄວາມຕ້ອງການກັບບັນດາແຂວງ,ນະຄອນ


(vovworld)-ເພ​ືຶຶ່ອ​ຍູ​້​ແຮງ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​,ພາກພັດ​ທະ​ນາເສດ​ຖະ​ກິດ, ໃນ​ຊຸມ​ປີມໍ່ໆ​ມານີ້, ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ບັນ​ດານັດ​​ເຊື່ອມ​ຕໍ່ການ​ສະ​ຫນອງ​ສິນ​ຄ້າ​ຄວາມ​ຕ້ອງ​ການກັບ​ບັນ​ດາ​ແຂວງ, ນະ​ຄອນ ​ທິດຕາ​ເວັນ​ອອກ ແລະ  ຕາ​ເວັນ​ຕົກ​ພາກ​ໃຕ້. ຜ່ານ 3 ປີ​ແຫ່ງ​ການ​ປະ​ຕິ​ບັດ, ການ​ເຄື່ອນ​ໄຫວນີ້ ໄດ້​ເຕົ້າ​ໂຮມ​ນັກຜະ​ລິດ, ຊາວ​ກະ​ສິ​ກອນ, ນັກ​ຈຳ​ຫນ່າຍພ້ອມ​ກັນ​ຊອກ​ຫາ​ມາ​ດ​ຕະ​ການ​ຮ່ວມ​ສຳ​ພັນ​ການ​ສະ​ຫນອງ​ສິນ​ຄ້າ.

ນະຄອນໂຮ່ຈິມີນຍູ້ແຮງການເຊື່ອມຕໍ່ການສະຫນອງສິນຄ້າຄວາມຕ້ອງການກັບບັນດາແຂວງ,ນະຄອນ - ảnh 1
​ພາບ​ປະ​ກອບ:baomoi.com

        ​ເຂົ້າ​ຮ່ວມ​ນັດ​ເຊື່ອມ​ຕໍ່​ການ​ສະ​ຫນອງຄວາມ​ຕ້ອງ​ການ​ສິນ​ຄ້າ​ປີນີ້, ແຂວງ ດົງ​ທາບ ໄດ້​ສຸມ​ໃສ່​ແນ​ະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ພິ​ເສດ​ຂອງ​ທ້ອງ​ຖິ່ນ ຄື: ໝາກ​ລຳ​ໄຍ​ເຈົາ​ແທ່ງ, ມັງ​ກອນ​ແກ້ວ, ມັ​ນ​ຕົ້​ນ ແລ​ະ ໝາກ​ນາວບໍ່​ມີ​ແກ່ນ. ບັນ​ດາ​ສະ​ຫະ​ກອນ​ຢູ່​ບໍ​ລິ​ເວນ​ແຂວງ ດົງ​ທາບ ໄດ້​ກຽ​ມ​ພ້ອມໝາ​ກ​ລ​ຳ​ໄຍ​ກວ່າ 10.000ໂຕນ, ມັງ​ກອນ​ແກ້ວ 5000 ໂຕນ ແລະ ມັນ​ຕົ້ນ,​ ໝາກ​ນາວບໍ່​ມີ​ແກ່ນນັບ​ພັນໆ​ໂຕນ ເພື່ອ​ສົ່ງ​ເຖິງ​ບັນ​ດາ​ລະ​ບົບ​ຮ້ານສັບ​ພະ​ສິນຄ້າ, ຕະ​ຫລາດ​ຂາ​ຍ​ສົ່ງ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ ເພື່ອ​ຮັບ​ໃຊ້​ຕະ​ຫລາດ​ໃນ​ໂອ​ກາດ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ​ຈະ​ມາ​ເຖິງ. ປະ​ລິ​ມານ​ສິນ​ຄ້າ​ໄດ້​ເພີ່ມ​ຂຶ້ນ 68% ເມື່​ອ​ທ​ຽບ​ໃສ່​ປີ​ກາຍ. ທ່ານ ຟານ​ວັນ​ຊຸມ, ຮອງ​ຫົວ​ຫນ້າ​ຫ້ອງ​ການ​ກະ​ສິ​ກຳ ເມືອງ ເຈົາ​ແທ່ງ ແຂວງ ດົງ​ທາບ ໃຫ້​ຮູ້​ວ່າ:

        “ຜ່​ານ​ການ​​ເຊື່ອມ​ຕໍ່​ດັ່ງ​ກ່າວ, ພວກ​ຂ້​າ​ພະ​ເຈົ້າ​​ມີ​ໂອ​ກາດແນະ​ນ​ຳ​ ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ເຖິງ​ບັນ​ດາ​ຮ້ານ​ສັບ​ພະ​ສິນ​ຄ້າ, ຕະ​ຫລາດ​ຂາຍ​ສົ່ງ ບີງ​ດຽນ ແລະ ບັນ​ດາບ​ໍ​ລິ​ສັດ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ.ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ບັນ​ດາ​ແຂວງ, ນະ​ຄອນ ແນະ​ນຳ​ບັນ​ດາ​ປະ​ເພດ​ສິນ​ຄ້ານີ້ ເພື່ອ​ເພີ່ມ​ປະ​ເພດ​ສິນ​ຄ້າ​ທີ່​ປະ​ຊ​າ​ຊົນ​ມີ​ຄວາມ​ຕ້ອງ​ການ​ໃນ​ຊີ​ວິດ​ປະ​ຈຳ​ວັນ.”

         ​ເປັນ​ຄັ້ງ​ທີ 2 ຈັດ​ຕັ້ງ​ການ​ເຊື່ອມ​ຕໍ່​ການ​ສະ​ຫນອງ​ຄວາມ​ຕ້ອງ​ການສິນ​ຄ້າ ​ ​ໃນ​ປີ 2014 ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ 360 ແຫ່ງ​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ, ບັນ​ດາ​ແຂວງ, ນະ​ຄອນ​ທາງ​ທິດ​ຕາ​ເວັນ​ອອກ, ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້ ແລະ ທ້ອງ​ຖິ່ນ​ຈຳ​ນວນ​ຫນຶ່ງ​ທາງ​ພາກ​ເຫນືອ​ຫວຽດ​ນາມ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ໃນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ສົ້ນ​ອອກ​ຄື​ປະ​ຈຸ​ບັນ, ການ​ ການ​ເຊື່ອມ​ຕໍ່ ​ລະ​ຫວ່າງ​ການ​ສະ​ຫນອງ-ຄວາມ​ຕ້ອງ​ການ​ສິນ​ຄ້າ ຕາມຮູບ​ແບບ​ ການ​ເຊື່ອມ​ຕໍ່ ລະ​ຫວ່າງ ລັດ- ຊາວ​ກະ​ສິ​ກອນ- ນັກ​ຜະ​ລິດ ແລະ ນັກ​ຈຳ​ແຫນ່າຍ, ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ​ບັນ​ດາ​ສ​ະ​ຫະ​ກອນ, ກັບ​ຊາວ​ກະ​ສິ​ກອນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ທີ່​ມີ​ຕໍ່​ບັນ​ດາ​ນັກ​ຈຳ​ຫນ່າຍ, ນັກ​ຂາຍ​ຍ່ອຍ ເມື່ອ​ເຂົາ​ເຈົ້າ​ສາ​ມາດ​ພົບ​ປະ​ກັນ ແລະ ຊອກ​ໄດ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ຊື່ງ​ຕະ​ຫລາດ​ຕ້ອງ​ການ. ທ່ານ ຫງວຽນ​ມີງ​ຕ້​ວາຍ, ຫົວ​ຫນ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນ ​ເກີນ​ເທີ ໃຫ້​ຮູ້​ວ່າ: ການ​ເຄື່ອນ​ໄຫວ​ການ​ເຊື່ອມ​ຕໍ່​ພັດ​ທະ​ນາ​ສິນ​ຄ້າ​ລະ​ຫວ່າ​ງ​ບັນ​ດາ​ທ້ອງ​ຖິ່ນ, ພິ​ເສດ ແມ່ນ​ເປັນເຈົ້າ​ການຂອງ​ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ຊ່ວຍ​ໃຫ້​ສິນ​ຄ້າ​ໃນ​ເຂດ​ສາ​ມາດຈໍ​ລະ​ຈອນ​ດີກວ່າ. ສະ​ເພາະ ເກີນ​ເທິ ປີນີ້ ມີສິນ​ຄ້າ 20 ກວ່າ​ປະ​ເພດ ຖືກ​ນຳ​ເອົາໄປ​ຂາຍ​ຢູ່​ບັນ​ດາ​ລະ​ບົບ​ຮ້ານ​ສັບ​ພະ​ສິນ​ຄ້າ, ຕະ​ຫລາດ​ຂາຍ​ສົ່ງ ແລະ ຮ້ານ​ຄ້າ​ຂາຍ​ຍ່ອຍຢູ່​ບໍ​ລິ​ເວນ​ນະ​ຄອນ ​ເກີນ​ເທີ, ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ເຂົ້າ​ສານ, ສິນ​ໃນ​ນ້ຳ, ໝາ​ກ​ໄມ້​ ແລະ ຜັກ​ພືດ​ຕ່າງໆ. ສ່ວນ​ທ່ານ​ນາງ ມາຍ​ທິ​ແອງ​ຕວຽ​ດ, ຫົວ​ຫນ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຂວງ ອານ​ຢາງ ຖື​ວ່າ: ຜ່ານ​ບັນ​ດາ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ເສດ​ຖະ​ກິດ, ການ​ຮ່ວມ​ມ​ື​ດ້ານ​ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ແຂວງ, ນະ​ຄອນ, ການ​ຈຳ​ຫນ່າຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ພິ​ເສດ​ຂອງ ອານ​ຢາງ ໄດ້​ມີ​ຄວາມ​ສະ​ດວກກວ່າ, ລາ​ຄາ​ແລະ ປະ​ລິ​ມານ​​ສິນ​ຄ້າ​ຈຳ​ຫນ່າຍ​ເປັນ​ປົກ​ກະ​ຕິ. ທ່ານ​ນາງ​ມາຍ​ທິ​ແອງ​ຕວຽດ ໃຫ້​ຮູ້​ວ່າ:

        “ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ອານ​ຢາງ ພວມ​ມີ​ຫລາຍ​ໂຄງ​ການ​ຮ່ວມ​ມື, ເຊັນ​ຂໍ້​ຜູກ​ພັນ, ຮ່ວມ​ສຳ​ພັນ​ກັບ​ພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ນະ​ຄອນ ໂຮ່​ຈິ​ມີນ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ ກຳ​ໄດ້​ສ​ະ​ພາບ​ການ​ຂອງ​ຕະ​ຫລາດ ກໍ​ຄື​ກຳ​ໄດ້​ຄວາມ​ຕ້ອງ​ການ​ຂອ​ງ​ຕະ​ຫລາດ​ນະ​ຄອນ​ໂຮ່​ຈິ​ມີນ. ນອກນັ້ນ ຍັງ​ຮູ້​ຈັກ​ເຖິງ​ມາດ​ຕະຖານ ແລະ ບັນ​ຫາ​ກ່ຽວ​ຂ​ອ້ງ​ເຖິງ​ຜະ​ລິດ​ຕະ​ພັນ​ຂອງ​ລະ​ບົບ​ຈຳ​ຫນ່າຍ​ຢູ່​ນະ​ຄອນ​ໂຮ່​ຈິ​ມີນ ຈາກນັ້ນ ພວກ​ຂ້າ​ພະ​ເຈົ້າ​ຈະ​ຊ່ວຍ​ວິ​ສາ​ຫະ​ກິດ​ແຊກ​ຊືມ​ເຂົ້າ​ນະ​ຄອນ ໂຮ່​ຈີ​ມີນ ນັບ​ມື້​ນັບ​​ຈຶ່ງ​ມີປະ​ສິດ​ທິ​ຜົນ​ກວ່າ.”

        ຕາມ​ການ​ຄາດ​ຄະ​ເນ, ປະ​ຈຸ​ບັນ ມີ​ປະ​ມານ 60-70% ຜະ​ລິດ​ຕະ​ພັນ​ກະ​ເສດ​ໄດ້​ຈຳ​ຫນ່າຍ​ຢູ່​ບໍ​ລິ​ເວນ ນະ​ຄອນ ໂຮ່​ຈິ​ມີນ ​ໂດຍບັນ​ດາ​ແຂວງ, ນະ​ຄອນ ທາງ​ທິດ​ຕາ​ເວັນ​ອອກ ແລະ ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ສະ​ຫນອງ​ໃຫ້. ອາດ​ຈະ​ເວົ້າ​ໄດ້​ວ່າ ລາຍ​ການ​ກະ​ຕຸ້ນ​ການ​ໃຊ້​ສອຍ​ຜ່ານ​ບັນ​ດາ​ນັດ​ ການ​ເຊື່ອມ​ຕໍ່ ​ການ​ສະ​ຫນອງ​​ຄວາ​ມ​ຕ້ອງ​ການສິນ​ຄ້າ ໄດ້​ເປີດ​ກາ​ລະ​ໂອ​ກາດ​ໃຫຍ່​ເພື່ອ​ໃຫ້​ຊາວ​ກະ​ສິ​ກອນ, ຫົວ​ຫນ່ວຍ​ຜະ​ລິດ ແລະ ວິ​ສາ​ຫະ​ກິດ ມີ​ຕະ​ຫລາດກວ້າງ​ຂວາງ ຊື່ງ​ລວມ​ມີ: 21 ແຂວງ, ນະ​ຄອນ ດ້ວຍ​ພົນ​ລະ​ເມືອງກວ່າ 30 ລ້ານ​ຄົນ​ເພື່ອ​ໃຊ້​ສອຍ​ສິນ​ຄ້າ. ພ້ອມ​ກັນ​ນັ້ນ ນີ້​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຜູ້​ໃຊ້​ສອຍ​ສຳ​ພັດ​ກັບ​ແຫລ່ງ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ມ​ີ​ຕົ້ນ​ກຳ​ເນີດ ແລະ ລາ​ຄາ​ເໝາະ​ສົມ. ເລື່ອງ​ຍູ້​ແຮງ​ການ​​ ການ​ເຊື່ອມ​ຕໍ່ ​ການ​ສະ​ຫນອງ ແລະ ຄວາມ​ຕ້ອງ​ການ​ສິນ​ຄ້ານີ້ ກໍ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຂົນ​ຂວາຍ ຊາ​ວ​ຫວຽດ​ນາມ​ຊົມ​ໃຊ້​ສິນ​ຄ້າ​ຂອງ​ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ປະ​ກອບ​ສ່ວນ​ເຮັດ​ໃຫ້​ຕະ​ຫລາດ​ເປັນ​ປົກ​ກະ​ຕິ.

ຕອບກັບ

ຂ່າວ/ບົດ​ອື່ນ