ບິງເຢືອງ ຍູ້ແຮງການລົງທຶນພື້ນຖານໂຄງລ່າງຄົມມະນານາຄົມ, ຊຸກຍູ້ການເຊື່ອມຕໍ່ເຂດ

(VOVWORLD) - ດ້ວຍທັດສະນະທີ່ວ່າ ພື້ນຖານໂຄງລ່າງຄົມມະນານາຄົມໄປກ່ອນ, ເປີດທາງໃຫ້ແກ່ການບຸກທະລຸນັ້ນ, ແຂວງ ບິງເຢືອງ ໄດ້ ແລະ ພວມລົງທຶນກໍ່ສ້າງລະບົບຄົມມະນາຄົມສຳເລັດ ຕາມທິດຄົບຊຸດ, ທັນສະໄໝ, ເຊື່ອມຕໍ່ເຂດ, ພາກພື້ນ.
ບິງເຢືອງ ຍູ້ແຮງການລົງທຶນພື້ນຖານໂຄງລ່າງຄົມມະນານາຄົມ, ຊຸກຍູ້ການເຊື່ອມຕໍ່ເຂດ - ảnh 1ຂົວເຊື່ອມຕໍ່ ບີ່ງເຢືອງ ແລະ ໄຕນິງ, ເປີດສະຫຼອງຕົ້ນປີ 2023
(ພາບ:ຄະນະຄຸ້ມຄອງ)

 

 ນີ້ກໍ່ແມ່ນ 1 ໃນ 4 ໂຄງການບຸກທະລຸຍຸດທະສາດ ຊື່ງກອງປະຊຸມອົງຄະນະພັກແຂວງ ບິງເຢືອງ ຄັ້ງທີ 11 ໄດ້ວາງອອກໃນອາຍຸການ 2020-2025, ການກຳນົດທິດຮອດປິ 2030.

ຍູ້ແຮງການລົງທຶນພື້ນຖານໂຄງລ່າງຄົມມະນານາຄົມ

  ພາຍຫຼັງກໍ່ສ້າງເປັນເວລາເກືອບ 1 ປີ, ຂົວຂ້າມໃນຈຸດ 550 ເສັ້ນທາງ ĐT.743, ຕອນຜ່ານນະຄອນ ຢີ້ອານ ແລະ ນະຄອນ ທ້ວນອານ, ແຂວງ ບິງເຢືອງ ໄດ້ນຳເຂົ້າເຄື່ອນໄຫວໃນຕົ້ນປີ 2023. ຂົວແຫ່ງນີ້ ມີຄວາມຍາວກ່ວາ 203 ມ, ມີ 4 ເລນ ດ້ວຍມູນຄ່າການກໍ່ສ້າງປະມານ 115 ຕື້ດົ່ງ (4,7 ລ້ານ USD). ຈຸດ 550 ແມ່ນສະຖານທີ່ເຊື່ອມຕໍ່ກັບຫຼາຍເຂດອຸດສາຫະກຳໃນແຂວງ, ແມ່ນຂົວຕໍ່ຄົມມະນາຄົມໄປຍັງ ດົ່ງນາຍ, ນະຄອນ ໂຮ່ຈີມິນ, ເຊິ່ງໄດ້ເກີດສະພາບລົດຕິດເປັນປະຈຳ, ດັ່ງນັ້ນ, ການນຳຂົວຂ້າມເຂົ້າເຄື່ອນໄຫວ ຈະຊ່ວຍແກ້ໄຂສະພາບຄົມະນາຄົມຢູ່ເຂດນີ້. ທ່ານ ເລວັນຫິ້ວ, ຜູ້ທີ່ໄປມາເສັ້ນທາງຕອນນີ້ເປັນປະຈຳໃຫ້ຮູ້ວ່າ:

  ໃນຫຼາຍປີຜ່ານມາ, ສະຖານທີ່ແຫ່ງນີ້ຖືກຖືວ່າ ແມ່ນ “ຈຸດຮ້ອນເຮັ່ງ” ຂອງເລື່ອງຕິດລົດ ຊື່ງໄດ້ກໍ່ຜົນກະທົບຕໍ່ການຈລະຈອນໄປມາໃນເຂດ. ເມື່ອຂົວຂ້າມໄດ້ນຳເຂົ້າເຄື່ອນໄຫວ, ພວກຂ້າພະເຈົ້າໄດ້ເຫັນປະຈັກຕາ  ການປ່ຽນແປງຢ່າງຈະແຈ້ງ ແລະ ສະພາບລົດຕິດຢູ່ຈຸດນີ້ບໍ່ເກີດຂຶ້ນອີກແລ້ວ.

    ເມື່ອເສັ້ນທາງ ĐT.746 ໄດ້ເລີ່ມລົງມືກໍ່ສ້າງ, ແຕ່ 2 ເລນໄດ້ເປີດກ້ວາງເປັນ 6 ເລນ ດ້ວຍລວງຍາວ 11.5 ກມ, ປຊຊ ແລະ ວິສາຫະກິດໃນແຂວງ ບິງເຢືອງ ລ້ວນແຕ່ມີຄວາມດີໃຈ. ປ້າ ເຈືອງທິມິນຈາງ, ປຊຊ ເຂດຄຸ້ມ 5, ຕາແສງ ໂຮ້ຍເຫງັ້ຍ ແບ່ງປັນວ່າ:

  ຖ້າໂຄງການກໍ່ສ້າງເສັ້ນທາງນີ້ສຳເລັດ, ຫວັງວ່າ ເຂດຄຸ້ມ 5 ຈະເທົ່າທຽມກັບບັນດາເຂດຖະໜົນອື່ນໆຂອງຕາແສງ ໂຮ້ຍເຫງັ້ຍ ຍ້ອນວ່າ ນັບແຕ່ກ່ອນມາຮອດປະຈຸບັນ, ເຂດຄຸ້ມ 5 ບໍ່ໄດ້ພັດທະນາປານໃດ ແລະ ໂສມໜ້າຂອງຕາແສງ ຈະໄດ້ປ່ຽນແປງຢ່າງຈະແຈ້ງ, ປຊຊ ຈະມີຫຼາຍໂອກາດພັດທະນາເສດຖະກິດ, ພິເສດແມ່ນການບໍລິການ.

   ເພື່ອຍູ້ແຮງການພັດທະນາພື້ນຖານໂຄງລ່າງຄົມມະນານາຄົມພາຍໃນແຂວງ, ບິງເຢືອງ ພວມສືບຕໍ່ຜັນຂະຫຍາຍປະຕິບັດໂຄງການ BOT ເພື່ອຍົກລະດັບ, ເປີດກ້ວາງເສັ້ນທາງຫຼວງເລກທີ 13; ໂຄງການສ້າງທິດທັດທຳມະຊາດ, ຕ້ານສະພາບລົດຕິດໃນເສັ້ນທາງ ໝີເຟືອກ-ເຕິນວ້ານ; ຍົກລະດັບບັນດາເສັ້ນທາງ ĐT.746, ĐT.747B, ĐT.743. ເພື່ອຍູ້ແຮງລະດັບຄວາມໄວໃນການປະຕິບັດບັນດາໂຄງການຄົມມະນາຄົມ, ການນຳແຂວງ ໄດ້ຊີ້ນຳການສ້າງຕັ້ງ ແລະ ຮັກສາການເຄື່ອນໄຫວຂອງບັນດາໜ່ວຍປະຕິບັດງານເປັນປະຈຳ. ທ່ານນາງ ຫງວຽນທິໝີ້ຮັ່ງ, ເລຂາຄະນະພັກເມືອງ ຝູຢາວ, ແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ: ອຳນາດການປົກຄອງສູ້ຊົນປະຕິບັດສຳເລັດໂຄງການກໍ່ສ້າງເສັ້ນທາງ ບັກເຕິນອວຽນ-ຝູຢາວ-ເບົາບາງ ກ່ອນເດືອນທັນວາ ປີ 2023:

   ນີ້ແມ່ນເສັ້ນທາງສຳຄັນທີ່ສຸດຜ່ານບໍລິເວນເມືອງ ຝູຢາວ. ດ້ວຍຄວາມຕັດສິນໃຈຂອງອົງຄະນະພັກ ແລະ ປຊຊ ຝູຢາວ, ເສັ້ນທາງນີ້ພວມໄດ້ປະຕິບັດຢ່າງໄວວາ ແລະ ພະຍາຍາມສຳເລັດກ່ອນການກຳນົດເວລາ.

ບິງເຢືອງ ຍູ້ແຮງການລົງທຶນພື້ນຖານໂຄງລ່າງຄົມມະນານາຄົມ, ຊຸກຍູ້ການເຊື່ອມຕໍ່ເຂດ - ảnh 2ຂົວຂ້າມທາງດ້ວຍເຫຼັກ ມີຄວາມຍາວ 500 ແມັດ
(ພາບ:Thiên Lý)

ຊຸກຍູ້ການເຊື່ອມຕໍ່ເຂດ

    ເພື່ອສ້າງກຳລັງໜູນໃຫ້ແກ່ການພັດທະນາລະຫວ່າງເຂດ, ນອກຈາກການນຳຂົວຕໍ່ເສັ້ນທາງ ĐT.744 ຂອງເທດສະບານເມືອງ ເຢົາຕຽງ, ເມືອງ ເຢົາຕຽງ ກັບໂຄງການກໍ່ສ້າງເສັ້ນທາງ ເດີດແຊດ-ເບັນກຸຍ ຂອງເມືອງ ເຢືອງມິນເຈົາ, ແຂວງ ໄຕນິງ ເຂົ້າເຄື່ອນໄຫວແລ້ວ, ທາງແຂວງ ບິງເຢືອງ ກໍ່ພວມສຸມກຳລັງຊຸກຍູ້ຜັນຂະຫຍາຍຫຼາຍໂຄງການອື່ນໆອີກຄື: ເສັ້ນທາງແລວເລກ 3, ເລກ 4, ເສັ້ນທາງຄວາມໄວສູງນະຄອນ ໂຮ່ຈີມິນ-ຖູເຢົາມົດ-ເຈິນແທັງ, ໂຄງການຂົວ ແບກດັ່ງ… ທ່ານ ຫວໍ້ວັນມິງ, ປະທານຄະນະກຳມະການ ປຊຊ ແຂວງ ບິງເຢືອງ ໃຫ້ຮູ້ວ່າ:

   ທາງແຂວງຈະສຸມໃສ່ແຫຼ່ງລາຍຮັບ ຜ່ານການກວດກາຄືນ, ຂາຍປະມູນແຫຼ່ງທີ່ດິນຂອງລັດຈຳນວນໜຶ່ງ, ພັດທະນາເຂດຕົວເມືອງ, ເຂດຊຸມຊົນລຽບຕາມເສັ້ນທາງ ເພື່ອຮັບໃຊ້ວຽກງານລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງ. ແຫຼ່ງເງິນລົງທຶນຂອງສັງຄົມແມ່ນສຳຄັນທີ່ສຸດ ໃນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ທາງແຂວງຈະສືບຕໍ່ປະຕິບັດໂຄງການການ BOT ບົນເສັ້ນທາງ ໝີ້ເຟືອກ-ເຕິນວ້ານ ເພື່ອລະດົມແຫຼ່ງກຳລັງຂອງວິສາຫະກິດ ມາລົງທຶນກໍ່ສ້າງບັນດາເສັ້ນທາງນີ້.

   ບັນດາໂຄງການກໍ່ສ້າງເສັ້ນທາງຄົມມະນາຄົມໄດ້ ແລະ ພວມໄດ້ຮັບການກໍ່ສ້າງສຳເລັດ, ບໍ່ພຽງແຕ່ໄດ້ປ່ຽນແປງໂສມໜ້າຕົວເມືອງຂອງ ບິ່ງເຢືອງ, ລຸລ່ວງຈຸດຕິດຂັດ ໃນການພັດທະນາເສດຖະກິດສັງຄົມຂອງແຂວງເທົ່ານັ້ນ, ຫາກຍັງຊຸກຍູ້ການຮ່ວມສຳພັນໃນການພັດທະນາຂອງ ບິງເຢືອງ ກັບບັນດາທ້ອງຖິ່ນອື່ນໆໂດຍໄວອີກດ້ວຍ, ຄືໂຄງການບຸກທະລຸຍຸດທະສາດ ຊື່ງກອງປະຊຸມໃຫ່ຍອົງຄະນະພັກແຂວງ ບິງເຢືອງ ຄັ້ງທີ 11 ໄດ້ວາງອອກ./.

ຕອບກັບ

ຂ່າວ/ບົດ​ອື່ນ