ບີ່ງເຢືອງ: ຫລາຍນະໂຍບາຍບຸລິມະສິດດຶງດູດກະແສລົງທຶນດ້ານກະສິກຳ

(VOVWORLD) -ບໍ່ຽງແຕ່ໄດ້ຮູ້ຈັກວ່າແມ່ນແຂວງອຸດສາຫະຳເທົ່ານັ້ນ, ບີ່ງເຢືອງ ຍັງແມ່ນແຂວງກຳລັງພັດທະນາດ້ານກະສິກຳຢ່າງເຂັ້ມແຂງຕາມທິດກະສກຳຕົເມືອງ, ສິກຳເຕັກໂນໂລຊີສູງ. ທິດກ້າວເດີນນັ້ນກອບສ່ວນເຮັດໃຫ້ມູນຄ່າການຜະລິດກສິກເພີ່ມຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສຖະກິດຂອງແຂວງ.
 ບີ່ງເຢືອງ ແມ່ນແຂວງອຸດສາຫະກຳ, ມີດັດຊະນີພັດທະນາດ້ານອຸດສາຫະກຳວ່ອງໄວ ແລະ ຢູ່ໃນລະດັບສູງ. ເຖິງວ່າ GDP ດ້ານກະສິກຳກວມເອົາພຽງແຕ່ກວ່າ 3% ກໍ່ຕາມ, ແຕ່ ບີ່ງເຢືອງ ມີເງື່ອນໄຂສະດວກ, ຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຫຼາຍຢ່າງເພື່ອພັດທະນາກະສິກຳ, ພິເສດແມ່ນກະສິກຳນຳໃຊ້ເຕັກໂນໂລຊີສູງ. ນີ້ກໍ່ແມ່ນເນື້ອໃນສຳຄັນຂອງການສ້າງໂຄງປະກອບຂະແໜງການກະສິກຳຄືນໃໝ່ ແລະ ຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝຂອງແຂວງ.
ບີ່ງເຢືອງ: ຫລາຍນະໂຍບາຍບຸລິມະສິດດຶງດູດກະແສລົງທຶນດ້ານກະສິກຳ - ảnh 1ທົ່ງກ້ວຍ ຂອງ Unifarm (ພາບ: tuoitrethudo.com.vn)

ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບີ່ງເຢືອງ ແລ້ວ, ໃນໄລຍະຜ່ານມາ, ໂດຍປະຕິບັດແຜນນະໂຍບາຍສ້າງໂຄງປະກອບຂະແໜງການກະສິກຳຄືນໃຫມ່, ບີ່ງເຢືອງ ໄດ້ສ້າງກົນໄກແນໃສ່ດຶງດູດວິສາຫະກິດ, ຊາວກະສິກອນມີຄວາມກ້າກັ່ນໃນການລົງທຶນການຜະລິດ. ທ່ານໂຮ່ຈຸກແທງ, ຮອງຜູ້ອຳນວຍການພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ:

  ແຂວງ ຍາມໃດກໍ່ກຳນົດວ່າ ກະສິກຳແມ່ນຂົງເຂດສຳຄັນ ຊ່ວຍຮັບປະກັນຊີວິດສັງຄົມຂອງແຂວງ. ສະນັ້ນ ໃນຫລາຍປີຜ່ານມາ ແຂວງ ໄດ້ສຸມໃສ່ພັດທະນາກະສິກຳ, ປະຕິບັດແຜນຮ່າງສ້າງໂຄງປະກອບຂະແຫນງກະສິກຳຄືນໃຫມ່ໃຫ້ພັດທະນາຕາມທິດຍືນຍົງ, ຍົກສູງມູນຄ່າເພີ່ມ, ໃນນັ້ນ ເອົາໃຈໃສ່ເຖິງການໝູນໃຊ້ວິທະຍາສາດເຕັກໂນໂລຊີເພື່ອຍົກສູງສະມັດຕະພາບຜະລິດຕະພັນ ແລະ ມູນຄ່າຜະລິດຕະພັນ”.

ໃນໄລຍະຜ່ານມາ, ມີຫຼາຍວິສາຫະກິດໄດ້ປະສົບຜົນສຳເລັດໃນການລົງທຶນດ້ານພັດທະນາກະສິກຳຢູ່ ບີ່ງເຢືອງ. ບັນດາວິສາຫະກິດລົງທຶນດ້ານກະສິກຳຢ່າງແຮງ, ສະນັ້ນ, ເນື້ອທີ່ການປູກຝັງ, ລ້ຽງສັດຢູ່ ບີ່ງເຢືອງ ເພີ່ມຂຶ້ນໃນແຕ່ລະປີ. ຮອດປີ 2021, ຍອດເນື້ອທີ່ຂອງການຜະລິດກະສິກຳຕົວເມືອງຢູ່ ບີ່ງເຢືອງ ແມ່ນກວ່າ 172 ເຮັກຕາ, ຍອດເນື້ອທີ່ຂອງກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງ ແມ່ນປະມານ 5.500 ເຮັກຕາ.

ບີ່ງເຢືອງ: ຫລາຍນະໂຍບາຍບຸລິມະສິດດຶງດູດກະແສລົງທຶນດ້ານກະສິກຳ - ảnh 2ທ່ານ ຟ້າມກວກລຽມ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນກະສິກຳ Unifarm (ພາບ: tuoitrethudo.com.vn)

ບັນດາຮູບແບບກະສິກຳໝູນໃຊ້ເຕັກໂນໂລຊສູງໃນການຜະລິດປູກຝັງໂດຍຊາວກະສິກອນນຳໃຊ້ເປັນສ່ວນໃຫຍ່ໃນບໍລິເວນແຂວງ, ເປັນຕົ້ນແມ່ນການປູກຕົ້ນໄມ້ຊະນິດຕ່າງໆທີ່ມີມູນຄ່າຄືຜັກ, ເຫັດ, ຕົ້ນໄມ້ກິນໝາກ, ດອກກ້ວຍໄມ້, ດອກໄມ້ປະດັບ,…ທີ່ໄດ້ປູກຝັງໃນເຮືອນຮົ່ມ. ພິເສດ, ຮູບແບບປູກກ້ວຍທີ່ນຳໃຊ້ເຕັກໂນໂລຊີສູງກວມກວ່າ 700 ເຮັກຕາ, ສະໜອງໃຫ້ຕະຫລາດພາຍໃນປະເທດ ແລະ ສົ່ງອອກ. ທ່ານ ຟ້າມກວກລຽມ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນກະສິກຳ U & I (Unifarm), ເຊິ່ງເປັນວິສາຫະກິດໜຶ່ງທີ່ມີປະສົບການຫຼາຍໃນຂົງເຂດຜະລິດກະສິກຳນຳໃຊ້ເຕັກໂນໂລຊີສູງຢູ່ບັນດາປະເທດທີ່ມີກະສິກຳພັດທະນາແຖວໜ້າໂລກຄື ອິດສະລາແອນ, ອາເມລິກາ, ຍີ່ປຸ່ນ, ນິວຊິແລນ, ໃຫ້ຮູ້ວ່າ:

“ຄຽງຂ້າງບັນດາຜູ້ຊ່ຽວຊານຊາວ ອິດສະຣາແອນ ແລ້ວ, ພວກຂ້າພະເຈົ້າ ໄດ້ເຊື້ອເຊີນນັກຊ່ຽວຊານມາຈາກ ຟີລີບປີນ. ເພາະວ່າ ຟີລິບປີນ ແມ່ນປະເທດມີຊື່ສຽງໃນການປູກກ້ວຍ, ຢາກເຊີນເຂົາເຈົ້າມາເພື່ອພ້ອມກັນປຶກສາຫາລືກໍ່ສ້າງທົ່ງກ້ວຍ, ພັດທະນາທົ່ງກ້ວຍໃຫ້ມີສະມັດຕະພາບສູງ, ຄຸນນະພາບດີເທື່ອລະກ້າວ.

ປະຈຸບັນ, Unifarm ກຳລັງລົງທຶນບັນດາໂຄງການກະສິກຳເຕັກໂນໂລຊີສູງແຖວໜ້າ ບີ່ງເຢືອງ, ລວມມີ ເຂດກະສິກຳໜູນໃຊ້ເຕັກໂນໂລຊີສູງ ອານທາຍ ທີ່ມີເນື້ອທີ່ກວ່າ 400 ເຮັກຕາ; ໂຄງການປູກກ້ວຍໜູນໃຊ້ເຕັກໂນໂລຊີສູງຢູ່ບ້ານແທງອ່ານ, ມິງເຕີນ, ລອງຮ່ວາ ດ້ວຍຂອບຂະໜາດ 1200 ເຮັກຕາຂອງເມືອງເຢົ່າຕ໋ຽງ, ແຂວງ ບີ່ງເຢືອງ … Unifarm ໄດ້ປະສົບຜົນສຳເລັດ ກໍ່ຍ້ອນມີບັນດານະໂຍບາຍບຸລິມະສິດຂອງແຂວງ ໃນການດຶງດູດການລົງທຶນດ້ານກະສິກຳ. ທ່ານ ໂຮ່ຈຸກແທງ ຮອງຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ:

ພະແນກໄດ້ສົມທົບກັບກອງທຶນລົງທຶນພັດທະນາເພື່ອກວດກາຢັ້ງຢືນ, ແກ້ໄຂຄວາມຕ້ອງການດ້ານທຶນຮອນໃຫ້ຊາວກະສິກຳແຂວງ. ນອກນັ້ນ ແຂວງ ກໍ່ໄດ້ສຸມໃສ່ວາງອອກບັນດາມາດຕະການສ້າງຮູບແບບຮ່ວມສຳພັນ, ເພີ່ມລະບົບຮ່ວມສຳພັນໃຫ້ແກ່ການຜະລິດ, ມາຮອດປະຈຸບັນ ແຂວງ ສ້າງຕັ້ງໄດ້ບັນດາສະຫະກອນ ປະກອບສ່ວນແກ້ໄຂສົ້ນອອກໃຫ້ແກ່ຜະລິດຕະພັນ.”

ໂດຍມີການກຳນົດທິດພັດທະນາຢ່າງຈະແຈ້ງ ພ້ອມກັບວາງອອກຫລາຍນະໂຍບາຍຫນູນຊ່ວຍຢ່າງມີປະສິດທິຜົນ, ແຂວງ ບີ່ງເຢືອງ ຫວັງວ່າ ຈະມີຫລາຍວິສາຫະກິດເລືອກເຟັ້ນແຂວງ ເປັນຈຸດລົງທຶນໃນຂົງເຂດກະສິກຳ. ຈາກນັ້ນ ກໍປະກອບສ່ວນນຳເສດຖະກິດ ບີ່ງເຢືອງ ພັດທະນາ ນັບທັງອຸດສາຫະກຳ ແລະ ກະສິກຳ. ນີ້ຈະແມ່ນກຳລັງຫນູນຊ່ວຍໃຫ້ບີ່ງເຢືອງ ກາຍເປັນຫນຶ່ງໃນ 4 ເສົາຄ້ຳທີ່ຂາດບໍ່ໄດ້ຂອງເຂດເສດຖະກິດຈຸດສຸມທາງພາກໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ