ບັນດາຄວາມຄືບຫນ້າຂອງຫວຽດນາມເພື່ອຕອບສະຫນອງບັນດາສັນຍາ FTA

(VOVWORLD) -ປີ 2018 ແມ່ນປີສ້າງຂີດໝາຍການຫັນປ່ຽນຢ່າງແຮງຂອງຫວຽດນາມ ສຳລັບບັນດາຂົງເຂດເສດຖະກິດ ສັງຄົມ ເພື່ອຍາດແຍ່ງໄດ້ທ່າໄດ້ປຽບຂອງບັນດາສັນຍາການຄ້າເສລີລຸ້ນໃຫມ່. ສິ່ງດັ່ງກ່າວໄດ້ປະກອບສ່ວນຊ່ວຍໃຫ້ຫວຽດນາມ ບໍ່ຖືກຢູ່ໃນທ່າຮັບໃນວິວັດການເຊື່ອມໂຍງ, ແລະເຊື່ອມຕົວຢ່າງທັນການເຂົ້າໃນພື້ນຖານເສດຖະກິດໂລກ.

ບັນດາຄວາມຄືບຫນ້າຂອງຫວຽດນາມເພື່ອຕອບສະຫນອງບັນດາສັນຍາ FTA - ảnh 1 ພາບປະກອບ

ປີ 2018 ແມ່ນປີປະຕິບັດຫລາຍຂໍ້ຕົກລົງຕາມວິວັດການທີ່ໄດ້ໃຫ້ຄຳໝັ້ນສັນຍາໃນບັນດາສັນຍາການຄ້າເສລີ (FTA) ລຸ້ນໃຫມ່ ເຊັ່ນ: ລົບລ້າງຮົ້ວກີດຂວາງດ້ານພາສີສຳລັບສິນຄ້າຫລາຍປະເພດ, ການຍົກຍ້າຍແຮງງານໃນກຸ່ມ ອາຊຽນ. ປີ 2018 ກໍ່ແມ່ນປີ ທີ່ຫວຽດນາມ ໄດ້ລົງນາມ ແລະ ຮັບຮອງເອົາສັນຍາຄູ່ຮ່ວມມືກ້າວຫນ້າ ແລະ ຮອບດ້ານຂ້າມປາຊີຟິກ (CPTPP), ສິ້ນສຸດວິວັດການສຳຫລວດກວດກາດ້ານນິຕິກຳກ່ຽວກັບສັນຍາການຄ້າເສລີກັບ ອີຢູ. ສິ່ງນີ້ ໄດ້ເປີດຫລາຍກາລະໂອກາດໃຫ້ແກ່ວິສາຫະກິດ. ທ່ານ Robert E. Moritz, ປະທານ ບໍລິສັດກວດສອບທົ່ວໂລກຂອງ PricewaterhouseCoopers (PwC) ຕີລາຄາວ່າ:

“ຫວຽດນາມພວມສ້າງກາລະໂອກາດດຳເນີນທຸລະກິດຫລາຍຢ່າງທີ່ດູດດື່ມ. ເພາະສະນັ້ນ ບັນດານັກລົງທຶນຕ່າງປະເທດລ້ວນແຕ່ຢາກເຂົ້າມາລົງທຶນຢູ່ຫວຽດນາມ. ຕາມການສຳຫລວດ ໂດຍ PwC ປະຕິບັດ, ຫວຽດນາມ ນອນໃນຈຳນວນ 5 ປະເທດ ແລະ ພື້ນຖານເສດຖະກິດແຖວຫນ້າ ຊື່ງບັນດາວິສາຫະກິດຂຶ້ນກັບພາກພື້ນ ອາຊີ - ປາຊີຟິກ ຢາກເຂົ້າມາລົງທຶນ. ສິ່ງດັ່ງກ່າວໄດ້ຮັບການຕີລາຄາວ່າແມ່ນມີຄວາມໝາຍຍຸດທະສາດ.”

ເຖິງຢ່າງໃດກໍຕາມ ເພື່ອໃຫ້ຊົມໃຊ້ຜົນປະໂຫຍດຈາກສັນຍາດັ່ງກ່າວ, ສິນຄ້າສົ່ງອອກຂອງຫວຽດນາມ ຕ້ອງຜ່ານຜ່າສິ່ງທ້າທາຍບໍ່ແມ່ນຫນ້ອຍ ເຊັ່ນ: ຕ້ອງທຳຄວາມລື້ງກັບນິໄສການບໍລິໂພກ, ຄວາມນິຍົມກ່ຽວກັບຄຸນນະພາບ, ການຫຸ້ມຫໍ່, ຮູບແບບຜະລິດຕະພັນ ຂອງປະຊາຊົນບັນດາປະເທດ, ຊອກຮູ້ຫລາຍສິ່ງຫລາຍຢ່າງກ່ຽວກັບຄວາມຮຽກຮ້ອງຕ້ອງການດ້ານກົດໝາຍ, ລະບົບມາດຖານເຕັກນິກ, ຫລັກອະໄນມາຄວາມປອດໄພດ້ານສະບຽງອາຫານ. ທ່ານາງ ຫງວຽນທິຮ່ວຽນ ຜູ້ອຳນວຍການບໍລິສັດຜະລິດ ແລະສົ່ງອອກເປືອກແຄ່ຫວຽດນາມ ໃຫ້ຮູ້ວ່າ:

“ຕະຫລາດ ອີຢູ ແມ່ນຕະຫລາດທີ່ເຄັ່ງຄັດດ້ານຄຸນນະພາບຂອງສິນຄ້າ ແຕ່ວ່າ ອີຢູ ແມ່ນກໍ່ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບສິນຄ້າສົ່ງອອກຂອງຫວຽດນາມ. ເພາະສະນັ້ນ ພວກເຮົາ ໄດ້ເດີນທາງໄປສຳຫລວດຢູ່ແຕ່ລະປະເທດ ເອີລົບ, ເຂົ້າໄປແຕ່ລະຮ້ານສັບພະສິນຄ້າເພື່ອເກັບກຳທ່າອ່ຽງໃນອະນາຄົດຄືແນວໃດ.”

ໃນສະພາບການນັ້ນ ບັນດາວິສາຫະກິດຫວຽດນາມ ໄດ້ຄ່ອຍໆເພີ່ມຄວາມສາມາດໃນການຮັບມືກັບບັນດາຮົ້ວກີດຂວາງດ້ານເຕັກນິກຂອງຕະຫລາດສາກົນ. ມີວິສາຫະກິດຫລາຍແຫ່ງ ໄດ້ເປັນເຈົ້າການຕີລາຄາຢ່າງລະອຽດກ່ຽວກັບກຳລັງຊື້, ຄວາມນິຍົມຂອງຜູ້ອຸປະໂພກບໍລິໂພກເພື່ອສ້າງຍຸດທະສາດດຳເນີນທຸລະກິດຢ່າງມີປະສິດທິຜົນ. ຄຽງຄູ່ກັນນັ້ນ ຍັງຈັດຕັ້ງການຜະລິດຄືນໃຫມ່. ທ່ານ ຟ້າມວັນເກື່ອງ ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນປຸງແຕ່ງອາຫານສົ່ງອອກ GOC ໃຫ້ຮູ້ວ່າ:

“ຕ້ອງກຳນົດໄດ້ວ່າ ການສົ່ງອອກ ເຂົ້າໄປຍັງຕະຫລາດ ອີຢູ ແມ່ນການປະກອບສ່ວນຍົກລະດັບການຄຸ້ມຄອງຂອງບໍລິສັດ, ສ້າງຄວາມເປັນເອກະພາບໃນການຄຸ້ມຄອງກຳມະກອນຕະຫລອດຮອດການນຳ. ບໍລິສັດພວກຂ້າພະເຈົ້າມີພະນັກງານເຮັດ logistic ພຽງ 2 ຄົນ ແຕ່ສາມາດເຮັດໃບແຈ້ງພາສີໃຫ້ແກ່ 40000 ຕູ້ container/ປີ ບໍ່ປະສົບກັບຄວາມຫຍຸ້ງຍາກໃດໆ. ທີສອງ ຈາກລະບົບຄຸ້ມຄອງນັ້ນ ອາດຈະສົ່ງອອກສິນຄ້າເຂົ້າບັນດາຕະຫລາດອື່ນຢ່າງສະດວກກວ່າຄື: ຕະຫລາດ ອາເມລິກາ, ເອີລົບເຫນືອ, ຍີ່ປຸ່ນ, ສເກົາຫລີ.. ເພາະບັນດາປະເທດເຫລົ່ານັ້ນສ່ວນຫລາຍແມ່ນນຳໃຊ້ມາດຖານຄຸ້ມຄອງຂອງເອີລົບ.”

ມາຮອດປະຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງສັນຍາການຄ້າເສລີ FTA ກວ່າ 10 ສັນຍາ. ລະດັບກຳແຫນ້ນເນື້ອໃນບັນດາສັນຍາການຄ້າເສລີຂອງບັນດາວິສາຫະກິດມີຄວາມແຕກຕ່າງ ແຕ່ອັດຕາສ່ວນບັນດາວິສາຫະກິດປັບຕົວໃຫ້ແທດເໝາະກັບສະພາບການແມ່ນນັບມື້ນັບເພີ່ມຂຶ້ນ.

ຄຽງຂ້າງປະຊາຄົມວິສາຫະກິດ, ຄວາມມານະພະຍາຍາມປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງຫວຽດນາມ ເພື່ອຮັບມືກັບການເຊື່ອມໂຍງໃນປີ 2018 ກໍ່ໄດ້ຮັບການຮັບຮູ້. ຫວຽດນາມ ໄດ້ໝູນໃຊ້ເຕັກໂນໂລຊີໃນການປະຕິບັດລະບຽບການບໍລິຫານເທື່ອລະກ້າວ. ຮົ້ວກີດຂວາງການດຳເນີນທຸລະກິດຄອ່ຍໆໄດ້ຖືກລົບລ້າງ.

ຕາມການສະຖິຕິໃນເບື້ອງຕົ້ນແລ້ວ, ຍອດວົງເງິນນຳເຂົ້າສົ່ງອອກປີ 2018 ຂອງຫວຽດນາມ ຄາດວ່າບັນລຸເກືອບ 480 ຕື້ USD, ໃນນັ້ນ ການສົ່ງອອກສິນຄ້າບັນລຸ 239 ຕື້ USD ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ປີ 2017. ພິເສດ ການສົ່ງອອກໄປຍັງຕະຫລາດບັນດາປະເທດ ເຊັນສັນຍາ FTA ກັບຫວຽດນາມ ລ້ວນແຕ່ມີລະດັບເຕີບໂຕສູງເມື່ອທຽບໃສ່ປີ 2017. ອັດຕາສ່ວນຍາດແຍ່ງການບຸລິມະສິດຈາກບັນດາຕະຫລາດທີ່ໄດ້ລົງນາມໃນສັນຍາການຄ້າເສລີ FTA ບັນລຸ ປະມານ 40%, ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ຕົວເລກປະມານ 35% ຂອງຊຸມປີກ່ອນ.

ບັນດາຕົວເລກດັ່ງກ່າວສ່ວນຫນຶ່ງໄດ້ພິສູດໃຫ້ເຫັນການຜັນປ່ຽນຂອງຫວຽດນາມ ໃນປີ 2018 ເພື່ອເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ໝາກຜົນນີ້ ກໍ່ແມ່ນກຳລັງຫນູນເພື່ອໃຫ້ປະຊາຄົມວິສາຫະກິດ ແລະ ລັດຖະບານ ສືບຕໍ່ເປັນເຈົ້າການ, ມີການກະກຽມໃຫ້ເໝາະສົມກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະນະໂຍບາຍເພື່ອຮັບເອົາ ແລະ ຊົມໃຊ້ບັນດາປະສິດທິຜົນຈາກຜົນປະໂຫຍດຂອງສັນຍາການຄ້າເສລີຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ