ບັນດາມາດຕະການພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້

(VOVWORLD) -ເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມ ລວມມີ 8 ແຂວງນະຄອນຄື: ນະຄອນໂຮ່ຈິມິນ, ບິນເຢືອງ, ດົ່ງນາຍ, ບ່າເຣັ້ຍວຸ້ງເຕົາ, ບິນເຟືອກ, ໄຕນິງ, ລອງອານ ແລະ ຕຽນຢາງ. ໃນໄລຍະທີ່ຜ່ານມາ, ຍາມໃດ ເຂດເສດຖະກິດຈຸດສຸມທາງພາກໃຕ້ ກໍ່ໄດ້ຢັ້ງຢືນບົດບາດນຳໜ້າດ້ານເສດຖະກິດຂອງທົ່ວປະເທດ. ສຸມທຸກແຫຼ່ງກຳລັງເພື່ອພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ ຈະສ້າງທ່ວງທ່າໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ນີ້ກໍ່ແມ່ນເນື້ອໃນສຳຄັນທີ່ກອງປະຊຸມພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ ທີ່ຫາກໍ່ຈັດຂຶ້ນຢູ່ແຂວງດົ່ງນາຍ.
ບັນດາມາດຕະການພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ - ảnh 1

(ກອງປະຊຸມພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້.

ພາບ: TTXVN)

    ເລື່ອງທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດານັກຊ່ຽວຊານດ້ານເສດຖະກິດ, ການນຳ 8 ແຂວງນະຄອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້ເຂົ້າຮ່ວມກອງປະຊຸມ ສະແດງໃຫ້ເຫັນວ່າລັດຖະບານໄດ້ຖືເປັນສຳຄັນ ແລະ ຕີລາຄາສູງບົດບາດ ແລະ ທີ່ຕັ້ງສຳຄັນຂອງເຂດເສດຖະກິດຈຸດສຸມທາງພາກໃຕ້ທີ່ມີຕໍ່ການພັດທະນາເສດຖະກິດສັງຄົມຂອງທົ່ວປະເທດ. ຂ່າວຈາກກອງປະຊຸມໃຫ້ຮູ້ວ່າ: ເຂດເສດຖະກິດຈຸດສຸມທາງພາກໃຕ້ ຍາມໃດກໍ່ແມ່ນເຂດເສດຖະກິດຂະຫຍັນຂັນເຄື່ອນອັນດັບໜຶ່ງຂອງປະເທດ. ປີ 2018, ເສດຖະກິດຂອງເຂດໄດ້ປະກອບສ່ວນກ່ວາ 45%   GDP ຂອງທົ່ວປະເທດ.

ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ຕ້ອງມີມາດຕະການຕື່ມອີກເພື່ອສ້າງການພັດທະນາບຸກທະລຸ. ບັນດາຜູ້ແທນກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆໄດ້ຍົກອອກບັນດາຂໍ້ສະເໜີ, ມາດຕະການເພື່ອແນໃສ່ສ້າງທ່ວງທ່າໃຫ້ເຂດເສດຖະກິດຈຸດສຸມທາງພາກໃຕ້ພັດທະນາ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ທ່ານຫງວຽນແທງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມີນ ຊື່ງແມ່ນທ້ອງຖິ່ນນຳໜ້າໃນການພັດທະນາ ເຂດເສດຖະກິດຈຸດສຸມທາງພາກໃຕ້ ໄດ້ເນັ້ນໜັກເຖິງພື້ນຖານດ້ານກົດໝາຍຂອງເຂດບໍ່ທັນໄດ້ຮັບການສ້າງໃຫ້ສົມບູນແບບ. ຂາດກົນໄກປະສານງານເຂດທີ່ມີປະສິດທິຜົນ, ພື້ນຖານໂຄງລ່າງບໍຄົບຊຸດ, ຂາດຂໍ້ມູນຂ່າວລວມຂອງເຂດ. ທ່ານຫງວຽນແທງຟອງ ສະເໜີວ່າ:

    ໃນໄລຍະຍາວ, ສະເໜີໃຫ້ສູນກາງສ້າງລະບົບນິຕິກຳກ່ຽວກັບເຂດໃຫ້ສົມບູນແບບ; ລະບົບກົດໝາຍກຳນົດເລື່ອງອຳນາດການບົກຄອງທ້ອງຖິ່ນຕ້ອງມີຄວາມເໝາະສົມເພື່ອສ້າງລະບອບລະບຽບການເຂດໃຫ້ສົມບູນແບບ. ສະເໜີໃຫ້ລັດຖະບານຕ້ອງປະກາດໃຊ້ດຳລັດກ່ຽວກັບເຂດເສດຖະກິດກຳລັງໜູນໂດຍໄວ, ຊ່ວຍໃຫ້ການເຄື່ອນໄຫວເຂດໃຫ້ນັບມື້ນັບມີປະສິດທິຜົນກ່ວາອີກ. ໃນສະເພາະໜ້າ, ສະເໜີໃຫ້ທ່ານນນາຍົກລັດຖະມົນຕີ ຊີ້ນຳຫ້ອງວ່າການຄະນະຊີ້ນຳປະສານງານພັດທະນາບັນດາເຂດເສດຖະກິດຈຸດສຸມ ເປັນເຈົ້າການໃນການປະສານສົມທົບກັບບັນດາກະຊວງ ຂະແໜງການ, ແຂວງ, ນະຄອນໃນເຂດເສດຖະກິດຈຸດສຸມສ້າງຂຶ້ນ ເພື່ອຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີເຊັນອະນຸມັດຜ່ານ ຂໍ້ກຳນົດກ່ຽວກັບການປະສານສົມທົບບໍລິຫານບັນດາເຂດ, ລະຫວ່າງເຂດ ເພື່ອແນໃສ່ປະຕິບັດບັນດາໂຄງການຮ່ວມສຳພັນ ແລະ ຮ່ວມມືພັດທະນາເສດຖະກິດເຂດລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງມີປະສິດທິຜົນ.

ບັນດາມາດຕະການພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ - ảnh 2

(ລອງອານ-ໜຶ່ງໃນ 8 ແຂວງນະຄອນເຂດຈຸດສຸມທາງພາກໃຕ້ຫວຽດນາມ

ພາບ: baodautu.vn)

   ກໍ່ມີທັດສະນະດຽວກັນ, ທ່ານດິງກວັກທາຍ, ປະທານຄະນະກຳມະການປະຊາຊົນແຂວງດົ່ງນາຍ ສະເໜີໃຫ້ລັດຖະບານຈົ່ງຍູ້ໄວຄວາມຄຶບໜ້າການຜັນຂະຫຍາຍໂຄງການທ່າອາກາດສະຍານສາກົນລອງແທັງ ແລະ ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມເຂດສຳເລັດ. ຕ້ອງສ້າງແຜນກຳນົດເຂດຕິດພັນກັບການປະກາດໃຊ້ກົນໄກ, ນະໂຍບາຍຄົບຊຸດ, ເພື່ອແນໃສ່ຫັນ ການພັດທະນາເຂດ ເປັນລະອຽດແມ່ນການໃຫ້ບູລິມະສິດອັນດັບໜຶ່ງ. ແລະກໍ່ໃນກອງປະຊຸມ, ທ່ານເຈີ່ນດິງທຽນ, ຫົວໜ້າສະຖາບັນເສດຖະກິດຫວຽດນາມ ໄດ້ສະເໜີລັດຖະບານ ຕ້ອງສະເໜີໃຫ້ສະພາແຫ່ງຊາດຕ້ອງມີວິທີສຳຜັດຢ່າງເດັດຂາດກ່ຽວກັບລະບອບລະບຽບການເຂດ ເພື່ອສ້າງກຳລັງໜູນພັດທະນາເຂດໃຫ້ໄດ້.

 ບົດຮຽນຂອງບັນດາວິສາຫະກິດແມ່ນສ້າງການເຊື່ອມຕໍ່ໃນທ້ອງຖິ່ນ, ພິເສດແມ່ນບັນດາວິສາຫະກິດພາກເອກະຊົນແມ່ນຈະແຈ້ງທີ່ສຸດ. ໃນເວທີປາໄສເສດຖະກິດເອກະຊົນທີ່ຫາກໍ່ຈັດຂຶ້ນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ມີວິທີສຳຜັດສົ່ງເສີມການພັດທະນາເຂດເສດຖະກິດພາກເອກະຊົນຢ່າງແຮງທີ່ສຸດ. ນັກທຸລະກິດຫວຽດນາມ ສາມາດສ້າງເສັ້ນທາງຄວາມໄວສູງ, ສະໜາມບິນໄດ້, ອັນໄດ້ສ້າງແລວເຊື່ອມຕໍ່ ແລະ ປະກອບສ່ວຮຫລຸດຜ່ອນລາຍຈ່າຍງົບປະມານ. ສະນັ້ນ, ຕ້ອງມີລະບຽບການສະເພາະໃຫ້ບັນດາວິສາຫະກິດພາກເອກະຊົນຫວຽດນາມ, ບັນດາກຸ່ມບໍລິສັດໃຫ່ຍ. ຕ້ອງໃຫ້ບູລິມະສິດການເຊື່ອມຕໍ່ເຂດ.

  ບົນພື້ນຖານບັນດາຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມຄັ້ງນີ້, ຈະມີຄຳສັ່ງຂອງທ່ານນາຍົກລັດຖະມົນຕີກ່ຽວກັບການພັດທະນາເສດຖະກິດຈຸດສຸມທາງພາກໃຕ້ ເພື່ອເປັນພື້ນຖານການຈັດຕັ້ງປະຕິບັດ. ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຢືນຢັນວ່າ:

  ເຂດເສດຖະກິດຈຸດສຸມທາງພາກໃຕ້ສືບຕໍ່ນຳໜ້າເສດຖະກິດຫວຽດນາມ ຢ່າງແຮງ ແລະ ໝັ້ນຄົງກ່ວາອີກ. ຢາກໃຫ້ເຂດເສດຖະກິດຈຸດສຸມທາງພາກໃຕ້ສືບຕໍ່ພັດທະນາໄວ, ໝັ້ນຄົງ, ນຳໜ້າເສດຖະກິດຂອງທົ່ວປະເທດ, ຕ້ອງເອກະພາບທັດສະນະພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ ແມ່ນພັດທະນາມີລັກສະນະຮ່ວມສຳພັນກັບບັນດາແຂວງ ນະຄອນໃນເຂດເປັນລະບົບດຽວ.

   ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງສ້າງກົນໄກປະສານງານເຄືອ່ນໄຫວຂອງເຂດທີ່ແຂງແຮງ, ບໍ່ມີຂໍ້ຜູກມັດ ຫລືແບງແຍກອານາເຂດການປົກຄອງ, ຈັດຕັ້ງການຈັດແບງລົງທຶນຜະລິດຢ່າງຈະແຈ້ງ, ບໍ່ພັດທະນາແບບຊ້ອນກັນ ພາໄປເຖິງການແກ້ງແຍ້ງບໍ່ດີ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 8 ແຂວງໃນເຂດ ຈົ່ງສູ້ຊົນຮອດປີ 2020 ລ້ວນແຕ່ດຸນດ່ຽງງົບປະມານດ້ວຍຕົນເອງໄດ້. ເຂດຕ້ອງສົມທົບກັບບັນດາກະຊວງ, ຂະແໜງການຢ່າງແໜ້ນແຟ້ນ, ປະຕິບັດບັນດາການເຄື່ອນໄຫວປະສານສົມທົບທີ່ຮຽກຮ້ອງການຮ່ວມສຳພັນລະຫວ່າງບັນດາຊວງ ຂະແໜງການໃນເຂດເປັນຢ່າງດີ./.

ຕອບກັບ

ຂ່າວ/ບົດ​ອື່ນ