ບໍ​ລິ​ຫານ​ທຸລະ​ກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຈາກສະພາບການຕົວຈິງຂອງການແຜ່ລະບາດຄັ້ງຕ່າງໆຂອງໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ການບໍລິຫານທຸລະກິດ ແມ່ນບາດກ້າວເດີນ, ແມ່ນມາດຕະການທີ່ມີຄວາມໝາຍສຳຄັນສຳລັບການຄົງຕົວ ແລະ ການພັດທະນາຂອງວິສາຫະກິດ ໂດຍສະເພາະແມ່ນບັນດາວິສາຫະກິດ startup ຂະໜາດນ້ອຍ ແລະ ກາງ, ເຊິ່ງເປັນບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກວ່າໝູ່. ເພາະສະນັ້ນ, ເມື່ອໂລກລະບາດແຜ່ລະບາດຄັ້ງໃຫຍ່ ແລະ ພວມມີການຜັນແປຢ່າງສັບສົນ, ການບໍລິຫານທຸລະກິດສືບຕໍ່ໄດ້ຮັບການປຶກສາຫາລືຢ່າງຫຼວງຫຼາຍຈາກບັນດານັກຊ່ຽວຊານ, ນັກເສດຖະກິດ ແລະ ບັນດານັກທຸລະກິດ, ວິສາຫະກິດເອງ.

ປີ 2020, ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຮອບທຳອິດ, ບໍລິສັດຫຸ້ນສ່ວນ ບຳລຸງສ້າງ ແລະ ຮ່ວມມືສາກົນ INCOMAS - ເຊິ່ງເປັນວິສາຫະກິດ startup ຂະໜາດນ້ອຍໃນຂົງເຂດການສຶກສາຂອງ ທ່ານປະລິນຍາໂທຂະແໜງສັງຄົມສາດ, ນັກທຸລະກິດ ຍິງ ເຈິ່ນຕູຮວາ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເພື່ອໃຫ້ວິສາຫະກິດສາມາດຄົງຕົວໄດ້ໃນສະພາບທີ່ຫຍຸ້ງຍາກແບບບໍ່ເຄີຍມີມາກ່ອນນີ້, ທ່ານນາງຜູ້ອຳນວຍການ ເຈິ່ນຕູຮວາ ຈຳເປັນຕ້ອງປ່ຽນແປງ ແລະ ດັດປັບວຽກງານການບໍລິຫານ. ຕາມນັ້ນແລ້ວ, ເພິ່ນຕັດສິນໃຈຫຼຸດຜ່ອນລາຍຈ່າຍລົງລະດັບຕ່ຳສຸດ ດ້ວຍການສົ່ງສະຖານທີ່ເຊົ່າຫ້ອງການຄືນ, ພ້ອມກັນນັ້ນ ກໍໃຫ້ພະນັກງານເອົາວຽກເມືອເຮັດຢູ່ເຮືອນ. ນອກຈາກນັ້ນ, ເພິ່ນຍັງຍາດແຍ່ງທ່າແຮງຂອງເວັບໄຊບໍລິສັດ ແລ້ວຕັດສິນໃຈຂາຍເຄື່ອງອອນລາຍເພີ່ມເຕີມເພື່ອເພີ່ມລາຍຮັບ. ບໍ່ພຽງແຕ່ເທົ່ານັ້ນ, ທ່ານນາງ ເຈິ່ນຕູຮວາ ຍັງຕັດສິນໃຈເຮັດວຽກໃຫ້ບໍລິສັດອື່ນນຳອີກ ເພື່ອມີລາຍຮັບເພີ່ມມາຮັກສາການເຄື່ອນໄຫວຂອງບໍລິສັດຂອງຕົນ. ຍ້ອນປະຕິບັດການປ່ຽນແປງຫຼາຍຢ່າງທີ່ມີລັກສະນະປະຕິວັດກ່ຽວກັບແບບວິທີການບໍລິຫານນີ້, ຮອດທ້າຍປີ 2020, ບໍລິສັດ INCOMAS ໄດ້ເປີດປະຕູເຄື່ອນໄຫວຄືນໃໝ່, ຟື້ນຟູການເຄື່ອນໄຫວເປັນປົກກະຕິ. ທ່ານນາງ ເຈິ່ນຕູຮວາ ແບ່ງປັນວ່າ:

“ບົດຮຽນທຳອິດ ແມ່ນຕ້ອງມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳ ແລະ ຍາດແຍ່ງກາລະໂອກາດ. ຄວນສຸມໃສ່ບັນດາວຽກງານທີ່ສາມາດຫາລາຍຮັບມາໃຫ້ບໍລິສັດ. ໝາຍຄວາມວ່າ ຕ້ອງເຮັດແນວໃດເພື່ອເສີມກຳລັງແຮງດ້ວຍຕົນເອງ. ຂ້າພະເຈົ້າໄດ້ມີການປ່ຽນແປງຫຼາຍຢ່າງ. ພວກຂ້າພະເຈົ້າຖືວ່າ ບໍ່ຄວນຮັກສາແນວຄິດເດີມເພື່ອສືບຕໍ່ຮັກສາຄວາມໃຝ່ຝັນ, ແທນທີ່ນັ້ນຕ້ອງຊອກຫາວິທີດຳເນີນທຸລະກິດດ້ວຍຫຼາຍຮູບຫຼາຍແບບ. ດັ່ງນັ້ນ, ເຖິງວ່າແມ່ນຫົວໜ່ວຍເຄື່ອນໄຫວໃນຂົງເຂດການສຶກສາ ແຕ່ພວກຂ້າພະເຈົ້າກໍໄດ້ຕັດສິນໃຈເປີດກວ້າງການເຄື່ອນໄຫວໄປດຳເນີນທຸລະກິດ. ການດຳເນີນທຸລະກິດດັ່ງກ່າວ ແມ່ນເພື່ອແນໃສ່ເອົາສັ້ນລ້ຽງຍາວ, ຮັກສາລາຍຮັບໃນສະເພາະໜ້າ ເພື່ອຮັບມືກັບສະພາບການຕົວຈິງໃນປັດຈຸບັນ”.

ຕາມທ່ານປະລິນຍາໂທ ເລມິນດ້າວ, ອາຈານພາກວິຊາເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລປ່າໄມ້, ນັກຊ່ຽວຊານໃຫ້ຄຳປຶກສາແກ່ວິສາຫະກິດຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ແລ້ວ, ເລື່ອງຍອມຮັບປ່ຽນແປງເພື່ອຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ ຂອງບໍລິສັດ INCOMAS ແລະ ນັກທຸລະກິດ ເຈິ່ນຕູຮວາ ແມ່ນໜຶ່ງໃນບັນດາຕົວຢ່າງທີ່ມີຊີວິດຊີວາໃນຕົວຈິງ ກ່ຽວກັບຄວາມສາມາດຜ່ານຜ່າຄວາມຫຍຸ້ງຍາກຂອງວິສາຫະກິດ ຫວຽດນາມ ເວົ້າລວມ, ຂອງບັນດາ startup ເວົ້າສະເພາະໃນສະພາບການໂລກລະບາດໂຄວິດ - 19. ຈາກສະພາບການຕົວຈິງດັ່ງກ່າວ ບວກກັບປະສົບການທີ່ຖອດຖອນມາໄດ້ໃນໄລຍະຮ່ຳຮຽນ ແລະ ເຮັດວຽກເປັນເວລາຍາວນານຢູ່ ເຢຍລະມັນ, ທ່ານປະລິນຍາໂທ ເລມິນດ້າວ ຖືວ່າ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງສຳຄັນທີ່ສຸດແມ່ນວິສາຫະກິດ, ນັກທຸລະກິດຕ້ອງມີຄວາມຕັດສິນໃຈ ແລະ ມານະພະຍາຍາມ.

“ເພື່ອຜ່ານຜ່າວິກິດການໃນປັດຈຸບັນ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ຈຸນລະວິສາຫະກິດ ຄວນສຳຫຼວດກວດຄືນປັດໄຈສະພາບແວດລ້ອມມະຫາພາກ, ບັນດາປັດໄຈທີ່ສົ່ງຜົນກະທົບເຖິງການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດໃນແຕ່ລະຂົງເຂດ. ທີສອງແມ່ນຊອກຫາກາລະໂອກາດ, ແຫຼ່ງກຳລັງທົດແທນ, ໂອກາດຮ່ວມມືໃໝ່, ກ້າຮັບເອົາສິ່ງໃໝ່ໆ, ຊອກຫາບັນດາກາລະໂອກາດໃໝ່, ຕະຫຼາດໃໝ່, ສະໜອງບັນດາຜະລິດຕະພັນ, ການບໍລິການໃໝ່. ຕ້ອງຍາດແຍ່ງເອົາໂອກາດນີ້ ເພື່ອຍົກສູງກຳລັງແກ້ງແຍ້ງພາຍໃນປະເທດ ແລະ ສາກົນ. ໃນວຽກງານບໍລິຫານວິສາຫະກິດ ຄວນເອົາໃຈໃສ່ເຖິງ 5 ຂົງເຂດພື້ນຖານຄື: ປັບປຸງສະມັດຕະພາບ; ຍົກສູງຄຸນນະພາບການບໍລິການ; ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ; ປັບປຸງ logistic, ມອບສິນຄ້າເຖິງມືຜູ້ບໍລິໂພກຢ່າງວ່ອງໄວດ້ວຍຄຸນນະພາບທີ່ດີທີ່ສຸດ; ປັບປຸງສະພາບແວດລ້ອມເຮັດວຽກໃຫ້ແກ່ຊາວຜູ້ອອກແຮງງານ. ນອກຈາກນັ້ນ, ຄວນເອົາໃຈໃສ່ເຖິງພື້ນຖານວັດທະນະທຳ ແລະ ຄຸນຄ່າວັດທະນະທຳມະນຸດຂອງວິສາຫະກິດ, ພິເສດແມ່ນ ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຄວາມຜູກພັນ, ເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກ”.

ບໍ​ລິ​ຫານ​ທຸລະ​ກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (ພາບ:VGP)

ໂດຍມີທັດສະນະເຊັ່ນດຽວກັນ, ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ກໍຖືວ່າ:

“ການຮັກສາການເຄື່ອນໄຫວ, ການຄົງຕົວຂອງວິສາຫະກິດ ແລະ ສາມາດພັດທະນາພາຍຫຼັງໂລກລະບາດໄດ້ຄືແນວໃດ, ດ້ານໜຶ່ງແມ່ນຂຶ້ນກັບສະພາບເສດຖະກິດ, ແຕ່ດ້ານໜຶ່ງແມ່ນຂຶ້ນກັບຄວາມມານະພະຍາຍາມຂອງບັນດາວິສາຫະກິດເອງ. ໃນໄລຍະສັ້ນໆນີ້, ສິ່ງສໍາຄັນທີ່ສຸດລຳລັບວິສາຫະກິດແມ່ນຕ້ອງຫຼຸດຜ່ອນລາຍຈ່າຍ, ພະຍາຍາມຮັກສາວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານດ້ວຍຫຼາຍວິທີ. ໃນວິກິດການນີ້, ຕະຫຼາດໂລກຈະໄດ້ຮັບການສ້າງຕັ້ງໂຄງປະກອບຄືນໃໝ່. ບັນດາພື້ນຖານເສດຖະກິດຈະມີຄວາມເອົາໃຈໃສ່ເຖິງການປົກປ້ອງຕະຫຼາດພາຍໃນປະເທດຫຼາຍກວ່າເກົ່າ. ສຳລັບ ຫວຽດນາມ, ຕະຫຼາດທີ່ມີປະຊາກອນເກືອບ 100 ລ້ານຄົນນີ້ ຈະແມ່ນແຫຼ່ງຊັບພະຍາກອນທີ່ໃຫຍ່ຫຼວງທີ່ສຸດໃຫ້ແກ່ບັນດາວິສາຫະກິດຂອງພວກເຮົາສາມາດຂຸດຄົ້ນໄດ້”.

ເພື່ອຮັບມືກັບສະພາບການໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ, ແຕ່ລະບໍລິສັດ, ແຕ່ລະວິສາຫະກິດ ຕ້ອງສ້າງວິທີການບໍລິຫານສະເພາະໃຫ້ແກ່ຕົນເອງ, ຕ້ອງມີການເຄື່ອນໄຫວຢ່າງມີໄຫວພິບ ແລະ ເໝາະສົມ. ໃນນັ້ນ, ຄວນເອົາໃຈໃສ່ເຖິງການສ້າງສະພາບແວດລ້ອມ ແລະ ວັດທະນະທຳເຮັດວຽກ; ຢຶດໝັ້ນກັບເປົ້າໝາຍ ແຕ່ບໍ່ຄວນຢຶດຕິດກັບວິທີເກົ່າ; ກຳນົດຢ່າງຈະແຈ້ງພາລະກຳ, ຄຸນຄ່າຫຼັກແຫຼ່ງ ແລະ ວິໄສທັດເຊິ່ງວິສາຫະກິດຢາກເດີນຕາມ./.

ຕອບກັບ

ຂ່າວ/ບົດ​ອື່ນ