ບ່າເຣ້ຍ -ຫວູງເຕົາ ຜ່ານຜ່າຄວາມຫຍຸ້ງຍາກເພື່ອດຶງດູດກະແສການລົງທຶນໃຫມ່

(VOVWORLD) - ຕໍ່ຫນ້າຄວາມຫຍຸ້ງຍາກໃນການດຶງດູດການລົງທຶນຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ -19, ມີເຂດອຸດສາຫະກຳຫລາຍແຫ່ງຢູ່ ບ່າເຣ້ຍ - ຫວູງເຕົາ ໄດ້ຊອກຫາວິທີຫັນປ່ຽນຢ່າງວ່ອງໄວ, ມີໄຫວພິບ, ຍາດແຍ່ງດ້ານດີຂອງສື່ສັງຄົມອອນລາຍເພື່ອໂຄສະນາໂຄງການ, ບັນດານະໂຍບາຍບຸລິມະສິດມາຍັງບັນດານັກລົງທຶນ. ດ້ວຍຄວາມຂະຫຍັນຂັນເຄື່ອນໄດ້ມີຫລາຍບົດບັນທຶກຊ່ວຍຈຳ, ຄຳໝັ້ນສັນຍາ, ຂໍ້ຕົກລົງ ແລະ ການມັດຈຳເພື່ອຮັກສາຫນ້າພຽງທີ່ດິນ ໄດ້ຮັບການປະຕິບັດ.

 
ບ່າເຣ້ຍ -ຫວູງເຕົາ ຜ່ານຜ່າຄວາມຫຍຸ້ງຍາກເພື່ອດຶງດູດກະແສການລົງທຶນໃຫມ່ - ảnh 1ເຂດອຸດສາຫະກຳ ຟູໝີ້ 3 ກຽມພື້ນຖານໂຄງລ່າງເພື່ອດຶງດູດກະແສລົງທຶນໃຫມ່. (ພາບ: ລືວເຊີນ)

ເຂດອຸດສາຫະກຳ ເດີດດໍ໋ 1 ແຂວງ ບ່າເຣ້ຍ - ຫວູງເຕົາ ນຳເຂົ້າເຄື່ອນໄຫວນັບແຕ່ທ້າຍປີ 2009 ດ້ວຍຂອບຂະຫນາດ 500 ເຮັກຕາ, ມາຮອດທ້າຍປີ 2019, ເຂດອຸດສາຫະກຳນີ້ດຶງດູດເກືອບ 20 ນັກລົງທຶນອະສັງຫາລິມະຊັບດ້ວຍ 80% ເນື້ອທີ່ດິນໃຫ້ເຊົ່າ.

 ທ່ານ ຫງວຽນຄັກແທງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນເຂດອຸດສາຫະກຳ ຕິນເຫງ໋ຍ - ເຟືອງດົງ, ເຈົ້າຂອງການລົງທຶນເຂດອຸດສາຫະກຳ ເດີດດໍ໋ 1 ໃຫ້ຮູ້ວ່າ: ນັບແຕ່ທ້າຍປີ 2019 ຍ້ອນໂລກລະບາດໂຄວິດ 19 ເກີດຂຶ້ນ, ມີຫລາຍນັກລົງທຶນຕ່າງປະເທດ ບໍ່ສາມາດມາຫວຽດນາມ ເພື່ອຊອກຫາກາລະໂອກາດລົງທຶນໄດ້. ສະນັ້ນເພື່ອດຶງດູດບັນດານັກລົງທຶນອະສັງຫາລິມະຊັບເຂດອຸດສາຫະກຳ ເດີດດໍ໋ໄດ້ປ່ຽນແປງວິທີສຳຜັດກັບລູກຄ້າ, ໄດ້ນຳໃຊ້ zalo, Skype…ເພື່ອໂຄສະນາຮູບພາບ, ຂອບຂະຫນາດພື້ນຖານໂຄງລ່າງຂອງເຂດອຸດສາຫະກຳ.

ມາຮອດປະຈຸບັນ, ເຂດອຸດສາຫະກຳ ເດີດດໍ໋ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ມັດຈຳກັບ 11 ວິສາຫະກິດຢູ່ພາຍໃນປະເທດ ແລະ ນັກລົງທຶນຕ່າງປະເທດ, ໃນນັນ ມີວິສາຫະກິດມາຈາກ ອາເມລິກາ, ສ.ເກົາຫລີ.. ທ່ານ ຫງວຽນຄັກແທງ ໃຫ້ຮູ້ວ່າ:

ປະຈຸບັນ ພວກຂ້າພະເຈົ້າໄດ້ລົງນາມບົດບັນທຶກຊ່ວຍຈຳຫລາຍສະບັບ, ໃນນັ້ນ ສ່ວນຫລາຍແມ່ນນັກລົງທຶນຕ່າງປະເທດ. ເຂົາເຈົ້າສ່ວນຫລາຍຢາກມາລົງທຶນ ແຕ່ຍ້ອນໂລກລະບາດໂຄວິດ -19 ລະບາດຮອບໃຫມ່ ສະນັ້ນ ປະຈຸບັນ ບັນດານັກລົງທຶນຍັງຄິດໄລ່ຊັ່ງຊາເວລາ ແລະ ແຜນການລົງທຶນ

ບ່າເຣ້ຍ -ຫວູງເຕົາ ຜ່ານຜ່າຄວາມຫຍຸ້ງຍາກເພື່ອດຶງດູດກະແສການລົງທຶນໃຫມ່ - ảnh 2ນັກລົງທຶນຢູ່ ບ່າເຣ້ຍ - ຫວູງເຕົາສ່ວນຫລາຍໄດ້ເອື້ອອຳນວຍຄວາມສະດວກໃນການກໍ່ສ້າງໂຄງການ. (ພາບ: ລືວເຊີນ)

ໄລຍະຜ່ານມາ ດ້ວຍຫລາຍຮູບການສຳຜັດອື່ນໆອີກຄື: ກອງປະຊຸມສຳມະນາແບບທາງໄກ, ການໂຄສະນາຜ່ານຫນ້າເວັບຂອງບັນດາອົງການການຄ້າຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫລີ.. ມາຮອດປະຈຸບັນ ເຂດອຸດສາຫະກຳ ຟູໝີ້ 3 ໄດ້ມີ 10 ລູກຄ້າຈາກ ຍີ່ປຸ່ນ, ສ.ເກົາຫລີ ລົງນາມບົດບັນທຶກຄວາມເຂົ້າໃຈ, ເຊັນສັນຍາຈອງຫນ້າພຽງ ໃນໄລຍະ 1 ປີ. ທ່ານ Kazama Toshio,  ຮອງຜູ້ອຳນວຍການໃຫຍ່ ເຂດອຸດສາຫະກຳ ລົງເລິກຂະແໜງ ຟູໝີ້ 3 ແບ່ງປັນວ່າ:

ມີສັນຍານເປັນຫນ້າຊື່ນຊົມຈາກບັນດານັກລົງທຶນ ນັ້ນແມ່ນ ເຂົາເຈົ້າໄດ້ຕົງລົງມາລົງທຶນແລ້ວ ແລະ ພວມຢູ່ໃນໄລຍະກໍ່ສ້າງ ແລະ ກະກຽມນຳໂຄງການເຂົ້າເຄື່ອນໄຫວ. ນອກນັ້ນ ບັນດາໂຄງການທີ່ໄດ້ມີການເຄື່ອນໄຫວແລ້ວ ປະລິມານສິນຄ້າຜະລິດອອກມານັ້ນ ແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ

ຕາມການຄາດຄະເນຂອງບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ພາຍຫລັງໂລກລະບາດໄດ້ຮັບການຄວບຄຸມ, ກະແສການລົງທຶນຂອງວິສາຫະກິດ FDIເຂົ້າມາຍັງ ແຂວງ ບ່າເຣ້ຍ - ຫວູງເຕົາ ໃນຊຸມປີຈະມາເຖິງຈະສືບຕໍ່ເພີ່ມຂຶ້ນ. ທ່ານ ເລແທງລຽມ, ຮອງປະທານ ຄະນະກຳມະການປະຊາຊົນ ເມືອງ ເຈົາດຶກ ໃຫ້ຮູ້ວ່າ: ພາຍຫລັງໂລກລະບາດໄດ້ຮັບການຄວບຄຸມ, ທາງເມືອງ ພວມກະກຽມຫນ້າພຽງ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ນັກລົງທຶນອະສັງຫາລິມະຊັບມາຊອກຮູ້, ຊອກຫາກາລະໂອກາດລົງທຶນ.

ຕາມຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງແຂວງ ບ່າເຣ້ຍ - ຫວູງເຕົາ ແລ້ວ, ໄລຍະຜ່ານມາ ແຂວງໄດ້ສຸມໃສ່ສຳຫລວດກວດກາ, ດັດປັບການວາງແຜນຜັງເຂດອຸດສາຫະກຳຕາມທິດດຶງດູດການລົງທຶນໂດຍມີການຄັດເລືອກ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ຫນ້າພຽງຢ່າງມີປະສິດທິຜົນ ແລະ ກໍ່ສ້າງບັນດາກຸ່ມອຸດສາຫະກຳຮ່ວມສຳພັນນຳກັນ.

       ທ່ານ ຫງວຽນແອງຈຽດ, ຫົວຫນ້າ ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້ ຢູ່ ບັນດາເຂດອຸດສາຫະກຳໃນບໍລິເວນແຂວງ ມີເກືອບ 50 ນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນພວມສົນໃຈ, ລົງນາມໃນບົດບັນທຶກຊ່ວຍຈຳແລະ ຈອງຫນ້າພຽງດ້ວຍເນື້ອທີ່ກວ່າ 1000 ເຮັກຕາ. ເພື່ອດຶງດູດກະແສນັກລົງທຶນFDIເຂົ້າມາຫວຽດນາມ, ນັບແຕ່ນີ້ຮອດປີ 2030, ບ່າເຣ້ຍ- ຫວູງເຕົາ ຈະເປີດກວ້າງເຂດອຸດສາຫະກຳຕື່ມອີກ 8 ແຫ່ງ, ເພີ່ມຫນ້າພຽງກວ່າ 8000 ເຮັກຕາ ເພື່ອຕອບສະຫນອງຄວາມຕ້ອງການຂອງນັກລົງທຶນ.

 “ຈຳນວນນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ ໄດ້ຈອງຫນ້າພຽງປະມານ 630 ເຮັກຕາ. ເຂດອຸດສາຫະກຳ ເດີດດໍ໋ 1 ໄດ້ມີ 11 ນັກລົງທຶນລົງນາມບົດບັນທຶກຊ່ວຍຈຳ, ສ່ວນເຂດອຸດສາຫະກຳ ດ້າຍເຢືອງ ກໍ່ມີນັກລົງທຶນ ສ.ເກົາຫລີ, ຟູໝີ້ ມີ 1 ນັກລົງທຶນ, ກາຍແມັບ ມີ 2 ນັກລົງທຶນ. ເປັນອັນວ່າ ພາຍຫລັງໂລກລະບາດ ຍອດຈຳນວນນັກລົງທຶນຈະເຂົ້າມາເຊົ່າຫນ້າພຽງປະມານ 1000 ເຮັກຕາ

ດ້ວຍທິດນຳ “ທຸກສິ່ງທຸກຢ່າງເພື່ອຄວາມເພິ່ງພໍໃຈຂອງນັກລົງທຶນ”, ແຂວງບ່າເຣ້ຍ - ຫວູງເຕົາມີຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານປະຕິຮູບລະບຽບການບໍລິຫານຕາມທິດແກ້ໄຂລະບຽບການຢ່າງວ່ອງໄວ, ແຕ່ຍັງຄົງຮັບປະກັນໃຫ້ຖືກຕ້ອງຕາມການກຳນົດຂອງກົດໝາຍເພື່ອແນໃສ່ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດານັກລົງທຶນເຂົ້າມາເຄື່ອນໄຫວ, ມີຄວາມອຸ່ນອ່ຽນໃຈເພື່ອຜະລິດສິນຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ