ປຸກລຸກຈິດໃຈຫວຽດນາມ-ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ

(vovworld) - ປີ 2016 ​ເຊິ່ງ​ແມ່ນປີ​ທີ່ລັດ​ຖະ​ບານ​ຄັດ​ເລ​ືອກ​ເປັນ​ປີ​ເລີ່ມ​​ທຸ​ລະ​ກິດແຫ່ງ​ຊາດດ້ວຍ​ແຜນ​ຮ່າງ “ໜ​ູນ​ຊ່ວຍ​ລະ​ບົບ​ຊີ​ວະ​ພາບ​ເລີ່ມ​​ທຸ​ລະ​ກິດ​ຢ່າງ​ມີ​ຫົວ​ຄິ​ດ​ປະ​ດິດ​ສ້າງ​ແຫ່ງ​ຊາດ​ເຖິງ​ປີ 2025” ເຊິ່ງ​ຄາດ​ໝາຍ​ແມ່ນ​ສ້າງ​ກະ​ແສ​​ການລົງ​ທຶນ​ທີ່ 2. ຫວນ​ຄືນ​ປີ​ຜ່ານ​ມາ, ແຜນ​ຮ່າງ​ດັ່ງ​ກ່າວ​ບັນ​ລຸ​ໄດ້​ຜົນ​ງານ​ເບື້ອງ​ຕົ້ນ. ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​​ທຸ​ລະ​ກິດ, ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ກອງ​ທຶນ​​ເລີ່ມ​ທຸ​ລະ​ກິດ, ​ອົງ​ການ, ​ຊຸກ​ຍູ້ການ​ດຳ​ເນີນ​ທຸ​ລະ​ກິດ… ໄດ້​ເພີ່ມ​ຂຶ້ນ​ນັບ​ທັງ​ທາງ​ດ້ານ​ຈຳ​ນວນ ແລະ ຄຸນ​ນະ​ພາບ. ນັກ​ຂ່າວ ເວີນ​ແອງ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ “ປຸ​ກ​ລ​ຸກ​ຈິດ​ໃຈ​ຫວຽດ​ນາມ ເລີ່ມ​​ທຸ​ລະ​ກິດ​ປ່ຽນ​ໃໝ່​ຢ່​າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ”.


ປຸກລຸກຈິດໃຈຫວຽດນາມ-ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ - ảnh 1
(ເວັບ​ໄຊຈ່ອງ​ຫ້ອງ​​ພັກ​ຜ່ອນ
ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ Vntrip.vn)


ປີ 2016 ​ເຊິ່ງ​ແມ່ນ​ປີ​​ເລີ່ມ​​ທຸ​ລະ​ກິດວິ​ສາ​ຫະ​ກິດ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ, ພິ​ເສດ​ແມ່ນ​ລ​ຸ້ນ​ໜຸ່ມ. ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​​ທຸ​ລະ​ກິດ, ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ​້າງ​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ຄື Lozi - ​ແວັບ​ໄຊ​ສັງ​ຄົມ​ກ່ຽວ​ກັບ​ອ​າ​ຫານ​ການ​ກິນ, ຊື້​ຂາຍ​ເຄື່ອງແຟ​ຊັ​ນ ແລະ ເຄື່ອງ​ເອ​ເລກ​ໂຕ​ນິກ, Beeketing ດ້ວຍ​ມາດ​ຕະ​ການ​​ຕະ​ຫຼາດ online, ລະ​ບົບ​ຈ່ອງ​ຫ້ອງ​​ພັກ​ຜ່ອນຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ Vntrip.vn… ແວັບ​ໄຊ Lozi ມີຜ​ູ້ໃຊ້ປະ​ມານ 400.000 ຄົນ ແລະ ​ມີລ​າຍ​ຮັບ​ກວ່າ 1 ຕື້​ດົ່ງ/ເດືອນ ແລະ ໃນ​ເດືອນ 11/2016, ໄດ້​ຮັບ​ບ້​ວງ​ເງິນ​ລົງ​ທຶນ 1 ລ້ານ USD ຈາກ​ສ.ເກົາ​ຫຼີ. Beeketing ໄດ້​ຮັບ​​ທຶນ 150.000 USD ​ເງິນ​ຈາກກອງ​ທຶນ​ 500 startups ຢູ່​ຮ່ອມ​ພູ Silicon, ອາ​ເມ​ລິ​ກາ ແລະ ໄດ້​ຮັບ​ການ​ກຳ​ນົດ​ລາ​ຄາແມ່ນ 2,5 ລ້ານ USD. ​ເມື່ອແບ່ງ​ປັນ​​ບົດ​ຮຽນກ່ຽວ​ກັບ​ຜົນ​ສຳ​ເລັດ, ອ້າຍ ຫງວຽນ​ຮົ່ງ​ທ໋າຍ, ຜູ້​ອຳ​ນວຍ​ການ​ເຕັກ​ໂນ​ໂລ​ຊີ​ລະ​ບົບ​ຈ່ອງ​ຫ້ອງ​ພັກ​ຜ່ອນ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ Vntrip.vn ໃຫ້​ຮູ້​ວ່າ.

        “ສິ່​ງ​ສຳ​ຄັ​ນ​ເ​ຊິ່ງບັນ​ດາ​ນັກ​ລົງ​ທຶ​ນ​ເອົາ​ໃຈ​ໃສ່ນັ້ນ​ແມ່ນ​ການ​ກຳ​ນົດ​ທິດ​ຂອງ​ບໍ​ລິ​ສັດ. ບວກ​ກັບ​ຖັນ​ແຖວ​ພວມ​ເຄື່ອນ​ໄຫວ, ເຮັດ​ວຽກ​​ພ້ອມ​ກັບ​ບໍ​ລິ​ສັດ​​ແມ່ນ​ຄື​ແນວ​ໃດ. ຕົວ​ຢ່າງ​ຄື: Vntrip.vn ​ມີ​ຄວາມເອົາ​ໃຈ​ໃສ່​ເຖິງ​ຈຳ​ນ​ວນ​​ລູກ​ຄ້າ​​ກັບ​ຄືນ​ມາ Vntrip ກວ່າ​ເລື່ອງ​ລະ​ບົບ​ມີ​​ຈຳ​ນວນລູກ​ຄ້າ​​ມາໃໝ່​​ແມ່ນເທົ່າ​ໃດ”.

        ໄລ່​ຮອດ​ຈຸດ​ເວ​ລານີ້, ໃນ​ທົ່ວ​ປະ​ເທດ​ມີ​ວິ​ສາ​ຫະ​ກິດ​​ເລ​ີ່ມ​ທຸ​ລະ​ກິດປະ​ມານ 1800 ແຫ່ງ, ​ມີ 21 ຮາກ​ຖານ​ເຮັດກ້າ​ເບ້ຍ ແລະ 7 ອົງ​ການ​ຊຸກ​ຍູ​້​ການ​ດຳ​ເນີນ​ທຸ​ລະ​ກິດ. ບັນ​ດາ​ຮູບ​ແບບນີ້​ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ສຳ​ຄັນ​ໃນ​ການ​​ບຳ​ລຸງລ້ຽງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ໃຫ້​ວິ​ສາ​ຫະ​ກິດ​​​ເລ​ີ່ມ​ທຸ​ລະ​ກິດ​ຢູ່​ຫວຽດ​ນ​າມ. ຢືນ​ອັນ​ດັບ​ທີ 3 ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ດີ​ທີ່​ສຸດ​ໃນ​ໂລກ​ທີ່​ຄວນ​ລົງ​ທຶນ, ຫວຽດ​ນາມ ພວມດ​ຶງ​ດູດ​ບັນ​ດາ​ກອງ​ທຶນ​​​ສ່ຽງ​ໄພ​ໃນ​ທົ​່ວ​ໂລກ. ເດືອນ 02 Triipme ​ດຶງ​ດູດ​ເງິນ​ລົງ​ທຶນ​ໄດ້ 10 ຕື້​ດົ່ງ; MoMo ໂດຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນ M_Service ກຳ​ມະ​ສິດ ໄດ້​ຮັບ​ບ້​ວງ​ເງິນ​ລົງ​ທຶນ​ຂຶ້ນ​ເຖິງ 600 ກວ່າ​ຕື້​ດົ່ງ ແລະ ເດືອນ 05 Gotlt ໄດ້​ຮັບ​ບ້ວງ​ເງິນ 200 ຕື້​ດົ່ງ ແລະ ຖືກ​ຈັດ​ເຂົ້າ​ Top  2 ໃນ​ການ​ໝູນ​ໃຊ້ Apple Store… ເຖິງ​ຢ່າງ​ໃດ​ກໍ່​ຕາມ, ນີ້​ພຽ​ງ​ແຕ່​ແມ່ນ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ. ປະ​ຈຸ​ບັນ, ບັນ​ດາ​ພາກ​ສ່ວນ​ຂອງ​ລະ​ບົບ​ຊີ​ວະ​ພາບ​​​ເລ​ີ່ມ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ໄດ້​ມີ​ຢ່າງ​ຄົບ​ຖ້ວນ​ແລ້ວ, ແຕ່​ການ​ເຄື່ອນ​ໄຫວ​ຍັງ​ກະ​ແຈກ​ກະ​ຈາຍ​​ໃນ​ຂອບ​ຂະ​ໜາດ​ນ້ອຍ​​ຢູ່, ສະ​ນັ້ນ​ຍັງ​ບໍ່​ທັນ​ຕອບ​ສະ​ໜອ​ງ​ໄດ້​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຄົ​ມ​​​ເລ​ີ່ມ​ທຸ​ລະ​ກິດ. ບັນ​ດາ​ວິ​ສາ​ຫະ​ກິດ​​​ເລ​ີ່ມ​ທຸ​ລະ​ກິດຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ໂດຍ​ສະ​ເພາະ​ແມ່ນ​ການ​ປ​ັບ​ປຸງ​ກ່ຽວ​ກັບ​ລະ​ບຽ​ບ​ການ​ສະ​ໜອງ​ໜັງ​ສື​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ.

        ແລະ​ກໍ່​ໃນ​ປີ 2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ອະ​ນຸ​ມັດ​ຜ່ານ​ແຜນ​ຮ່າງ “ໜູນ​ຊ່ວຍ​ລະ​ບົບ​ຊີ​ວະ​ພາບ​​​ເລ​ີ່ມ​ທຸ​ລະ​ກິດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ແຫ່ງ​ຊາດ​ຮອດ​ປີ 2025”, ສຸມ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​​​ເລ​ີ່ມ​ທຸ​ລະ​ກິດ​ຄື: ສ້າງ​ປະ​ຕູ​ຖານ​ຂໍ້​ມູນ​​ລະ​ບົບ​​ຊີ​ວະ​ພາບເລ​ີ່ມ​ທຸ​ລະ​ກິດ​​ປ່ຽນ​ໃໝ່ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ແຫ່ງ​ຊາດ; ​ເຂດ​ເຕົ້າ​ໂຮມ​ການ​ບໍ​ລິ​ການ​ໜູນ​ຊ່ວຍ​ການ​​​ເລ​ີ່ມ​ທຸ​ລະ​ກິດ​ຢູ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່​ນ​ຕ່າງໆ; ເຊື່ອມ​ຕໍ່​ເຄືອ​ຂ່າຍ​​​ເລ​ີ່ມ​ທຸ​ລະ​ກິດ, ໜູນ​ຊ່ວຍ, ລົງ​ທຶນ​ສ່ຽງໄພ​ຂອງ​ຫວຽດ​ນາມ ກັບ​ສາ​ກົນ. ລັດ​ຖະ​ບານກໍ່​ປະ​ກ​າດ​ໃຊ້, ປັບ​ປຸງ, ເພີ່ມ​ເຕີ່ມ​ບັນ​ດາ​ເອ​ກະ​ສານ​ດ້ານ​ກົ​ດ​ໝາຍ ເພື່ອ​ຊຸກ​ຍູ້​ສະ​ພາບ​ແ​ວດ​ລ້ອມ​ແຫ່ງ​ການ​​​ເລ​ີ່ມ​ທຸ​ລະ​ກິດ, ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ… ຜ່ານນັ້ນ, ໃນ​ເບື້ອງ​ຕົ້ນ​​ໄດ້ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ນັບ​ທັງ​ດ້ານ​ຮູບ​ການ ແລະ ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕະ​ຫຼາດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ພາຍ​ໃນ​ປະ​ເທດ ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ຕະ​ຫຼາດ​ເຕັກ​ໂນ​ໂລ​ຊີ, ເຄື່ອງອ​ຸ​ປະ​ກອນ, ເຊື່ອມ​ຕໍ່​ການ​ສະ​ໜອງ - ຄວາມ​ຕ້ອງ​ການ​ດ​້ານ​ເຕັກ​ໂນ​ໂລ​ຊ​ີ ແລະ ວັນ​ບຸນ​​​ເລ​ີ່ມ​ທຸ​ລະ​ກິດ​ເຕັກ​ໂນ​ໂລ​ຊີ. ທ່ານ ເຈີ່​ນ​ວັນ​ຕຸ່ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ ໃຫ​້​ຮູ້​ວ່າ.

        “ພວກ​ເຮົາ​ຕ້ອງ​ຮັບ​ປະ​ກັນ​ສະ​ພາບ​ແວ​ດ​ລ້ອມ​ດ້ານ​ກົ​ດ​ໝາຍ, ​ໃຫ້​ມີ​ຄວາມເປີ​ດ​ເຜີຍ ກະ​​ຈ່າງ​ແຈ້ງ ໃນ​ວິ​ວັດ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​​ສານຈາກ​ບັນ​ດາ​ລະ​ບຽບ​ການ​ສ້າງ​ຕັ້ງ, ບັນ​ດາ​ການ​ເຄື່ອນ​ໄຫວ​​ທີ່ກ່ຽວ​ຂ້ອງ​ເຖິງ​ການ​​​ເລ​ີ່ມ​ທຸ​ລະ​ກິດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ນັກ​​​ເລ​ີ່ມ​ທຸ​ລະ​ກິດ​ຮູ້​ຈັກ​ເຖິງ ເພື່ອ​ແຊກ​ຊຶມ​ເຂົ້າ​​ສາງ​ຂໍ້​ມູນ​ຢ່າງ​ງ່າຍ​ດາຍ. ນອກນັ້ນ, ບັນ​ດາ​ເອ​ກະ​ສານ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ ກ​​ໍຕ້ອງ​ໄດ້​ຮັບ​ການ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນມ​ີ​ຄວາມ​ອຸ່ນ​​ອ່ຽນ​ໃຈ​ເມື່ອ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ”.

        ດ້ວຍ​ຈິດ​ໃຈໜູນ​ຊ່ວຍ​ການ​ເລີ່ມ​ທຸ​ລະ​ກິດ ແລະ ການ​ຊີ້​ນຳ​ຂອງ​ລັດ​ຖະ​ບານ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ເມື່ອ​ສ້າງ​ກົ​ດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ​ໄດ​້​ມີ​ພາກ​ໜຶ່ງ​​ທີ່​ສະ​ຫງວນໃຫ້​ວິ​ສາ​ຫະ​ກິດ​​​ເລ​ີ່ມ​ທຸ​ລະ​ກິດ, ໃນ​ນັ້ນ​ການ​ເຄື່ອນ​ໄຫວ​​​ເລ​ີ່ມ​ທຸ​ລະ​ກິດ​ນຳ​ເຂົ້າ​ໃນ​ກົດ​ໝາຍ ແລະ ສ້າງ​ເປັນ​ຂໍ້​ກຳ​ນົ​ດ​ຢ່າງ​ລະ​ອຽດ. ຄ​ຽງ​ຂ້າງນັ້ນ, ກົດ​ໝາຍ​ດັ່ງ​ກ່າວ ກ​ໍ​ມີ​ບັນ​ດາ​ຂ​ໍ​້ມາດ​ຕາ​​ນະ​ໂຍບ​າຍສະ​ເພາະ​ໃຫ້​ແຕ່​ລະ​ຮູບ​​ການ​​ເລ​ີ່ມ​ທຸ​ລະ​ກິດ. ສິ່ງ​ດັ່ງ​ກ່າວ​ຈະ​ສືບ​ຕໍ່​ປ​ຸກ​ລຸກ​ຈິດ​ໃຈ​​​ເລ​ີ່ມ​ທຸ​ລະ​ກິດ, ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄ​ິດ​ປະ​ດິດ​ສ້າງ​​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ