ປັບປຸງ, ສ້າງເຄື່ອງໝາຍຜະລິດຕະພັນກະເສດຫວຽດນາມພາຍຫລັງ 5 ປີເຂົ້າເປັນສະມາຊິກ WTO

(vovworld)-​ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ​ເຖິງ​ວ່າຖືກ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ​ກໍ​ຕາມ, ​ແຕ່​ຂະ​ແຫນງກະສິກຳ​ຫວຽດນາມຍັງ​ຄົງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຂົງ​ເຂດ​ພົ້ນ​ເດັ່ນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ. ພິ​ເສດ ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຄືຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​​ໃນ​ນ້ຳ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວົງ​​ເງິນ​ສົ່ງ​ອອກ​ສິນຄ້າລວມຂອງ​ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາຍຫລັງ 5 ປີ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​​ໂລກ(WTO), ຜະລິດ​ຕະພັນ​ສົ່ງ​ອອກ​ຫລາຍ​ປະ​ເພດ​ບໍ່​ທັນ​ນຳ​ມາ​ເຊິ່ງມູນຄ່າ​​ສົ່ງ​ອອກ​ສູງ, ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຮົ້ວ​ກີດຂວາງ​ພາສີ​ຈາກ​ບັນດາ​ປະ​ເທດນຳ​ເຂົ້າສິນຄ້າ​ເປັນ​ປະຈຳ. ສິ່ງ​ດັ່ງກ່າວ​ເປັນສິ່ງ​ທ້າ​ທາຍ​ໃຫ້​ແກ່​ຂະ​ແຫນງ​ກະສິກຳ​ ຫວຽດນາມ ພາຍຫລັງ​ເຂົ້າ​ເປັນ​ສະມາຊິກ WTO.

ປັບປຸງ, ສ້າງເຄື່ອງໝາຍຜະລິດຕະພັນກະເສດຫວຽດນາມພາຍຫລັງ 5 ປີເຂົ້າເປັນສະມາຊິກ WTO - ảnh 1
ການ​ສົ່ງ​ອອກ​ກະສິກຳ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ​ກວມ 25-30% ​​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ​ຫວຽດນາມໃນ 5 ປີຜ່ານມາ
ພາບ:internet

        ​ຜ່ານ​ 25 ປີ​ແຫ່ງ​ການ​ປ່ຽນ​ໃຫມ່ ພື້ນຖານ​ກະສິກຳ​ຫວຽດນາມ ບັນລຸ​ໄດ້ຜົນ​ງານຫລາຍ​ຢ່າງ, ການ​ຜະລິ​ດພັດທະນາ​ຢ່າງຮອບດ້ານ ​ແລະ ​ເປັນ​ປົກກະຕິ ດ້ວຍ​ລະດັບເຕີບ​ໂຕ​ສະ​ເລ່ຍ 4,3%/ປີ; ​ໃນ​ນັ້ນ​ການ​ສົ່ງ​ອອກ​ກະສິກຳ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ຍາມ​ໃດ​ກໍ​ກວມ 25-30% ​​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ​ໃນ 5 ປີຜ່ານມາ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ມີຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ບາງ​ປະ​ເພດ​ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ໃນ​​ເວທີ​ສາກົນ​ຄື: ການ​ສົ່ງ​ອອກ​ເຂົ້າສານ​ບາງ​ປະ​ເພດຂອງ​ຫວຽດນາມ​ຢືນ​ອັນ​ດັບ 2 ​ໃນ​ໂລກ,  ການ​ສົ່ງ​ອອກກາ​ເຟ, ໝາກມ່ວງ​ຫິມະພານ, ຢາງພາລາ ​ແລະ ສິນ​ໃນ​ນ້ຳ​ລ້ວນ​ແຕ່​ຖືກ​ຈັດ​ໃນ​ຈຳນວນ​ປະ​ເທດນຳ​ຫນ້າຂອງ​ໂລກ. ພາຍຫລັງ 5 ປີ​ເຂົ້າ​ເປັນ​ສະມາຊິກ WTO, ຕະຫລາດ​ສົ່ງ​ອອກ​​ຜະລິດຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ມີ​ທີ​່ຕັ້ງ​ຢູ່​ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຈຳນວນ​ຫນຶ່ງ​ຄື: ຍີ່​ປຸ່ນ, ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດສະຫະພາບ​ເອີ​ລົບ( ອີ​ຢູ). ຕໍ່ຫນ້າ​ການ​ກະທົບ​ຈາກ​ວິ​ກິດ​ການ, ການ​ເຕີບ​ໂຕ​ຂອງ​ຫລາຍຂະ​ແຫນງ​ຜະລິດ​​ຫວຽດນາມ ຖືກ​ຫລຸດ​ລົງ, ​ແຕ່​ຂະ​ແຫນງ​ກະສິກຳ​ຍັງ​ຄົງ​ບັນລຸ​ລະດັບ​ເຕີບ​ໂຕ​ສູງ. ປີ 2012, ສະ​ເພາະ​ຂະ​ແຫນງ​ສິນ​ໃນ​ນ້ຳ​ບັນລຸ​ວົງ​ເງິນ​ສົ່ງ​ອອກ 6,2 ຕື້ USD, ອັນ​ໄດ້ປະກອບສ່ວນ​ໃຫ້​ແກ່ GDP ຂອງ​ປະ​ເທດ​ຊາດ. ທ່ານ ​ເລ​ບາ​ລີກ, ສະມາຊິກ​ຂອງ​ສະຫະ​ສະມາຄົມ​ອາຫານ​ສັດລ້ຽງ ຫວຽດນາມ ຖື​ວ່າ:

        “ພາຍຫລັງ​ເຂົ້າ​ເປັນ​ສະມາຊິກ WTO, ​ໃນ​ຊຸມ​ປີຜ່ານມາ ຂະ​ແຫນງ​ກະສິກຳ​ຫວຽດນາມ ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ. ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກກໍ​ຕາມ, ​ແຕ່​ຂະ​ແຫນງ​ກະສິກຳ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຫລວງຫລາຍ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ.”

        ຄຽງ​ຄູ່​ກັບບັນດາ​ຜົນງານທີ່​ບັນລຸ​ໄດ້​ນັ້ນ, ວິວັດ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ WTO ​ໄດ້ ​ແລະ ພວມ​ວາງ​ອອກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ຕໍ່​ຂະ​ແຫນງ​ກະສິກຳ ຫວຽດນາມ. ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ເທົ່າ​ທີ່​ຄວນ ​ໄດ້​ເຮັດ​ໃຫ້​ມູນ​ຄ່າ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ບໍ່​ສູງ. ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກນັ້ນ, ມີ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ​ຫລາຍ​ປະ​ເພດ​ຍັງປະສົບ​ກັບ​ຮົ້ວ​ກີດຂວາງ​ດ້ານ​ພາສີ​, ນະ​ໂຍບາຍ​ອາລັກຂາ​ຢູ່​ຕະຫລາດ​​ໃຫຍ່ຈຳນວນ​ຫນຶ່ງ. ນີ້​ແມ່ນ​ບັນດາ​ບົດຮຽນ​ຊື່​ງຫວຽດນາມ ຄວນ​ຖອດ​ຖອນ​ເພື່ອ​ປັບປຸງ​ສະພາບ​ການ​ໃນ​ຕໍ່ໜ້າ. ທ່ານ ຫງວຽນ​ຫື​ວຢູງ, ປະທານ​ສະຫະ​ສະມາຄົມ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ​ສົ່ງ​ອອກຂອງ ຫວຽດນາມ ຖື​ວ່າ:

        “ຂະ​ແຫນງ​ສິນ​​ໃນ​ນ້ຳ​ເຂົ້າ​ຮ່ວມ​ຕະຫລາດ​ໂລກ​ມາ​ແຕ່​ດົນ​ນານ​ແລ້ວ, ​ແຕ່​ເມື່ອ​ເຂົ້າ​ເປັນ​ສະມາຊິກ WTO ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຂະ​ແຫນງ​ສິນ​ໃນ​ນ້ຳ​ຫວຽດນາມ, ຕົວຢ່າງ​ຄື: ກ່ອນ​ນີ້ ອາ​ເມ​ລິ​ກາ ສາມາດ​ຟ້ອງ​ຮ້ອງ​ພວກ​ເຮົາ​ກ່ຽວ​ກັບຕ້ານ​ການ​ຂາຍ​ບຸ​ບລາຄາ​ປາຈາ ຫລື​ກຸ້ງ, ​ແຕ່​ພາຍ​ຫລັງ​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ WTO ຫວຽດນາມ​ ກໍ່​ມີ​ສິດ​ຮ້ອງຟ້ອງ​ອາ​ເມ​ລິ​ກາ​ຂຶ້ນ WTO ​ກ່ຽວ​ກັບ​ກໍລະນີ​ຮ້ອງຟ້ອງກຸ້ງ, ກ່ຽວ​ກັບວິທີ​ຄິດ​ໄລ່​ຂອງ​ເຂົາ​ເຈົ້າ, ວິທີ​ນຳ​ໃຊ້​ນະ​ໂຍບາຍ​ຂອງ​ເຂົາ​ເຈົ້າ​ຖືກຕ້ອງ​ກັບ​ກົດໝາຍ​ຫຼື​ບໍແລະ ພວກ​ເຮົາ​​ໄດ້​ຮັບ​ໄຊຊະນະ​​ໃນ​ກໍ​ລະ​ນີດັ່ງກ່າວ.”

        ​ເລື່ອງ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ຜະລິດ​ຕະພັນ​ກະ​ເສດສົ່ງ​ອອກ ​ແມ່ນ​ຄຳ​ຮຽກຮ້ອງໃຫຍ່ ​ເມ່ືອ​ຫວຽດນາມ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ພິ​ເສດ​ແມ່ນ​ບັນຫາ​ອາລັກ​ຂາ​ຍີ່​ຫໍ້, ການ​​ແນະນຳ​ພູມສາດ​ສຳລັບ​ບັນດາ​​ຜະລິດ​ຕະພັນ​ກະ​ເສດ​ຄື: ກຸ້ງ, ປາ, ກາ​ເຟ… ​ເພື່ອ​ຫລີກ​ລ້ຽງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊາວ​ກະສິກອນ. ມີ​ບັນຫາ​ຫນຶ່ງ​ອີກ ນັ້ນ​ແມ່ນ​ຄວນ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ຂອງເຄື່ອງໝາຍ​​ຜະລິດ​ຕະພັນ​ກະ​ເສດ. ​ເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ, ຫວຽດນາມ ຄວນ​ຍູ້​ແຮງ​ການ​ຮັບ​ເອົາ​ວິທະຍາສາດ​ເຕັກນິກ, ​ເຕັກ​ໂລ​ໂລ​ຊີ​​ໃຫມ່, ຄວາມ​ຊຳນານ​ໃນ​ການ​ຄຸ້ມ​ຄອງ​ຢ່າງ​ກ້າວຫນ້າ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ ​ແລະ ບໍລິຫານ​ທຸລະ​ກິດ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ກວ່າ. ບັນດາ​ວິ​ສາ​ຫະກິດ​ຄວນ​ເອົາ​ໃຈ​ໃສ່​ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ, ປ່ຽນ​ໃຫມ່​ການ​ຄຸ້ມ​ຄອງ​, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ມີ​ລາ​ຄ່າ​ຜະລິດ​ຕະພັນ​ຕຳ່. ປະຕິບັດ​ພັນທະ​ຂອງ​ສະມາຊິກ​ຖືກ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​​ເມື່ອ​ເຂົ້າ​ເປັນ​ສະມາຊິກ WTO, ຫວຽດນາມ ຄວນ​ດຳ​ເນີນ​ການ​ປະຕິ​ຮູບ​ນະ​ໂຍບາຍ​ເສດຖະກິດ​ການ​ຄ້າ​ຕາມ​ທິດ​ໂປ່​ງ​ໃສ ​ແລະ ​ເສລີ​ຢ່າງ​ແຂງ​ແຮງກວ່າ. ການ​ປະຕິ​ຮູບ​ສະ​ແດງ​ໃຫ້​ເຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ນິຕິ​ກຳ ​ແລະ ລະບອບ​ລະບຽບ​ການ​ບໍ​ລິ​ຫານ, ການ​ເປີດ​ປະຕູ​ຂອງ​ຕະຫລາດ​ພາຍ​ໃນ.

        ຫວຽດນາມ ຕ້ອງ​ປະ​ຕິ​ບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ກອງ​ປະຊຸມ​ເສດຖະກິດ​ສາກົນ​ໃນ​ຂອບ​ເຂດ​ອົງການ​ການ​ຄ້າ​ໂລກ (WTO), ພາກ​ພື້ນ ​ແລະ ສອງ​ຝ່າຍຢ່າງ​ຄົບ​ຖ້ວນ. ​ໃນ​ນັ້ນ ມີ​ຄຳ​ໝັ້ນ​ສັນຍາ​​ໃຫມ່ທີ່ສຳ​ຄັນຈຳ​ນວນ​​ຫນຶ່ງຄື: ສັນຍາ​ການ​ຄ້າ​ເສລີ​ກັບ​ສະຫະພາບ​ເອີ​ລົບ, ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກຈະ​ໄດ້​ຮັບ​ການ​ເຈລະຈາ, ລົງ​ນາມ ​ແລະ ປະຕິບັດ​ດ້ວຍ​ຂອບ​​ເຂດ​ກວ້າງ​ຂວາງ​ກວ່າ ​ແລະ ລະດັບ​ໝັ້ນ​ໝາຍ​ເປີດ​ປະຕູ​ກໍ​ສູງ​ກວ່າ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປາ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ຍັງ​ຄົງ​ນຳ​ມາ​ເຊິ່ງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ​ກວ່າ, ​ເພາະສະ​ນັ້ນ ​ເລື່ອງ​ປັບປຸງ​ການສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ຍັງ​ຄົງ​ແມ່ນ​ບັນຫາ​ໄດ້​ຮັບຖື​ເປັນ​ສຳຄັນ​ເພື່ອ​ໃຫ້​ພື້ນຖານ​ກະສິກຳ​ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ