ປະຕູໜຶ່ງ, ບ່ອນຢຸດດຽວ-ຮູບແບບເປັນແບບຢ່າງໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ-ລາວ


(vovworld)- “ປະ​ຕູ​ໜຶ່ງ-ບ່ອນຢຸດດຽວ” ແມ່ນ​ຮູບ​ແບບ​ທີ່ເປັນ​ແບບ​ຢ່າງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຫວຽດ​ນາມ ໂດ​ຍ ກົມ​ພາ​ສີ​ສາ​ຂາ​ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ບ໋າວ ຊື່ງ​ແມ່ນ​ອົງ​ການ​ພາ​ສີ​ທຳ​ອິດ​ຂອງ​ຫວຽດ​ນາມ ປະ​ຕິ​ບັດ ພ້ອມ​ກັບ​ດ່ານ​ຊາຍ​ແດນ​ສາ​ກົນ ແດນ​ສະ​ຫວັນ ຂອງ​ລາວ. ຕາມ​ຮູບ​ແບບນີ້, ຜູ້​ໂດຍ​ສານ, ສິນ​ຄ້າ ແລະ ພາ​ຫະ​ນະ ເຂົ້າ​ອອກ​ເມືອງ ໂດຍ​ຝ່າຍ ລາວ ແລະ ຫວຽດ​ນາມ ສົມ​ທົມ​ກັນ​ກວດ​ກາ, ເຮັດ​ລະ​ບຽບ​ການ​ຢູ່​ປະ​ຕູ​ດຽວ, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ກໍ​ຄື​ປະ​ຊາ​ຊົນ​.

ປະຕູໜຶ່ງ, ບ່ອນຢຸດດຽວ-ຮູບແບບເປັນແບບຢ່າງໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ-ລາວ - ảnh 1
ດ່ານ​ຊາຍ​ແດນ​ລາວ​ບ໋າວ
ພາບ:internet

        ດ່ານ​ຊາຍ​ແດນ ລາວ​ບ໋າວ ເມືອງ ເຮືອງ​ຮ​ວາ ຫ່າງ​ຈາກ​ນະ​ຄອນ ດົງ​ຮ່າ ແຂວງ ກວ໋າງ​ຈີ້ ປະ​ມານ 80 ກິ​ໂລ​ແມັດ, ເຊື່ອມ​ຕໍ່​ດ່ານ​ຊາຍ​ແດນ​ສາ​ກົນ ແດນ​ສະ​ຫວັນ​ຂອງ​ລາວ ແລະ ນອນ​ໃນ​ແລວ​ເສດ​ຖະ​ກິດ ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ປີ 2005 ຫວຽດ​ນາມ ແລະ ​ລາວ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານກວດ​ກາຕາມ​ຮູບ​ແບບ “ປະ​ຕູ​ໜຶ່ງ-ບ່ອນ​ຢຸດ​ຽວ” ຢູ່​ດ່ານຊາຍ​ແດ​ນສາ​ກົນ ລາວ​ບ໋າວ (ຫວຽດ​ນາມ) - ແດນ​ສະ​ຫວັນ (ລາວ). ດ້ວຍ​ຮູບ​ແບບນີ້, ຜູ້​ໂດຍ​ສານ, ພາ​ຫະ​ນະ ແລະ ສິນ​ຄ້າ ພຽງ​ແຕ່​ຕ້ອງເຮັດ​ລະ​ບຽບ​ການ​ຢູ່​ບ່ອນດຽວ​ ສະ​ນັ້ນ ​ເວ​ລາ​ລໍ​ຖ້າ​ ກໍ​ຄື​ຄ່າ​ຂົນ​ສົ່ງສິນ​ຄ້າໄດ້ຫລຸດ​ຜ່ອນຫລາຍ​ສົມ​ຄວນ ​ເພື່ອ​ຮັບ​ໃຊ້​ໃຫ້​ວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ​ຂອງ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ. ທ່ານ ດີງງອກ​ແທງ, ຫົວ​ຫນ້າ​ກົມ​ພາ​ສີ​ສາ​ຂາ​ດ່ານ​ຊາຍ​ແດນ ລາວ​ບາວ ສັງ​ກັດ ກົມ​ພາ​ສີ​ແຂວງ ກວ໋າງ​ຈີ້ ໃຫ້​ຮູ້​ວ່າ: ປະ​ຕິ​ບັດ​ຮູບ​ແບບກວດ​ກາ​ດັ່ງ​ກ່າວ ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ກ່ຽວ​ກັບ​ວຽກ​ງານ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຢູ່​ດ່ານ​ຊາຍ​ແດນ​ຢ່າງ​ເຫັນ​ໄດ້​ຊັດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ຫລາຍ​ຢ່າງ​ໃຫ້​​ຜູ້​ໂດຍ​ສານ, ພາ​ຫະ​ນະ, ສິນ​ຄ້າ​ເຂົ້າ​ອອກ​ເມືອງຜ່ານ​ຊາຍ​ແດນ. ນອກນັ້ນ ຮູບ​ແບບນີ້ ຍັງ​ຊ່ວຍ​ຮັດ​ແຫນ້ນ​ນ້ຳ​ໃຈ​ສາ​ມັກ​ຄີ, ຫນູນ​ຊ່ວຍ, ຊ່ວຍ​ເຫລືອ ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ ແລະ ລາວ.

        “ໂດຍ​ປະ​ຕິ​ບັດ​ຮູບ​ແບບນີ້, ວຽກ​ງານ​ຕ້ານ​ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ​​ມີ​ປະ​ສິດ​ທິ​ຜົນທີ່​ສຸ​ດ. ເມື່ອ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ສົມ​ທົບ​ກັນ​ປະ​ຕິ​ບັດ  ເປັນ​ເຈົ້າ​ການ​​ສະ​ຫນອງ​ຂໍ້​ມູນ​ຂ່າວ​ໃຫ້​ກັນ​ເພື່ອ​ປ້ອງ​ກັນ ແລະ ມີ​ມາດ​ຕະ​ການ​ແກ້​ໄຂ​, ມ​ີ​ແຜນ​ການ​ຕໍ່​ສູ້​ປ້ອງ​ກັນ,ຕ້ານ​ການ​ຄ້າ​ເຖື່ອນ ແລະ ສໍ້​ໂກງ​ການ​ຄ້າ ຢ່າງ​ທັນ​ການ. ສະ​ນັ້ນ ນັບ​ແຕ່​ຕົ້ນ​ເດືອນ 1/2015 ມາ​ຮອດ​ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ບັນ​ດາ​​ກ​ໍ​ລະ​ນີເຮັດ​ລະ​ບຽບ​ການ​ພາ​ສີ​ຜິດ,  ສ່ວນການ​ຄ້າ​​ເຖື່ອນກໍ​ຫລຸດ​ລົງ.”

          ປະ​ຈຸ​ບັນ, ຢູ່ ບ່ອນ​ເຮັດ​ລະ​ບຽບ​ການ​ພາ​ສີ ຫລື​ຢູ່​ສະ​ຖານ​ທີ່ກວດ​ກາ​ສິນ​ຄ້າ ລ້ວນ​ແຕ່​ມີ​ພະ​ນັກ​ງານ​ພາ​ສີ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ກຳ​ລັງ​ກວດກາ​ໂລກ​ລະ​ບາດ ລາວ ແລະ ຫວຽດ​ນາມ​ສົມ​ທົບ​ກັນ​ແກ້​ໄຂ​ລະບຽບ​ການການ​ແຈ້ງ​ພາສີໃຫ້​​ເຈົ້າ​ຂອງສິ​ນ​ຄ້າ, ຜູ້​ໂດຍ​ສານ, ພາ​ຫະ​ນະເຂົ້າອອກ​ເມືອງຢ່າງວ່ອງ​ໄວ. ທ່ານ ດີງງອກ​ແທງ, ຫົວ​ຫນ້າ​ກົມ​ພາ​ສີ​ສາ​ຂາ ດ່ານ​ຊາຍ​ແດນ​ລາວ​ບ໋າວ ໃຫ້​ຮູ້​ວ່າ: ເວ​ລາ​ເຮັດ​ລະ​ບຽບ​ການ​ໃຫ້​ ສິນ​ຄ້າ​ງວດ​ໜຶ່ງພຽງ​ແຕ່​ເສຍ​ເວ​ລາ 10-15 ນາ​ທີ​ເທົ່າ​ນັ້ນ.

        “ຄູ່​ດ່ານ​ຊາຍ​ແດນ ລາວ​ບາວ -ແດນ​ສະ​ຫວັນ ປະ​ຈຸ​ບັນ ແມ່ນ ຄູ່​ດ່ານ​ຊາຍ​ແດນ​ຫນຶ່ງ​ດຽວ​ໃນ​ທົ່ວ​ປະ​ເທດ​​ທີ່ເຮັດ​ວຽກ​ແຕ່ 7 ໂມງ​ເຊົ້າ​ຮອດ 22 ໂມງ​ໃນ​ມື້​ຫນຶ່ງ. ສິ່ງດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ການ​ຈໍລະ​ຈອນສິນ​ຄ້າ, ຜູ້​ໂດຍ​ສານ ແລະ ພາ​ຫະ​ນະ​ຜ່ານ​ດ່ານຊາຍ​ແດນ. ພິ​ເສດ ໃນ​ແລ​ວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ- ຕາ​ເວັນ​ຕົກ, ​ການຈໍ​ລະ​ຈອນ​ສິນ​ຄ້າ, ຜູ້​ໂດຍ​ສານ​ລະຫວ່າງບັນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ​ຜ່ານ​ຊາຍ​ແດນ ລາວ​ບ໋າວ ສາ​ມາດ​ດຳ​ເນີນ​ໃນ​ມື້, ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ເປັນ​ເຈົ້າ​ການ​ໃນ​ການ​ແກ້​ໄຂ​ບັນ​ດາ​ລະ​ບຽບ​ການ​ທີ່​ແກ່​ຍາວ​ຮອດ​ຄ່ຳ​ຄືນ. ນອກ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ກໍ່ສາມາດນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ຢ່າງ​ທັນ​ການ​ໃນ​ມື້​ໄດ້.”

        ຜົນ​ສຳ​ເລັດ​ຂອງ​ຮູບ​ແບບ “ປະ​ຕູ​ໜຶ່ງ, ບ່ອນ​ຢຸດ​ດຽວ” ນັ້ນ​ແມ່ນຍ້ອນ​ມີ​ການ​ປະ​ສານ​ສົມ​ທົບ​ຂອງ​ກຳ​ລັງ​ກ່ຽວ​ຂ້ອງ​ສອງ​ປະ​ເທດ. ນອກນັ້ນ​ທັງສອງ​ຝ່າຍ​ກໍ​ສົມ​ທົບ​ກັນ, ແລກ​ປ່ຽນເປັນ​ປະ​ຈຳ, ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ ​ເຮັດ​ໃຫ້ການ​ຈໍລະ​ຈອນ​​ສິນ​ຄ້າ​​ສະ​ດວກສະບາຍ. ສອງ​ຝ່າຍ​ຍັງແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ເພື່ອ​ຄົ້ນ​ພົບ​ບັນ​ດາ​ກໍ​ລະ​ນີ​ການ​ຄ້າ​ເຖື​່ອນ, ຂົນ​ສົ່ງ​ສິນ​ຄ້າ​ຢ່າງ​ຜິດ​ກົດ​ໝາຍ​ຜ່ານ​ຊາຍ​ແດນຢ່າງ​ທັນ​ການ. ທ່ານ ໄຊ​ຍະ​ວົງ ພາ​ນິດ, ພະ​ນັກ​ງານ​ຄ​ຸ້ມ​ຄອງ​ດ່ານ​ຊາຍ​ແດນ ແດນ​ສະ​ຫວັນ (ລາວ) ໃຫ້​ຮູ້​ວ່າ:

“ກຳ​ລັງ​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ຄື: ພະ​ນັກ​ງານພາ​ສີ, ທ​ະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ຕຳ​ຫລວດ ຫວຽດ​ນາມ ແລະ ລາວ ໄດ້​​ສົມ​ທົບ​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ສິນ​ຄ້າ, ຜູ້​ໂດຍ​ສານ ແລະ ພາ​ຫະ​ນະ​ຢ່າງວ່ອງ​ໄວ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ລັດ​ຖະ​ບານ​ສອງ​ປະ​ເທດ ກໍ​ເອົາ​ໃຈ​ໃສ່​ທີ່​ສຸດແລະ ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານກວດ​ກາ​ສິນ​ຄ້າ​ຂອງ​ກຳ​ລັງ​ກ່ຽວ​ຂ້ອງ​ສອງ​ປະ​ເທດ.”

        ກ່ອນນີ້, ເມື່ອບໍ່​ທັນ​ຜັນ​ຂະ​ຫຍາຍ​ຮູບ​ແບບ “ປະ​ຕູ​ໜຶ່ງ,ບ່ອນ​ຢຸດ​ດຽວ”, ບາງ​ເທື່ອ​ສິນ​ຄ້າ, ພາ​ຫະ​ນະ​ຖືກ​ຕິດ​ຂັດ​ຢູ່ດ່ານ​ຊາຍ​ແດນຫລາຍ​ສົມ​ຄວນ. ເຖິງວ່າກຳ​ລັງ​ກ່ຽວ​ຂ້ອງ​ສອງ​ປະ​ເທດ​ໄດ້​ເຮັດ​ວຽກ​ຈົນ​ເດີກ. ແຕ່​ປະ​ຈຸ​ບັນ, ​ເມື່ອຜ່ານ​ຄູ່​ດ່ານ​ຊາຍ​ແດນນີ້, ວິ​ສາ​ຫະ​ກິດ, ຜູ້​ໂດຍ​ສານ ແລະ ສິນ​ຄ້າ​ກໍ່ລ້ວນ​ແຕ່ປະຢັດເວ​ລາ​, ລາຍ​ຈ່າຍ​ໄດ້, ວຽກ​ງານ​ເຮັດ​ລະ​ບຽບ​ການ​ຜ່ານ​ຊາຍ​ແດນ​ກໍ​ວ່ອງ​ໄວ​ ແລະ ສະ​ດວກກວ່າ. ອ້າຍ ຫງວຽນ​ມີງ​ເຕີນ, ພະ​ນັກ​ງານ​ຫ້ອງ​ຂາ​ອອກ​ຂາ​ເຂົ້າ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຂາ​ອອກ​ຂາ​ເຂົ້າ ຮ່​ວາ​ເລີ້ຍ, ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ແຂວງ ລ້າງ​ເຊີນ ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ເມື່ອ​ຫວຽດ​ນາມ ແລະ ລາວ ຜັນ​ຂະ​ຫຍາຍ​ຮູບ​ແບບ “ປະ​ຕູ​ໜຶ່ງ, ບ່ອນ​ຢຸດ​ດຽວ” ໄດ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ເປັນ​ຕົ້ນ​ແມ່ນ​ເວ​ລາ. ພະ​ນັກ​ງານ​ພາ​ສີ​ສອງ​ປະ​ເທດ​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ, ສຸດ​ຈິດ​ສຸດ​ໃຈ, ແນະ​ນຳ​ຢ່າງ​ລອບ​ຄອບ​ຖິ່​ຖ້ວນ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ບັນ​ດາ​ກຳ​ລັງ​ກ່ຽວ​ຂ້ອງ​ຂອງ​ລາວ​ກໍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ພາ​ຫະ​ນະ​ອຸ​ປະ​ກອນ, ພື້ນ​ຖານ​ໂຄງ​ລ່າງ​ກໍ​ຄື​ຮັບ​ໃຊ້​ການ​ແຈ້ງ​ພາ​ສີ ແລະ ເຮັດ​ລະ​ບຽບ​ການ​ສິນ​ຄ້າ”

ບັນ​ດາ​ຜົນ​ປະ​ໂຫຍດ​ຊື່ງ​ຮູບ​ແບບ “ປະ​ຕູ​ໜຶ່ງ, ບ່ອນ​ຢຸດ​ດຽວ” ນຳ​ມາ​ໃຫ້​ແມ່ນມ​ີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໃນ​ການ​ເຮັດ​ລະ​ບຽບ​ການ​ສິນ​ຄ້າ, ພ​ັດ​ທະ​ນາ​ເສດ​ຖະ​ກິດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ປະ​ຕິ​ບັດ​ຮູບ​ແບບນີ້​ຢ່າງ​ຄົບ​ຖ້ວນ, ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ຈະ​ປັບປຸງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ກ່ຽວ​ກັບ​ພື້ນ​ຖານ​ດ້ານ​ກົດ​ໝາຍ, ວັດ​ຖຸ​ຕະ​ຫລອດ​ຮອດການ​ຍົກ​ສູງ​ຄຸນ​ນະ​ພາບ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເພ​ື່ອ​ເຮັດ​ໃຫ້ຄູ່​ດ່ານ​ຊາຍ​ແດນ ລາວ​ບ໋າວ - ແດນ​ສະ​ຫວັນ ນັບ​ມື້ນນັບ​ສົມ​ບູນ​ແບບກວ່າ, ກາຍ​ເປັນ​ປະ​ຕູ​ພັດ​ທະ​ນາ​ຂອງ​ແລວ​ເສດ​ຖະ​ກິດ​ຕ​າ​ເວັນ​ອອກ ຕາ​ເວັນ​ຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ