ປະສິດທິຜົນຂອງໂຄງການນຳໄຟຟ້າລົງສູ່ເຂດຊົນນະບົດ


(vovworld)- ​ໃນ​ໄລ​ຍະ 15 ປີຜ່ານມາ, ​ໂຄງການ​ນຳ​ໄຟຟ້າ​ລົງ​ສູ່​ເຂດ​ຊົນນະບົດ​ໄດ້​ພັດທະນາ​ເປັນ​ຫນ້າ​ຊື່​ນຊົມ ດ້ວຍ​ບັນດາ​ໝາກຜົນ​ດີພໍ​ສົມຄວນ. ຮອດປີ 2013, ທົ່ວ​ປະ​ເທດ​ມີຕື່ມ​ອີກ​ກວ່າ 9 ລ້ານ​ຄອບຄົວ​ຢູ່​ເຂດ​ຊົນນະ​ບົດ​ໄດ້​ຊົມໃຊ້​ໄຟຟ້າ, ຍົກ ຈຳນວນ​ຄອບຄົວ​ຢູ່​ເຂດ​ຊົນນະບົດ​ໄດ້​ນຳ​ໃຊ້​​ຕາຫນ່າງໄຟຟ້າ​ແຫ່ງ​ຊາດຂຶ້ນ​ເຖິງ 98%. ຍ້ອນ​ມີ​ໂຄງການ​ນຳ​ໄຟຟ້າ​ລົງ​ສູ່​ເຂດ​ຊົນນະບົດ ​ໄດ້​ເຮັດ​ໃຫ້​ໂສມ​ຫນ້າ​ຢູ່​ເຂດ​ຊົນນະບົດ​ປ່ຽນ​ແປງ​ຫລາຍ​ຢ່າງ, ອັດຕາ​ຄອບຄົວ​ທຸກ​ຍາກ, ຊີວິດ​ດ້ານ​ເສດຖະກິດ, ວັດທະນະທຳ, ຈິດ​ໃຈຂອງ​ປະຊາຊົນ​ໄດ້​ຮັບ​ກາ​ນຍົກ​ສູງ​ຂຶ້ນ.

ປະສິດທິຜົນຂອງໂຄງການນຳໄຟຟ້າລົງສູ່ເຂດຊົນນະບົດ - ảnh 1
98%ຄອບຄົວ​ຢູ່​ເຂດ​ຊົນນະບົດ​ຫວຽດນາມໄດ້​ນຳ​ໃຊ້​​ຕາຫນ່າງໄຟຟ້າ
photo: internet

        ບັນດາ​ຜົນ​ກງານ​ກ່ຽວ​ກັບ​ການ​ລົງທຶນ​ກໍ່ສ້າງ, ບູລະນະ, ຍົກ​ລະດັບ​ຕາ​ຫນ່າງ​ໄຟຟ​້າ​ໃຫ້​ແກ່​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫລີກ ​ໃນ 15 ປີຜ່ານມາ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ​ວ່າ ​ແມ່ນ​ຜົນງານ​ພົ້ນ​ເດັ່ນ​ຂອງ​ຫວຽດນາມ​ໃນ​ຂົງ​ເຂດ​ນຳ​​​​ໄຟຟ້າ​ລົງ​ສູ່​ເຂດ​ຊົນນະບົດ. ​​ວິວັດ​ການ​ນຳ​​ໄຟຟ້າ​ລົງ​ສູ່​ເຂດ​ຊົນນະບົດ​ໄດ້​ປະ​ກອບ​ 30-40%​ເຂົ້າ​​ໃນ​ການ​ພັດທະນາ​ເສດຖະກິດ​ຢູ່​ເຂດ​ຊົນນະບົດ, ​ເປັນ​ຕົ້ນ​​ແມ່ນປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ​ບັນດາ​ຄອບຄົວ​ຊາວ​ຊົນ​ເຜົ່າ​, ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ພັດທະນາ​ກະສິກຳ, ປະກອບສ່ວນ​ພັດທະນາ​ບັນດາ​ຂະ​ແຫນງການ, ອາຊີບ​ຫັດຖະກຳ. ​ໄຟຟ້າ​ກໍ​ໄດ້​ປະກອບສ່ວນ​ຍົກ​ສູງ​ຊີວິດທັງ​ດ້ານ​ວັດທະ​ນະ​ທຳ ​ແລະ ຈິດ​​ໃຈຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ, ​ເຂດ​ຊົນ​ເຜົ່າ. ພື້ນຖານ​ໂຄງ​ລ່າງ​ກະສິກຳ, ຊົນນະບົດ​ໄດ້​ຮັບ​ການ​ປັບປຸງ, ມີ​ກິດ​ຈະ​ກຳ​ຫລາຍ​ແຫ່ງ​ໄດ້​ຮັບ​ການ​ລົງທຶນ, ກໍ່ສ້າງ​ໃຫມ່, ​ເປັນ​ຕົ້ນ​ແມ່ນ​ລະບົບ​ຄົມມະນາຄົມ​ຊົນນະບົດ, ​ໄຟຟ​້າ, ຊົນລະປະທານ, ສຸກສາລາ​ຢູ່​ຕາ​ແສງ, ຕະຫລາດທ້ອງ​ຖິ່ນ.

ຜົນ​ສຳ​ເລັດ​ຂອງ​ໂຄງ​ການ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ໂສມ​ຫ​ນ້າ​ເຂດ​ຊົນ​ນະ​ບົດ​ມີ​ການປ່ຽນ​ແປງ​ຫລາຍ​ຢ່າງ, ແມ່ນ​ເງື່ອນ​ໄຂ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ການ​ຜະ​ລິດ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ແລະ ຂະ​ແຫນງ​ອາ​ຊີບ​ບໍ​ລິ​ການ​ກະ​ສິ​ກຳ. ໃນ​ນັ້ນ, ມູ​ນ​ຄ່າ​ການ​ຜະ​ລິດ​ກະ​ສິ​ກຳ ແຕ່​ປີ 1998 ຮອດ​ປີ 2013 ເພີ່ມ​ຂຶ້ນ 6,6 ເທົ່າ, ອຸດ​ສາ​ຫະ​ກຳ​ປຸ​ງ​ແຕ່ງ​ເພີ່ມ​ຂຶ້ນ 3,5 ເທົ່າ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄ​ົນ​ເພີ່ມ​ຂຶ້ນ 8 ເທົ່າ.

ທ່ານ ຫວ​ໍ​ກີມກື້, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ຮ່າ​ຕີ້ງ, ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ 15 ປີ​ຜ່ານ​ມາ, ໂຄງ​ການ​ນຳ​ໄຟ​ຟ້າ​ລົງ​ສູ່​ເຂດ​ຊົນ​ນະ​ບົດ ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ. ກ່ອນ​ປີ 2000, ເມື່ອ​ໂຄງ​ການບໍ່​ທັນ​ປະ​ຕິ​ບັດ​, ​ແຂວງ ຮ່າ​ຕິ້ງ ມີ​ພຽງ 75% ຈຳ​ນວນ​ຕາ​ແສງ ແລະ 76% ຈຳ​ນວນຄອບ​ຄົວ ໄດ້​ຊົມ​ໃຊ້​ໄຟ​ຟ້າ. ຮອດ​ທ້າຍ​ປີ 2013 ໄດ້​ມີ 100% ຈຳ​ນວນ ຕາ​ແສງ ແລະ 97% ຈຳ​ນວນ​ຄອບ​ຄົວ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຜ່ານ​​ໂຄງການ​ນຳ​ໄຟ​ຟ້າ​ລົງ​ສູ່​ຊົນ​ນະ​ບົດ. ທ່ານ ຫວໍ​ກີມກື້ ໃຫ້​ຮູ້​ວ່າ:

        “ຍ້ອນ​ມີ​ໂຄງ​ການ​ນຳ​ໄຟ​ຟ້າ​ລົງ​ສູ່​ເຂດ​ຊົນ​ນະ​ບົດ ສະ​ນັ້ນ​ໄດ້​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່, ຫັນ​ປ່ຽນ​ໂດຍ​ພື້ນ​ຖານ. ຕົວ​ຢ່າງ​ຄື: ຮອດ​ປີ 2013 ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ, ການກໍ່​ສ້າງ, ບໍ​ລິ​ການ​ການ​ຄ້າ ກວມ​ເອົາ 82%, ກະ​ສິ​ກຳ​ກວມ​ພ​ຽງ 18%. ຍ້ອນ​ມີ​ໂຄງ​ການ​ດັ່ງ​ກ່າວ ໄດ້​ເຮັດ​ໃຫ້​ການ​ລ້ຽງ​ສັດ​ຂະຫຍາຍຕົວຄື: ການ​ລ​້ຽງ​ກູ້ງ, ລ້ຽງ​ງົວ, ໝູ ເປັນ​ຕົ້ນ​ແມ່ນ​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ… ແລະອຸດ​ສາ​ຫະ​ກຳ​ທ້ອງ​ຖິ່ນຕິດພັນ ກັບ​ກະ​ສິ​ກຳ.”

        ມາ​ຮອດ​ປະ​ຈຸ​ບັນ, ໂຄງການນຳ​ໄຟ​ຟ້າ​ລົງ​ສູ່​ເຂດ​ຊົນ​ນະ​ບົດໄດ້​ພັດ​ທະ​ນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ ທັງ​ລວງກວ້າງ​ແລະລວງ​ເລິກ, ໄຟ​ຟ້າ​ໄດ້​ລົງ​ສູ່​ເຂດ​ຊົນ​ນະ​ບົດ​ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ເຂດ​ພູ​ດອຍ ແລະ ໝູ່​ເກາະ. ໄລ່​ມາ​ຮອດ​ທ້າຍ​ປີ 2013, ໄດ້​ມີ 98% ຈຳ​ນວນ​ຄອບ​ຄົວ​ຢູ່​ຊົນ​ນະ​ບົດ​ໄດ້​ຊົມ​ໃຊ້​ໄຟ​ຟ້າ. ນີ້​ແມ່ນ​ຜົນ​ງານ​ອັນ​ໃຫ​ຍ່​ຫລວງ​ຊື່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫລາຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ນັກ​ອຸ​ປະ​ຖຳ, ປ​ະ​ກອບ​ສ່ວນ​ສຳ​ຄັນ​ໃນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ປະ​ຕິ​ບັດ​ຈຸດ​ໝາຍ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ຄຽງ​ຄູ່​ກັບ​ການ​ນຳ​ໃຊ້​ບັນ​ດາ​ແຫລ່ງ​ທຶນ​ສະ​ຫນອງ​ໄຟ​ຟ້າ​ໃຫ້​ແກ່ບັນດາ​ຕາ​ແສງ, ບ້ານ, ຄອບຄົວ​ທີ່ບໍ່​ທັນ​​ໄດ້​ຊົ​ມ​ໃຊ້​ໄຟຟ້າ​​ຢູ່​ເຂດ​ດິນ​ຕໍ່​ແຜ່ນ ພ້ອມ​ກັບ​ຈຸດໝາຍ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​​ເຂດ​ທະ​ເລ​ໝູ່​ເກາະ, ມີ​ຫລາຍ​ໂຄງການ​ສະຫນອງ​ໄຟຟ້າ​ຈາກ​ຕາ​ຫນ່າງ​ໄຟຟ້າ​ແຫ່ງ​ຊາດ​ດ້ວຍ​ສາຍ​ກາບ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ, ​ໃນ​ນັ້ນ ມີ​ໂຄງການ​ນຳ​ໄຟຟ້າ​ລົງ​ສູ່​ເມືອງ​ເກາະ ​ໂກ​ໂຕ ​ເພື່ອ​ສະຫນອງ​ໄຟຟ້າ​ໃຫ້​ແກ່ 1.600 ຄອບຄົວ. ທ່ານ ​ແຢນອຸດ, ຮອງ​ປະທານ​ສະພາ​ຊົນ​ເຜົ່າ​ ສັງກັດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕີ​ລາຄາ​ວ່າ: ​ໃນ​ໄລຍະ​ຜ່ານ​ມາໂຄງການ​ນຳ​ໄຟຟ້າ​ລົງ​ສູ່​ເຂດ​ຊົນນະບົດ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ດ້ວຍ​ບັນດາ​ໂຄງການ​ຢູ່​​​ເຂດ​ໄຕ​ງວຽນ, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ ​ແລະ ບັນດາ​ເຂດ​ທະ​ເລ,ໝູ່​ເກາະ, ​ເຮັດ​ໃຫ້​ໂສມ​ຫນ້າ​ຊົນນະບົດ​ມີການປ່ຽນ​ແປງ​ຫລາຍ​ຢ່າງ. ທ່ານ ​ແຢນອຸດ ສ​ະ​ເຫ​ນີວ່າ:

        “ຄວາມ​ສາມາດ​ບົ່ມ​ຊ້ອນ​ຢູ່​ເຂດ​ຊົນນະບົດ ​ແລະ ​ເຂ​ດຊົນ​ເຜົ່າ​ສ່ວນ​ຫນ້ອຍ ຍັງ​ໃຫຍ່​ຫລວງ​ຢູ່. ສະ​ນັ້ນ ລັດຖະບານ ຄວນ​ຍູ້​ແຮງ​ກວ່າອີກ ເພື່ອ​ເຮັດ​ແນວ​ໃດ​ເສີມ​ຂະຫຍາຍ​ເຂດ​ທ່ົງພຽງ​ແມ່​ນ້ຳຂອງ. ຖ້າ​ຫາກ​ມີ​​ໄຟຟ້າ​ໃຊ້ ຈະ​ປະກອບ​ສ່ວນ​ຫລຸດຜ່ອນ​ ລາຍ​ຈ່າຍ​ໃນ​ການ​ຜະລິດ​ເຂົ້າ​ ​ແລະ ຍູ້​ແຮງ​ການ​ພັດທະນາ​ການ​ຜະລິດ, ພິ​ເສດ ພັດທະນາ​ບັນດາ​ໝູ່​ບ້ານ​ອາຊີບ​ຄື: ຫາ​ສິນ​ທະ​ເລ.”

        ບັນດາ​ໝາກຜົນ​ກ່ຽວ​ກັບ​ການ​ລົງທຶນ, ບູລະນະ, ຍົກ​ລະດັບ​ຕາຫນ່າງ​ໄຟຟ້າ​ໃຫ້​ແກ່​ເຂດ​ຊົນນະ​ບົດ, ​ເຂດ​ຫ່າງ​ໄກ​ສອກ​ຫລີກ​ຂອງ​ຫວຽດນາມ ​ໄດ້​ຮັບ​ຖື​ວ່າ: ​ແມ່ນ​ເງື່ອນ​ໄຂ​ສຳຄັນ​ເພື່ອ​ພັດທະນາ​ການ​ຜະລິດ, ຮັບ​ໃຊ້​ການ​ພັດທະນາ​ກະສິກຳ, ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ. ປະຈຸ​ບັນ, ທົ່ວ​ປະ​ເທດ ຍັງ​ມີ 91 ຕາ​ແສງ ແລະ 550.000 ຄອບຄົວ​ບໍ່​ທັນ​ໄດ້ຊົມໃຊ້​ໄຟຟ້າ​, ສ່ວນ​ຫລາຍ​ແມ່ນ​ສຸມ​ໃສ່​ບັນດາ​ບໍລິ​​ເວນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂດ​ຊາຍ​ແດນ​, ໝູ່​ເກາະ. ສະ​ນັ້ນ ​ເພື່ອ​ສຳ​ເລັດ​ຈຸດໝາຍ ​ແຕ່ນີ້​ຮອດ​ປີ 2020, 100% ຕາ​ແສງ ​ແລະ ປະຊາຊົນ​ໄດ້​ນຳ​ໃຊ້​ຕາ​ຫນ່າງ​ໄຟຟ້າ​ແຫ່ງ​ຊາດ, ລັດ​ຈະ​ສືບ​ຕໍ່​ນຳ​ໄຟຟ້າ​ລົງ​ສູ່​ຕາ​​ແສງ, ບ້ານ ​ແລະ ຄອບຄົວ​ບໍ່​ທັນ​ໄດ້ຊົມໃຊ້​ໄຟຟ້າ, ພ້ອມ​ທັງ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ການ​ສະຫນອງ ​ແລະ ຮັບປະກັນ​ຄຸນ​ນະພາ​ບ​ໄຟຟ້າ, ຮັບ​ໃຊ້​ການ​ຫັນປ່ຽນ, ພັດທະນາ​ບັນ​ດາ​ຮູບ​ແບບ​ໃຫມ່​ໃນ​ການ​ຜະລິດກະສິກຳ. ທ່ານ ຮ່ວາງ​ກວກ​ເວື້ອງ, ປະທານ​ສະພາ​ສະມາຊິກ​ກຸ່ມ​ບໍລິສັດ​ໄຟຟ້າ ຫວຽດນາມ (EVN) ​ໃຫ້​ຮູ້​ວ່າ:

        “​ໃນ​ໄລ​ຍະຈະ​ມາ​ເຖິງ EVN ຈະ​ສືບ​ຕໍ່​ນຳ​ຕາ​ຫນ່າງ​ໄຟຟ້າ​​ລົງ​ສູ່ບັນດາ​ຕາ​ແສງ​ຍັງ​ເຫລືອ ​ເພື່ອ​ຈຸດໝາຍ​ສຸດ​ທ້າຍ ​ແມ່ນ​ສະຫນອງ​ໄຟຟ້າ​ໃຫ້​ແກ່​ປະຊາຊົນ​ດີກ​ວ່າ. ນອກ​ນັ້ນ EVN ຫັນຮູບ​ແບບ​ຄຸ້ມ​ຄອງ​​ຕາຫນ່າງ​ໄຟຟ້າ​ຊົນນະບົດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ”

        ​ເພື່ອ​ຈຸດໝາຍ​ນຳ​ໄຟຟ້າ​ລົງ​ສູ່​ເຂດ​ຊົນນະ​ບົດ​ໃນ​ປີ 2020​, ​ໃນ​ໄລຍະ​ຈະ​ມາ​ເຖິງ ລັດຖະບານ ຈະ​ບຸລິ​ມະ​ສິດ​ແຫ​ລ່ງທຶນ ODA ​ແລະ ບັນດາ​ແຫ​ລ່ງທຶນ​ອື່ນ​​ໃຫ້​ແກ່​ຂະ​ແຫນງ​ໄຟຟ້າ ​ເພື​່ອປະຕິບັດ​ການ​ຍົກ​ລະດັບ, ບູລະນະ​ຕາ​ຫນ່າງ​ໄຟຟ້າ​ຢູ່​ຊົນ​ນະ​ບົດ. ນອກ​ນັ້ນ ຢາກ​ມີ​ການຮ່ວມ​ແຮງ​ຮ່ວມ​ໃຈຂອງ​ວິ​ສາ​ຫະກິດ ​ແລະ ປະຊາຊົນ ​ເພື່ອ​ກໍ່ສ້າງ​ລະບົບ​ຕາຫນ່າງ​ໄຟຟ້າ​ຢ່າງ​ປອດ​ໄພ, ປະສິດທິ​ຜົນ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ນຳ​ໃຊ້​ໄຟຟ້າ​ໃຫ້​ແກ່​ການ​ດຳ​ເນີນ​ຊີວິດ ​ແລະ ພັດທະນາ​ເສດຖະກິດ​ຂອງ​ບັນດາ​ທ້ອງ​ຖິ່ນ, ປະຕິບັດ​ຫັນ​ກະສິກຳ, ຊົນນະບົດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ