ປ່ຽນໃໝ່ລັດວິສາຫະກິດໃຫ້ເໝາະສົມກັບພື້ນຖານເສດຖະກິດການຕະຫຼາດ

(VOVWORLD) -ໃນຊຸມປີຜ່ານມາ, ຂົງເຂດລັດວິສາຫະກິດຢູ່ຫວຽດນາມ ໄດ້ຊັບຊ້ອນ, ສ້າງໂຄງປະກອບຄືນໃໝ່ ຕາມກົນໄກການຕະຫຼາດ. ໃນນັ້ນ, ມີຫົວໜ່ວຍຫຼາຍແຫ່ງໄດ້ຈັດຕັ້ງການຫັນເປັນຫຸ້ນສ່ວນ, ເຖິງຢາງໃດກໍ່ຕາມ, ລະດັບຄືບໜ້າໃນການຫັນລັດວິສາຫະກິດເປັນຫຸ້ນສ່ວນຜັນຂະຫຍາຍຢ່າງຊັກຊ້າ, ບາງແຫ່ງຍັງກໍ່ຄວາມຮົ່ວໄຫຼ, ຟູມເຟືອຍ. ຈາກສະພາບຕົວຈິງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ຕ້ອງມີບັນດາມາດຕະການຢ່າງຂ້ຽວຂາດກວ່າເພື່ອຫັນລັດວິສາຫະກິດເປັນຫຸ້ນສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ. ບົດຂຽນ “ປ່ຽນໃໝ່ລັດວິສາຫະກິດໃຫ້ເໝາະສົມກັບພື້ນຖານເສດຖະກິດການຕະຫຼາດ” ຂອງຫວຽດຮ່າ, ນັກຂ່າວ VOV.
ປ່ຽນໃໝ່ລັດວິສາຫະກິດໃຫ້ເໝາະສົມກັບພື້ນຖານເສດຖະກິດການຕະຫຼາດ - ảnh 1 (ພາບປະກອບອີນເຕີແນັດ)

ພາຍຫຼັງໄລຍະກວ່າ 30 ປີແຫ່ງການປ່ຽນແປງໃໝ່, ລັດວິສາຫະກິດໄດ້ຜ່ານການຈັດຕັ້ງຊັບຊ້ອນຄືນໃໝ່ເປັນຫຼາຍຄັ້ງ ໄດ້ຫຼຸດຜ່ອນດ້ານຈຳນວນຢ່າງແຮງ, ຈາກກວ່າ 12.000 ວິສາຫະກິດ (ໃນທ້າຍຊຸມປີ 1980), ລົງເຫຼືອພຽງກວ່າ 620 ວິສາຫະກິດ ໂດຍລັດມີທຶນ 100% (ໄລ່ຮອດທ້າຍປີ 2015). ສະເພາະໄລຍະ 2011 – 2015, ການຫັນເປັນຫຸ້ນສ່ວນ, ຖອນທຶນມອບເຂົ້າງົບປະມານແຫ່ງລັດໄດ້ເກືອບ 78.000 ຕື້ດົ່ງ. ເຖິງຢາງໃດກໍ່ຕາມ, ວິວັດການຊັບຊ້ອນ, ສ້າງໂຄງປະກອບຄືນໃໝ່ຍັງມີສັນຍານຊັກຊ້າຢູ່, ປະສິດທິຜົນການຜະລິດ, ດຳເນີນທຸລະກິດຂອງລັດວິສາຫະກິດຍັງຕ່ຳຢູ່ ເມື່ອທຽບໃສ່ແຫຼ່ງກຳລັງທີ່ພວມກຳແໜ້ນ. ນັ້ນແມ່ນຍັງບໍ່ທັນຄິດໄລ່ເຖິງເລື່ອງ ມີລັດວິສາຫະກິດລົງທຶນນອກຂະແໜງແບບກະແຈກກະຈາຍ, ຟູມເຟືອຍ, ບັນລຸປະສິດທິຜົນຕ່ຳ, ພາໄປເຖິງການຫຼຸບທຶນ, ຮົວໄຫຼທຶນ. ຕໍ່ໜ້າສະພາບການນີ້, ລັດຖະບານຫວຽດນາມ ໄດ້ປະຕິບັດບັນດາມາດຕະການຢ່າງແຮງເພື່ອດັດປັບ, ຊັບຊ້ອມບັນດາວິສາຫະກິດຄືນໃໝ່ ແລະ ຍູ້ແຮງຄວາມຄືບໜ້າໃນວິວັດທະນາການຫັນລັດວິສາຫະກິດເປັນຫຸ້ນສ່ວນ. ໃນນັ້ນບັນຫາສຳຄັນທີ່ສຸດແມ່ນເພີ່ມທະວີການຄຸ້ມຄອງທຶນໃນບັນດາລັດວິສາຫະກິດ. ປະຈຸບັນ, ທຶນເຈົ້າຂອງກຳມະສິດຂອງບັນດາລັດວິສາຫະກິດໄດ້ຂຶ້ນເຖິງ 1,3 ລ້ານຕື້ດົ່ງ. ບັນຫາຮີບດ່ວນທີ່ໄດ້ວາງອອກແມ່ນຄັດເລືອກຮູບແບບຄຸ້ມຄອງທຶນຂອງລັດຢູ່ວິສາຫະກິດ ຮັບປະກັນການຄຸ້ມຄອງທຶນຂອງລັດຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ກໍ່ຫຼິກລ້ຽງສະພາບລັດແຊກແຊງເຂົ້າໃນການເຄື່ອນໄຫວຂອງວິສາຫະກິດຫຼາຍ. ນັກຊ່ຽວຊານດ້ານເສດຖະກິດ ຫງວຽນກົງຫງຽບ ຖືວ່າ.

        “ຮູບແບບວິສາຫະກິດຄຸ້ມຄອງທຶນຂອງລັດ ຕ້ອງເໝາະສົມກັບລັກສະນະ, ຈຸດພິເສດຂອງພື້ນຖານເສດຖະກິດການຕະຫຼາດ, ຫຼີກລ້ຽງການແຊກແຊງບໍລິຫານເຂົ້າໃນການເຄື່ອນໄຫວຮ່ວມມືລົງທຶນຂອງວິສາຫະກິດ. ຄວນລົບລ້າງຮູບແບບອົງການຮັບຜິດຊອບ, ສົ່ງຜົນສະທ້ອນເຖິງການເຄື່ອນໄຫວລົງທຶນຂອງວິສາຫະກິດ. ປະຈຸບັນ, ກຸ່ມລັດວິສາຫະກິດໄດ້ກວມກວ່າ 30% GDP. ຖ້າດຳເນີນການປະຕິຮູບຫຼຸດຜ່ອນທຶນຂອງລັດຢູ່ວິສາຫະກິດ, GDP ກວມເອົາ 10% ຮູບແບບຄຸ້ມຄອງຈະງ່າຍດາຍກວ່າ”.

        ຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ແມ່ນປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແຮງໃນການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ຕາມທິດພັດທະນາຢ່າງມີປະສິດທິຜົນ, ຍືນຍົງ ແລະ ເໝາະສົມກັບວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ. ດ້ວຍເປົ້າໝາຍພັດທະນາແບບຍືນຍົງ, ເໝາະສົມກັບພື້ນຖານເສດຖະກິດການຕະຫຼາດ, ບັນດາວິສາຫະກິດຕ້ອງໄດ້ຊັບຊ້ອນຢ່າງກະທັດລັດ, ປັງປຸງໄດ້ສະມັດຕະພາບ, ຫຼຸດຜ່ອນລາຍຈ່າຍ ແລະ ໂດຍສະເພາະແມ່ນສ້າງເຄື່ອງໝາຍການຄ້າເພື່ອແນໃສ່ເພີ່ມລັກສະນະແກ່ງແຍ້ງໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ທ່ານ ຫງວຽນກວາງວິງ, ຮອງເລຂາທິການໃຫຍ່ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ.

        “ວິສາຫະກິດພັດທະນາແບບຍືນຍົງແມ່ນວິສາຫະກິດພັດທະນາຍືນຍົງຢູ່ທັງ 3 ຂົງເຂດຄື: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ວິສາຫະກິດຢາກພັດທະນາແບບຍືນຍົງ ກ່ອນອື່ນໝົດແມ່ນຕ້ອງມີກຳໄລ, ຖ້າດຳເນີນທຸລະກິດບໍ່ມີກຳໄລ ບໍ່ສາມາດເວົ້າວ່າແມ່ນພັດທະນາແບບຍືນຍົງໄດ້. ເຖິງຢາງໃດກໍ່ຕາມ, ເລື່ອງວິສາຫະກິດສ້າງຄວາມສະດວກຕ້ອງຕິດພັນກັບຄວາມກ້າວໜ້າຂອງສັງຄົມ, ສິ່ງແວດລ້ອມ. ວິສາຫະກິດພັດທະນາແບບຍືນຍົງຕ້ອງຍົກອອກບັນດາມາດຕະການເຕັກໂນໂລຊີຄຽງຂ້າງຄວາມເປັນປົກກະຕິທາງດ້ານແຮງງານ, ສັງຄົມ, ການພົວພັນກັບແຮງງານ”.

        ນັບແຕ່ນີ້ຮອດປີ 2020 ຍັງມີລັດວິສາຫະກິດ 240 ແຫ່ງຕ້ອງໄດ້ຊັບຊ້ອນ, ຫັນເປັນຫຸ້ນສ່ວນ. ຮອດປີ 2020, ຍັງເຫຼືອພຽງ 103 ວິສາຫະກິດເຊິ່ງລັດມີທຶນ 100%. ສະນັ້ນ, ຮຽກຮ້ອງໃຫ້ລັດວິສາຫະກິດຕ້ອງເຄື່ອນໄຫວຢ່າງມີປະສິດທິຜົນ, ດຳເນີນທຸລະກິດມີກຳໄລ. ເລື່ອງຫັນເປັນຫຸ້ນສ່ວນ, ຖອນທຶນຂອງລັດຍັງສືບຕໍ່ຍູ້ແຮງ, ຄຸ້ມຄອງທຶນລວມສູນ ແລະ ມີປະສິດທິຜົນ. ເປັນທີ່ຈະແຈ້ງແລ້ວວ່າ ໃນພື້ນຖານເສດຖະກິດຂອງຫວຽດນາມ, ລັດວິສາຫະກິດໄດ້ ແລະ ພວມສ້າງໂຄງປະກອບຄືນໃໝ່ຕາມກົນໄກການຕະຫຼາດ, ຕອບສະໜອງຄວາມຮຽກຮ້ອງເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ