ຜະລິດຕະພັນ OCOP: ກາລະໂອກາດທີ່ດີເພື່ອໂຄສະນາຜະລິດຕະພັນເຖິງຜູ້ບໍລິໂພກ

(VOVWORLD) -ຫນຶ່ງຕາແສງຫນຶ່ງຜະລິດຕະພັນ(OCOP)ແມ່ນໂຄງການພັດທະນາເສດຖະກິດເຂດຊົນນະບົດຕາມທິດເສີມຂະຫຍາຍກຳລັງແຮງພາຍໃນ ແລະ ເພີ່ມມູນຄ່າຜະລິດຕະພັນ. ໂຄງການນີ້ໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດນັບແຕ່ປີ 2018 ດ້ວຍເປົ້າໝາຍພັດທະນາບັນດາຮູບການຈັດຕັ້ງການຜະລິດ, ດຳເນີນທຸລະກິດເພື່ອຜະລິດອອກບັນດາຜະລິດຕະພັນທີ່ເປັນມູນເຊື້ອ, ການບໍລິການມີທ່າໄດ້ປຽບບັນລຸມາດຕະຖານ, ມີຄວາມສາມາດແກ້ງແຍ່ງຢູ່ຕະຫລາດພາຍໃນປະເທດ ແລະ ສາກົນ, ປະກອບສ່ວນພັດທະນາເສດຖະກິດເຂດຊົນນະບົດ. ຜ່ານການພັດທະນາການຜະລິດຢູ່ເຂດຊົນນະບົດກໍໄດ້ປະກອບສ່ວນໃນການປະຕິບັດການຫັນເຂດຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄຫມ, ຊຸກຍູ້ການຫັນປ່ຽນໂຄງປະກອບແຮງງານຢູ່ຊົນນະບົດຢ່າງເໝາະສົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມຂອງຊົນນະບົດ ຫວຽດນາມ.

ຜະລິດຕະພັນ OCOP: ກາລະໂອກາດທີ່ດີເພື່ອໂຄສະນາຜະລິດຕະພັນເຖິງຜູ້ບໍລິໂພກ - ảnh 1ຮ້ານວາງສະແດງ ແລະ ຂາຍຜະລິດຕະພັນ  OCOP ຂອງ ແຂວງເຊີນລາ. (ພາບ: ເລຮົ່ງ)

ພາຍຫລັງ 4 ປີແຫ່ງການຜັນຂະຫຍາຍ ໂຄງການ OCOP, ດ້ວຍເປົ້າໝາຍພັດທະນາເສດຖະກິດຢ່າງວ່ອງໄວ, ຍືນຍົງ, ບັນດາທ້ອງຖິ່ນໃນທົ່ວປະເທດສຸມໃສ່ພັດທະນາຍົກສູງມູນຄ່າເສດຖະກິດໃນການຜະລິດກະສິກຳ ປ່າໄມ້, ພັດທະນາກະສິກຳເຕັກໂນໂລຊີສູງ, ຜະລິດສິນຄ້າ, ພັດທະນາອຸດສາຫະກຳປຸງແຕ່ງຢ່າງແຮງເທື່ອລະກ້າວ; ພັດທະນາກະສິກຳ ປ່າໄມ້ຕິດພັນກັບການເຄື່ອນໄຫວການທ່ອງທ່ຽວ; ພັດທະນາບັນດາຜະລິດຕະພັນພິເສດຂອງທ້ອງຖິ່ນ, ຜະລິດຕະພັນຫລັກ, OCOPແລະ ຜະລິດຕະພັນປອດສານພິດ.

ເຊີນລາ ແມ່ນຫນຶ່ງໃນບັນດາເຂດຜະລິດ ຜະລິດຕະພັນກະເສດຈຸດສຸມຂອງພາກເຫນືອ. ປະຈຸບັນ ທົ່ວແຂວງ ມີກວ່າ 84.000 ເຮັກຕາປູກຕົ້ນໄມ້ກິນຫມາກບັນດາປະເພດ, ການຜະລິດຄາດວ່າບັນລຸໄດ້ເກືອບ 450.000ໂຕນ/ປີ; ມີ 24 ຜະລິດຕະພັນກະເສດໄດ້ຮັບຫນັງສືປົກປ້ອງຈາກກົມຊັບສິນທາງປັນຍາ ແລະໄດ້ຮັບ 220 ລະຫັດຂອງເຂດປູກ; ນອກນັ້ນ ມີ 4.800 ເຮັກຕາຕົ້ນໄມ້ກິນໝາກຮັບໃຊ້ການສົ່ງອອກ, ກໍ່ສ້າງ, ຮັກສາ ແລະ ຂະຫຍາຍ 235 ລະບົບສະຫນອງອາຫານຈາກຜະລິດຕະພັນ, ສິນໃນນ້ຳຢ່າງປອດໄພ. ມາຮອດປະຈຸບັນ ແຂວງ ເຊີນລາ ມີກວ່າ 80 ຜະລິດຕະພັນ OCOP. ທ່ານ ຫງວຽນແທ່ງກົງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າຢັ້ງຢືນວ່າ ຈາກໂຄງການ OCOP, ບັນດາຜົນງານໃນການຜະລິດກະສິກຳຂອງແຂວງ ເຊີນລາ ຜ່ານວິວັດການຫັນປ່ຽນໂຄງປະກອບການຜະລິດກະສິກຳ ແມ່ນມຸ່ງໄປເຖິງເສດຖະກິດກະສິກຳ, ການຜະລິດສິນຄ້າໃຫຍ່. ຈາກໝາກຜົນນີ້ ແຂວງ ເຊີນລາ ສືບຕໍ່ດຶງດູດບັນດານັກລົງທຶນໃຫຍ່ໃນຂົງເຂດກະສິກຳເວົ້າສະເພາະ ແລະ ດຶງດູດການລົງທຶນໃນພື້ນຖານເສດຖະກິດຂອງແຂວງ ເຊີນລາ

       ບໍ່ພຽງແຕ່ກ້າໃນການຫັນປ່ຽນການປູກຝັງ ລ້ຽງສັດໃຫ້ເໝາະສົມກັບເງື່ອນໄຂ, ຄຸນລັກສະນະຂອງທີ່ດິນ, ໄລຍະຜ່ານມາ ມີຊາວກະສິກອນຫລາຍໆຄົນຢູ່ແຂວງ ເຫົ້າຢາງ ຍັງພ້ອມກັນສ້າງຕັ້ງສະຫະກອນ, ຮ່ວມສຳພັນກໍ່ສ້າງເຂດວັດຖຸດິບ, ໝູນໃຊ້ເຕັກໂນໂລຊີທີ່ກ້າວຫນ້າໃນການຜະລິດເພື່ອຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນກະເສດ, ຊອກຫາຕະຫລາດຈຳຫນ່າຍເປັນປົກກະຕິ.

ທ່ານ ເຈືອງແກ໋ງຕວຽນ, ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນ ແຂວງ ເຫົ້າຢາງ ໃຫ້ຮູ້ວ່າ: ການນຳແຂວງ ເຫົ້າຢາງ ຍາມໃດກໍ່ມີກົນໄກ, ນະໂຍບາຍເໝາະສົມເພື່ອຫນູນຊ່ວຍຊາວກະສິກອນ, ຫນູນຊ່ວຍບັນດາສະຫະກອນພັດທະນາຜະລິດຕະພັນ OCOP, ຜ່ານນັ້ນ ກໍປະກອບສ່ວນປະຕິບັດສຳເລັດໂຄງການກໍ່ສ້າງຊົນນະບົດໃຫມ່.

 “ໄລຍະຜ່ານມາ, ສະຫະກອນປູກຕົ້ນໄມ້ປອດສານພິດOCOPພ້ອມກັບແຂວງປະຕິບັດຕາມແຜນຮ່າງ OCOPແມ່ນມີປະສິດທິຜົນທີ່ສຸດ. ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ສຸມໃສ່, ມອບໃຫ້ແຕ່ລະທ້ອງຖິ່ນສູ້ຊົນ ແຕ່ລະປີ ມີ 4-5 ຜະລິດຕະພັນ OCOP, ບຸລິມະສິດໃຫ້ຜະລິດຕະພັນກະເສດໃນບໍລິເວນແຂວງ.”

ຜະລິດຕະພັນ OCOP: ກາລະໂອກາດທີ່ດີເພື່ອໂຄສະນາຜະລິດຕະພັນເຖິງຜູ້ບໍລິໂພກ - ảnh 2ໝາກໄມ້ຂອງສະຫະກອນປູກໝາກໄມ້ປອດສານພິດ. ພາບ: VOV

ງານຕະຫລາດນັດວາງສະແດງການຄ້າແລະແນະນຳຜະລິດຕະພັນOCOPຢູ່ເຂດ ໄຕງວຽນ -ຢາລາຍ ແລະ ການພົວພັນແລກປ່ຽນວິສາຫະກິດ ຍີ່ປຸ່ນ ຫາກໍ່ດຳເນີນໄປ ແມ່ນເຫດການສຳຄັນ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ການສະຫນອງ ແລະ ຄວາມຕ້ອງການ, ພັດທະນາຕະຫລາດຈຳຫນ່າຍ ແລະ ໂຄສະນາບັນດາຜະລິດຕະພັນ OCOP, ຜະລິດຕະພັນອຸດສາຫະກຳຊົນນະບົດທີ່ພົ້ນເດັ່ນ, ຜະລິດຕະພັນພິເສດທີ່ເປັນເອກະລັກມາໃຫ້ຜູ້ບໍລິໂພກ. ທ່ານ ເຢືອງມີງຕູ, ພະນັກງານ ສູນສົ່ງເສີມອຸດສາຫະກຳ ແລະ ສົ່ງເສີມການຄ້າ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ:

 “ມາຮ່ວມງານຕະຫລາດນັດຄັ້ງນີ້, ພະແນກອຸດສາຫະກຳ ການຄ້າ ແຂວງ ກວ໋າງຫງາຍ ນຳເອົາ 20 ຜະລິດຕະພັນ OCOP ແລະ ຜະລິດຕະພັນກະສິກຳຊົນນະບົດທີ່ພົ້ນເດັ່ນລະດັບຊາດ ມາແນະນຳຊຸມມື້ຜ່ານມາ ຂ້າພະເຈົ້າເຫັນວ່າ ພໍ່ແມ່ພີ່ນ້ອງມີຄວາມນິຍົມຜະລິດຕະພັນຂອງ OCOP, ພິເສດ ແມ່ນບັນດາຜະລິດຕະພັນຫລັກຂອງເຂດພາກ, ມີລູກຄ້າບາງຄົນໄດ້ກັບຄືນມາຊື້ຕື່ມອີກຄັ້ງໃຫມ່

ດ້ວຍຄວາມຂະຫຍັນຂັນເຄື່ອນໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ, ດ້ວຍຄວາມມານະພະຍາຍາມຂອງປະຊາຊົນໃນການນຳເອົາບັນດາຜະລິດຕະພັນOCOPໄປຈຳຫນ່າຍ ບໍ່ພຽງແຕ່ຢູ່ບັນດາຕະຫລາດພາຍໃນປະເທດ ຫາກຍັງສົ່ງໄປຂາຍຢູ່ຕ່າງປະເທດອີກດ້ວຍ. ດ້ວຍຄຸນນະພາບຂອງຜະລິດຕະພັນ OCOPໄດ້ຊ່ວຍປ່ຽນແປງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບເນື້ອໃນຂອງຮູບແບບສະຫະກອນແບບໃຫມ່, ໄດ້ຊ່ວຍໃຫ້ປະຊາຊົນ ຫວຽດນາມ ພັດທະນາເສດຖະກິດ, ເສີມຂະຫຍາຍສຸດກຳລັງແຮງ, ທ່າໄດ້ປຽບທີ່ມີຢູ່ແລ້ວຂອງແຕ່ລະທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ