ຜະລິດຕະພັນກະເສດ ຫວຽດນາມ ຍາດແຍ່ງທ່າໄດ້ປຽບຈາກທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ

(VOVWORLD) - ໄລຍະມໍ່ໆມານີ້ ເມື່ອການໄປມາເພື່ອພົວພັນຄ້າຂາຍລະຫວ່າງບັນດາບໍລິສັດສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ ກັບບັນດາຄູ່ຮ່ວມມືຕ່າງປະເທດ ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ເກີດຂຶ້ນໃນທົ່ວໂລກ, ເລື່ອງພົວພັນຄ້າຂາຍທາງອອນລາຍ ໄດ້ຮັບຖືວ່າ ແມ່ນມາດຕະການເພື່ອປ່ຽນແທນ. ນີ້ແມ່ນມາດຕະການຄວນທະວີຄູນສຳລັບຂະແຫນງຜະລິດຕະພັນກະເສດຂອງຫວຽດນາມ ໃນສະພາບເກີດໂລກລະບາດໂຄວິດ 19.

ຜະລິດຕະພັນກະເສດ ຫວຽດນາມ ຍາດແຍ່ງທ່າໄດ້ປຽບຈາກທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ - ảnh 1ໝາກລິ້ນຈີ່ ແທງຮ່າ ຢູ່ ແຂວງ ຫາຍເຢືອງໄດ້ນຳເອົາໄປຂາຍຜ່ານໂປແກມການຄ້າເອເລັກໂຕນິກ (ພາບ:moit.gov.vn)

ນັບແຕ່ວັນທີ 14 ພຶດສະພາ, ໝາກລິ້ນຈີ່ ແທງຮ່າ ຢູ່ ແຂວງ ຫາຍເຢືອງ ຂອງຫວຽດນາມ ໄດ້ນຳເອົາໄປຂາຍຢູ່ “ ຮ້ານວາງຂາຍສິນຄ້າແຂວງ ຫາຍເຢືອງໃນຂອບເຂດ ໂຄງການລະດັບຊາດກ່ຽວກັບການສົ່ງເສີມການຄ້າ” ຜ່ານໂປແກມການຄ້າເອເລັກໂຕນິກ Lazada ດ້ວຍລາຄາບຸລິມະສິດ ພ້ອມກັບນະໂຍບາຍຫນູນຊ່ວຍການສົ່ງສິນຄ້າທີ່ຈັບໃຈ. ໃນນັ້ນ Lazada ແມ່ນຫົວຫນ່ວຍທຳອິດນຳເອົາໝາກລິ້ນຈີ່ ແທງຮ່າ ເຂົ້າໃນໂປແກມການຄ້າເອເລັກໂຕນິກຢ່າງເປັນທາງການ. ທ່ານ ຟ້າມວັນຢາງ ຫົວຫນ້າກຸ່ມປູກຕົ້ນໝາກລິ້ນຈີ່ ຕາມມາດຕະຖານກຳນົດກ່ຽວກັບການປະຕິບັດການຜະລິດກະສິກຳທີ່ດີສຳລັບບັນດາຜະລິດຕະພັນກະເສດ ສິນໃນນ້ຳ ຢູ່ຫວຽດນາມ (VietGap)ຢູ່ ຕາແສງ ແທງເຊີນ ເມືອງ ແທງຮ່າ ໃຫ້ຮູ້ວ່າ:

 “ຜະລິດຕະພັນໄດ້ນຳເອົາມາພົວພັນຄ້າຂາຍທາງເອເລັກໂຕນິກ ນັ້ນ ຕ້ອງມີຄຸນນະພາບດີ ແລະໄດ້ຮັບການນິຍົມ ເຊື່ອໝັ້ນຈາກລູກຄ້າ. ກາໝາຍຫາຕົ້ນກຳເນີດສິນຄ້າ ພ້ອມກັບຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ການບົວລະບັດ ການນຳໃຊ້ຢາປາບສັດຕູພືດ …. ລ້ວນແຕ່ຕ້ອງແຈ້ງລາຍລະອຽດ ເວລານັ້ນ ຜະລິດຕະພັນຂອງຕົນຂາຍທາງອອນລາຍຈຶ່ງບັນລຸປະສິດທິຜົນໄດ້.”

ຜະລິດຕະພັນກະເສດ ຫວຽດນາມ ຍາດແຍ່ງທ່າໄດ້ປຽບຈາກທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ - ảnh 2ປົດກຸ່ມເລີ່ມຕົ້ນລາຍການນຳເອົາໝາກລິ້ນຈີ່ ແລະ ຜະລິດຕະພັນກະເສດຂອງ ຫາຍເຢືອງ ໄປຂາຍຜ່ານໂປແກມການຄ້າເອເລັກໂຕນິກ

ປີນີ້ ສະມັດຕະພາບໝາກລິ້ນຈີ່ຂອງແຂວງ ຫາຍເຢືອງ ຄາດວ່າ ບັນລຸ 55.000 ໂຕນ, ໃນນັ້ນ ສະເພາະເມືອງ ແທງຮ່າ ຄາດວ່າ ບັນລຸປະມານ 40.000 ໂຕນ. ຍ້ອນສະພາບການໂລກລະບາດຜັນແປໄປຢ່າງສັບສົນ, ຄະນະກຳມະການ ປະຊາຊົນ ແຂວງ ຫາຍເຢືອງ ໄດ້ສ້າງແຜນການນຳເອົາໝາກລິ້ນຈີ່ ເຂົ້າທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ ຄື: Voso.vn, Sendo.vn ແລະ Lazada.vn. ທ່ານ ເຈີນວັນກວັນ ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ຫາຍເຢືອງ ຢັ້ງຢືນວ່າ: ເລື່ອງຈຳຫນ່າຍ ແລະ ແນະນຳ ຜະລິດຕະພັນກະເສດຂອງແຂວງ ຫາຍເຢືອງ ໃນນັ້ນ ມີໝາກລິ້ນຈີ່ ເຂົ້າທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ ແມ່ນມີຄວາມຈຳເປັນທີ່ສຸດ ແລະ ສອດຄອ່ງກັບທ່າອ່ຽງການຄ້າເອເລັກໂຕນິກປະຈຸບັນ.

      “ຫາຍເຢຶອງ ໄດ້ມີຫລາຍມາດຕະການຈຳຫນ່າຍຜະລິດຕະພັນກະເສດ, ໃນນັ້ນ ມາດຕະການຈຳຫນ່າຍຜະລິດຕະພັນກະເສດຜ່ານທຸລະກຳພົວພັນຄ້າຂາຍທາງການຄ້າເອເລັກໂຕນິກ. ປະຈຸບັນ ພວກຂ້າພະເຈົ້າພວມສືບຕໍ່ສົມທົບກັນເພື່ອຍູ້ແຮງການຈຳຫນ່າຍຜະລິດຕະພັນໝາກລິ່ນຈີ່ ທາງການຄ້າເອເລັກໂຕນິກ ແລະໄລຍະຈະມາເຖິງ ພວກຂ້າພະເຈົ້າສືບຕໍ່ສົມທົບກັນເພື່ອນຳເອົາຜະລິດຕະພັນດີເດັ່ນຈຳນວນຫນຶ່ງເຂົ້າທຸລະກຳພົວພັນຄ້າຂາຍການຄ້າເອເລັກໂຕນິກ”

ພ້ອມກັບ Lazada, Amazon global Selling, ໂປແກມການຄ້າເອເລັກໂຕນິກທົ່ວໂລກໃຫຍ່ສຸດຂອງໂລກ ກໍ່ພວມເປີດກວ້າງການຮ່ວມມື, ຮ່ວມແຮງຮ່ວມໃຈຫນູນຊ່ວຍວິສາຫະກິດດຳເນີນທຸລະກິດຜະລິດຕະພັນກະເສດຫວຽດນາມ ພັດທະນາ ຜ່ານການຄ້າເອເລັກໂຕນິກຂ້າມຊາຍແດນ. ທ່ານນາງ ລ້າຍຫວຽດແອງ, ຮອງຫົວຫນ້າ ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ການຄ້າຫວຽດນາມຖືວ່າ:

          “ໂລກລະບາດໂຄວິດ 19 ພວມສ້າງກາລະໂອກາດ ກໍຄືສິ່ງທ້າທາຍຫລາຍຢ່າງໃຫ້ແກ່ວິສາຫະກິດ ຫວຽດນາມ. ບັນດາວິສາຫະກິດ ຜະລິດ ແລະຈຳຫນ່າຍ ລ້ວນແຕ່ໄດ້ ແລະ ພວມປ່ຽນແປງຍຸດທະສາດດຳເນີນທຸລະກິດພັດທະນາທາງດີຈີຕອນ ບໍ່ພຽງແຕ່ຢູ່ ຫວຽດນາມເທົ່ານັ້ນ ຫາກຍັງອອກສູ່ໂລກອີກດ້ວຍ. ຫວຽດນາມ ພວມມີລະດັບການເຕີບໂຕການຄ້າເອເລັກໂຕນິກຂ້າມຊາຍແດນສູງສຸດທົ່ວໂລກ ດ້ວຍ 3,7%”

ກ່ອນ ໝາກລິ້ນຈີ່ ມີຜະລິດຕະພັນກະເສດຫລາຍປະເພດ ຂອງຫວຽດນາມ ຄື: ເຂົ້າສານ, ຊາ, ກາເຟ, ໝາກພິກໄທ..ໄດ້ສົ່ງເຖິງຜູ້ບໍລິໂພກຜ່ານທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ. ທ່ານ ຮວ່າງຊວັນເຈື່ອງ, ຮອງຫົວຫນ້າສູນຄົ້ນຄ້ວາພັດທະນາລະບົບກະສິກຳ, ສະຖາບັນວິທະຍາສາດກະສິກຳ ຫວຽດນາມໃຫ້ຮູ້ວ່າ:

“ທຸລະກຳພົວພັນຄ້າຂາຍຜະລິດຕະພັນກະເສດທາງເອເລັກໂຕນິກ ມີຄວາມໝາຍໃນການພັດທະນາກະສິກຳ ຢູ່ ຫວຽດນາມ ພິເສດ ແມ່ນຊາວກະສິກອນ ແລະ ຜູ້ບໍລິໂພກ. ຜ່ານນີ້ ລູກຄ້າຫລາຍຄົນຮູ້ຈັກເຖິງບັນດາຜະລິດຕະພັນຂອງບັນດາເຂດບ້ານນາ ພວມຜັນຂະຫຍາຍ ພິເສດ ແມ່ນໂຄງການກໍ່ສ້າງຊົນນະບົດໃຫມ່, OCOP ແລະ ຫລາຍປະເທດໃນໂລກຮູ້ຈັກເຖິງບັນດາຜະລິດຕະພັນປອດໄພຂອງຫວຽດນາມ ເພື່ອໃຫ້ເຂົາເຈົ້າຊອກຫາກາລະໂອກາດຮ່ວມທຸລະກິດລົງທຶນ”

ໂລກລະບາດໂຄວິດ 19 ພວມມີການຜັນແປສັບສົນຫລາຍຢ່າງ ຊຸກຍູ້ຜູ້ບໍລິໂພກປ່ຽນແປງຄວາມຊິນເຊີຍໃນການຊື້ເຄື່ອງປະຈຳວັນ. ເພາະສະນັ້ນ ບັນດາທຸລະກຳພົວພັນຄ້າຂາຍຜະລິດຕະພັນກະເສດທາງເອເລັກໂຕນິກ ຈະແມ່ນຊ່ອງທາງຕິດຕໍ່ຄ້າຂາຍ ຊ່ວຍໃຫ້ຜູ້ຂາຍສິນຄ້າສາມາດຈຳຫນ່າຍຜະລິດຕະພັນຂອງຕົນຢ່າງວ່ອງໄວດ້ວຍຂໍ້ມູນໂປ່ງໃສ, ຊ່ວຍໃຫ້ລູກຄ້າຊອກຫາ, ສຳຜັດນັກສະຫນອງ, ຜະລິດຕະພັນອາຫານປອດສານພິດຢ່າງໄວກວ່າ ດ້ວຍລາຍຈ່າຍປະຢັດກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ