ພັດທະນາການທ່ອງທ່ຽວເພື່ອປະກອບສ່ວນເຂົ້າໃນການເຕີບໂຕຂອງ GDP ກວ່າອີກ

(vovworld) - ຕາມ​ແຜນ​ຮ່າງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຂອງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອ​ງ​ທ່ຽວ ທີ່​ຍື່ນ​ສະ​ເໜ​ີຕໍ່​ລັດ​ຖະ​ບານ, ຮອດ​ປີ 2020, ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຈະ​ມີ​ລະ​ບົບ​ພື້ນ​ຖານ​ດ້ານວັດ​ຖຸ​ເຕັກ​ນິກ​​ທີ່ຄ​ົບ​ຊຸດ, ທັນ​ສະ​ໄໝ. ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວມີ​ຄຸນ​ນະ​ພາບ​ສ​ູງ, ສາ​ມາດ​ແກ່ງ​ແຍ້ງໄດ້​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ສາ​ກົນ ແລະ ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ທີ່​ປະ​ກອບ​ສ່ວນຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ເຕີບ​ໂຕເສດ​ຖ​ະ​ກິດ​ຂອງ​ປະ​ເທດ​ຊາດ. ບົດ​ຂຽນ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີນ​ໂຕ​ຂອງ GDP ກວ່າ​ອີກ”. ຂອງ ວູ​ຢຸງ, ນັກ​ຂ່າວ VOV.


ພັດທະນາການທ່ອງທ່ຽວເພື່ອປະກອບສ່ວນເຂົ້າໃນການເຕີບໂຕຂອງ GDP ກວ່າອີກ - ảnh 1
ກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ
(ພາບ: quangnam.gov.vn)

ແຜ​ນ​ຮ່າງ​ພັດ​ທະ​ນາ​ການ​ທ່ອ​ງ​ທ່ຽວ​ຫວຽດ​ນາມ ໄດ້​ວາງ​ຄາດ​ໝາຍ​ຮອດ​ປີ 2020, ດຶ​ງ​ດູດ​​​ນັກທ່​ອງ​ທ່ຽວ​ສາ​ກົນ​ໃຫ້​ໄດ້ແຕ່ 14 – 15 ລ້ານ​ເທື່ອ​ຄົ​ນ, ​ເຕີບ​ໂຕ​ລະ​ເລ່ຍ​ບັນ​ລຸ​ແຕ່ 12 – 14%/ປີ ໃນ​ໄລ​ຍະ 2015 – 2020. ຂະ​ແໜງ​ທ່ອງ​ທ່ຽ​ວ​ສູ້​ຊົນປະ​ກອບເຂົ້າ​ GDP ແຕ່ 9 – 10%, ຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ບັນ​ລຸ 29 – 32,5 ຕື້ USD; ສ້າງວຽກ​ເຮັດ​ງານ​ທຳໃຫ້​ 3,5 ລ້ານ​ຄົນ, ໃນ​ນັ້ນ​ວຽກ​ເຮັດ​ງານ​ທຳ​ໂດຍ​ກົງ​ແມ່ນກວ່າ 1 ລ້ານ​ຄົນ. ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ດັ່ງ​ກ່າວ​ໃຫ້​ໄດ້, ຂະ​ແໜງ​ທ່ອງ​ທ່ຽວ​ພວມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ບັນ​ດາ​ຂໍ້​ຈຳ​ກັດ, ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ໃນ​ວຽກ​ງານ​ສົ່ງ​ເສີມໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ສັງ​ຄົມ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ຽວ​ກັບ​ລະ​ບຽບ​ການ​ເຂົ້າ​ເມືອງ; ພັດ​ທະ​ນາ​ຄົມ​ມາ​ນະ​ຄົມ​ສາ​ກົນ ແລະ ພາຍ​ໃນ​ປະ​ເທດ. ພ້ອມ​ກັບ​ການ​ຍົກ​ສ​ູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ການ​ທ່ອງ​ທ່ຽວ, ຂະ​ແໜງກໍ່​ຕ້ອງ​ເພີ່ມ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢ່າງ​ໝັ້​ນ​ຄົງ ແລະ ສ້າງ​ສະ​ພາບ​ແວດ​ລ້ອມແຫ່ງ​ການ​ທ່ອງ​ທ່ຽວ​ສີ​ວິ​ໄລ, ໃກ້​ຊິດ​ສະ​ໜິດ​ສະ​ໜົມ; ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ຂະ​ແໜງ, ລະ​ຫວ່າງ​ເຂດ. ທ່ານ ເຈີນ​ເຊີນ​ຫາຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ໋ງ​ຮ່​ວາ, ເຊິ່ງ​ແມ່ນ​ແຂວງ​​ທີ່​ຖ​ື​ການ​ທ່ອງ​ທ່ຽວ​ແມ່ນ​ຂະ​ແໜງ​​ເສດ​ຖະ​ກິດປາຍ​ແຫຼມ ຖື​ວ່າ, ຕ້ອງ​ມີ​ບັນ​ດາ​ການ​ປ່ຽນ​ແປງ​ເພື່ອ​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວ​ສາ​ກົນ.

        “ແຕ່​ລະ​ທ້ອ​ງ​ຖິ່ນ​ມີ​ວິ​ທີ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ເພື່ອ​ປະ​ກອບ​ເຂົ້າ​ໃນ GDP ທົ່ວ​ປະ​ເທດ, ແຕ່​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ. ຂະ​ແໜງ​ທ່ອງ​ທ່ຽວ​ແມ່ນ​ຂະ​ແໜງ​​ເສດ​ຖະ​ກິດປາຍ​ແຫຼມ ແຕ່​ຍັງ​ມີ​ບາງ​ທ້ອງ​ຖິ່ນ​ຖື​ການ​ທ້ອງ​ທ່ຽວ​ແມ່ນ​ຂະ​ແໜງລະ​ຫຼິ້ນ​ບັນ​ເທິງ​ເທົ່າ​ນັ້ນ. ດ້ວຍ​ທັດ​ສະ​ນະ​ຄື​ແນວນັ້ນ, ເລື່ອງ​ເອົາ​ໃຈ​ໃສ່​ລົງ​ທຶນ, ນະ​ໂຍາບ​ໃຫ້​ການ​ທ່ອງ​ທ່ຽວ, ບໍ່​ມີ​ຈຸດ​ສຸມ​”.

        ຕາມ​ການ​ສຳ​ຫຼວດ​ຄຳ​ເຫັນ​ຂອງ​ນັກ​ຄຸ້ມ​ຄອງ​ດ້ານ​ການ​ທ່ອງ​ທ່ຽວ 1.200 ຄົນ​ແລ້ວ, ຫວຽດ​ນາມ ຢືນ​ອັນ​ດັບ​ທີ 2 ​ຢູ່ອາ​ຊີ ແລະ​ທີ 16 ​ຢູ່ໃນ​ໂລກ ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ການ​ທ່ອ​ງ​ທ່ຽວ. ​ຄວາມ​ຈິງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ​ໃນ​ໄລ​ຍະ​ຜ່ານ​ມາ, ການ​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ໄວ, ປະ​ກ​ອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຫຼາຍ​ພໍ​ສົມ​ຄວນ, ມີ​ການ​ກະ​ທົບ​ຕັ້ງ​ໜ້າໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ດ້ານ​ແຮງ​ງານ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ສຳ​ລັບບັນ​ດາ​ວິ​ສາ​ຫະ​ກິດ​ເຮັດ​ວຽກ​ງານ​ທ່ອງ​ທ່ຽວ, ​ທາງຂະ​ແໜງ​ຄວນ​ມີ​ກົນ​ໄກ​ທີ່ສະ​ດວກ​ສະ​ບາຍ, ເປີ​ດ​ເຜີຍກວ່າ​ອີກ ເພື່ອ​ແນ​ໃສ່​ດ​ຶງ​ດູດ​​ບັນ​ດານັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​​ລົງ​ທຶນເຂົ້າ​​ບັນ​ດາ​ຂົງ​ເຂດ​ຄື ພື້ນ​ຖານ​ໂຄງ​ລ່າງ, ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ. ທ່ານ ຮ່າ​ວັນ​ຊຽວ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາ, ຖື​ວ່າ.

        “ຊ​ຸກ​ຍູ້​ການ​ລົງ​ທຶນ​ຕາມ​ແຜນ​ການ​ທີ່​ວາງ​ອອກ, ລົງ​ທຶນ​ເຂົ້າ​ໃນ​ບັນ​ດາ​ຂ​ົງ​ເຂດ​ຈຸດ​ສຸມ. ບັນ​ດາ​ກາ​ນ​ບໍ​ລິ​ການນີ້​ຕ້ອງ​ມີ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫຍ່, ມີ​ຍຸດ​ທະ​ສາດ​ເພື່ອ​​ຊີ້​ນຳ​ນຳ​ພາ​ກ່ຽວ​ກັບ​ການ​ບໍ​ລິ​ການ, ຈາກນັ້ນ​ບັນ​ດາ​ນັກ​ລົງ​ທຶນຈະ​ປະ​ຕິ​ບັດ​ຕາມ, ສ້າງ​ສະ​ພາບ​ລວມ​ເພື່ອ​ຕ້ອບ​ສະ​ໜອງຄວາມ​ຕ້ອງ​ການ​ດ້ານ​ການ​ບໍ​ລິ​ການ​ທ່ອງ​ທ່ຽ​ວ​ເປັນ​ຢ່າງ​ດີ”.

        ທີ່ກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ທີ່​ຫາ​ກໍ​ດຳ​ເນີນ​ຢູ່​ນະ​ຄອນ​ໂຮ້ຍ​ອານ, ແຂວງກວາງ​ຈິ້, ມີ​ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ຖື​ວ່າ: ຂະ​ແໜງ​ທ່​ອງ​ທ່ຽວ​ຕ້ອງ​ຂົນ​ຂວາຍ​ທັງ​ປະ​ຊາ​ຄົມ​​ເຂົ້າ​ຮ່ວມ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ, ສ້າງ​ການ​​ຮ່ວມ​ສຳ​ພັນລະ​ຫວ່າງ​ບັນ​ດາ​ຂະ​ແໜງ​ການ, ຂົງ​ເຂດ​ອື່ນ. ພິ​ເສດ, ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ, ລັດ​ຖະ​ບານ ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ຄື: ຍົກ​ເລີກວີ​ຊາ​ໃຫ້​ນັກ​ທ່ອ​ງ​ທ່ຽວ​​ຫຼາຍ​ປະ​ເທດກວ່າ ເພື່ອ​ແນ​ໃສ່​ຫຼຸດ​ຜ່ອນ​ເວ​ລາ, ຫຼຸດ​ຜ່ອນ​ລາຍ​ຈ່າຍ ແລະ ຫຼຸດ​ຜ່ອນ​ບັນ​ດາ​ລະ​ບຽບ​ການ​ເຂົ້າ​ອອກ​ເມືອງ​ຫວຽດ​ນາມ. ຕາມ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ແລ້ວ, ຕ້ອງພິ​ຈາ​ລະ​ນາ​​ການ​ວາງແຜນ​ການ​ທ່ອງ​ທ່ຽວ​ຢ່າງ​ໄວ ເພື່ອພັດ​ທະ​ນາ​ຢ່າງ​ມີ​ຈຸດ​ສຸມ, ພ້ອມ​​ກັນ​ນັ້ນຍຸດ​ທະ​ສາດ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຕ້ອ​ງ​ເປັນ​ເອ​ກະ​ພາບ, ​ປະ​ຕິ​ບັດ​ໃນໄລ​ຍະ​ຍາວ, ​ມີ​ຂັ້ນ​ຕອນ, ມີ​ສີ​ສັນເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໃຫ​້​ຮູ້​ວ່າ: ລັດ​ຖະ​ບານ ຈະ​ຍື່​ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ທ່ອງ​ທ່ຽວ​ ສະ​ບັບ​ໃໝ່ ດ້ວຍ​ເງື່ອນ​ໄຂຢ່າງ​ພຽງ​ພໍ ເພື່ອ​ນຳ​ການ​ທ່ອງ​ທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ.

        “​ຕາມຂ້າ​ພະ​ເຈົ້າແລ້ວ, ​ຢາກ​ເຮັດວຽກ​ງານ​ທ່ອງ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ, ສິ່ງທຳ​ອິດ​ແມ່ນຕ້ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກກ່ຽວ​ກັບລະ​ບອບ, ນະ​ໂຍາຍ, ກົດ​ໝາຍ. ນັ້ນ​ແມ່ນ​ລະ​ບອບ, ກົນ​ໄກ. ສິ່ງ​ສຳ​ຄັນ​ໜຶ່​ງ​ອີກ​ເຊິ່ງພວກ​ເຮົາ​ພວມ​ເອົ​າ​ໃຈ​ໃສ່​ນັ້ນ​ແມ່ນ, ປະ​ຊາ​ຄົມ​ເຮັດ​ທ່ອງ​ທ່ຽວ, ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ. ​​ປະ​ເທດ​ພວກ​ເຮົາ​ຕ້ອງ​ເຮັດ​ໄດ້​ຄື​ແນ​ວນັ້ນ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຂອງ​ພວກ​ເຮົາ​ຫຼາຍ​ຄົນ​ມີ​ຄວາມ​ຮັກ​ແພງ​ແຂກ​ຄົນ, ນັ້ນ​ແມ່ນ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ຂອງ​ຊາດ​ເຮົາ ແລະ ນັ້ນ​ແມ່ນ​ສາຍ​ເຫດ​ສຳ​ຄັນ​ເພື່ອ​ບັນ​ລຸ​ຜົນ​ສຳ​ເລັດ”.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ຫຼາຍ​ແຫ່ງ, ປະ​ຊາ​ຊົນ​ມີ​ຄວາມ​ໃກ້​ຊິ​ດ​ສະ​ໜິດ​ສະ​ໜົມ, ຄວາມ​ສະ​ຫງົບ​​ປອດ​ໄພ, ຄວາມ​ເປັນ​ລະ​ບ​ຽບ​ຮ​ຽ​ບ​ຮ້ອຍໄດ້​ຮັບ​ປະ​ກັນ… ນັ້ນ​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວສາ​ກົນ.

        “ທົ່ວ​ປວງ​ຊົນ​ເຮັດ​ການທ່ອງ​ທ່ຽວ, ນີ້​ແມ່ນ​ທ່າ​ອ່ຽງ​ຂອງ​ໂລກ, ແຕ່​ໃນ​ນັ້ນ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວິ​ສາ​ຫະ​ກິດ. ຖ້າ​ຫາກ​ພວກ​ເຮົາບໍ່​ມີ​ລະ​ບົບ​ວິ​ສາ​ຫະ​ກິດ​​ເຕີບ​ໃຫຍ່ ມີ​ເຄື່ອງ​ໝາຍ​ການ​ຄ້າ, ຮູ້​ວິ​ທີ​ຈັດ​ຕັ້ງ​ວຽກ​ງານ, ຈາກ​ການ​ໂຄ​ສະ​ນາ, ສົ່ງ​ເສີມ​ຜ​ະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ທ່ອງ​ທ່ຽວ ຍາກ​ທີ່​ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ໄດ້​. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ​ແມ່ນ​ທົ່ວ​ສັງ​ຄົມ​ຕອງ​ເຮັດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​, ໃນ​ນັ້ນ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ເປັນ​ເຈົ້າ, ແມ່ນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ມີ​ເນື້ອ​ໃນ​ໜຶ​ຶ່ງ​ອີກນັ້ນ​ແມ່ນ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕ້ອງ​ມີ​ລັກ​ສະ​ນະວິ​ຊາ​​ການ, ຮັກ​ສາ​ຄຸນ​ນະ​ພາບ, ມີ​ຈຸດ​ສຸມ​ເພື່ອ​ແຜ່​ລາມ​ອອກ​ສູ່​ທົ່ວ​ປະ​ເທດ”.

        ເພື່ອ​ແນ​ໃສ່ພັດ​ທະ​ນ​າ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ຫວຽດ​ນາມ ພວມ​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ລະ​ອຽດ, ຈາກ​ການ​ປ່ຽນ​ໃໝ່​ຈີນ​ຕະ​ນາ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ​ຕະ​ຫຼອດເຖິງ​ການ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ, ນັບແຕ່​ວັນ​ທີ 01/01/2017 ເປັນ​ຕົ້ນ​ໄປ, ຫວຽດ​ນາມ ຈະ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ສະໜອງ​ວີ​ຊາ​ເອ​ເລກ​ໂຕ​ນິກ, ສະ​ໜອງ​ວີ​ຊາ​ຢ​ູ່​ດ່ານ​ຊາຍ​ແດນ, ສ້າງ​ຄວາມ​ສະ​ດວກ​ຢ່າງ​ສຸດ​ຂີດ​ໃຫ້​ນັກ​ທ່ອງ​ທ່ຽວ. ລັດ​ຖະ​ບານ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ພວ​ມ​ມາ​ນະ​ພະ​ຍາ​ຍາມກໍ່​ສ້າງ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂ​ອງ​ປະ​ເທດ​ຊາດ​ໃຫ້ສົມ​ກັບ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງ ເພື່ອ​ກາຍ​ເປັນ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ, ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ