ພັດທະນາພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ

(VOVWORLD) -ໃນສະພາບບັນດາແຫຼ່ງວັດຖຸດິບ, ເຊື້ອໄຟຄືນ້ຳມັນດິບ, ຖ່ານຫີນພວມຫຼຸດລົງ, ທ່າອ່ຽງນຳໃຊ້ພະລັງງານໄຟຟ້າແມ່ນມາດຕະການແກ້ໄຂທີ່ເໝາະສົມກັບການກຳນົດທິດພັດທະນາ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງຫວຽດນາມ. ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນປະເທດມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງກ່ຽວກັບພະລັງງານຜະລິດຄືນໃໝ່.

ພັດທະນາພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ - ảnh 1 ພັດທະນາພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ

(ພາບອີນເຕີແນັດ)

ຫວຽດນາມ ແມ່ນປະເທດໄດ້ຮັບການຕີລາຄາວ່າ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງກ່ຽວກັບພະລັງານແຮງລົມ, ແສງຕາເວັນ ແລະ ພະລັງງານຈາກຊີວະ. ຕາມການສຳຫຼວດແລ້ວ, ຄວາມສາມາດບົ່ມຊ້ອນກ່ຽວກັບພະລັງງານແຮງລົມຂອງຫວຽດນາມ ອາດຈະເຄື່ອນເໜັງຢູ່ໃນລະດັບປະມານ 7.000 – 8.700 MW, ໂດຍສຸມໃສ່ຢູ່ເຂດແຄມຝັ່ງທະເລທາງພາກກາງ, ພາກໃຕ້, ເຂດໄຕງວຽນ ແລະ ບັນດາເກາະແມ່ນຫຼາຍທີ່ສຸດ. ໃນໄລຍະປະຈຸບັນ, ເມື່ອບັນດາຂະແໜງອຸດສາຫະກຳພວມໄດ້ຮັບການລົງທຶນພັດທະນາ, ຈຳນວນພົນລະເມືອງນັບມື້ນັບເພີ່ມຂຶ້ນນັ້ນ, ເລື່ອງຕອບສະໜອງຄວາມຕ້ອງການນຳໃຊ້ພະລັງງານໄຟຟ້າ ພວມວາງອອກສິ່ງທ້າທາຍຫຼາຍຢ່າງ. ການຜະລິດພະລັງງານໄຟຟ້ານັບມື້ນັບຕ້ອງອີງໃສ່ຖ່ານຫີນ, ນ້ຳມັນ ເຊິ່ງພວມຄ່ອຍໆຫຼຸດລົງ, ເລື່ອງນຳໃຊ້ພະລັງງານຜະລິດຄືນໃໝ່ແມ່ນມາດຕະການແກ້ໄຂເຊິ່ງຫຼາຍປະເທດພວມນຳໃຊ້. ຮັບຮູ້ໄດ້ຄວາມສາມາດບົ່ມຊ້ອນ, ບົດບາດ ແລະ ທ່າອ່ຽງພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດໃນໄລຍະຈະມາເຖິງ, ລັດຖະບານຫວຽດນາມ ໄດ້ຮັບຮອງເອົາຍຸດທະສາດພັດທະນາພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2050, ທ່ານ ເຈີ່ນວຽດຫງ້າຍ, ປະທານສະພາພະລັງານຫວຽດນາມ, ໃຫ້ຮູ້ວ່າ.

        “ທ່າອ່ຽງລວມໃນໂລກກໍຄືຢູ່ຫວຽດນາມ, ພະລັງງານໃຊ້ຈາກນ້ຳມັນ, ຖ່ານຫີນນັບມື້ນັບຫຼຸດລົງ, ທີ່ 2 ແມ່ນກໍ່ມົນລະຜິດຕໍ່ສິ່ງແວດລ້ອມ, ໂດຍສະເພາະແມ່ນບັນດາໂຮງງານຜະລິດໄຟຟ້າໃຊ້ພະລັງຄວາມຮ້ອນໂດຍນຳໃຊ້ຖ່ານຫີນ. ປະຈຸບັນ, ແຜນນະໂຍບາຍຂອງລັດຸຖະບານມີບັນດາຍຸດທະສາດພັດທະນາພະລັງງານຜະລິດຄືນໃໝ່ຮອດປີ 2030 ວິໄສທັດຮອດປີ 2050. ຂ້າພະເຈົ້າຖືວ່າ ນີ້ແມ່ນແຜນນະໂຍບາຍສຳຄັນຍິ່ງ. ດ້ວຍແຜນນະໂຍບາຍຂອງລັດຖະບານຄືແນວນັ້ນ, ປະຈຸບັນມີບໍລິສັດຕ່າງປະເທດບາງແຫ່ງໄດ້ລົງທຶນເຂົ້າບາງໂຄງການຄື: ພະລັງງານແຮງລົມ, ພະລັງງານແສງຕາເວັນ”.

        ເຖິງວ່າໄດ້ຮັບການຕີລາຄາແມ່ນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງກໍ່ຕາມ, ແຕ່ມາຮອດປະຈຸບັນການຂຸດຄົ້ນບັນດາພະລັງງານຄື: ພະລັງງານແຮງລົມ, ພະລັງງານຈາກແສງຕາເວັນ, ພະລັງງານຈາກຊີວະ ຢູ່ຫວຽດນາມ ສ່ວຍຫຼາຍພຽງແມ່ນການທົດລອງຢູ່ໃນລະດັບບໍ່ສູງ. ໃນເດືອນ ກັນຍາ 2013, 10 ເສົາກັງຫັນ (turbine) ໃຊ້ພະລັງງານແຮງລົມດ້ວຍກຳລັງຜະລິດໄຟຟ້າ 16 MW ໄລຍະທີ 1 ຂອງໂຄງການພະລັງງານແຮງລົມ ບາກລຽວ ໄດ້ເຊື່ອມຕໍ່ກັບຕາໜ່າງໄຟຟ້າແຫ່ງຊາດ, ສະໜອງໄຟຟ້າແມ່ນກວ່າ 100 MW/ມື້. ໄລຍະທີ 2 ຈະມີ 50 ເສົາກັງຫັນ ໃຊ້ພະລັງງານແຮງລົມດ້ວຍກຳລັງຜະລິດໄຟຟ້າ 83 MW. ມີ 2 ໂຄງການໄຟຟ້າແສງຕາເວັນໃຫຍ່ກວ່າໝູ່ໃນປະຈຸບັນແມ່ນໂຄງການ ຢີ້ອານ ດ້ວຍຄວາມແຮງ 212 KW ແລະ ໂຄງການຂອງບໍລິສັດເຕັກໂນໂລຊີສູງ ໂຊງ່ອນ 200 KW. ນັບມື້ນັບມີບໍລິສັດຫຼາຍແຫ່ງເຂົ້າຮ່ວມການຜະລິດເຕັກໂນໂລຊີ ແລະ ເຄື່ອງຖ່ານ ແລະ ພະລັງງານແສງຕາເວັນ. ທ່ານ ວູມິງຟ໋າບ, ຮອງຫົວໜ້າສູນພະລັງງານໃໝ່ ແລະ ພະລັງງານຜະລິດຄືນໃໝ່, ໃຫ້ຮູ້ວ່າ.

        “ປະຈຸບັນ, ພວກເຮົາໄດ້ຄ່ອຍໆສ້າງໄດ້ຕະຫຼາດຈາກບັນດາບໍລິສັດຜະລິດຖ່ານນຳໃຊ້ແສງຕາເວັນ, ຜະລິດບັນດາເຄື່ອງອາໄຫຼ່ທີ່ຜະລິດຢູ່ພາຍໃນປະເທດເພື່ອຊ່ວຍຫຼຸດຜ່ອນລາຄາລະບົບນຳໃຊ້ພະລັງງານຜະລິດຄືນໃໝ່ ເມື່ອທຽບໃສ່ກ່ອນນີ້”.

        ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ, ພະລັງງານແຮງລົມ, ພະລັງງານແສງຕາເວັນ, ພະລັງງານຈາກຊີວະ… ພະລັງງານແຕ່ລະຊະນິດຕ້ອງການມີເຕັກໂນໂລຊີ ແລະ ນະໂຍບາຍທີ່ແຕກຕ່າງກັນ ເພື່ອພັດທະນາໃຫ້ເໝາະສົມກັບທ່າອ່ຽງລວມໃນໂລກ, ກໍຄືບັນດາເງື່ອນໄຂຕົວຈິງຂອງຫວຽດນາມ. ນີ້ກໍແມ່ນບັນຫາເຊິ່ງບັນດາເຈົ້າໜ້າທີ່ເອົາໃຈໃສ່. ທ່ານ ດວ່ານວັນບິ່ງ, ຫົວໜ້າສະຖາບັນພະລັງານໃໝ່, ພະລັງງານຜະລິດຄືນໃໝ່, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງພະລັງງານຈາກຊີວະ, ຈາກບັນດາແຫຼ່ງວັດຖຸດິບສົ້ນເຂົ້າຂອງການຜະລິດກະສິກຳປ່າໄມ້ ຈາກການລ້ຽງສັດ, ພວກຂ້າພະເຈົ້າໄດ້ດຳເນີນການຄົ້ນຄວ້າຜະລິດອອກບັນດາພະລັງງານຫຼາຍຢ່າງຄື: ພະລັງງານປະເພດແຂງຊີວະ ຫຼື ຖ່ານຊີວະ…”

        ຕາມການຄາດຄະເນແຜນການພັດທະນາພະລັງງານຜະລິດຄືນໃໝ່, ຫວຽດນາມ ອາດສາມາດຂຸດຄົ້ນໄຟຟ້າໄດ້ແຕ່ 3.000 – 5.000 MW, ດ້ວຍປະລິມານຜະລິດກວ່າ 10 ຕື້ kWh ຈາກພະລັງານຜະລິດຄືນໃໝ່ໃນປີ 2025. ຖ້າຫາກມີນະໂຍບາຍໜູນຊ່ວຍຢ່າງເໝາະສົມ ຈະປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ຄວາມຕ້ອງການແຫ່ງຊາດກ່ຽວກັບປະລິມານຜະລິດໄຟຟ້າ. ໃນໄລຍະຈະມາເຖິງ, ເພື່ອພັດທະນາພະລັງງານຜະລິດຄືນໃໝ່, ຫວຽດນາມ ຈະສົ່ງເສີມ, ລະດົມທຸກແຫຼ່ງກຳລັງຈາກສັງຄົມ ແລະ ປະຊາຊົນເພື່ອເພີ່ມທະວີການສຳພັດກັບແຫຼ່ງພະລັງງານທີ່ທັນສະໄໝ, ມີຄວາມໄວ້ເນື້ອເຊື່ອໃຈດ້ວຍລາຄາຖືກ. ຍູ້ແຮງການພັດທະນາ ແລະ ນຳໃຊ້ແຫຼ່ງພະລັງງານຜະລິດຄືນໃໝ່ ອັນໄດ້ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຫຼຸດຜ່ອນຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ