ພາສີ ນະຄອນ ໂຮ່ຈິມີນ ຍູ້ແຮງການປະຕິຮູບລະບຽບການດ້ານບໍລິຫານ

(VOVWORLD) -ເພື່ອຫລີກລ້ຽງຄວາມຫຍຸ້ງເຫຍືອງ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດໃນການເຮັດລະບຽບການນຳເຂົ້າສົ່ງອອກສິນຄ້າ, ກົມພາສີ ນະຄອນ ໂຮ່ຈິມີນ ພວມຍູ້ແຮງການປະຕິຮູບລະບຽບການບໍລິຫານ ແລະ ເພີ່ມທະວີກົດລະບຽບການເຮັດວຽກ. ສູ້ຊົນຫລຸດຜ່ອນ 50% ເວລາໃນການເຮັດລະບຽບການພາສີໃຫ້ສິນຄ້າໃນປີ 2018. ບົດຂຽນຂອງເລ້ຮັ່ງ

ພາສີ ນະຄອນ ໂຮ່ຈິມີນ ຍູ້ແຮງການປະຕິຮູບລະບຽບການດ້ານບໍລິຫານ - ảnh 1 ພະນັກງານພາສີ ແນະນຳໃຫ້ວິສາຫະກິດສຳເລັດລະບຽບການ

ພາບ:thoibaotaichinhvietnam.vn

ເອື້ອຍ ຫງວຽນທິຊອງງອກ, ພາລະກອນບໍລິສັດຫຸ້ນສ່ວນຜະລິດກີ່ນປຸງແຕ່ງອາຫານ ຫວ້ານຮືງ ເມືອງ 5  ໄປເຮັດລະບຽບການພາສີຢູ່ທ່າກຳປັ່ນ ກາດລາຍ ເປັນປະຈຳ ໃຫ້ຮູ້ວ່າ: ນັບແຕ່ເມື່ອຂະແຫນງພາສີ ຢູ່ ທ່າກຳປັ່ນ ປະຕິບັດການແຈ້ງພາສີເອເລັກໂຕນິກ ແລະ ຈັດຕັ້ງການກວດກາວິຊາສະເພາະຢູ່ທ່າກຳປັ່ນໄດ້ຊ່ວຍໃຫ້ວິສາຫະກິດຫລຸດຜ່ອນເວລາໄປມາລະຫວ່າງບັນດາບ່ອນເຮັດລະບຽບການ. ພິເສດ ນັບແຕ່ເດືອນກຸມພາປີນີ້ ໂດຍປະຕິບັດດຳລັດເລກທີ 15 ຂອງລັດຖະບານ ກ່ຽວກັບກົດໝາຍວ່າດ້ວຍຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ, ເລື່ອງນຳເຂົ້າສິນຄ້າກ່ຽວຂ້ອງເຖິງສະບຽງອາຫານບໍ່ຕ້ອງການເອົາແບບຢ່າງມາກວດກາ ຊື່ງອົງການທີ່ມີຫນ້າທີ່ຮັບຜິດຊອບພຽງກວດກາສຳເນົາເອກະສານ, ສິ່ງດັ່ງກ່າວໄດ້ຊ່ວຍຫລຸດຜ່ອນເວລາຫລາຍສົມຄວນໃຫ້ແກ່ວິສາຫະກິດໃນການລໍຖ້າຮັບໃບຢັ້ງຢືນສິນຄ້າ. ກ່ອນນີ້ ວິສາຫະກິດຂອງເອື້ອຍ ງອກ ຕ້ອງເສຍເວລາ ປະມານ 10 – 20 ມື້ເພື່ອເຮັດລະບຽບການພາສີ ແລະ ຮັບໃບຢັ້ງຢືນສິນຄ້າ, ປະຈຸບັນ ເສຍເວລາພຽງປະມານ 3-4 ມື້ເທົ່ານັ້ນ.

        “ການແຈ້ງພາສີທາງເຄືອຂ່າຍອິນເຕີແນັດເສຍເວລາພຽງ 10-15 ນາທີ ແມ່ນສຳເລັດແລ້ວ, ມັນໄວ ແລະ ສະດວກທີ່ສຸດ, ເຮັດໃຫ້, ມັນຊ່ວຍໃຫ້ເຮົາຮູ້ຈັກບັນຫາໃດຍັງຂາດ ເພື່ອແກ້ໄຂຢ່າງທັນທີ.  ແຈ້ງພາສີໄດ້ 3 ມື້  ອາດຈະສົ່ງສິນຄ້າໄປໄດ້ເລີຍບໍ່   ຕ້ອງລໍຖ້າອີກ.”

        ສ່ວນຝ່າຍອົງການກວດກາວິຊາສະເພາະ, ມີຫລາຍຫົວຫນ່ວຍກໍ່ໄດ້ສົມທົບຢ່າງແຫນ້ນແຟ້ນກັບອົງການພາສີ ຍູ້ແຮງການປະຕິຮູບດ້ານບໍລິຫານ, ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ. ທ່ານ ດັ້ງວັນຮ່ວາງ, ຫົວຫນ້າກົມກວດກາພືດ ເຂດ 2, ກົມປົກປັກຮັກສາພືດ ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ:

        “ໄລຍະຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ຜັນຂະຫຍາຍການປະຕິຮູບລະບຽບການບໍລິຫານຕາມເນື້ອໃນຈິດໃຈຂອງມະຕິເລກທີ 19 ຂອງລັດຖະບານ ເພື່ອສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຂາອອກຂາເຂົ້າ.”

        ເພື່ອຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຈຳກັດເລື່ອງພົບປະໂດຍກົງລະຫວ່າງພະນັກງານພາສີ ແລະ ວິສາຫະກິດ, ຫລຸດຜ່ອນຄວາມຫຍຸ້ງເຫຍືອງ, ກຸກກວນວຸນວາຍ, ກົມພາສີ ນະຄອນໂຮ່ຈີມີນ ໄດ້ຜັນຂະຫຍາຍຫລາຍມາດຕະການ, ໃນນັ້ນ ຍູ້ແຮງການຜັນຂະຫຍາຍລະບຽບການພາສີເອເລັກໂຕນິກຜ່ານລະບົບ VNACCS/VCIS ຢູ່ ທັງໝົດ 12 ກົມພາສີສາຂາຢູ່ນະຄອນ ໂຮ່ຈິມີນ. ພ້ອມທັງ ຈັດຕັ້ງລະບົບເຄື່ອງສະແກນກວດ conterner ສິນຄ້າ ເພື່ອຮັບຮູ້ສິນຄ້າຢ່າງທັນການຂອງວິສາຫະກິດໃດເຄົາລົບກົດໝາຍເປັນຢ່າງດີ ແລະ ມີເງື່ອນໄຂຄົບຖ້ວນ ຈື່ງອະນຸຍາດໃຫ້ເຮັດລະບຽບການພາສີເມື່ອກຳປັ່ນເຂົ້າທຽບທ່າ. ກົມພາສີ ນະຄອນ ໂຮ່ຈິມີນ ກໍ່ພວມປະຕິບັດເລື່ອງໝູນໃຊ້ການຄຸ້ມຄອງຄວາມສ່ຽງໄພຢ່າງແຮງ. ເວລາເຮັດລະບຽບການພາສີ ແມ່ນຫລຸດລົງ 50% ເມື່ອທຽບໃສ່ປີ 2017.

ກົມພາສີນະຄອນ ກໍ່ພວມປະຕິບັດການຕິດຕາມກວດກາໂດຍກົງຜ່ານລະບົບ camera ເພື່ອຕິດຕາມກວດກາຈິດໃຈ, ທ່າທີ່ເຮັດວຽກຂອງພະນັກງານ, ລັດຖະກອນ ເພື່ອປັບປຸງຢ່າງທັນການ. ໄປຄຽງຄູ່ນັ້ນ ແມ່ນການປະຕິບັດທົດລອງເລື່ອງຕິດຕາມກວດກາສິນຄ້ານຳເຂົ້າສົ່ງອອກແບບອັດຕະໂນມັດ. ສອງລະບົບນີ້ແມ່ນເຊື່ອມຕໍ່ນຳກັນ, ຊ່ວຍວິສາຫະກິດສາມາດຮູ້ໄດ້ສິນຄ້າຂອງຕົນມີເງື່ອນໄຂຄົບຖ້ວນເພື່ອເຮັດລະບຽບການພາສີຫລືບໍ່ ເພື່ອຈັດວາງພາຫະນະມາຮັບເອົາສິນຄ້າ, ຫລີກລ້ຽງສະພາບອັ່ງອໍຕິດຂັດຢູ່ທ່າກຳປັ່ນ ແລະ ຈຳກັດການພົບປະໂດຍກົງລະຫວ່າງພະນັກງານ, ລັດຖະກອນພາສີກັບວິສາຫະກິດ. ປະຈຸບັນ, ກົມພາສີນະຄອນ ພວມຜັນຂະຫຍາຍທົດລອງລະບົບຕິດຕາມກວດການີ້ຢູ່ 3 ບ່ອນ, ນັ້ນຄື: ທ່າກຳປັ່ນ ICD ເຟືອງລອງ, ທ່າກຳປັ່ນ ໄຊງ່ອນເຂດ 3, ສ່ວນຫນຶ່ງຂອງທ່າກຳປັ່ນ  SPICT ຂອງເຂດ 1. ທ້າຍເດືອນເມສາ ຕົ້ນເດືອນພຶດສະພາ, ກົມພາສີ ນະຄອນ ໄດ້ຈັດຕັ້ງຢູ່ເຂດ 1, ທ່າກຳປັ່ນ ກາດລາຍ. ທ່ານ ດີງງອກທັງ, ຮັບຜິດຊອບກົມພາສີ ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ:

        “ວິສາຫະກິດອາດຈະຢູ່ບໍ່ວ່າໃນບ່ອນໃດກໍ່ສາມາດເຂົ້າໃຈໄດ້ເງື່ອນໄຂຂອງຕົນວ່າ ສາມາດເຮັດລະບຽບການພາສີໄດ້. ເຂົາເຈົ້າບໍ່ຕ້ອງການມາຫ້ອງການພາສີ, ສິນຄ້າຈະຖືກເຮັດລະບຽບການພາສີຜ່ານປະຕູອັດຕະໂນມັດ ບໍ່ຕ້ອງການແຈ້ງເອກະສານຫຍັງໃຫ້ແກ່ອົງການພາສີ ຫລື ບໍລິສັດທ່າກຳປັ່ນ.”

        ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຮັດແຫນ້ນກົດລະບຽບການເຮັດວຽກ, ກົມພາສີ ນະຄອນໂຮ່ຈິມີນ ພວມຕັ້ງຫນ້າຫລຸດຜ່ອນເວລາເຮັດລະບຽບການພາສີ, ຫລຸດຜ່ອນຄວາມຫຍຸ້ງເຫຍືອງ, ກຸກກວນວຸນວາຍຕໍ່ວິສາຫະກິດ, ສ້າງເງື່ອນໄຂສະດວກໃນການນຳເຂົ້າສົ່ງອອກສິນຄ້າ, ປະກອບສ່ວນຍົກສູງກຳລັງແກ້ງແຍ້ງໃຫ້ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ