ມາດຕະການຈຳເປັນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ຝລັ່ງ

(vovworld) - ນອກ​ຈາກ​ການ​ເຄື່ອນ​ໄຫວຕ່າງໆ​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ເຊິ່ງ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 06 - 07/09 ​ຜ່ານ​ມາ, ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝລັ່ງ Francois Hollande ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ຊ​າ​ຄົມ​ວິ​ສາ​ຫະ​ກິດ​ດຳ​ເນີນ​ອາ​ຊ​ີບ​ຝ​ລັ່ງ (French Tech Viet) ຢູ່​ຫວຽດນາມ. ເຫດ​ການນີ້ໄດ້​ເປີດ​ມາດ​ຕະ​ການ​ແກ້​ໄຂ​ທີ່​ຈຳ​ເປັນ​ໃຫ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດຫວຽດ​ນາມ - ຝ​ລັ່ງ, ຍ​ົກ​ສ​ູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄ​ຫວ​ຂອງ​ບັນ​ດາ​ວິ​ສາ​ຫ​ະ​ກິດ​ຝລັ່ງ ຢູ່​ຫວຽດ​ນາມ ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມ​ີ​ຫົວ​ຄິດ​ປະ​ດິດ​ສ້າງກວ່າ.


ມາດຕະການຈຳເປັນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ຝລັ່ງ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝລັ່ງ Francois Hollande)

ບັນ​ດາ​ວິ​ສາ​ຫະ​ກິດຂະ​ໜາດ​ກາງ​ ແລະ​ ນ້ອຍ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມດຳ​ເນີນ​ອ​າ​ຊ​ີບ ພວມ​ແມ່ນ​ທ່າ​ອ່ຽງລວມ, ແມ່ນ​ກຳ​ລັງ​ໜູນ​ອັນ​ໃຫຍ່​ຫຼວງ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ​. ການດຳ​ເນີນ​ອາ​ຊີບ​ຍັງ​ເອີ້ນ​ວ່າ Start - up ອາດ​​ເຂົ້າ​ໃຈ​ໄດ້​ວ່າ ນັ້ນແມ່ນ​ຮູບ​ແບບ​ດຳ​ເນີນ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ, ​ກະ​ແຈກ​ກະ​ຈາຍ, ສະ​ໜອງ​ດ້ວຍ​ຕົນ​ເອງ​ ແລະ ພັດ​ທະ​ນາຜະ​ລິດ​ຕະ​ພັນ ຫຼື ບໍ​ລິ​ການໃດ​ໜຶ່ງ ຫຼື ຊື້, ຂ​າຍ​​ຄືນຜະ​ລິດ​ຕະ​ພັນ ຫຼື ຮ້ານ​ຂາຍ​ສິນ​ຄ້າທີ່​ພວມ​ເຄື່ອນ​ໄຫວ ຫຼື ການ​ເຄື່ອນ​ໄຫວ​ທີ່​ສ້າງ​ກຳ​ໄລ​ໃດ​ໜຶ່ງ, ສ້າງ​ມູນ​ຄ່າ​ທີ່​ມີ​ຜົນ​ປະ​ໂຫຍດ​ໃຫ້​ສັງ​ຄົມ. ດ້ວຍ​ການ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ດຳ​ເນີນ​ອາ​ຊ​ີບ ປະ​ກອບ​ສ່ວນ​ເຂົ້າ​​ໃນການ​ສ້າງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ຫວຽດ​ນາມ ​ແລະ ຝ​ລັ່ງ, ເຖິງວ່າ​ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ແຕ່​ຕາມ​ການ​ຕີ​ລາ​ຄາ​ແລ້ວ​ຍັງ​ບໍ່​ທັນມີ​ປະ​ສິດ​ທິ​ຜົນ​ຢ່າງ​ແທ​້​ຈິງ, ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ການ​ພ​ົວ​ພັນ​ອັນ​ດີ​ງາມ​ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງ​ລະ​ຫວ່າງ 2 ປະ​ເທດ. ​ສາຍເຫດ​ສ່ວນໜຶ່ງ​ແມ່ນ​ໍ​ຍ້ອນ​ທັງ 2 ຝ່າຍ ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ 2 ຝ່າຍ. ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ພົວ​ພັນ​ຫວຽດ​ນາມ - ຝ​ລັ່ງ Pierre Journoud ຖື​ວ່າ, ປະ​ຈຸ​ບັນ ປະ​ເທດ​ຝ​ລັ່ງ ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່ເປັນ​ພິ​ເສດ​ເຖິງບັນ​ດາ​ບໍ​ລິ​ສັດ​ໃຫຍ່​ຄື Airbus ຫຼື Areva, ຍ້ອນ​ຕະ​ຫຼາດ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ນອກນັ້ນ, ໃນປະ​ຈຸ​ບັນຕະ​ຫຼາດ​ຫວຽດ​ນາມ ພວມ​ເຫັນ​ປະ​ຈັກ​ຕາ​ການ​ແກ່ງ​ແຍ້ງ​ຢ່າງ​ໃຫຍ່​ຫຼວງ, ຮຽກ​ຮ້ອງ​ຕ້ອງ​ມີ​ການ​ປ່ຽນ​ແປງ​ຈິນ​ຕະ​ນາ​ການໃນ​ການ​ຊອກ​ຫາ​ຄວາມ​ສາ​ມາດ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລົງ​ທຶນ​ໃໝ່​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ.

“ຝ່າຍ​ຝ​ລັ່ງ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ບໍ​ລິ​ສັດ, ກຸ່ມ​ບໍ​ລິ​ສັດ​ໃຫຍ່ ແລະ ບັນ​ດາ​ສັນ​ຍາ​ການ​ຄ້າ​ມີ​ຂອບ​ຂະ​ໜາດ​ໃຫຍ່. ກ່ຽວ​ກັບດ້ານ​ຍຸດ​ທະ​ສາດ​ການ​ທູດ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​​ທີ່​ສຸດ​ສຳ​ລັບ​ປະ​ເທດ​ຝ​ລັ່ງ ຍ້ອນນັ້ນ​ແມ່ນ​ບັນ​ດາ​ບໍ​ລິ​ສັດ​ໃຫຍ່, ພົ້ນ​ເດັ່ນ​ທີ່​ສຸດ​ຢູ່​ຕ່າງ​ປະ​ເທດ ແລະ ​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ໃນ​ບັນ​ດາ​ໂຄງ​ການ​ລົງ​ທຶນ, ຮ່ວມ​ມື​ຢູ່​ຕ່າງ​ປະ​ເທດ​ຂອງ​ຝ​ລັ່ງ, ໂດຍ​ສະ​ເພາະ​ແມ່ນ​​ຢູ່ເຂດ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫຼື​ ຢູ່ຫວຽດ​ນາມ. ແຕ່​ປະ​ເທດ​ຝ​ລັ່ງ ຍັງ​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ອື່ນ​​ມີ​ຫຼາຍ​ຮູບ​ຫຼາຍ​ແບບທີ່​ສຸດ ແລະ ​ເຕັ​ມ​ໄປ​ດ້ວຍ​ການປະ​ດິດ​​ຄິດສ້າງ, ນັ້ນ​ແມ່ນບັນ​ດາ​ບໍ​ລິ​ສັດ​ຂະ​ໜາດ​ກາງ ແລະ ນ້ອຍ, ຊ​້ຳ​ບໍ່​ໜຳ​​ແມ່ນນ້ອຍ​ທີ່​ສຸດ ແຕ່​ໜຸ່ມ​ແໜ້ນ, ຂະ​ຫຍັນ​ຂັນ​ເຄື່ອນ​ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ແມ່ນ​ບັນ​ດາ​ບໍ​ລິ​ສັດ start - up”.


ມາດຕະການຈຳເປັນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ຝລັ່ງ - ảnh 2
(ທະ​ນາຍ​ຄວາມ Gerard Ngo,
ຜູ້​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ພົວ​ພັນ​ຫວຽດ​ນາມ - ຝ​ລັ່ງ)


ປະ​ຈຸ​ບັນ​, ຢູ່​ຝ​ລັ່ງ, ມີ​ກອງ​ທຶນ​ລົງ​ທຶນ​ວິ​ສາ​ຫະ​ກິດ​ດຳ​ເນ​ີນ​ອາ​ຊ​ີບ​ເຄື່ອນ​ໄຫວເກືອບ 270 – 400 ແຫ່ງ ແລະ ມີ​ລະ​ດ​ັບ​ລົງ​ທຶນ​ສູງທີ່​ສຸດ, ດ້ວຍ​ມູນ​ຄ່າ​ປະ​ມານ 3,5 ລ້ານເອີ​ໂລ ເຂົ້າ​ໃນ start – up. ປີ 2015, ຈຳ​ນວນ​ເງິນ​ລົງ​ທຶນ​ເຂົ້າ​ບັນ​ດາ start – up ​ຢູ່​ຝ​ລັ່ງ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ດ້ວຍ​ລະ​ດັບ 40% ເມື່ອ​ທຽ​ບ​ໃສ່​ປີ 2014, ບັນ​ລຸ 2,6 ຕື້​ເອີ​ໂລ, ໃນ​ນັ້ນ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ start – up ເຕັກ​ນິກ​ດີ​ຈີ​ຕອນ ບັນ​ລຸ 1,8 ຕື້​ເອີ​ໂລ. ພົ້ນ​ເດັ່ນ​ມີ​ວິ​ສາ​ຫະ​ກິດ​ດຳ​ເນີນ​ອາ​ຊ​ີບ Sigfox ໄດ້​ຮັບ​ຈຳ​ນວ​ນ​ເງິນ​ເຖິງ 100 ລ້​ານ​ເອີ​ໂລ, ເຊິ່ງແມ່ນ​ບ້ວງ​ເງິນ​ລົງ​ທຶນ​ໃຫຍ່​ທີ່​ສຸດ​ເຂົ້າ start – up ໜຶ່ງ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຈຳ​ນວນ​ວິ​ສາ​ຫະ​ກິດດຳ​ເນີນ​ອາ​ຊີບບັນ​ລຸ​ຜົນ​ສຳ​ເລັດ​ຢູ່​ຝ​ລັ່ງ​ ແມ່ນ 10%, ດ້ວຍ​ເຫດນັ້ນ, ຝ​ລັ່ງ ຈຶງກຳ​ນົດເພດານໄດ້​ສ້າງ​ການ​ລົງ​ທຶນ​ພື້ນ​ຖານ ແລະ ​ຈຳ​ກັດບ້ວງ​ເງິນ​ລົງ​ທຶນ​ສ່ວນ​ບຸກ​ຄົນ​ເຂົ້າ​ໃນ​ບັນ​ດາ start – up ເພື່ອ​ຫຼີິກ​ລ້ຽງ​ຄວາມ​ສ່ຽງ​ດ້ານ​ການ​ເງິນ.

French Tech Viet ຫຼື ເອີ້ນ​ວ່າ ປະ​ຊາ​ຄົມ​ບັນ​ດາ​ວິ​ສາ​ຫະ​ກິດ​ດຳ​ເນີນ​ອາ​ຊີບ​ຂອງ​ຝ​ລັ່ງ ຢູ່​ຫວຽດ​ນາມ, ປະ​ຈຸ​ບັນ​ມີ​ສະ​ມາ​ຊິກເຂົ້າ​ຮ່ວມກວ່າ 800 ແຫ່ງ, ໃນ​ນັ້ນ​ມີກວ່າ 120 ບໍ​ລິ​ສັດ ແລະ ບາງ​ເຈົ້າ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ, ເຄື່ອນ​ໄຫວ​ໃນ​ຂ​ົງ​ເຂດ​ເຕັກ​ໂນ​ໂລ​ຊີ​ໃໝ່​ຄື: ມາດ​ຕະ​ການ​​ດ້ານກອມ​ພິວ​ເຕີ, ໂທ​ລະ​ຄົມ, ລັດ​ຖະ​ບານ​ເອ​ເ​ລັກ​ໂຕ​ນິກ, ຄວາມ​ປອດ​ໄພ​ດ້າ​ນ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ… ຢູ່​ຫວຽດ​ນາມ, ​ທ່າ​ອ່ຽງ start – up ກໍ່​ພວມ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ໃຫ້​ຫວຽດ​ນາມ ແລະ ຝ​ລັ່ງ​ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ. ຄວາມ​ເອົາ​ໃຈ​ໃສ່​ຂອງ​​ປະ​ທານາ​ທິ​ບໍ​ດີ​ຝ​ລັ່ງ ​ຜ່ານ​ການ​ຢ້ຽ​ມ​ຢາມ​ປະ​ຊາຄົມ​ບັນ​ດ​າ​ວິ​ສາ​ຫະ​ກິດ​ດຳ​ເນີນ​ອາ​ຊ​ີບຂອງ​ຝ​ລັ່ງ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຜ່ານ​ມາ​ໄດ້​ນຳ​ມາ​ເຊິ່ງ​ຄວາມ​​ໝັ້​ນ​ໝາຍ​ຫຼາຍ​ຢ່າງ. ທະ​ນາຍ​ຄວາມ Gerard Ngo, ຜູ້​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ພົວ​ພັນ​ຫວຽດ​ນາມ - ຝ​ລັ່ງ ໃນ​ຫຼາຍ​ປີ​ຜ່ານ​ມາ, ຖື​ວ່າ.

“ການ​​ມາຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ປະ​ທາ​ນາ​ທິ​ບໍ​ດີ Francois Hollande ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ, ໃນ​ຂົງ​ເຂດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜ​າດ​ກາງ ແລະ ນ້ອຍ ແລະ ບັນ​ດາ​ບໍ​ລິ​ສັດ​ດຳ​ເນີນ​ອາ​ຊີບ ຍ້ອນ​ຫວຽດ​ນາມ ແມ່ນ​ປະ​ເທດ​​ທີ່ມີ​​ພົນ​ລະ​ເມືອງ​ໜຸ່ມ​ແໜ້ນ, ກ​້າ​ຫານ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສະ​ນັ້ນ​ຝ​ລັ່ງ ແລະ ຫວຽດ​ນາມ ມີ​ຜົນ​ປະ​ໂຫຍດ​ຢ່າງ​ພຽງ​ພໍ​ເພື່ອ​ຮ່ວມ​ມື​​ໃນ​ຂົງ​ເຂດ​ໃໝ່ຢ່າງ​ແຮງກວ່າ. ນັ້ນ​ແມ່ນ​ສິ່ງ​ເພີ່​ມ​ເຕີ່ມ​ທີ່​ຈຳ​ເປັນ​ໃຫ້​ບັນ​ດ​າ​ສັນ​ຍາ​ໃຫຍ​່ ຫຼື ການ​ຮ່ວມ​ມື​ໃຫຍ​່​ລະ​ຫວ່າງ​ບັນ​ດາ​ບໍ​ລິ​ສັ​ດ​ຂອງ 2 ປະ​ເທດ.”


ມາດຕະການຈຳເປັນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ຝລັ່ງ - ảnh 3
(ທ່ານ​ປະ​ທານ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ
ປະ​ຈ​ຳ​ຝ​ລັ່ງ ຫງວຽນ​ຫາຍນ​າມ)

ປະ​ຈຸ​ບັນ, ຍັງ​ມີ​ຫຼາຍ​ຂົງ​ເຂດ​ຮ່ວ​ມ​ມື​ລະ​ຫວ່າງ​ຫວຽດ​ນາມ - ຝ​ລັ່ງ ​ບໍ່​ທັນ​​ໄດ້​ຮັບ​ການຂຸດ​ຄົ້ນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍກ9​ມີ​ກາ​ລະ​ໂອກ​າດ​ຫຼາຍ​ຢ່າງ ຖ້າ​ເປັນ​ເຈົ້າ​ການສຳ​ພັດ​ກັບ​ຕະ​ຫຼາດ. ສ່ວນ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ, ທ່ານ​ປະ​ທານ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ປະ​ຈ​ຳ​ຝ​ລັ່ງ ຫງວຽນ​ຫາຍນ​າມ, ໄດ້​ຍົກ​ອອກ​ຄຳ​ຕັກ​ເຕືອນ​ວ່າ.

“ທີ່​ໜຶ່ງແມ່ນ​ຕ້ອງ​ມີ​ເວ​ລາ​ຊອກຮ​ູ້ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຂອງ​ຝ​ລັ່ງ, ຊອກ​​ຮ​ູ້ຕະ​ຫຼາດ​ຜ່ານ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ດ້ານ​ການ​ຄ້າ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ, ຜ່ານ​ບັນ​ດາ​​ສະ​ມາ​ຄົມ, ຫຼັງ​ຈາກນັ້ນ​ຈຶ່ງ​ແມ່ນ​ບັນ​ຫາ​ຜະ​ລິດ​ຕະ​ພັນ. ກ່ອ​ນອ​ື່ນ​ໝົດ​ຕ້ອງ​ແມ່ນ​ການ​ສຳ​ພັດ, ຕ້ອງ​ໄປ​ຝ​ລັ່ງ ແລະ ເອີ​ລົບ, ໄປ​ຢ້ຽມ​ຢາມ​ບັນ​ດາ​ເຂດ​ນ້ອຍໆ ເພື່ອ​ສາ​ມາດຮູ້​ຈັກ​ວິ​ທີ​ສຳ​ພັດ, ​ວີ​ທີ​ລາຍ​ງານ, ການຫຸ້ມ​ຫໍ່, ​ໃຫ້​ຖືກ​ຕາມ​ການ​ກຳ​ນົດມາດ​ຕະ​ຖານຂອງ​ຕົນ. ແລະ​ນັບ​ທັງ​ວິ​ສາ​ຫະ​ກິດ​ຝ​ລັ່ງ, ພວກ​ຂ້າ​ພະ​ເຈົ້າກໍ່​ເວົ້າ​ໄດ້ວ່າ ຕ້ອງ​ຊອ​ກ​ຫາ​ຢູ່​ກັບ​ທີ. ແລະ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ, ນັບ​ທັງ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ຫວຽດ​ນາມ, ​ການສຳ​ພັດກັບຕະ​ຫຼາດ​ຝ​ລັ່ງ, ມີ​ຜະ​ລິດ​ຕະ​ພັນ​ແລ້ວ, ​ແມ່ນຕ້ອງ​ມີ​ຖັນ​ແຖວບຸກ​ຄະ​ລາ​ກອນ, ພົວ​ພັນ​ແລກ​ປ່ຽນ​ດ້​ວຍ​ພາ​ສາ​ຝ​ລັ່ງ​ໄດ້”.

​ນ້ອຍ, ກະ​ທັດ​ລັດ, ຂະ​ຫຍັນ​ຂັນ​ເຄື່ອນ​ແມ​່​ນ​ບັນ​ດາທ່າ​ແຮງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ແລະ ມີ​​ລັກ​ສະ​ນະ​ປະ​ດິ​ດ​ຄິດສ້າງ​ຕື່ມ​ອີກຂອງ​ບັນ​ດາ start – up. ນີ້​ຈະ​ແມ່ນ​ບັນ​ດາ​ກຳ​ລັງ​ໜູນ​ສຳ​ຄັນ ແລະ ແມ່ນ​ມາດ​ຕະ​ການ​ແກ​້​ໄຂ​ທີ່​ຈຳ​ເປັນ​ເພື່ອ​ເພີ່ມ​ປະ​ສິດ​ທິ​ຜົນ​ຂອງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ຫວຽດ​ນາມ - ຝ​ລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ