ມາດຕະການຊຸກຍູ້ການສົ່ງອອກ ປາຈາ ຂອງຫວຽດນາມ

(vovworld) - ປີ 2011 ຜ່ານ​ມາ, ປະລິມານການ​ຜະລິດ ປາຈາ ຂອງ ຫວຽດນາມ ບັນລຸ​ເກືອບ 1,2  ລ້ານ​ໂຕນ, ການ​ສົ່ງ​ອອກ​ບັນລຸ​ກວ່າ 600.000 ​ໂຕນ, ວົງ​ເງິນ​ສົ່ງ​ອອກ​ບັນລຸ​ກວ່າ 1,8 ຕຶ້​ USD. ຕາມ​ແຜນການ​ແລ້ວ, ປີ​ນີ້ ຫວຽດນາມ​ສູ້​ຊົນ​ບັນລຸ​ປະລິມານການ​ຜະລິດ​ປາຈາ​ແຕ່ 1,2 - 1,5 ​ລ້ານໂຕນ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນລຸ 2 ຕຶ້ USD. ບັນດາ​ກະຊວງ ຂະ​ແຫນງ​ການ​ກ່ຽວຂ້ອງ ​ໄດ້​ຍົກ​ອອກ​ຫລາຍ​ມາດ​ຕະການ​​ແທດ​ຈິງ ​ເພື່ອ​ບັນລຸ​ຄາດໝາຍ​ດັ່ງກ່າວໃຫ້​ໄດ້.

        ປະຈຸ​ບັນ ຫວຽດນາມ ສົ່ງ​​ປາຈາ, ປາ​ບາ​ຊາ ​ໄປ​ຂາຍຢູ່ 135 ປະ​ເທດໃນ​ໂລກ, ​ໃນ​ນັ້ນ ອາ​ເມ​ລິ​ກາ ​ແລະ ອີ​ຢູ ຍັງ​ຄົງ​ແມ່ນ​ປະ​ເທດນຳ​ເຂົ້າ​ປາຈາ​ຂອງ​ຫວຽດນາມ​ຫລາຍ​ກວ່າ​ໝູ່, ຕະຫລາດ​ສອງ​ແຫ່ງ​ນີ້​ກວມ​ 47% ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ປາຈາ​ຂອງ​ຫວຽດນາມ ​ໃນ​ປີ 2011. ປີ 2011 ຜ່ານ​ມາ ຫວຽດນາມ ມີ​ ວິ​ສາ​ຫະກິດ ກວ່າ 230 ​ແຫ່ງ​ໄດ້​ເຂົ້າ​ຮ່ວມ​ການ​ສົ່ງ​ອອກ​ປາຈາ. ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ (VASEP) ​ໄດ້ຕີ​ລາຄາວ່າ ປີ 2012 ​ເສດຖະກິດ​ໂລກ​ສືບ​ຕໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ຂະ​ແຫນງ​ປາຈາ ຍັງ​ຄົງ​ບັນລຸ​ຜົນງານ​ໄດ້ຫລາຍ​ຢ່າງ. ຍ້ອນ​ວ່າ ປະຈຸ​ບັນ ປາຈາ​ຂອງ​ຫວຽດນາມ ພວມ​ມີ​ກຳລັງ​ແກ້ງ​ແຍ້​ງສູງ​ໃນ​ຂະ​ແຫນງ​ອາຫານ​​ທົ່ວ​ໂລກ. ພາບ​ພົດ​ປາຈາ ກໍ​ຄ່ອຍໆ​ໄດ້​ຮັບ​ການ​ປົວ​ແປງ​ຜ່ານ​​ເລື່ອງ ອົງການ WWF ຮັບ​ຮູ້​ວ່າ ປາຈາ​ແມ່ນ​ປະ​ເພດ​ສິນ​ໃນ​ນ້ຳ​ທີ່​ໄດ້ລ້ຽງ​ປູກ​ແບບ​ຍື່ນ​ຍົງ, ສົ່ງ​ເສີມ​ຜູ້​ບໍລິ​​ໂພ​ກ​ຢູ່​ໃນໂລກ​ນຳ​ໃຊ້.

ມາດຕະການຊຸກຍູ້ການສົ່ງອອກ ປາຈາ ຂອງຫວຽດນາມ - ảnh 1
ການລ້ຽງປາຈາຢູ່ເຂດທົ່ງພຽງແມ່ນ້ຳຂອງ
ພາບປະກອບ (ຈາກ internet)
        ຕາມ​ແຜນການ​ແລ້ວ ປີ​ນີ້ ທົ່ວ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ທາງ​ພາກ​ໃຕ້​ຫວຽດນາມ ສູ້​ຊົນ​ເພື່ອ​ໃຫ້​ປະລິມານການ​ຜະລິດປາ​ຈາ​ບັນລຸ​ແຕ່ 1,2 - 1,5 ລ້ານ​ໂຕນ, ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນລຸ​ແຕ່ 1,85 - 2 ຕຶ້ USD. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, ​ໃນກອງ​ປະຊຸມຄັ້ງ​ຕ່າງໆ ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ​ໄດ້​ຍົກ​ອອກ​ຫລາຍ​ມາດ​ຕະການ​ຄື: ຍູ້​ແຮ​ງວຽກ​ງານ​ໂຄສະນາ​ທາງ​ພາຫະນະ​ສື່​ມວນ​ຊົນ ​ແລະ ທາງ​ການ​ທູດ ​ເພື່ອແນໃສ່ຢືນ​ຢັນວ່າ ປາຈາ​ຂອງ​ຫວຽດນາມ​ ​ແມ່ນຮັບປະກັນ​ຫລັກ​ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ ​ແລະ ​ລາ​ຄາ​ກໍເໝາະ​ສົມ. ສະຫະ​ສະມາຄົມປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ ​ໄດ້​ພິຈາລະນາ ​ແລະ ​ແນະນຳ​ລາຄາ​ເພດານ​ການ​ສົ່ງ​ອອກ​ໃຫ້​ແກ່​ຕະຫລາດ​ຕົ້ນຕໍ, ​ເປັນ​ເຈົ້າ​ການ, ຄົ້ນ​ພົບຢ່າງ​ທັນ​ການ, ​ແກ້​ໄຂ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ຕະຫລາດ, ຮົ້ວ​ກີດ​ຂວາງ, ​ການ​ແກ້ງ​ແຍ້​ງດ້ານ​ການ​ຄ້າ, ພົ້ນ​ເດັ່ນ​​ແມ່ນ​ກໍ​ລະ​ນີ​​​ຟ້ອງ​ຮ້ອງ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາຢູ່​ຕະຫລາດ ອາ​ເມ​ລິ​ກາ ​ແລະ ຄຳນິຍາມ Catfish ຂອງ​ກະຊວງ​ກະສິກຳ ອ​າ​ເມ​ລິ​ກາ, ຮັກ​ສາ​ຕະຫລາດ ສືບ​ຕໍ່​ເປີດ​ກວ້າງ​ຕະຫລາດ​ໃຫມ່​ຕື່ມ​ອີກ ​ແລະ ​ເປີດ​ກວ້າງ​ຮູບ​ການ​ສົ່ງ​ອອກ, ຫັນ​ຜະລິດ​ຕະພັນ​ການ​ສົ່ງ​ອອກ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ​ເພີ່ມ​ອັດຕາ​ສ່ວນ​ວົງ​ເງິນ​ສົ່ງ​ອອກ​ສຳລັບ​ບັນດາ​ປະ​ເພດ​ສິນຄ້າ​ມີມູນ​ຄ່າ​ເພີ່ມ, ສືບ​ຕໍ່​ພັດທະນາ​ຕະຫລາດ​ພາຍ​ໃນ​ປະ​ເທດ, ກວດກາ​ຄຸນ​ນະພາ​ບວັດ​ຖຸສົ້ນ​ເຂົ້າ​ຄື: ຫົວອາຫານ, ​ແນວ​ພັນ, ຢ​​ຸກຢາ, ​ປົວແປງສິ່ງ​ແວດ​ລ້ອມ. ທ່ານ ຫງວຽນ​ຫື​ວຢູງ, ຮອງ​ປະທານ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ ​ໃຫ້ຮູ້​ວ່າ: ສະຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​​ໃນ​ນ້ຳ​ຫວຽດນາມ ຈະ​ພິຈາລະນາ ​ແລະ ​ແນະນຳ​ລາຄາ​ເພ​ດານ​ການສົ່ງ​ອອກ​ໃຫ້​ແກ່​ຕະຫລາດ​ຕົ້ນຕໍ​ຈຳນວນ​ຫນຶ່ງ, ​ເປັນ​ເຈົ້າ​ການ, ​ຄົ້ນ​ພົບ ​ແກ້​ໄຂ​ຂໍ້​ຕິດ​ຂັດກ່ຽວ​ກັບ​ຕະຫລາດ, ຮົ້ວ​ກີດ​ຂວາງ, ການ​ແກ້ງ​ແຍ້​ງດ້ານ​ການ​ຄ້າ​ຢ່າງ​ທັນ​ການ .

        “ຂ້າພະ​ເຈົ້າ​ຄິດ​ວ່າ ຄວນ​ສຸມ​ໃສ່​ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ຂັ້ນ​ຕອນ​ໃນ​ການ​ຜະລິດ. ຍ້ອນ​ວ່າ ​ເຮັດ​ໄດ້​ສິ່ງ​ນີ້ ຈະ​ຊ່ວຍ​ກາ​ນຜະລິດ​ປາຈາ​ເປັນ​ເອກະ​ພາບຈາກ​ການ​ຜະລິດ​ແນວ​ພັນ, ຫົວອາຫານ, ການ​ລ້ຽງ ​ແລະ ປຸ​ງ​ແຕ່ງ​ ​.”

        ຫນຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່ກໍ່​ຜົນ​ສະທ້ອນ​ເຖິງ​ຈຸດໝາຍ​​ສົ່ງ​ອອກ​ປາຈາ​ຂອງ ຫວຽດນາມ ບັນລຸ 2 ຕຶ້ USD ນັ້ນ​ແມ່ນ​ການ​​ເຫນັງ​ຕີງ​ຂອງ​ຕະຫລາດ​​ໄດ້​ສົ່ງ​ຜົນກະທົບ​​ໂດຍ​ກົງ​ເຖິງ​ຂະ​ແຫນງ​ການ​ຜະລິດ, ຜູ້​ລ້ຽງ​ປາ. ຄຽງ​ຂ້າງ​ນັ້ນ, ແມ່ນລາ​ຄາ​ຫົວລ້ຽງອາຫານ​ປາຈາ ​ເພີ່ມ​ຂຶ້ນ​ສະ​ເລ່ຍ 5% ​ແລະ ນະ​ໂຍບາຍ​ຮັດ​ກຸ່ມ​ສິນ​ເຊື່ອ​ຂອງ​ລັດ ພ້ອມ​ກັບ​ການ​ເຫນັງ​ຕີງ​​ຂອງ​ເງິນຕາ​ຕ່າງປະ​ເທດ ​ໄດ້​ເຮັດ​ໃຫ້​ຜູ​້ລຽງ​ປາຈາ ​ແລະ ລາ​ຄາ​ຖືກ​ຜົນ​ສະທ້ອນ​ໄປນຳ. ທີ່​ກອງ​ປະຊຸມ​ສະຫລຸບ​ການ​ຜະລິດ, ຈຳ​ຫນ່າຍ​ປາຈາ​ປີ 2011  ​ແລະ ຜັນ​ຂະຫຍາຍ​ແຜນການ​ປີ 2012, ຜູ້​ລ້ຽງ​ປາຈາ, ບັນດາ​ວິ​ສາ​ຫະກິດ​ຜະລິດ, ຈຳ​ຫນ່າຍ ​ແລະ ສົ່ງ​ອອກ​ປາຈາ ​ໄດ້​ສະ​ເຫ​ນີຫລາຍ​ບັນຫາ​ທີ່​ຮີບ​ເຮັ່ງ ຮຽກຮ້ອງ​ໃຫ້​ລັດຖະບານ​ຕ້ອງ​ມີ​ມາດ​ຕະການ​ເພື່ອ​ແກ້​ໄຂຄວາມ​ຫຍຸ​້ງຍາກ​ນີ້. ທ່ານ ຫວໍ​ວັນ​ອົກ ຜູ້​ລ້ຽງ​ປາຈາ ຢູ່ ​ເມືອງ ທົດ​ນົດ ນະຄອນ ​ເກີນ​ເທີ ​ເວົ້າ​ວ່າ:

        “​ພວກ​ຂ້າພະ​ເຈົ້າສະ​ເຫ​ນີ​ຕໍ່ລັດ ຄວນ​ສຳ​ຫລວດ​ກວດກາ​ຄືນ​ ​ວິ​ສາ​ຫະກິດ​ແຫ່ງ​ໃດ​ມີ​ກຳລັງ​ຄວາມ​ສາມາດ​ໃນ​ການ​ພັດທະນາ. ທາງ​ລັດ​ກໍ​ຄວນຫນູນ​ຊ່ວຍ​ເພື່ອ​ຊື້​ປາຈາ​ໃຫ້​ແກ່​ຊາວ​ກະສິກອນ. ຄອບຄົວ​ໃດ​ນອນ​ໃນ​ເຂດ​ລ້ຽງ​ປາ ​ແລະ ມີ​ສີມື​ລ້ຽງ​ປາ ທາງ​ລັດ​ກໍ​ພິຈາລະນາ​ໃຫ້​ກູ້​ຢືມ​ທຶນດ້ວຍ​ອັດຕາ​ດອກ​ເບ້ຍ​ຕ່ຳ.”

        ຄຽງ​ຂ້າງ​ບັນດາ​ຄວາມ​ຫຍຸ້ງຍາກ​ດັ່ງກ່າວ, ສິ່ງ​ທີ່​ກີດຂວາງ​ທີ່​ສຸດ​​ໃນ​ປະຈຸ​ບັນ ​ແມ່ນ​ສະພາບ​ຂາດ​ແຄນ​ທຶນຮອນ. ​ສະພາບ​ການ​ຂາດ​ແຄນ​ທຶນຮອນ​ໃນ​ໄລຍະ​ຍາວນີ້ ​ໄດ້​ເຮັດ​ໃຫ້​ຄອບຄົວ​ລ້ຽງ​ປູກ​ສິນ​ໃນ​ນ້ຳ ​ແລະ ວິ​ສາ​ຫະກິດ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​. ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ​ຈຳນວນ​ຫນຶ່ງ, ກຳລັງ​ຄວາມ​ສາມາດ​ພາຍ​ໃນ​ຍັງອ່ອນ ອາດ​ຈະ​ເກີດ​ຄວາມ​ສ່ຽງ​​ເພື່ອຢຸ​ດຕິ​ການ​ເຄື່ອນ​ໄຫວ. ​ການ​ກູ້​ຢືມ​ທຶນ​ປະຈຸ​ບັນ ສ່ວນ​ຫລາຍ​ແມ່ນ​ອີງ​ໃສ່​ການຊັບ​ສິນຄ້ຳປະກັນຫລາຍ ຫລື ຫນ້ອຍ ​ແຕ່​ທຶນ​ກູ້​ຢືມ​ຈາກ​ທະນາຄານ​ພຽງ​​ແຕ່ຕອບ​ສະຫນອງ​ບໍ່​ຮອດ​ເຄິ່ງຫນຶ່ງຂອງ​ລາຍ​ຈ່າຍ​ການ​ລົງທຶນ​ເທົ່າ​ນັ້ນ. VASEP ຖື​ວ່າ ຖ້າ​ຫາກ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ດ້ານ​ທຶນຮອນ​ໄດ້ ພ້ອມ​ທັງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ລົງ​ຕຳ​່ກວ່າ​ລະດັບ 15 %/ປີ ລາຄາ​ຜະລິດຕະພັນສຳ​ເລັດ​ຮູບ​ສາມາດ​ແກ້ງ​ແຍ້​ງ​ໄດ້, ວົງ​​ເງິ​ນສົ່ງ​ອອກ 2 ຕຶ້ USD ​ໃນ​ປີ​ນີ້ ຈະ​ປະກົດ​ຜົນ​ເປັນ​ຈິງ.

ຫວີງ​ຟອງ

 


ຕອບກັບ

ຂ່າວ/ບົດ​ອື່ນ