ມານະພະຍາຍາມໃນທຸກສະພາບການ - ນັກທຸລະກິດ, ວິສາຫະກິດ ໝັ້ນໃຈບືນຕົວຂຶ້ນຢ່າງເຂັ້ມແຂງ

(VOVWORLD) - ຕາມບັນດານັກຊ່ຽວຊານແລ້ວ, ໂລກລະບາດໂຄວິດ 19 ບໍ່ພຽງແຕ່ແມ່ນສິ່ງທ້າທາຍທີ່ຮ້າຍແຮງທີ່ສຸດ ແລະ  ເຮັດໃຫ້ພື້ນຖານເສດຖະກິດທົ່ວໂລກຖືກຜົນທົບຢ່າງນັກນ່ວງນັບແຕ່ ຫລາຍທົດສະວັດຜ່ານມາເທົ່ານັ້ນ ຫາກຍັງແມ່ນສິ່ງທົດສອບກ່ຽວກັບຄວາມສາມາດຮັບມື, ຫັນປ່ຽນ ແລະ ບືນຕົວຂຶ້ນຂອງວິສາຫະກິດ. ຕົວຈິງ ໃນສະພາບການນັ້ນ ສ່ວນໃຫຍ່ ບັນດາວິສາຫະກິດຖືກຫລຸບທຶນ, ຮັດແຄບຂອບຂະນາດການເຄື່ອນໄຫວດຳເນີນທຸລະກິດທຳການຜະລິດ ແລະ ຊ້ຳບໍ່ນຳ ຕ້ອງຖືກລົ້ມລະລາຍຍ້ອນໂລກລະບາດ ແຕ່ໃນນັ້ນ ມີບາງວິສາຫະກິດກໍ່ບໍ່ຫວາດຫວັ່ນຕໍ່ຄວາມຍຸ້ງຍາກ ແລະ ບືນຕົວຂຶ້ຢ່າງເຂັ້ມແຂງ ຍ້ອນຄວາມມານະພະຍາຍາມ, ຕັ້ງນ້າ, ມີຫົວຄິດປະດິດສ້າງເພື່ອຮັບມືກັບສະພາບການໃຫມ່ເປັນຢ່າງດີ.

ມານະພະຍາຍາມໃນທຸກສະພາບການ - ນັກທຸລະກິດ, ວິສາຫະກິດ ໝັ້ນໃຈບືນຕົວຂຶ້ນຢ່າງເຂັ້ມແຂງ - ảnh 1 ຮ່ວາງຕູ່ງ CEO Pizza Home (ພາບ: baodautu.vn

ຫນຶ່ງໃນບັນດາແບບຢ່າງໂດຍໄດ້ຮັບການຕີລາຄາສູງຈາກປະຊາຄົມວິສາຫະກິດ ຍ້ອນມີຄວາມສາມາດຮັບມືກັບສະພາບໂລກລະບາດເປັນຢ່າງດີໃນໄລຍະຜ່ານມາ ນັ້ນແມ່ນເຄື່ອງໝາຍການຄ້າ Pizza Home ຂອງນັກທຸລະກິດ ຮ່ວາງຕູ່ງ. ກໍ່ເຊັ່ນດຽວກັນກັບວິສາຫະກິດຫລາຍແຫ່ງໃນຂົງເຂດດຳເນີນທຸລະກິດການບໍລິການເວົ້າລວມ ແລະ ການບໍລິການກິນດື່ມເວົ້າສະເພາະ, ໄລຍະຕົ້ນຂອງການເກີດໂລກລະບາດ Pizza Home ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ລາຍຮັບຫລຸດລົງຢ່າງແຮງ ແລະ ເລີ່ມຖືກຫລຸບທຶນຍ້ອນບໍ່ມີລູກຄ້າ.

ເຖິງຢ່າງໃດກໍຕາມ, ໂດຍບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກນັ້ນ ນັກທຸລະກິດ ຮ່ວາງຕູ່ງ ແລະ ຄະນະການນຳລະບົບຮ້ານ Pizza Home ໄດ້ຕັ້ງຫນ້າສ້າງວິທີການຮັບມື, ຕັດສິນໃຈດັດປັບຍຸດທະສາດການດຳເນີນທຸລະກິດຢ່າງແຮງ. ຕາມນັ້ນແລ້ວ Pizza Home ໄດ້ຫລຸດລາຍຈ່າຍຕ່າງໆຄື: ການໂຄສະນາ, maketing ພ້ອມທັງດັດປັບວິທີການຄຸ້ມຄອງ ແລະ ການຂາຍສິນຄ້າ... ບັນດາການປ່ຽນແປງນັ້ນ ໄດ້ເສີມຂະຫຍາຍຄຸນປະໂຫຍດເທື່ອລະກ້າວ ແລະ ນຳມາເຊິ່ງປະສິດທິຜົນທີ່ຫນ້າແປກໃຈ.  ນັກທຸລະກິດ ຮ່ວາງຕູ່ງ ແບ່ງປັນວ່າ ເພື່ອບັນລຸປະສິດທິຜົນການດຳເນີນທຸລະກິດໃນສະພາບການໃຫມ່, ການປ່ຽນແປງຄວນເລີ່ມຕົ້ນຈາກຕົວການນຳຂອງບໍລິສັດ ແລະ ການນຳວິສາຫະກິດເອງ.

 ຕາມຂ້າພະເຈົ້າແລ້ວ, ຜົນກະທົບໃຫຍ່ສຸດສຳລັບການນຳບໍລິສັດນັ້ນແມ່ນລາຍຮັບ. ແຕ່ລະມື້ ເຫັນວ່າລາຍຮັບໄດ້ຫລຸດລົງ ເວລານັ້ນ ຕ້ອງມີການກະທຳຢ່າງຂ້ຽວຂາດກວ່າ. ກ່ອນນີ້ ຂ້າພະເຈົ້າເອງ ບໍ່ເຄີຍໂຄສະນາຂາຍສິນຄ້າທາງ Facebook . ແຕ່ເມື່ອປະສົບກັບຄວາມຍຸ້ງຍາກແລ້ວ ຂ້າພະເຈົ້າຕ້ອງປ່ຽນແປງທັດສະນະນີ້ ນັ້ນແມ່ນທຸກຄົນໃນວິສາຫະກິດຕ້ອງເຂົ້າຮ່ວມການຂາຍສິນຄ້າ ເພາະຕົນເອງເຮັດທຸລະກິດ. ຕ້ອງກຳນົດໄດ້ວ່າ ຂາຍສິນຄ້າແມ່ນວຽກງານທຳມະດາຕໍ່ກັບການນຳບໍລິສັດ

ມີແບບຢ່າງຫນຶ່ງອີກທີ່ດຳເນີນທຸລະກິດບັນລຸປະສິດທິຜົນຍ້ອນມີຄວາມມານະພະຍາຍາມບືນຕົວຂຶ້ນ, ຕັ້ງຫນ້າ, ມີຫົວຄິດປະດິດສ້າງຂອງວິສາຫະກິດ, ນັກທຸລະກິດໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ ນັ້ນແມ່ນບໍລິສັດຫຸ້ນສ່ວນເຕັກໂນໂລຊີ ອານວູຍ ຂອງນັກທຸລະກິດ ຟານບາແມ້ງ ເຊິ່ງເຄື່ອນໄຫວໃນຂົງເຂດເຕັກໂນໂລຊີ. ນີ້ແມ່ນບໍລິສັດ Start up ສະຫນອງມາດຕະການຄຸ້ມຄອງກ່ຽວກັບການຂົນສົ່ງ logistic. ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນ ຢູ່ ຫວຽດນາມ, ບັນດາລູກຄ້າຂອງ ອານວູຍ ແມ່ນບັນດາບໍລິສັດຂົນສົ່ງໂດຍສານ ເຊິ່ງຖືກຜົນກະທົບຢ່າງຫນັກຫນ່ວງ, ມີບາງໄລຍະຕ້ອງຢຸດການເຄື່ອນໄຫວ, ເຮັດໃຫ້ລາຍຮັບຫລຸດລົງຢ່າງແຮງ ແລະ ຫລຸບທຶນ ເຮັດໃຫ້ບໍລິສັດ ອານວູຍ ກໍ່ຖືກຜົນສະທ້ອນໄປນຳ.

 ກໍ່ມີທັດສະນະເຊັ່ນດຽວກັນ ເຊິ່ງບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກ, CEO ຟານບາແມ້ງ ໄດ້ຕັ້ງຫນ້າພ້ອມກັບຖັນແຖວຄຸ້ມຄອງຊອກຫາມາດຕະການແກ້ໄຂ. ຕາມນັ້ນແລ້ວ ບໍລິສັດ ອານວູຍ ຕົກລົງຫລຸດຜ່ອນລາຍຈ່າຍຕ່າງໆ, ໃນນັ້ນ ຫລຸດເງິນເດືອນຂອງການນຳລົງ 50%, ດັດປັບຂັ້ນຕອນການເຄື່ອນໄຫວ ພ້ອມທັງຫນູນຊ່ວຍລູກຄ້າ, ໃນນັ້ນ ມີການຫລຸດຜ່ອນຄ່າບໍລິການ. ຈາກຜົນສຳເລັດທີ່ບັນລຸໄດ້ນັ້ນ CEO ອານວູຍ ສະຫລຸບວ່າ ຄຽງຄູ່ກັບບັນດາຄວາມຫຍຸ້ງຍາກນັ້ນ ໄລຍະເກີດໂລກລະບາດກໍ່ແມ່ນໄລຍະເວລາອັນລ້ຳຄ້າເພື່ອໃຫ້ວິສາຫະກິດມີໂອກາດຕີລາຄາຄືນຕົນເອງ, ດັດປັບບໍລິສັດເອງ.

ພວກຂ້າພະເຈົ້າຖືວ່າ ນີ້ແມ່ນກາລະໂອກາດຫາຍາກສຳລັບ startup. ເພາະວ່າ ໃນເງື່ອນໄຂເສດຖະກິດເປັນປົກກະຕິ ວິສາຫະກິດໄປຮັບໃຊ້ລູກຄ້າ. ແຕ່ເມື່ອໂລກລະບາດເກີດຂຶ້ນ ການເຄື່ອນໄຫວຂອງລູກຄ້າ ລ້ວນແຕ່ຢຸດຕິ ສະນັ້ນ ຖັນແຖວພະນັກງານເຕັກນິກຂອງ ອານວູຍ ສຸມໃສ່ພັດທະນາບັນດາວິທີເຮັດໃຫມ່ ລໍຖ້າຈຸດເວລາເສດຖະກິດກັບຄືນມາເປັນປົກກະຕິເພື່ອສະຫນອງໃຫ້ລູກຄ້າບັນດາມາດຕະການທີ່ດີກວ່າ, ຫລຸດຜ່ອນລາຄາຜະລິດຕະພັນ, ນຳມາໃຫ້ລູກຄ້າດ້ວຍລາຄາເໝາະສົມທີ່ສຸດ

 Pizza Home ແລະ ອານວູຍ ພຽງແຕ່ແມ່ນ ສອງໃນຈຳນວນວິສາຫະກິດຫລາຍແຫ່ງທີ່ໝັ້ນໃຈບຶນຕົວຂຶ້ນພັດທະນາຢ່າງເຂັ້ມແຂງໃນໄລຍະປະສົບກັບຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ 19. ສິ່ງທີ່ເປັນຫນ້າສົນໃຈ ນັ້ນແມ່ນຜົນສຳເລັດນີ້ ລ້ວນແຕ່ຍ້ອນມີຄວາມທົນທານມານະພະຍາຍາມ ແລະ  ການປະດິດຄິດສ້າງຂອງນັກທຸລະກິດ, ວິສາຫະກິດ. ນັ້ນແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ບັນດານັກທຸລະກິດ, ວິສາຫະກິດ ສືບຕໍ່ກ້າວໄປໄກກວ່າ, ປະກອບສ່ວນຢ່າງແທດຈິງເຂົ້າໃນເປົ້າໝາຍປ້ອງກັນ ສະກັດກັ້ນໂລກລະບາດສຳເລັດຜົນ ແລະ ພັດທະນາເສດຖະກິດຂອງປະເທດຊາດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ