ຢືນ​ຢັນ​ “ລົດ​ຊາດ​ເຂົ້າ​ສານ​ຫວຽດ​ນາມ” ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ

(VOVWORLD) -ປີ 2020 ແມ່ນປີທີ່ ຊາວກະສິກອນ ແລະ ວິສາຫະກິດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຮັບຜົນດີໃນການປູກເຂົ້າ ແລະ ເຂົ້າສານກໍ່ຂາຍໄດ້ລາຄາ. ເລື່ອງສ້າງໂຄງປະກອບກະສິກຳຄືນໃຫມ່, ບັນດາສັນຍາການຄ້າເສລີ ມີຜົນສັກສິດ ແມ່ນບັນດາປັດໄຈປະກອບສ່ວນນຳມາເຊິ່ງໝາກຜົນດັ່ງກ່າວ.

         

ຢືນ​ຢັນ​ “ລົດ​ຊາດ​ເຂົ້າ​ສານ​ຫວຽດ​ນາມ” ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ - ảnh 1(ພາບປະກອບ: chinhphu.vn)

ປີ 2020 ໃນແຕ່ລະລະດູການ, ເຂດທົ່ງພຽງແມ່ນ້ຳຂອງ ໄດ້ປູກເຂົ້າໃນເນື້ອທີ່ກວ່າ 1,5 ລ້ານເຮັກຕາ, ສະມັດຕະພາບສະເລ່ຍແມ່ນ 6 ໂຕນ/ເຮັກຕາ. ປະລິມານການຜະລິດເຂົ້າທັງປີຄາດວ່າບັນລຸກວ່າ 24 ລ້ານໂຕນ, ໃນນັ້ນ ລະດູການ ລະດູຫນາວຕໍ່ໃສ່ລະດູບານໃຫມ່ 2020-2021 ຄາດວ່າຈະບັນລຸກວ່າ 10 ລ້ານໂຕນ. ເຖິງວ່າຖືກຜົນສະທ້ອນຈາກໄພແຫ້ງແລ້ງ ນ້ຳເຄັມຊຶມກໍ່ຕາມ ແຕ່ເບິ່ງລວມແລ້ວ ສະມັດຕະພາບການປູກເຂົ້າຢູ່ເຂດນີ້ກໍຍັງບັນລຸໝາກຜົນດີພໍສົມຄວນ. ພິເສດ ເມື່ອທຽບໃສ່ຊຸມປີກ່ອນນີ້ ປີ 2020 ລາຄາເຂົ້າແມ່ນຢູ່ໃນລະດັບສູງພໍສົມຄວນ.  ໂດຍອີງຕາມແຕ່ລະບໍລິເວນ, ເຂດ ຊາວກະສິກອນ ມີກຳໄລແຕ່30-40% ຊ້ຳບໍ່ໜຳຍັງສູງກວ່ານັ້ນ. ທ່ານ ຫວໍມີງລວນ, ຫົວຫນ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງ ເຈົາແທ່ງ ແຂວງ ຊອກຈັງ ໃຫ້ຮູ້ວ່າ:

          ສິ່ງສະດວກ ປີນີ້ ລາຄາເຂົ້າແມ່ນສູງພໍສົມຄວນ ເປັນຕົ້ນແມ່ນບັນດາປະເພດເຂົ້າຄື OM18, OM5451ແລະ ປະເພດເຂົ້າST. ຖ້າຫາກປຽບທຽບກຳໄລໃນລະດູການຂອງລະດູແລ້ງຕໍ່ໃສ່ລະດູໃບໄມ້ຫລົ່ນ ກຳໄລແມ່ນສູງກວ່າລະດູການຂອງປີ 2019. ຄິດສະເລ່ຍ ພໍ່ແມ່ປະຊາຊົນມີກຳໄລຈາກ 16 ລ້ານ/ເຮັກຕາ, ສູງກວ່າ ຈາກ 1-2 ລ້ານດົງ/ເຮັກຕາ ເມື່ອທຽບໃສ່ລະດູການລະດູແລ້ງປີ 2019.ນີ້ແມ່ນສິ່ງທີ່ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ຊາວກະສິກອນເມືອງ ເຈົາແທ່ງ

ຢືນ​ຢັນ​ “ລົດ​ຊາດ​ເຂົ້າ​ສານ​ຫວຽດ​ນາມ” ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ - ảnh 2ລາຄາເຂົ້າສານຂອງ ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ໃນປີ 2020 ແມ່ນສູງທີ່ສຸດ (ພາບປະກອບ: TTXVN) 

ຕະຫລາດສົ່ງອອກເຂົ້າສານປີ 2020 ຂອງບັນດາວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງເວົ້າສະເພາະ ແລະ ຂອງຫວຽດນາມ ເວົ້າລວມ ມີສັນຍານດີຂຶ້ນ. ຄາດວ່າ ການສົ່ງອອກເຂົ້າສານບັນລຸ 6 ລ້ານໂຕນ. ໄລ່ຮອດເດືອນພະຈິກປີ 2020 ຫວຽດນາມ ໄດ້ສົ່ງອອກເຂົ້າສານປະມານ 5,74 ລ້ານໂຕນ, ບັນລຸ 2,85 ຕື້ USD, ເພີ່ມຂຶ້ນກວ່າ 10% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນີ້ເປັນຄັ້ງທຳອິດໃນ 5 ປີຜ່ານມາ, ລາຄາເຂົ້າສານສົ່ງອອກຂອງຫວຽດນາມ ໄດ້ລື່ນກາຍລະດັບ 450 USD/ ໂຕນ. ມີວິສາຫະກິດຫລາຍແຫ່ງຢູ່ເຂດທົ່ງພຽງແມ່ນ້ຳຂອງຖືວ່າ ເຂົ້າສານຫວຽດນາມ ຂາຍໄດ້ລາຄາສູງ ກໍ່ຍ້ອນວ່າ ຄຸນນະພາບເຂົ້າສານຫວຽດນາມ ໄດ້ມີການປ່ຽນແປງ. ດ້ານອື່ນ ນັບແຕ່ຕົ້ນເດືອນສິງຫາປີ 2020 ເມື່ອສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ມີຜົນສັກສິດ, ສ້າງກຳລັງຫນູນສຳຄັນເພື່ອໃຫ້ບັນດາວິສາຫະກິດເພີ່ມທະວີສົ່ງເຂົ້າສານແຊບ ມີຄຸນນະພາບສູງ, ລາຄາເໝາະສົມ.. ເຂົ້າຕະຫລາດ ເອີລົບທີ່ເຕັມໄປດ້ວຍແງ່ຫວັງ. ທ່ານ ຫງວຽນວັນດົນ ຜູ້ອຳນວຍການບໍລິສັດ ຫວຽດຮຶງ ຈຳກັດ ຢູ່ຕາແສງ ເຫົ້າແທ່ງ ເມືອງ ກາຍແບ່ງ ແຂວງ ຕຽນຢາງ ໃຫ້ຮູ້ວ່າ:

        ປີນີ້ ວິສາຫະກິດສົ່ງອອກບັນລຸຄາດໝາຍວາງອອກ, ລາຄາເພີ່ມຂຶ້ນປະມານ 10%, ສ່ວນໃຫຍ່ແມ່ນສົ່ງໄປຂາຍຢູ່ ມາເລເຊຍ, ຟິລິບປີນ, ຈີນຕົ້ນປີ ກໍ່ວາງແຜນສົ່ງອອກໄປຍັງບັນດາຕະຫລາດເຫລົ່ານັ້ນ, ພະຍາຍາມສົ່ງອອກໄປຍັງຕະຫລາດ ອີຢູ ເມື່ອຮັບປະກັນຕົ້ນກຳເນີດສິນຄ້າ, ຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ. ພວກຂ້າພະເຈົ້າຕ້ອງຮ່ວມສຳພັນ ລະຫວ່າງ ລັດ, ຊາວກະສິກອນ, ວິສາຫະກິດ, ວິທະຍາສາດ ຢ່າງແຫນ້ນແຟ້ນຈຶ່ງບັນລຸໄດ້ໝາກຜົນຄືດັ່ງກ່າວ”.

ມີ ສາມສາຍເຫດທີ່ເຮັດໃຫ້ເຂົ້າສານຫວຽດນາມ ມີບາດກ້າວພັດທະນາສູງຄືປະຈຸບັນ. ທີຫນຶ່ງ ແຜນຮ່າງສ້າງໂຄງປະກອບກະສິກຳຂອງລັດຖະບານ, ໃນນັ້ນ ການສ້າງໂຄງປະກອບຂະແຫນງສິນຄ້າປະເພດເຂົ້າສານໄດ້ຮັບການຜັນຂະຫຍາຍຢ່າງແຮງ ໄດ້ເຮັດໃຫ້ຂັ້ນຕອນການປູກເຂົ້າຕາມທິດຍົກສູງຄຸນນະພາບແທນໃຫ້ການເພີ່ມປະລິມານການຜະລິດ. ທີສອງ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າຫລາຍສະບັບກັບຫລາຍປະເທດມີຍຸດທະສາດຄື: CPTPP, EVFTA ອັນໄດ້ສ້າງເງື່ອນໄຂໃຫ້ເຂົ້າສານຫວຽດນາມ ພັດທະນາຢ່າງບຸກທະລຸ. ທີສາມ ປີ 2020 ສະພາບການໂລກລະບາດໂຄວິດ 19 ເຮັດໃຫ້ຫລາຍຂະແຫນງຊຸດໂຊມ ແຕ່ຄວາມຕ້ອງການກ່ຽວກັບດ້ານສະບຽງອາຫານຍັງບໍ່ຫລຸດລົງເທື່ອ.

ຄາດຄະເນວ່າ ການສົ່ງອອກເຂົ້າສານຂອງຫວຽດນາມ ໃນໄຕມາດ 1 ປີ 2021 ຍັງຈະ ບັນລຸການເຕີບໂຕດີ ເມື່ອບັນດາຕະຫລາດສົ່ງອອກຕົ້ນຕໍຄື ຟີລິບປີນ, ອາຟິຼກາ.. ສືບຕໍ່ເຊັນສັນຍາການຄ້າຊື້ເຂົ້າສານ. ນີ້ແມ່ນພື້ນຖານເພື່ອສາມາດເພີ່ມປະລິມານເຂົ້າສານສົ່ງອອກ.

ປີ 2020 ການຜະລິດເຂົ້າໄດ້ຮັບຜົນດີ, ແຫລ່ງສະຫນອງກໍ່ອຸດົມສົມບູນພ້ອມກັບຄຸນນະພາບເຂົ້າສານກໍ່ເພີ່ມຂຶ້ນ,ໄດ້ສ້າງກຳລັງແຜ່ຂະຫຍາຍ “ລົດຊາດ”ເຂົ້າສານຫວຽດນາມ ຢ່າງແຮງ. ໝາກຜົນຂອງປີ 2020 ຈະສ້າງທ່ວງທ່າໃຫ້ແກ່ການຜະລິດເຂົ້າສານ ຫວຽດນາມ ເວົ້າລວມ ແລະ ເຂດທົ່ງພຽງແມ່ນ້ຳຂອງເວົ້າສະເພາະ ບັນລຸໝາກຜົນໃຫຍ່ກວ່າໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ