ລົງເລິກການລົງທຶນຊ່ວຍເພີ່ມວົງເງິນສົ່ງອອກຜັກ,ໝາກໄມ້

(vovworld) - ດ້ວຍ​ລະ​ດັບເຕີບ​ໂຕ 130% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015, ຜັກ, ໝາກ​ໄມ້ພ​ວມ​ນຳ​ໜ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ສົ່ງ​ອອ​ຂອງ​ຫວຽດ​ນາມ ໃນ 8 ເດືອນ​ຜ່ານ​ມາ, ດ້ວຍ​ວົງ​ເງິນການ​ຄ້າ​ບັນ​ລຸ​ປະ​ມານ 1,7 ຕີ້ USD. ​ແລະ​ທ່າ​ເຕີບ​ໂຕ​ຄື​ແນວນັ້ນ, ຄາດ​ຄະ​ເນ​ວ່າ​ການ​ສົ່ງ​ອອກ​ຜັກ, ໝາກ​ໄມ້​ຈະ​ນຳ​ມາ​ເຊິ່ງ​ວົງ​ເງິນ​ການ​ຄ້າປະ​ມານ 2,5 ຕື້ USD ໃນ​ປີ 2016, ນີ້​ເປັນ​ຄັ້ງ​ທຳ​ອິດ​​ທີ່ການ​ສົ່ງ​ອອກ​ຜັກ, ໝາ​ກ​ໄມ້​ລື່ນ​ກ່າຍ​​ລະ​ດັບການ​ສົ່ງ​ອອກ​ເຂົ້າ​ສານ, ​ຖົມ​ຂູມ​ໃຫ້​ລະ​ດັບ​ເຕີບ​ໂຕລົບ​ຂອງ​ຂະ​ແໜງ​ກະ​ສິ​ກຳ​ໃນ​ຊຸມ​ເດືອ​ນ​ຕ​ົ້ນ​ປີ 2016. 


ລົງເລິກການລົງທຶນຊ່ວຍເພີ່ມວົງເງິນສົ່ງອອກຜັກ,ໝາກໄມ້ - ảnh 1
(ພາບ​ປະ​ກອບ)

ໃນ​ຮອບ​ເວ​ລາ 10 ປີ​ມານີ້, ການ​ສົ່ງ​ອອກ​ຜັ​ກ, ໝາກ​ໄມ້​ເວົ້າ​ລວມ, ພິ​ເສດ​ແມ່ນ​ຜະ​ລິດ​ຕະ​ພັນ​ໝາກ​ໄມ້​ຂອງ​ຫວຽດ​ນາມ ມີ​​ລະ​ດັບການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​. ຖ້າ​ຫາກ​ປີ 2005, ຜັ​ກ, ໝາກ​ໄມ້​ ມີ​ໜ້າ​ຢູ່ 36 ປະ​ເທດ ແລະ ເຂດ​ແ​ຄ້ວນ​ໃນ​ໂລກ​, ວົງ​ເງິນ​ການ​ຄ້າ​ບັນ​ລຸກວ່າ 235 ລ້ານ USD, ໄລ​ຮອດ​ປີ​ຜ່ານ​ມາ, ໄດ້​ມີ 60 ປະ​ເທດ ແລະ ເຂດ​ແຄ້ວນນຳ​ເຂົ້າ​ໝາກ​ໄມ້​ຂອງ​ຫວຽດ​ນາມ, ດ້ວຍ​ວົງ​ເງິນ​ການ​ຄ້າກວ່າ 1,8 ຕື້ USD. ໄລ່​ສະ​ເພາະ​ເດືອນ 08/2016, ວົງ​ເງິນ​ສົ່ງ​ອອກຜັ​ກ, ໝາກ​ໄມ້​​ບັນ​ລຸ 1,7 ຕື້ USD, ເພີ່ມ​ຂຶ້ນ 130% ເມື່ອ​ທຽບ​ໃຫ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015. ການ​ສົ່ງ​ອອກຜັ​ກ, ໝາກ​ໄມ້​​​​ບັນ​ລຸ​ລະ​ດັບເຕີບ​ໂຕ ບໍ່​ພຽງ​ແຕ່​ກາຍ​ເປັນ​ກຳ​ລັງ​ໜູນ​​ສ້າງ​ຄວາມ​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ຕື່ມ​ອີກ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໃຫ້​ຊາວ​ກະ​ສິ​ກອນ​ເພີ່ມ​ລາຍ​ຮັບ ແລະ ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ໃນ​ການ​ຈັດ​ຕັ້ງ​ການ​ຜ​ະ​ລິດ ດ້ວຍ​ບັນ​ດາ​ຂັ້ນ​ຕອນ​ການ​ຜະ​ລິດ​ກະ​ສິ​ກຳ​​ປ​ອດ​ສານ​ຜິດ ຕາມ​ມາດ​ຕະ​ຖານ VietGap, GlobalGap… ອີກ​ດ້ວຍ. ທ່ານ ຢ໋າບ​ວັນ​ແທ່ງ, ຫົວ​ໜ້າ​ກຸ່​ມ​ຜະ​ລິດ​ໝາກ​ລິ້ນ​ຈີ່​​ປອດ​ສານ​ຜິດ ທີ່​ສົ່ງ​ໄປ​ຍັງ​ອາ​ເມ​ລິ​ກາ, ຢູ່​ບ້ານ ແກ໋ບ 1, ຕາ​ແສງ​ຮົ່ງ​ຢາງ, ເມືອງ​ລຸກ​​ຫງ້ານ, ແຂວງບັັ໋ກ​ຢາງ ໄດ້​ແບ່ງ​ປັນ​ວ່າ.

        “ໃນ​ບ້ານ, ມີ​ປະ​ມ​ານ 270 ຄອ​ບ​ຄົວ, ແຕ່​ໃນ​ໂຄງ​ການ​​ມີພຽງ 6 ​ລະ​ຫັດ​ເຂດ. ​ໝ​າຍ​ຄວາມ​ວ່າ, ຍັງ​ມີ​ຫຼາຍ​ຄອບ​ຄົວ​ເຫັນ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ການ​ປູກ​ໝາກ​ລິ້ນ​ຈີ່​ປອດ​ສານ​ຜິດ​ສົ່ງ​ອອກ​ຂອງ​​ບັນ​ດາກຸ່ມ​ຜະ​ລິດ​ແລ້ວ, ແຕ່​ຍັງ​ບໍ່​ທັນ​ເຂົ້າ​ຮ່ວມ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ເປີດກວ້າງ​ເຂດ​ຜະ​ລິດໝາກ​ລິ້ນ​ຈີ່​ປອດ​ສານ​ຜິດ​ຕື່ມ​ອີກ ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ໃນ​ບ້ານ ແລະ ຊາວ​ກະ​ສິ​ກອນ​ໃນ​ເທດ​ສະ​ບານ​ເມືອງ​ຮົ່ງ​ຢາງ ລ້ວນ​ແຕ່​ເຂົ້າ​ຮ່ວມ”.

        ຄຽງ​ຂ້າງ​ບັນ​ດາ​ຕະ​ຫຼ​າດ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ໃນ​ໄລ​ຍະ​ຜ່ານ​ມາ ຂະ​ແໜງຜັ​ກ, ໝາກ​ໄມ້​ ກໍຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ຕະ​ຫຼາດ​ໃໝ່​ຫຼາຍ​ແຫ່ງ, ພິ​ເສດ​ແມ່ນ​ບັນ​ດາ​ຕະ​ຫຼາດ​ທີ່​ຮຽກ​ຮ້ອງ​ຕ້ອງ​​ການ​ຄຸນ​ນະ​ພາບ​ສູງ​ຄື: ອາ​ເມ​ລິ​ກາ, ສະ​ຫະ​ພາບ​ເອີ​ລົບ, ຍີ່​ປຸ່ນ, ສ.ເກົາ​ຫຼີ…. ລະ​ດູ​ເກັບ​ກ່ຽວ​ໝາກ​ລິ້ນ​ຈີ່​ປີນີ້, ຫວຽດ​ນາມ ຈະ​ສົ່ງ​ອອກ​ໄປ​ຍັງ​ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ. ທ່ານ ຫງວຽ​ນ​ຈິ໋​ຫງອກ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກ້າວ​ໜ້າ​ສາ​ກົນ, ກຸ່ມ​ບໍ​ລິ​ສັດ AIC, ສົ່ງ​ອອກ​​ສະ​ເພາະຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ລົງ​ທຶນ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ຖື​ວ່າ, ເລື່ອງ​ສົ່ງ​ອອກ​ໄປ​ຍັງ​ບັນ​ດາ​ຕະ​ຫຼາດ​​ມີ​ຕ້ອງ​​ການມີ​ຄຸນ​ນະ​ພາບ​ສູງ​ຈະ​ນຳ​ມາ​ເຊິ່ງ “ຜົນ​ປະ​ໂຫຍດ 2 ດ້ານ” ​ທັງ​ຫຼິກ​ລ້ຽງ​​ສະ​ພາບ​ຜັ​ກ, ໝາກ​ໄມ້​​​ຕ້ອງ​ຂຶ້ນ​ກັບ​ຕະ​ຫຼາດ​ໃດ​ໜຶ່ງ, ທັງ​ຊ່ວຍ​ໃຫ້​ຊາວ​ກະ​ສິ​ກອນ​ປ່ຽນ​ແປງ​ຄວາມ​ຊິນ​ເຄີຍ, ​ແບບວິ​ທີ​ການ​ຜະ​ລິດ, ຫັນ​​ຈ​າກ​ການ​ຂ​າຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ຕົນ​ມີ ໄປ​ສູ່​ການ​ຂາຍ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ທີ່​ຕະ​ຫຼາດ​ມີ​ຄວາມ​ຕ້ອງ​ການ. ນີ້​ກ​ໍ​ແມ່ນ​ທິດ​ທາງ​ທີ່​ຈຳ​ເປັນ​ເຊິ່ງ​ຂະ​ແໜງ​ກະ​ສິ​ກຳ​ເວົ້າ​ລວມ, ຂົງ​ເຂດ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ​ເວົ້າ​ສະ​ເພາະຕ້ອງ​ມ​ຸ່ງ​ໄປ​ເຖິງ ໃນ​ສະ​ພາບ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ຕະ​ຫຼາດ​ໂລກ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ.

        “ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ຮ​ຽກ​ຮ້ອງ​ຕ້ອງ​ມີ​ການ​ຜ​ະ​ລິດ​ຕາມ​ລະ​ບົບ​ມູນ​ຄ່າ ແລະ ​ສິ່ງ​ດັ່ງ​ກ່າວ​ໄດ້​​ເຮັດ​ໃຫ້ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ​ ແລະ ຮັບ​ປະ​ກັນ​ລາຍ​ຮັບ​ເປັນ​ປົກ​ກະ​ຕິ​ໃຫ້​ຊາວ​ກະ​ສິ​ກອນ ເມື່ອ​ມຸ່ງ​ໄປ​ເຖິງ​ຕະ​ຫຼ​າດ​ສາ​ກົນ. ສິ່ງ​ດັ່ງ​ກ່າວ​ຍັງ​ມີ​ຄວາມ​ໝາຍໃຫຍ່​ຫຼວງທີ່​ສຸດ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ ​ເພາະ​ຄຸນ​ນະ​ພາບ​ແມ່ນ​ປັດ​ໃຈ​ຕັດ​ສິນ​ປະ​ສິດ​ທິ​ຜົນ​ການ​ດຳ​ເນີນ​ທຸ​ລະ​ກິດ​​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງວິ​ສາ​ຫະ​ກິດ ເມື່ອ​ແຊກ​​ຊຶມເຂົ້າ​ຕະ​ຫຼາດ ແລະ ​ເຊັນ​ສັນ​ຍາ​​ບັນ​ດາ​ຄູ່​ຮ່ວມ​ມື”.

        ຕາມ​ທ່ານ ເຈີນ​ດິ່ງ​ລອງ, ປະ​ທານ​ສະ​ມາ​ຄົມແນວ​ພັນ​ປູກ​ຫວຽດ​ນາມ ແລ້ວ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ສົ່ງ​ອອກຜັ​ກ, ໝາກ​ໄມ້​​ຂອງ​ຫວຽດ​ນາມ ຍັງ​ໃຫຍ່​ຫຼວງ​ຢູ່ ແລະ ຄວາມຕ້ອງ​ການ​ຂ​ອງ​ໂລກກໍ່​ພວມ​ເພີ່ມ​ຂຶ້​ນ​ຢ່າງ​ແຮງ. ປະ​ຈຸ​ບັນ, ມູນ​ຄ່າ​ສົ່ງ​ອອກຜັ​ກ, ໝາກ​ໄມ້​​​ຂອງຫວຽດ​ນາມ ພວມ​ມີ​ທ່າ​ເຕີບ​ໂຕ​ຢ່າງ​ແຮງ, ແຕ່​ຍັງ​ຈຳ​ກັດ​ຢູ່​ເມື່ອ​ທຽບ​ໃສ່​ຄວາມ​ຕ້ອງ​ການ.

        “ຕະ​ຫຼ​າດຜັ​ກ, ໝາກ​ໄມ້​ໂລກ​ພວມ​ພັດ​ທະ​ນາ​​ຢ່າງ​ແຮງດ້ວຍ​ຄວາມ​ຕ້ອງ​ການ​ສູງ​. ປະ​ຈຸ​ບັນ, ຊາວ​ກະ​ສິ​ກອນ​​ເລີ່ມ​ຮັບ​ຮູ້ໄດ້ ແລະ ປ່ຽນ​ແປງ​ຄວາມ​ຊິນ​ເຄີຍ​ໃນ​ການ​ປູກ​ຟັງ, ນຳ​ໃຊ້​ບັນ​ດາ​ຮູບ​ແບບ​ການ​ຜະ​ລິດ ​ເຮັດ​ກະ​ສິ​ກຳ​​ທີ່​ດີ (VietGap) ປອດ​ໄພ ຜ່ານນັ້ນ, ຊ່ວຍ​ເພີ່ມ​ມູນ​ຄ່າ​ໃຫ້​ຜະ​ລິດ​ຕ​ະ​ພັນ​ກະ​ເສດ. ຂະ​ແໜງຜັ​ກ, ໝາກ​ໄມ້​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ພັດ​ທະ​ນາ​ຫຼາຍ​ຢ່າງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​​ແມ່ນ ເມື່ອ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດທີ່​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ມີແນວ​ພັນ​ປູກ​ໃໝ່​ທີ່​ມີ​ຄຸນ​ນະ​ພາບ​ຂອງ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄວ້າ ແລະ ​ຂອງຊາວ​ກະ​ສິ​ກອນ​ທີ່​ໄດ້​ນຳ​ໃຊ້​ບັນ​ດາ​ຂັ້ນ​ຕອນ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ, ບັນ​ດາ​ປັດ​ໃຈ​ດັ່ງ​ກ່າວ​ຈະ​ນຳ​ມາ​ເຊິ່ງ​ຜົນ​ສຳ​ເລັດ​ໃຫ້​ຂະ​ແໜງຜັ​ກ, ໝາກ​ໄມ້​”.

        ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຮົ້ວ​ກີດ​ຂວາງ​ໃຫຍ່​ກວ່າ​ໝູ່​ສຳ​ລັບ​ຂະ​ແໜງຜັ​ກ, ໝາກ​ໄມ້​​ໃນ​ປະ​ຈຸ​ບັນ ແມ່ນ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບການກວ​ດ​ກາ​ໂລກ​ລະ​ບາດ ແລະ ຄວາມ​ປອດ​ໄພ​ດ້າ​ນ​ສະ​ບ​ຽງ​ອາ​ຫານ. ເພື່ອ​ໃຫ້​ການ​ສົ່ງ​ອອກຜັ​ກ, ໝາກ​ໄມ້​ ສືບ​ຕໍ່ເຕີບ​ໂຕຢ່າງ​ແຮງ, ໄປ​ຄຽງ​ຂູ່​ກັບ​ການ​ຄວບ​ຄຸມ​ຄຸນ​ນະ​ພາບ​ການ​ປູກຜັ​ກ, ໝາກ​ໄມ້​ ​ຢູ່ພາຍ​ໃນ​ປະ​ເທດ, ບັນ​ດາ​ວິ​ສາ​ຫະ​ກິດ​​ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດນຳ​ເຂົ້າ​ຂອງ​ຕະ​ຫຼາດ​ຕ່າງໆ. ທ່ານ ເລ​ເຊີນ​ຮ່າ, ຫົວ​ໜ້າ​ຫ້ອງກວ​ດ​ກາ​ໂລກ​ລະ​ບາດ, ກົມ​ປົກ​ປ້ອງ​ພືດ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ໃຫ້​ຮູ້​ວ່າ.

        “ໝາກ​ໄມ້​ຫວຽດ​ນາມ ນັບ​ມື້​ນັບ​ມີ​ໜ້າ​ຢູ່​ບັນ​ດາ​ຕ​ະ​ຫຼາດ​ຕ້ອງ​ການຄຸນ​ນະ​ພາບ​ສູງ. ບົນ​ພື້ນ​ຖານນີ້, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ຈະ​ຄົ້ນ​ຄວ້າ​ຄວາມ​ຕ້ອງ​ການ​ຂອງ​ບັນ​ດາ​ຕະ​ຫຼາດ ແລະ ​ສຸມ​ໃສ່​ເຂົ້າ​ບັນ​ດາ​ຕະ​ຫຼາດ​​ທີ່ມີ​ຄວາມ​ຕ້ອງ​ການ​​ຈຳ​ໜ່າຍສູງ ແລະ ມີມ​ູນ​ຄ່າ​ສູງ​ເປັນ​ຕົ້ນ. ພ້ອມ​ທັງ​ຂຸດ​ຄົ້ນບັນ​ດາ​ຕະ​ຫຼາດ​​ທີ່ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ໃນ​ພາກ​ພື້ນ​ອາ​ຊຽນ ແລະ ຈີນ. ສຳ​ລັບ​ແຕ່​ລະ​ຕະ​ຫຼາດ​ຕ້ອງ​ການ​ມີ​ມາດ​ຕະ​ການ​​ທີ່​ແຕກ​ຕ່າງ​ກັນເພື່ອ​ໃຫ້​ການ​ສົ່ງ​ອອກ​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງກວ່າ”.

        ຜັກ, ໝາກ​ໄມ້​ເຕີບ​ໂຕ​ຢ່າງ​ແຮງ​ໃນ​ຊຸມ​ເດືອນ​ຕົ້ນ​ປີ ໃນ​ສະ​ພາບ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້​ອນ​​ຂອງຂະ​ແໜງ​ຜັກ, ໝາກ​ໄມ້​ນັບ​ມື້​ນັບ​ຫຼາຍ ຖ້າ​ຫາກ​ໄດ້​ຮັບ​ການ​ລົງ​ທຶນ​ຢ່າງ​ເໝາະ​ສົມ. ຄຽງ​ຂ້າງ​ເລື່ອງ​ຍູ້​ແຮງການ​ວາງ​ແຜນ​ຜັງ​ເຂດ​ປູກ, ແນວ​ພັນ​ປ​ູກ, ເຕັກ​ນິກໃນ​ການ​ປູກ​ຟັງ​ແລ້ວ, ວິ​ສາ​ຫະ​ກິດ ແລະ ຜູ້​ຜະ​ລິດ​ພວມ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງ​ທຶນ​ອຸ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜ່ານນັ້ນ​ຍົກ​ສ​ູງມ​ູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ສົ່ງ​ອອກ.

ຂ່າວ/ບົດ​ອື່ນ