ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງແນວ​ຄວາມ​ຄິດ​ສີ​ຂຽວ, ການ​ກະ​ທຳ​ສີ​ຂຽວ ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ນັບມື້ນັບໄດ້ເວົ້າເຖິງແລະ ປະຕິບັດຫຼາຍຂຶ້ນ. ໃນສະພາບການປ່ຽນແປງຂອງດິນຟ້າອາກາດ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການຜະລິດດຳເນີນທຸລະກິດ ແລະ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນລະບົບສະໜອງຖືກຕັດຕອນ, ຄ່າວັດຖຸດິບເພີ່ມຂຶ້ນ ແລະ ມູນຄ່າການຜະລິດກໍ່ເພີ່ມຂຶ້ນ, ການຜະລິດສີຂຽວ ແມ່ນວິທີທີ່ດີເພື່ອໃຫ້ວິສາຫະກິດໝູນໃຊ້ວັດຖຸດິບ, ເພີ່ມມູນຄ່າຂອງການຜະລິດ ເພື່ອນຳມາເຊິ່ງລາຄາແກ້ງແຍ້ງໃຫ້ແກ່ຜະລິດຕະພັນ. ເພາະສະນັ້ນ, ນັບແຕ່ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ຕະຫຼອດຮອດວິສາຫະກິດຂະໜາດໃຫຍ່ ລ້ວນແຕ່ປະຕິບັດ ແລະ ພວມມຸ່ງໄປສູ່ການຜະລິດສີຂຽວ.

ຢູ່ບໍລິສັດ ຜະລິດ - ການຄ້າ - ການບໍລິການ ກຸຍຝຸກ ຈຳກັດ ເຊິ່ງເປັນບໍລິສັດຜະລິດບັນດາຜະລິດຕະພັນຢາງພະລາດສະຕິກ ແລະ ສະແຕນເລດ, ເກືອບຄືວ່າບໍ່ມີວັດຖຸດິບໃດຖືກປະຖີ້ມ. ທາງບໍລິສັດຈະນຳເອົາວັດຖຸດິບທີ່ເສດເຫຼືອນັ້ນ ໄປຄົ້ນຄວ້າ, ຊອກຫາວິທີປະດິດສ້າງໃຫ້ເປັນຜະລິດຕະພັນໃຊ້ສອຍໃໝ່ ທີ່ສາມາດນຳໃຊ້ໃນຄອບຄົວ. ການໝູນໃຊ້ດັ່ງກ່າວ ທັງຊ່ວຍຫຼຸດຜ່ອນການປ່ອຍສິ່ງເສດເຫຼືອອອກສູ່ສິ່ງແວດລ້ອມ, ທັງເພີ່ມມູນຄ່າເສດຖະກິດຂຶ້ນ. ທ່ານນາງ ວັນທິຖຸຍຕຽນ, ຫົວໜ້າຝ່າຍ Marketing ຂອງບໍລິສັດດັ່ງກ່າວ ໃຫ້ຮູ້ວ່າ:

“ຫຼາຍຄົນຄິດວ່າ ວິສາຫະກິດໜຶ່ງຈະສາມາດບັນລຸໄດ້ມາດຕະຖານສີຂຽວ ໄດ້ຍາກ ແຕ່ຄວາມຈິງແລ້ວ ບໍລິສັດ ກຸຍຝຸກ ພວກຂ້າພະເຈົ້າ ໄດ້ປະຕິບັດມາແຕ່ດົນແລ້ວ. ເຖິງວ່າ ປັດຈຸບັນ ພວກຂ້າພະເຈົ້າພຽງແຕ່ປະຕິບັດຕາມມາດຕະຖານ ISO 9000 ເທົ່ານັ້ນ ກໍມີເງື່ອນໄຂຢ່າງຄົບຖ້ວນເພື່ອສົ່ງອອກຜະລິດຕະພັນແລ້ວ, ແຕ່ພວກຂ້າພະເຈົ້າຍັງໝູນໃຊ້ ແລະ ສູ້ຊົນເພື່ອໄດ້ຮັບການຢັ້ງຢືນວ່າ ບັນລຸມາດຕະຖານ  ISO 14000 ກ່ຽວກັບການຮັບປະກັນບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມສີຂຽວໃນປີ 2023 ນຳອີກ”.

ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງແນວ​ຄວາມ​ຄິດ​ສີ​ຂຽວ, ການ​ກະ​ທຳ​ສີ​ຂຽວ ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ບໍລິສັດ ກຸຍຝຸກ ໝູນໃຊ້ວັດຖຸດິບທີ່ເສດເຫຼືອ ແລ້ວຊອກຫາວິທີປະດິດສ້າງໃຫ້ເປັນຜະລິດຕະພັນໃຊ້ສອຍໃໝ່ (ພາບ: VOV)

ຢູ່ບໍລິສັດ ຢາງພະລາດສະຕິກ ຢຸຍເຕິນ, ຍຸດທະສາດພັດທະນາສີຂຽວ ໄດ້ປະຕິບັດດ້ວຍການສ້າງຕັ້ງບໍລິສັດ ຢາງພະລາດສະຕິກຜະລິດຄືນໃໝ່ ຢຸຍເຕິນ. ໂຮງງານຂອງບໍລິສັດດັ່ງກ່າວເລີ່ມເຄື່ອນໄຫວແຕ່ປີ 2020, ເຊິ່ງສາມາດເກັບທ້ອນ, ບຳບັດ, ຜະລິດຢາງ PET ຈຳນວນ 30.000 ໂຕນຕໍ່ປີ ແລະ ຄາດວ່າ ຈະເພີ່ມກຳລັງແຮງການຜະລິດຂຶ້ນທົບ 2 ເທົ່າ. ປີ 2022, ວິສາຫະກິດແຫ່ງນີ້ ກໍເກັບທ້ອນ ແລະ ຜະລິດຂວດຢາງພະລາດສະຕິກກວ່າ 1,3 ຕື້ຂວດຄືນໃໝ່, ແລ້ວສົ່ງອອກໄປ 12 ປະເທດ ແລະ ສະໜອງບັນຈຸພັນຜະລິດຄືນໃໝ່ໃຫ້ບັນດາບໍລິສັດໃຫຍ່ຄື Lavie, Nestle, Coca-cola… ທ່ານເລແອັງ, ຜູ້ອຳນວຍການຝ່າຍພັດທະນາແບບຍືນຍົງຂອງ ບໍລິສັດ ຢາງພະລາດສະຕິກຜະລິດຄືນໃໝ່ ຢຸຍເຕິນ ຖືວ່າ ຖ້າຫາກວ່າ ບໍ່ມີແນວຄວາມຄິດສີຂຽວ ກໍ່ຈະບໍ່ສາມາດເຮັດເສດຖະກິດສີຂຽວໄດ້.

“ວິສາຫະກິດແຕ່ລະແຫ່ງ ຈະມີການສຳຜັດກັບເສດຖະກິດສີຂຽວຕາມວິທີທີ່ແຕກຕ່າງກັນ. ໂດຍເປັນວິສາຫະກິດເຄື່ອນໄຫວມາຫຼາຍປີໃນຂະແໜງຢາງພະລາດສະຕິກ, ປັດຈຸບັນ ຢຸຍເຕິນ ພວມພັດທະນາຂະແໜງຢາງພະລາດສະຕິກຄືນໃໝ່, ປະກອບສ່ວນຊ່ວຍ ຫວຽດນາມ ກາຍເປັນປະເທດສີຂຽວ, ສະອາດ, ງາມຕາກວ່າອີກ”.

ສະມາຄົມວິສາຫະກິດສິນຄ້າ ຫວຽດນາມ ມີຄຸນນະພາບສູງ ໄດ້ຮັບການຕີລາຄາຈາກນັກຊ່ຽວຊານດ້ານເສດຖະກິດ ແລະ ນັກຄຸ້ມຄອງວ່າ ມີວິສາຫະກິດຫຼາຍແຫ່ງປະຈັນບານໃນການຜະລິດສີຂຽວ. ທ່ານນາງ ຫວູກິມແຮ້ງ, ປະທານສະມາຄົມຖືວ່າ ກໍຍ້ອນການປັບປຸງຂອດການຜະລິດ ແລະ ຄຸນນະພາບຜະລິດຕະພັນໃຫ້ບັນລຸມາດຕະຖານນັ້ນ ໄດ້ຕອບສະໜອງຄວາມຮຽກຮ້ອງ “ສີຂຽວ” ຂອງຕະຫຼາດ ແມ່ນປັດໄຈຕົ້ນຕໍ ນຳວິສາຫະກິດເຂົ້າເຖິງເສດຖະກິດສີຂຽວ.

ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງແນວ​ຄວາມ​ຄິດ​ສີ​ຂຽວ, ການ​ກະ​ທຳ​ສີ​ຂຽວ ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 2ຢູ່ບໍລິສັດ ຢາງພະລາດສະຕິກ ຢຸຍເຕິນ ສາມາດເກັບທ້ອນ, ບຳບັດ, ຜະລິດຢາງ PET ຈຳນວນ 30.000 ໂຕນຕໍ່ປີ

ຍຸດທະສາດ “ຫັນພື້ນຖານເສດຖະກິດເປັນສີຂຽວ” ຂອງ ໄດ້ສ້າງຂຶ້ນຜ່ານເລື່ອງ ລັດຖະບານໃຫ້ສັດຕະຍາບັນຍຸດທະສາດແຫ່ງຊາດກ່ຽວກັການເຕີບໂຕສີຂຽວ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ທ່ານ ຫວໍເຕິນແທ່ງ, ຮອງປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໃຫ້ຮູ້ວ່າ ເສດຖະກິດສີຂຽວ ອີງໃສ່ຫຼັກການຫຼັກແມ່ນ ຫຼຸດຜ່ອນການປ່ອຍສິ່ງເສດເຫຼືອ ແລະ ອາຍພິດອອກສູ່ງສິ່ງແວດລ້ອມ ໃຫ້ໄດ້ຫຼາຍທີ່ສຸດ, ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ ແລະ ຮັບປະກັນການດຸ່ນດ່ຽງຜົນປະໂຫຍດໃນສັງຄົມ. ນັບແຕ່ປີ 2010, ຫວຽດນາມ ເລີ່ມຜັນຂະຫຍາຍເສດຖະກິດສີຂຽວ ແລະ ມາຮອດປັດຈຸບັນ ໄດ້ລົງນາມໃນສັນຍາການຄ້າເສລີ 15 ສະບັບ, ໃນນັ້ນ ມີສັນຍາລຸ້ນໃໝ່ຫຼາຍສະບັບທີ່ມີຄວາມຮຽກຮ້ອງກ່ຽວກັບສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງຢ່າງເຄັ່ງຄັດ. ທ່ານກ່າວວ່າ:

“ໃນຂົງເຂດຕ່າງໆ, ເຊິ່ງໃນນັ້ນມີການຜະລິດສິນຄ້າສົ່ງອອກ, ຕ້ອງມຸ່ງໄປສູ່ການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ນັ້ນແມ່ນ ນຳໃຊ້ພະລັງງານຜະລິດຄືນໃໝ່, ວັດຖຸດິບຜະລິດຄືນໃໝ່. ແລະ ໃນການບໍລິໂພກກໍເຊັ່ນດຽວກັນ, ຈິດສຳນຶກຂອງຜູ້ບໍລິໂພກກໍມີການປ່ຽນແປງ. ທຸກຢ່າງໄດ້ຮຽກຮ້ອງໃຫ້ວິສາຫະກິດຕ້ອງພັດທະນາແບບຍືນຍົງໃນອະນາຄົດ. ນີ້ກໍແມ່ນຈຸດເວລາທີ່ພວກເຮົາຕ້ອງເພີ່ມລະດັບຄວາມໄວໃນການພັດທະນາເສດຖະກິດສີຂຽວ, ການເຕີບໂຕສີຂຽວ ແລະ ການບໍລິໂພກສີຂຽວ”.

ການປ່ຽນແປງຂອງດິນຟ້າອາກາດໃນໄລຍະຜ່ານມາ ໄດ້ສົ່ງຜົນກະທົບບໍ່ແມ່ນໜ້ອຍຕໍ່ການພັດທະນາເສດຖະກິດຂອງປະເທດຕ່າງໆ. ດັ່ງນັ້ນ, ບັນດາປະເທດ ເຖິງວ່າຈະຢາກ ຫຼື ບໍ່ຢາກ ກໍຕ້ອງເອົາໃຈໃສ່ຕໍ່ການພັດທະນາສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມໃຫ້ດີກວ່າເກົ່າ. ເພື່ອຜະລິດແບບສີຂຽວ ແລະ ພັດທະນາເສດຖະກິດສີຂຽວນັ້ນ, ແນ່ນອນວ່າ ວິສາຫະກິດຕ້ອງສ້າງລະບົບສະໜອງສີຂຽວ, ບຳລຸງສ້າງຜູ້ອອກແຮງງານກ່ຽວກັບເສດຖະກິດສີຂຽວ ນັບແຕ່ສະຕິຄວາມຮັບຮູ້ ຕະຫຼອດຮອດທັກສະ ແລະ ທ່າທີເຮັດວຽກ ກໍຄືແຫຼ່ງກຳລັງດ້ານການເງິນ, ການລົງທຶນເຕັກໂນໂລຢີໃຫ້ແກ່ການຜະລິດສີຂຽວ. ວິສາຫະກິດ ຫວຽດນາມ ໄດ້ ແລະ ກຳລັງພະຍາຍາມປ່ຽນແປງໃໝ່, ປະດິດຄິດສ້າງ, ສ້າງແນວຄວາມຄິດສີຂຽວ, ການກະທຳສີຂຽວ ເພື່ອການຄົງຕົວ ແລະ ພັດທະນາແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ