ວິສາຫະກິດຂະໜາດກາງແລະນ້ອຍບືນຕົວຂຶ້ນເພື່ອແກ່ງແຍ້ງເມື່ອເຂົ້າຮ່ວມTPP

(vovworld) - ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປ​າ​ຊີ​ຟິກ (TPP) ມີ​ຜົນ​ສັກ​ສິດ, ບັນ​ດາ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ພວ​ມ​ມີ​ທ່າ​ແຮງ​ຄື: ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີ​ບ​ໜັງ, ເຄື່ອງ​ເ​ຟີ້​ນີ​ເຈີ, ສິນ​ໃນ​ນ້ຳ… ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ພໍ່​ສົມ​ຄວນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​​ໃນຂົງ​ເຂດ​ອື່ນໆ, ນີ້​ພັດ​ແມ່ນ​ສິ່ງ​ທ້າ​ທາຍ​ໃນ​ການ​ເຊື່ອມ​ໂຍງ. ງອກ​ລວນ, ນັກ​ຂ່າວ VOV ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ “ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ບືນ​ຕົວ​ຂຶ້​ນ​ເພ​ື່​ອ​ແກ່ງ​ແຍ້ງ​ເມື່ອ​ເຂົ້າ​ຮ່ວມ TPP”.


ວິສາຫະກິດຂະໜາດກາງແລະນ້ອຍບືນຕົວຂຶ້ນເພື່ອແກ່ງແຍ້ງເມື່ອເຂົ້າຮ່ວມTPP - ảnh 1
(ພາບ​ປະ​ກອບ​ຈາກ​ອີ​ນ​ເຕີ​ແນັດ)

ບໍ​ລິ​ສັດ ຮ່​ວາງ​ແອງ, ແມ່ນ​ໜຶ່ງ​ໃນ​ຈ​ຳ​ນວນ​ໜ້ອຍ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ທີ່​ຄົ້ນ​ຄວ້າ, ຜະ​ລິດ​ວັດ​ຖຸ​ດິບ​, ທາດ​ຫອມ ແລະ ວັດ​ຖຸ​ດິບ​ສຳ​ຮອງ​ສະ​ບຽງ​ອາ​ຫານ ໃຫ້​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ. ຜະ​ລິດ​ຕະ​ພັນ​ຂອງບໍ​ລິ​ສັດ​ໄດ້​ຮັບ​ໃຊ້​ໃຫ້​​ຫຼາຍ​ເຄື່ອງ​ໝາຍ​ການ​ຄ້າ​ອັນ​ດັບ​ໜຶ່ງ ຂຶ້ນ​ກັບ​ບັນ​ດາ​ຂົງ​ເຂດ​ຄື: ນ້ຳ​ນົມ, ນ້ຳ​ຫວານ, ກາ​ເ​ຟ, ເຂົ້າ​ໜົມ, ເຄື່ອງ​ກະ​ປອງ… ແຕ່​ປະ​ຈຸ​ບັນ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ຜະ​ລິດ​ພາຍ​ໃນ​ປະ​ເທດ​ຄື​ແນວນັ້ນ ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເ​ອົາ​ໃຈ​ໃສ່​ຢ່າງ​​ເໝາະ​ສົມ​ເທື່ອ. ທ່ານ ຫງວຽ​ນ​ຫງອກ​ຮ່​ວາງ​ນາມ, ຫົວ​ໜ້າ Marketing, ບໍ​ລິ​ສັດ​ຮ່​ວາງ​ແອງ​ ໃຫ້​ຮູ້​ວ່າ.

        “ຜະ​ລິດ​ຕ​ະ​ພັນ​ຂຶ້ນ​ກັບ​ອຸດ​ສາ​ຫະ​ກຳ​ສຳ​ຮອງ​ເກືອບ​ທັງ​ໝົດ​ໃນ​ປະ​ຈຸ​ບັນ ພວກ​ເຮົາ​​ລ້ວ​ນ​ແຕ​່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ. ໃນ​ຂະ​ນະ​ທີ່​ບັນ​ດາ​ຜະ​ລິດ​ຕະ​ພັນ​​ທີ່​ຜະ​ລິດ​ຢູ່​ພາຍ​ໃນ​ປະ​ເທດ ບໍ່​ທັນ​ໄດ້​ຮັບ​ຄວາມ​ເ​ອົາ​ໃຈ​ໃສ່​​ຢ່າງ​ເໝາະ​ສົມ​ຈາກ​ນັກ​ຜະ​ລິດ ​ກໍ່​ຄືຄຸ້ມ​ຄອງ​ຂອງ​ລັດ​​”

        ເມື່ອ TPP ມີ​ຜົນ​ສັກ​ສິດ​ແລ້ວ, ​ເກືອບ​ຄື​ວ່າ 100% ພາ​ສີ​ນຳ​ເຂົ້າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ ເຊິ່ງ​ແມ່ນ​ຕະ​ຫຼາດ​ໃຫຍ່​ໃນ TPP ຈະຫຼຸ​ດ​ລົງ 0%. ນີ້​ແມ່ນ​ການ​​ກະ​ທົບ​ໃຫຍ່​​ທີ່​ສຸດ​ໃຫ້​ແກ່​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ. ນ​ອກ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ຜົນ​ປ​ະ​ໂຫຍດ​ຫຼາຍ​ຢ່າງ​ເມື່ອ​ເຂົ້າ​ຮ່ວມ TPP ຄື: ເຄື່ອງ​ຕ​່ຳ​ແຜ່​ນ​ຕັດ​ຫຍິບ, ເກີບ​ໜັງ, ສິນ​ໃນ​ນ້ຳ​, ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອ​ງ​ເຟີ​ນີ້​ເຈີ​ສົ່ງ​ອອກ…  ບັນ​ດ​າ​ວິ​ສາ​ຫະ​ກິດ​ຜະ​ລິດ​ສິນ​ຄ້າ​​​ໃຊ້​ສອຍ​ ກໍ່​ມີ​ໂ​ອ​ກາດ​ແຊກ​​ຊຶມ​ເຂົ້າ​ບັນ​ດາ​ຕະ​ຫຼາດທີ່ກວ້າງ​ໃຫຍ່ກວ່າ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕະ​ຫຼາດ​​ທີ່​ມີ​ຫຼາຍ​ປະ​ເທດ​ເຂົ້າ​ຮ່ວມຄື TPP ກໍ​ແມ່ນ​ຕະ​ຫຼາດ​ທີ່​​ມີ​ຄວາມຮ​ຽກ​ຮ້ອງ​​ຕ້ອງ​ການ​ສູງ​ດ້ານ​ຄຸນ​ນະ​ພາບ, ​ຄວາມ​ຄ​ືບ​ໜ້າ ແລະ ເຕັກ​ໂນ​ໂລ​ຊີ​ສູງ. ນີ້​ກ​ໍ່​ແມ່​ນ​ໜຶ່ງ​ໃນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ, ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຫວຽດ​ນາມ ຕ​້ອງ​ບືນ​ຕົວ​ຂຶ້ນ ຕອບ​ສະ​ໜອງ​ເງື່ອນ​ໄຂ​ຢ່າ​ງພຽງ​ພໍເພື່ອ​ເຂົ້າ​ຮ່ວມ “​ຕະ​ຫຼາດ” ໃຫຍ່​ຂອງ​​ພື້ນ​ຖານ​ເສດ​ຖະ​ກິດ​ເຊື່ອມ​ໂຍງ. ທ່ານ ຫງວ​ຽນ​ເຢືອງ​ຮ້​ຽວ, ຜູ​້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫ​ຸ້ນ​ສ່ວນ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ Lidovit ໃຫ້​ຮູ້​ວ່າ.

        “ບັນ​ດາ​ຫາ​ສຳ​ຄັນ​ແມ່ນ​ສືບ​ຕໍ່​ລົງ​ທຶນ, ເປີດກວ້າງ​ເຕັກ​ໂນ​ໂລ​ຊີ, ເປີດກວ້າງ​ເຄື່ອງ​ອຸ​ປະ​ກອນ ແລະ ບຳ​ລຸງ​ສ້າງ​ແຫຼ່​ງ​ຊັບ​ພະ​ຍ​າ​ກອນ​ມະ​ນຸດ, ເພີ່ມ​ຄວ​າມ​ສາ​ມາດ​ແກ່ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ, ເຮັດ​ໄດ້​ຄື​ແນວນ​ັ້ນ​ຈຶ່ງ​ສາ​ມາ​ດ​ເຊື່ອມ​ຕໍ່​ຜະ​ລິດ​ຕ​ະ​ພັ​ນ​ຂອງວິ​ສາ​ຫະ​ກິດ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ​ໄດ້”.


ວິສາຫະກິດຂະໜາດກາງແລະນ້ອຍບືນຕົວຂຶ້ນເພື່ອແກ່ງແຍ້ງເມື່ອເຂົ້າຮ່ວມTPP - ảnh 2
(ພາບ​ປະ​ກອບ: vneconomy)

ທ່ານ ຮີ່ນ​ວັນ​ມິງ, ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ: ກຳ​ລັງ​ຄວາມ​ສາ​ມາດ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ໃນ​ປະ​ຈຸ​ບັນ​ ຍາກ​ທີ່​ຈະ​ຕອບ​ສະ​ໜອງບັນ​ດາ​ໃບ​ສັ່ງ​ຊື້​ສິນ​ຄ້າ​ໃຫຍ່ ແລະ ເວ​ລາ​ສົ່ງ​ສິນ​ຄ້າ​ໄວ້​ໄດ້. ວິ​ສາ​ຫະ​ກິ​ດ​ພາຍ​ໃນ​ປະ​ເທດ​ຢາກ​ແກ່ງ​ແຍ້ງ​ກັບ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ໄດ້ ຕ້ອງ​ການ​ມີ​ທຶນ​ຫຼາຍ ເພື່ອ​ຕອບ​ສະ​ໜອງ​​ຄວາມ​ປອດ​ໄພ ແລະ ລັກ​ສະ​ນະ​ໝັ້​ນ​ຄົງ. ລັດ​ຕ້ອງ​ມີ​ນະ​ໂຍ​ບາຍ​ຕື່ມ​ອີກ​ກ່ຽວ​ກັບ​ທຶນ, ດອກ​ເບ້ຍ, ພາ​​ສີ, ມະ​ນຸດ ຫຼື ທີ່​ດິນ… ຢ່າງ​ຄົບ​ຊຸດ, ເພ​ື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ເຂົ້າ​ຮ່ວມ​ການ​ລົງ​ທຶນ ແລະ ແກ່ງ​ແຍ້ງ​ຢ່າງ​ປອດ​ໄສ.

        ຄ​ຽງ​ຂ້າງນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​ຍົກ​ສູງ​ດ​້ານ​ວິ​ຊາ​ການ​ເມື່ອ​ສົ່ງ​ອອກ​ເຂ​ົ້າ​ຕະ​ຫຼາດ TPP, ​ເຊິ່ງສະ​ແດງ​​ອອກ​ດ້ວຍ​ການຮັກ​ສາ​ອິດ​ທິ​ພົນ​ຊື່​ສຽງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ພິ​ເສດ​ແມ່ນ​ບັນ​ຫາ​​​ຄວາມ​ປອດ​ໄພ ແລະ ສຸ​ຂະ​ອະ​ນາ​ໄມ​ຂອງ​ອາ​ຫານບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ ແລະ ເມື່ອ​ເຂົ້າ​ຮ່​ວມ TPP ບັນ​ດາ​ວິ​ສາ​ຫະ​ກິດ​ກ​ໍ​ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຂໍ້​ມູນ​ຕະ​ຫຼາດ, ນຳ​ໃຊ້​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ່​ຽວ​ຂ້ອງ​ໃນ TPP ເປັນ​ຢ່່າງ​ດີ. ໃນ​ຂະ​ນະ​ທີ່, ວິ​ສາ​ຫະ​ກິດ​ສັງ​ກັດ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ ສ່ວນ​ຫຼາຍ​ມີ​ຂອບ​ຂະ​ໜາດ​ກາງ ແລະ ນ້ອຍ, ທຶນບໍ່​ຫຼາຍ, ຢາກ​ສຳ​ພັດ ແລະ ກູ້​ຢື່ມ​ທຶນ​ຈາກ​ທະ​ນາ​ຄານ​ບໍ່​ແມ່ນ​ເລື່ອງ​ງ່​າຍ. ສະ​ນັ້ນ, ລັດ​ຕ້ອງ​ປັບ​ປຸງນະ​ໂຍ​ບາຍຫຼາຍ​ສະ​ບັບ, ໃນ​ນັ້ນ​ມີ​ເລື່ອງ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ຄ່າ​ເຊົ່າ​ທີ່​ດິນ, ພິ​ເສດ​ແມ່ນດອກ​ເບ້ຍ​ທະ​ນາ​ຄານ…

        ປະ​ຈຸ​ບັນ, ຫວຽດ​ນາມ​ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ 400.000 ແຫ່ງ. ເມື່ອ​ສັນ​ຍາ​ການ​ຄ້າ​ຄື TPP ມີ​ຜົນ​ສັກ​ສິດ​ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດນີ້​ຕ​້ອງ​ຍ້ອມ​ຮັບ​ການ​ແກ່ງ​ແຍ້ງ​ຢ່າງ​ແຮງ​ຈາກວິ​ສາ​ຫະ​ກິດ​ໃຫຍ່​​ຂອງຕ່າງ​ປະ​ເທດ. ເພື່ອ​ຕອບ​ສະ​​ໜອງ​ຄວາມ​ຕ້ອງ​ການ​​ເຊື່ອ​ມ​ໂຍງ​ໃຫ້​ໄດ້, ນອກ​ຈາກ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຈາກ​ລັດ​ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ​ກໍ​ຕ້ອງ​ຮັບ​ມື​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ TPP ເອງ, ເຮັດ​ໄດ້​ຄື​ແນວນັ້ນ ວິ​ສາ​ຫະ​ກິດ​ຫວຽດ​ນາມ ຈ​ຶ່ງ​ຄົງ​ຕົວ​ໄວ້​ຢ່າງ​ໝັ້ນ​ຄົງ ແລະ ແກ່ງ​ແຍ້ງ​ຢູ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ​ໄດ້.

ຂ່າວ/ບົດ​ອື່ນ