ວິສາຫະກິດນະຄອນໂຮ່ຈິມີນ ປ່ຽນໃຫມ່ເພື່ອພັດທະນາແບບຍືນຍົງ


(vovworld)- ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ສະພາບ​ການ​ເສດຖະກິດ​ໃນ​ປີ​ນີ້ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​​​ໃນ​ຂະນະ​ທີ່ກຳລັງ​ຊື້​ບໍ່ທັນ​ໄດ້​ຮັບ​ການ​ປັບປຸງ​ປານ​​ໃດ, ​ການສຳ​ພັດ​ກັບ​ແຫ​ລ່ງທຶນ​ທະນາຄານ​ຍັງ​ຫຍຸ້ງຍາກ​ຢູ່. ຕໍ່ຫນ້າ​ສະພາບ​ການ​ດັ່ງກ່າວ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຢູ່​ນະຄອນ ​ໂຮ່ຈິ​ມີນ ພວມ​ປັບປຸງ​ແຫ​ລ່ງກຳລັງ, ຄວາມ​ສາມາດ​ຂອງ​ຕົນ, ຊອກ​ຮູ້ຄວາ​ມຕ້ອງການ​ຂອງ​ຕະຫລາດ​ໃນ​ປີ 2014 ພ້ອມ​ທັງ​ວາງ​ອອກ​ບັນດາ​ມາດ​ຕະການ​ໃຫ້​​ເໝາະ​ສົມ​ເພື່ອ​ພັດທະນາ.  ​​

ວິສາຫະກິດນະຄອນໂຮ່ຈິມີນ ປ່ຽນໃຫມ່ເພື່ອພັດທະນາແບບຍືນຍົງ - ảnh 1

ຮ້ານຊັບພະສິນຄ້າ Saigon Co.op

        ​ໂດຍໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​ກອ່ນນີ້ 5 ປີ, ກົງ​ກັບ​ສະພາບ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພິ​ເສດ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ມີ​ວິ​ສາ​ຫະກິດ​​ຜະລິດເກີບ​ຫລາຍ​ແຫ່ງ​ຢູ່​ບໍລິ​ເວນ​ນະຄອນ​ໂຮ່ຈິ​ມີນ ຖືກ​ລົ້ມ​ລະລາຍ ຫລື​ຢຸດຕິ​ການ​ເຄື່ອນ​ໄຫວ, ​ແຕ່​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ບໍລິສັດ​ຜະລິ​ດ​ເກີບ ຫວຽນ​ທີ້ງ ຍັງ​ເປັນ​ປົກກະຕິ​ຢູ່, ​ແຕ່ລະ​ປີບັນລຸ​ລະດັບ​ເຕີບ​ໂຕ 30%. ​ໂດຍບັນລຸ​​ໄດ້​ໝາກຜົນ​ດັ່ງກ່າວ ຍ້ອນ​ໃນ​ຊຸມ​ປີຜ່ານມາ ຍາມ​ໃດບໍ​ລິ​ສັດ​ກໍ​ຖື​ການ​ພັດທະນາ​ຕະຫລາດ​ພາຍ​ໃນ​​ເປັນຈຸດ​ສຸມ, ​ເປີດ​ກວ້າງ​ການ​ພັດທະນາ​ຕະຫລາດ​ຕາມ​ທິດ​ລົງ​ເລິກ, ​ເປັນ​ຕົ້ນ​​ແມ່ນຈັດ​ແບ​່ງ​ເຂດ​ຊົນນະບົດ ຈຶ່ງ​ແມ່ນ​ທິດ​ທີ່​ໝັ້ນຄົງ​ໃຫ້​ແກ່​ວິ​ສາ​ຫະກິດ. ​ໂດຍຮັບ​ຮູ້​ຄື​ດັ່ງກ່າວ, ສະ​ນັ້ນ ​ໃນ​ແຕ່ລະ​ປີ, ບໍລິສັດ​ຜະລິ​ດ​ເກີບ ຫວຽນ​ທີ້ງ ໄດ້ລົງທຶນ​ຈຳນວນ​ເງິນ​ນັບ​ສີ​ບຕື້​ດົ່ງ ​ເພື່ອ​ປ່ຽນ​ໃຫມ່​ຕ່ອງ​ໂສ້​ເຕັກ​ໂນ​ໂລ​ຊີ, ສ້າງ​ບາດກ້າວ​ບຸກທະລຸ​ໃຫມ່​ໃນ​ຂະ​ແຫນງ​ເກ​ີບຫນັງ. ຍ້ອນ​ສິ່ງ​ດັ່ງກ່າວ ມາ​ຮອດ​ປະຈຸ​ບັນ 80% ຜະລິດ​ຕະພັນ​ເກີບ ດ້ວຍ​ຍີ່​ຫໍ້ Vitco, Ever, Hodono.. ຂອງ ບໍລິສັດ​ຜະລິ​ດ​ເກີບ ຫວຽນ​ທີ້ງ ​ໄດ້ຮັບການຈຳຫນ່າຍ​ຢ່າງ​ກວ້າງຂວາງ​ເຖິງ​ບັນດາ​​ແຂວງ, ນະຄອນ​ໃຫຍ່​ຕະຫລອດ​ຮອດ​ບັນດາ​ເຂດ​ຊົນນະບົດ​​ໃນ​ທົ່ວ​ປະ​ເທດ. ທ່ານ ​ເລີມ​ຕຸ​ງກວນ, ຮອງ​ຜູ້ອຳ​ນວຍ​ການ​ ບໍລິສັດ​ຜະລິ​ດ​ເກີບ ຫວຽນ​ທີ້ງ ​ໃຫ້​ຮູ້​ວ່າ:

        “ຕະຫລາດ​ພາຍ​ໃນ​ແມ່ນ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມຊ້ອນຫລາຍ​ຢ່າງ ​ແຕ່ຮຽກຮ້ອງ​ໃຫ້ມີການຕິດຕາມຢ່າງໃກ້​ຊິດ​ ​ແລະ ຊອກ​ຮູ້​ຢ່າງ​ເລິກ​ເຊິ່ງ. ບໍລິສັດ​ຜະລິ​ດ​ເກີບ ຫວຽນ​ທີ້ງ ​ແມ່ນ​ບໍລິສັດ​ຜະລິດ​ເກີບ ມີ​ຄຸນ​ນະພາ​ບສູງ​ຂອງ​ຫວຽດນາມ.​ຕ່ອງ​ໂສ້​​ເຕັກ​ໂນ​ໂລ​ຊີ​ທັງໝົດແມ່ນ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​ກໍ​ຄືພະນັກງານ, ກຳມະກອນ ກ່ອນ​ນີ້​ເຂົາ​ເຈົ້າລ້ວນແຕ່ເຮັດວຽກ​ຢູ່​ບໍລິສັດ​ຂອງ​ຕ່າງປະ​ເທດ ສະ​ນັ້ນ​ຈື່ງມີ​ປະສົບ​ການ​ໃນ​ການ​ຜະລິດ​​ເກີບ.”

          ປະຈຸ​ບັນ, ​ວິ​ສາ​ຫະກິດ​ແຕ່​ລະ​ແຫ່ງ​ຢູ່ ນະຄອນ ​ໂຮ່ຈິ​ມີນ ລ້ວນ​ແຕ່​ຊອກ​ຫາ​ມາດ​ຕະການ​ສະ​ເພາະ​ໃຫ້​ແກ່​ຕົນ​, ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ລົງທຶນ​ພັດທະນາ​ຕ່ອງ​ໂສ້​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ, ພື້ນຖານ​ໂຄງ​ລ່າງ ​ເພື່ອ​ພັດທະນາ​ຕະຫລາດ​ພາຍ​ໃນ. ຕົວ​ຢ່າງ​ຄື: ບໍລິສັດ Saigon Co.op ​ເພື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ພື້ນຖານ​ເສດຖະກິດ​ໃນ​ໄລຍະ​ຜ່ານ​ມາ, ບໍລິສັດ​ນີ້​ໄດ້​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ເພື່ອ​ພັດທະນາ​ບັນດາ​ສະຖານ​ທີ່​​ໃຫມ່​ເພື່ອຂາຍ​ສິນ​ຄ້າ​, ພ້ອມ​ກັບການ​ປະຕິບັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ອຳນາດ​ການ​ປົກຄອງ​ນະຄອນ​ແມ່ນຮັກສາ​ລາຄາ​ໃນ​ທ້ອງ​ຕະຫລາດ​ເປັນ​ປົກກະຕິ. ປີ​ນີ້ Saigon Co.op ຍັງ​ສືບ​ຕໍ່​ສຸມ​ໃສ່​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ ນັ້ນ​ແມ່ນ​​ຂາຍຍ່ອຍສິນຄ້າ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ສຳພັນ​ກັບ​ບັນດາ​ຫົວຫນ່ວຍ​ພາຍ​ໃນ​ປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ Saigon Co.op ຍັງຍູ້​ແຮງ​ການ​ລົງທຶນ​ຢ່າງ​ແຂງ​ແຮງ​ໃນຂົງ​ເຂດ logistics, ​ໃນ​ນັ້ນ ວາງ​ແຜນ​ກຳນົດ​ຄືນ​ເຄືອ​ຄ່າ​ຍ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ສະ​ສົມ ​ແລະ ສະຫນອງ​ສິນຄ້າ​​ໃຫ້​ແກ່​ບັນດາ​ຮ້ານຊັບພະ​ສິນຄ້າ ​ແລະ ຮ້ານ​ຄ້າໃຫ້​ດີກ​ວ່າ​ເກົ່າ. ທ່ານ ຫງວຽນ​ງອກ​ຮ່ວາ, ປະທານ​ສະພາ​ບໍລິຫານ ສະຫະພັນສະຫະກອນ​ການ​ຄ້າ​ນະຄອນ ​ໂຮ່ຈິ​ມີນ (Saigon Coop)​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ປະຕິບັດ​ຍຸດ​ທະ​ສາດ​ຫັນບັນດາ​ຮູບ​ການ​ດຳ​ເນີນ​ທຸລະ​ກິດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ປັບປຸງ concept ​ແລະ ບັນດາ​ຮູບ​ແບບ​ດຳ​ເນີນ​ທຸລະ​ກິດ​ໃຫມ່ໃຫ້​ສົມບູນ​ແບບ ຊື່​ງພວກ​ຂ້າພະ​ເຈົ້າ​ໄດ້​ພັດທະນາ. ຕົວຢ່າງ​ຄື: ຮູບ​ແບບ​ສັບພະ​ສິນຄ້າ​ຂະຫນາດໃຫຍ່, ຮູບ​ແບບ​ເຂດ​ການ​ຄ້າ​ປະສົມ Sencity ​ແລະ ບັນດາ​ຮູບ​ແບບ​ດຳ​ເນີນ​ທຸລະ​ກິດ​ອື່ນ. ຄຽງ​ຄູ່​ກັນ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ສຸມ​ໃສ່​ຍົກ​ລະດັບ ​ແລະ ລົງທຶນ​ພັດທະນາ​ລະບົບ logicstic.”

        ຄວາມ​ຈິງ​ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ປະຈຸ​ບັນ ​ດ້ານ​ທຶນຮອນ​ຄວາມ​ສາມາດ​ບໍລິຫານ​ວິ​ສາ​ຫະກິດ ​ແລະ ຕ່ອງ​ໂສ້​ເຕັກ​ໂນ​ໂລ​ຊີຍັງຈຳກັດຢູ່, ສະ​ນັ້ນ ບັນດາ​ຜະລິດ​ຕະພັນ​​ບໍ່​ທັນ​ມີ​ລັກສະນະ​ແກ້ງ​ແຍ້​ງສູງ, ບໍ່​ທັດ​ທຽມ​ກັບ​ຕະຫລາດ, ວຽກ​ງານ​ໂຄສະນາ ​ແລະ ອາລັກຂາ​ການ​ຄ້າ​ຍັງ​ອ່ອນດ້ອຍ. ​ໃນ​ສະພາບ​ປະຈຸ​ບັນ, ຖ້າ​ຫາກ​ກຳລັງ​ຄວາມ​ສາມາດ​ບັນດາ​ວິ​ສາ​ຫະກິດ​ບໍ່​ທັນ​ແຂງ​ແຮງ​ເທື່ອ, ບັນ​ດາ​ວິ​ສາ​ຫະກິດ​​ມີຂະ​ແຫນງ​ອາຊີບ​​ດຽວ​ກັນ ຄວນ​ ​ຮ່ວມ​ສຳພັນ​ກັບ​ບັນດາ​ວິ​ສາ​ຫະກິດ​ເພື່ອຫນູນ​ຊ່ວຍ​ເຊິ່ງກັນ​ແລະ​ກັນ​ໃນ​ແຕ່ລະ​ຂັ້ນ​ຕອນ​ການ​ຜະລິດ ຈຶ່ງພັດທະນາ​ຢ່າງ​ໝັ້ນຄົງ​ໄດ້. ​ຖ້າ​ຫາກ​ບັນດາ​ວິ​ສາ​ຫະກິດ​ບໍ່​ສ້າງ​ກຳລັງ​ຄວາມ​ສາມາດ​ຢ່າງ​ແທ້​ຈິງ ​ແລະ ຄວາມ​ສາມາດ​ແກ້ງ​ແຍ້​ງຢ່າງ​ປອດ​ໄສ​ນັບ​ແຕ່ຈຸດເວລາ​ນີ້, ຮອດ​ປີ 2015 ​ເມື່ອ​ສັນຍາຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຟີ​ກ( TPP) ​ໄດ້​ຮັບ​ການ​ລົງ​ນາມ, ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ດ້ານ​ພາສີ​ໄດ້​ຮັບ​ການ​ປະຕິບັດ, ການ​ແກ້ງ​ແຍ້​ງກ່ຽວ​ກັບ​ພາສີ​ຈະ​ຂ້ຽວຂາດ​ກວ່າ. ພ້ອມ​ກັບ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ຂອງ​ນະຄອນ, ສະຫະ​ສະມາຄົມ, ມາດ​ຕະການ​ຊ່ື​ງວິ​ສາ​ຫະກິດ​ຄວນ​ປະຕິບັດ​ຢ່າງ​ທັນທີ​່ ນັ້ນແມ່ນຕ້ອງ​ຕີ​ລາຄາ​ຄືນ​​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເລ​ືອກ​ເຟັ້ນມາດ​ຕະການ​ສະ​ເພາະ​ໃຫ້​ແກ່​ຕົນ​​. ທ່ານ ຟ້າ​ມງອກ​ຮື​ງ, ຮອງ​ປະທານ​ປະຈຳ​ສະຫະພັນ​ວິ​ສາ​ຫະກິດ​ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ​ວຽກງານທຳ​ອິດ​ຕ້ອງ​ເຮັດ ນັ້ນ​ແມ່ນ​ວິ​ສາ​ຫະກິດ​ຕ້ອງ​ສຳຫລວດກວດກາຕົນ​ເອງ​ຄືນ, ຕ້ອງ​ຕີ​ລາຄາ​ທ່າ​ແຮງ​ຂອງ​ຕົນ​ປະຈຸ​ບັນ​ແມ່ນ​ແນວ​ໃດ, ດ້ານໃດແຮງ, ດ້ານໃດອ່ອນ. ຈາກນັ້ນ ພວກເຮົາຈ່ຶງຮູ້​ໄດ້ວ່າ ຕະຫລາດພວມຕ້ອງການຜະລິດ​ຕະພັນ​ປະ​ເພດ​​ໃດເພື່ອເລືອກເຟັ້ນມາດ

ຕະການ, ຍຸດ​ທະ​ສາດ​ໃຫ້​ແກ່​ຕົນ​ເອງ. ພິ​ເສດ​ແມ່ນ​ຕ້ອງ​ເລືອກ​ເຟັ້ນຜະລິດ​ຕະພັນ​ໃດ​ ທີ່ສາມາດແກ້ງ​ແຍ້​ງ​ໄດ້, ມີ​ຄວາມໝັ້ນຄົງໄດ້ຮັບການຮັບຮູ້ຈາກຕະຫລາດ​ເໝາະ​ສົມ​ກັບ​ຄວາມ​ສາມາດ​​, ຄຸນຄ່າ​ຫລັກ​ແຫ​ລ່ງຂອງ​ວິ​ສາ​ຫະກິດ​ຕົນ ​ນັ້ນ​ຈຶ່ງແມ່ນບັນຫາສຳຄັນ​ກວ່າ​ໝູ່.”

        ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ຖື​ວ່າ: ນັບ​ແຕ່​ນີ້​ຮອດ​ທ້າຍ​ປີ 2015, ການ​ແກ້ງ​ແຍ້​ງລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ແມ່ນ​ຂ້ຽວ​ຂາດ​ທີ່​ສຸດ ​ເມື່ອ​ຫວຽດນາມ ​ເຂົ້າ​ຮ່ວມ TPP. ​ເວລາ​ນັ້ນ ດ້ວຍ​ຄວາມເປັນ​ເອກະ​ພາບ​ກ່ຽວ​ກັບ​ດ້ານ​ພາສີ, ຕາຕະລາງ​ພາສີ​ຂອງ​ບັນດາ​ປະ​ເທດ​ສົ່ງ​ສິນ​ຄ້າ​​ໄປ​ຂາຍຢູ່ຫວຽດນາມຈະ​ຢູ່​ໃນ​ລະດັບ 0%, ຜະລິດ​ຕະພັນ​ຂອງ​ຫວຽດນາມ ຕ້ອງ​ແກ້ງ​ແຍ້​ງຢ່າງ​ສະ​ເຫມີ​ພາບ​ຕາມ​ກົດ​ເກນ​ເສດຖະກິດ​ການ​ຕະຫລາດ. ສະ​ນັ້ນ ນີ້​ຈະ​ເປັນ​ປີ​ແຫ່ງ​ການ​ທ້າ​ທາຍກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ຫລື​ບໍ່​ປ່ຽນ​ໃຫມ່​ສຳລັບ​ບັນດາ​ວິ​ສາ​ຫະກິດ. ນັບ​ແຕ່​ຈຸດ​ເວລາ​ນີ້, ນອກຈາກ​ການ​ນຳ​ໃຊ້​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ຂອງ​ລັດ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຕັດສິນ​ໃຈ​ຊອກ​ຫາ​ມາ​ດຕະການ​ສ້າງ​ຍຸດ​ທະ​ສາດສະ​ເພາະ​ໃຫ້​ແກ່​ຕົນ, ​ເວລາ​ນັ້ນ ຈຶ່ງ​ພັດທະນາ​ແບບ​ຍືນ​ຍົງ​ແລະ ມີ​ປະສິດທິ​ຜົນ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ