ວິສາຫະກິດຫວຽດນາມ ແລະ ກາລະໂອກາດຈາກປະຊາຄົມເສດຖະກິດອາຊຽນ

(VOVWORLD) -ດ້ວຍຕະຫຼາດມີພົນລະເມືອງກວ່າ 600 ລ້ານຄົນ, GDP ຄາດວ່າບັນລຸ 4,700 ຕື້ USDໃນປີ 2020 ແລະ ຄວາມສາມາດບົ່ມຊ້ອນກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030, ປະຊາຄົມເສດຖະກິດອາຊຽນ (AEC) ພວມສ້າງກາລະໂອກາດຫຼາຍຢ່າງໃຫ້ບັນດາວິສາຫະກິດອາຊຽນ ເວົ້າລວມ ແລະ ວິສາຫະກິດຫວຽດນາມ ເວົ້າສະເພາະ.
ວິສາຫະກິດຫວຽດນາມ ແລະ ກາລະໂອກາດຈາກປະຊາຄົມເສດຖະກິດອາຊຽນ - ảnh 1 (ພາບປະກອບອີນເຕີແນັດ)

ພາຍຫຼັງ AEC ໄດ້ຮັບການສ້າງຕັ້ງຢ່າງເປັນທາງການໃນຮອບເວລາເກືອບ 2 ປີ, ບັນດາວິສາຫະກິດຫວຽດນາມ ພວມມານະພະຍາຍາມຊອກຫາເສັ້ນທາງສະເພາະແກ່ຕົນ ເພື່ອບຸກທະລຸ, ແກ່ງແຍ້ງບືນຕົວຂຶ້ນຢຶດຄອງຕະຫຼາດຢູ່ບັນດາປະເທດອາຊຽນ.

        ເມື່ອທຽບໃສ່ກ່ອນທີ່ສ້າງຕັ້ງ AEC, ບັນດາວິສາຫະກິດຫວຽດນາມ ເບິ່ງຄືວ່າໄດ້ມີຄວາມຮັບຮູ້ຢ່າງຈະແຍ້ງ ແລະ ລະອຽດກວ່າ, ຈາກນັ້ນເຫັນໄດ້ບັນດາກາລະໂອກາດ ແລະ ສິ່ງທ້າທາຍເປັນຢ່າງດີກວ່າຈາກ AEC ເພື່ອເຊື່ອມໂຍງ. ການສຳຫຼວດຈາກ VCCI ໃນທ້າຍປີ 2016, ກົງກັບເວລາພາຍຫຼັງ 1 ປີ AEC ໄດ້ຮັບການສ້າງຕັ້ງ ໄດ້ຊີ້ໃຫ້ເຫັນວ່າ, ມີວິສາຫະກິດເກືອບ 47% ໄດ້ເປັນເຈົ້າການຊອກຮູ້ຂໍ້ມູນຂ່າວສານກ່ຽວກັບ AEC. ເຖິງຢ່າງໃດກໍ່ຕາມ, ເພື່ອນຳໃຊ້ກາລະໂອກາດຈາກ AEC ພັດແມ່ນເລື່ອງບໍ່ແມ່ນງ່າຍ.

        ໂດຍແມ່ນວິສາຫະກິດດຳເນີນທຸລະກິດ ແລະ ປຸງແຕ່ງຜະລິດຕະພັນກະເສດຫວຽດນາມສະເພາະ, ບໍລິສັດ CP ຜະລິດຕະກັນກະເສດສະອາດຫວຽດນາມ ເຄີຍຂາຍສິນຄ້າຢູ່ບາງປະເທດເອີລົບ, ເຖິງຢ່າງໃດກໍ່ຕາມ, ສຳລັບຕະຫຼາດອາຊຽນ, ໄລ່ມາຮອດປະຈຸບັນຍັງຢຸດຢູ່ລະດັບຊອກຮູ້ຕະຫຼາດເທົ່ານັ້ນ. ສາຍເຫດບໍ່ແມ່ນຂາດທຶນ, ພື້ນຖານດ້ານວັດຖຸ, ໂຮງງານ ຫຼື ຂໍ້ຕິດຄັດດ້ານລະບຽບການ, ຫາກບໍລິສັດຢາກມີການກະກຽມຢ່າງລະອຽດລະອໍເພື່ອເຊື່ອມໂຍງ. ທ່ານ ຫງວຽນວັນຕວນ, ຜູ້ອຳນວຍການໃຫຍ່ບໍລິສັດ CP, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າພວມຊອກຮູ້ກົນໄກນະໂຍບາຍພິເສດ, ຄວາມສາມາດຈຳໜ່າຍໃນກຸ່ນອາຊຽນ, ພຽງຢຸດຢູ່ລະດັບຊອກຮູ້ເທົ່ານັ້ນ. ຂໍ້ມູນຂ່າວສານກ່ຽວກັບສາຂາຈຳໜ່າຍຢູ່ນັ້ນ, ພວກເຮົາຄວນຈັດຄະນະໄປສຳຫຼວດຢູ່ບັນດາຮ້ານສັບພະສິນຄ້າ ເພື່ອຮູ້ວ່າເຂົາເຈົ້າຕ້ອງການສິນຄ້າຫຍັງ ແລະ ສິນຄ້າຂອງພວກເຮົາສາມາດແກ່ງແຍ້ງໄດ້ ຫຼື ບໍ່.”

        ກໍ່ມີທັດສະນະເຊັນດຽວກັນ, ທ່ານ ຫງວຽນຄັ໋ກເຊີນ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ເຊີນອານ, ຖືວ່າ, ຕ້ອງມີຄວາມສະມັດລະວັງໃນການແຊກຊຶມເຂົ້າຕະຫຼາດອາຊຽນ ແມ່ນມີຄວາມຈຳເປັນ, ໂດຍສະເພາະແມ່ນບັນດາສິນຄ້າ, ຜະລິດຕະພັນທີ່ຍັງບໍ່ທັນມີລັກສະນະແກ່ງແຍ້ງສູງ.

        “AEC ໄດ້ຮັບການສ້າງຕັ້ງ, ສິ່ງທີ່ຈະແຈ້ງແລ້ວວ່າ ວິສາຫະກິດຈະມີກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ. ຖ້າຫາກຮູ້ວິທີກຳແໜ້ນກາລະໂອກາດຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ, ຖ້າຫາກວິສາຫະກິດກະກຽມບໍ່ລະອຽດຈະປະສົບກັບຄວາມຫຍຸ້ງຍາກ. ມີສິນຄ້າຫຼາຍປະເພດໃນອາຊຽນ ທີ່ຜະລິດຄ້າຍຄືກັນ, ຖ້າຫາກວິສາຫະກິດຫວຽດນາມ ຢາກພັດທະນາໄດ້ ຕ້ອງມີຄວາມແຕກຕ່າງໃນຜະລິດຕະພັນຂອງຕົນ ກ່ຽວກັບຮູບແບບ, ຄຸນນະພາບ, ພິເສດແມ່ນຄົ້ນຄວ້າຜະລິດອອກບັນດາຜະລິດຕະພັນເຊິ່ງໃນອາຊຽນ ຍັງບໍ່ທັນໄດ້ຜະລິດ ແລະ ຜະລິດບໍ່ຫຼາຍ”

        ການເລືອກເອົາທິດທາງຖືກຕ້ອງເມື່ອສ້າງຄວາມແຕກຕ່າງໃນຜະລິດຕະພັນຂອງຕົນ, ໃນເບື້ອງຕົ້ນ ກຸ່ມບໍລິສັດ ເຊີນອານ ສາມາດສ້າງໄດ້ທີ່ຕັ້ງໃນຕະຫຼາດອາຊຽນ. ດ້ວຍບັນດາຜະລິດຕະພັນມີທ່າແຮງຄື: ເຫຼົ້າເຂົ້າໜຽວເຮັດຕາມວີທີທີ່ເປັນມູນເຊື້ອ, ເຫຼົ້າເຂົ້າກວາງອ່ອນ ແລະ ອື່ນໆ. ໃນປີ 2016, ບໍລິສັດໄດ້ສົ່ງໄປຂາຍຢູ່ອາຊຽນ ດ້ວຍມູນຄ່າກວ່າ 3 ລ້ານ USD, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2015 ແລະ ບໍລິສັດພວມສູ້ຊົນບັນລຸແຕ່ 15 – 20 ລ້ານ USD ໃນໄລຍະ 5 ປີຈະມາເຖິງ.

        “ພວກຂ້າພະເຈົ້າພວມສືບຕໍ່ຄົ້ນຄວ້າຕະຫຼາດ ເພື່ອຜະລິດອອກບັນດາຜະລິດຕະພັນທີ່ມີມູນຄ່າສູງ, ເໝາະສົມກັບຕະຫຼາດຂອງແຕ່ລະປະເທດ. ພວກຂ້າພະເຈົ້າໄດ້ຜະລິດອອກບັນດາຜະລິດຕະພັນຍຸດທະສາດ, ເໝາະສົມກັບຄວາມຕ້ອງການຂອງປະຊາຊົນໃນກຸ່ມອາຊຽນ, ພ້ອມທັງຕ້ອງຍົກສູງກຳລັງຄວາມສາມາດຂອງພະນັກງານ, ພາລະກອນໃນບໍລິສັດຂອງຕົນ ກ່ຽວກັບລະດັບຄວາມຮູ້ດ້ານພາສາຕ່າງປະເທດ ເພື່ອແລກປ່ຽນກັບບັນດາຄູ່ຮ່ວມມືຂອງບັນດາປະເທດໃນກຸ່ມອາຊຽນ”.

        ເຫັນໄດ້ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮູ້ວິທີນຳໃຊ້ທ່າແຮງຂອງຕົນເພື່ອເຊື່ອມໂຍງເຂົ້າພາກພື້ນ, ບັນດາວິສາຫະກິດຫວຽດນາມ ພວມຄ່ອຍໆກຳແໜ້ນໄດ້ກາລະໂອກາດຈາກອາຊຽນ. ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ກໍ່ໄດ້ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດຄື: ຍົກສູງຄວາມຮັບຮູ້, ໜູນຊ່ວຍດ້ານຂໍ້ມູນຂ່າວສານ, ຮັບປະກັນວິສາຫະກິດ. ທ່ານຫົວໜ້າ SOM ອາຊຽນ ຫງວຽນກ໋ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ແບ່ງປັນທີ່ການໂອ້ລົມສົນທະນາ “AEC ແລະ ບັນດາກາລະໂອກາດໃຫ້ວິສາຫະກິດຫວຽດນາມ” ເຊິ່ງໄດ້ດຳເນີນຢູ່ຮ່າໂນ້ຍ, ວ່າ.

        “ພວກຂ້າພະເຈົ້າຮູ້ສຶກໄດ້ວ່າ ວິສາຫະກິດຫວຽດນາມ ນັບມື້ນັບເຫັນໄດ້ກາລະໂອກາດ ແລະ ສິ່ງທ້າທາຍຢ່າງຈະແຈ້ງ. ພວກຂ້າພະເຈົ້າກໍ່ເຫັນໄດ້ບົດບາດຂອງລັດຖະບານ, ບັນດາກະຊວງ, ຂະແໜງການໃນການໜູນຊ່ວຍວິສາຫະກິດ. ຜ່ານນັ້ນ, ວິສາຫະກິດຕ້ອງຮູ້ວ່າ ເມື່ອເຮົາຕ້ອງການສິ່ງໃດ ມັນຢູ່ໃສ, ເມື່ອຕ້ອງການຖາມກໍ່ຮູ້ວ່າຕ້ອງຖາມຢູ່ບ່ອນໃດ, ມີເຄືອຂ່າຍເພື່ອໃຫ້ວິສາຫະກິດຊອກຮູ້ຕື່ມໃນໄລຍະຈະມາເຖິງ”.

        ປະຈຸບັນ, ອາຊຽນແມ່ນຄູ່ຄ້າທີ 2 ຂອງຫວຽດນາມ, ດ້ວຍລະດັບເຕີບໂຕລະເລ່ຍ 15%/ປີ ແລະ ແມ່ນຄູ່ຄ້າສະໜອງສິນຄ້າໃຫຍ່ອັນດັບ 3 ໃຫ້ບັນດາວິສາຫະກິດຫວຽດນາມ. ຕາມການຄາດຄະເນຂອງບັນດານັກຊ່ຽວຊານສາກົນແລ້ວ, ລະດັບເຕີບໂຕຂອງ AEC ອາດຈະລື່ນກາຍອີຢູ ໃນ 1 ທົດສະວັດຈະມາເຖິງ, ສະນັ້ນ, ບັນດາວິສາຫະກິດຫວຽດນາມ ພວມມານະພະຍາຍາມນຳໃຊ້ທ່າແຮງຈາກ AEC ເພື່ອປັບປຸງຕະຫຼາດພາຍໃນປະເທດ, ຢຶດຄອງຕະຫຼາດສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ