ສັນຍາEVFTA - ບັນດາຄຸນຄ່າບັນລຸໄດ້ພາຍຫລັງ 1 ປີແຫ່ງການປະຕິບັດ

(VOVWORLD) -ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ) ຫລືເອີ້ນຫຍໍ້ວ່າ EVFTAມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ສິງຫາ ປີ 2020. EVFTAແມ່ນສັນຍາການຄ້າເສລີລຸ້ນໃຫມ່, ມີມາດຕະຖານສູງ ແລະເປັນຄັ້ງທຳອິດທີ່ ອີຢູ (ລວມມີ 27 ປະເທດສະມາຊິກ) ໄດ້ລົງນາມກັບປະເທດຫນຶ່ງທີ່ພວມພັດທະນາຢູ່ ພາກພື້ນ ອາຊີ - ປາຊິຟິກ ດ້ວຍຄຳໝັ້ນສັນຍາສູງທີ່ສຸດຊຶ່ງຄູ່ຮ່ວມມືພັດທະນາສະຫງວນໃຫ້ຫວຽດນາມ.

ສັນຍາEVFTA - ບັນດາຄຸນຄ່າບັນລຸໄດ້ພາຍຫລັງ 1 ປີແຫ່ງການປະຕິບັດ - ảnh 1ພາບປະກອບ:baoquocte.vn

ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 2 ຂອງຫວຽດນາມ ກ່ຽວກັບຂົງເຂດສົ່ງອອກ ແລະ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 4 ຂອງຫວຽດນາມ ກ່ຽວກັບດ້ານການຄ້າສອງສົ້ນ. ເມື່ອນຳເອົາສັນຍາ EVFTAເຂົ້າປະຕິບັດແມ່ນໄດ້ຮັບຄວາມຫວັງວ່າ ຈະສ້າງບັນດາກຳລັງຫນູນອັນໃຫຍ່ຫລວງເພື່ອນຳການພົວພັນດ້ານການຄ້າ - ການລົງທຶນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອີຢູ ຂຶ້ນສູ່ລະດັບສູງໃຫມ່.

ຄົບຮອບຫນຶ່ງປີທີ່ ສັນຍາ EVFTAມີຜົນສັກສິດຢ່າງເປັນທາງການ ແຕ່ກໍ່ແມ່ນຊ່ວງເວລາ ໂລກລະບາດໂຄວິດ 19 ຜັນແປສັບສົນໃນທົ່ວໂລກ, ສົ່ງຜົນກະທົບບໍ່ແມ່ນຫນ້ອຍເຖິງ ຫວຽດນາມ ແລະ ອີຢູ ແຕ່ການຄ້າສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ແລະ ກົງກັນຂ້າມ ການສົ່ງອອກຈາກ ອີຢູ ເຂົ້າ ຫວຽດນາມ ກໍ່ລ້ວນແຕ່ບັນລຸການເຕີບໂຕກວ່າ 18% ເມື່ອທຽບໃສ່ໄລຍະກ່ອນນີ້ ທີ່ສັນຍາຍັງບໍ່ທັນມີຜົນສັກສິດ. ໃນໄລຍະນີ້ ຫວຽດນາມ ສົ່ງອອກເກີນດຸນໄປຍັງ ອີຢູ ແມ່ນກວ່າ 11 ຕື້ USD. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງອີຢູ ແມ່ນ: ໂທລະສັບປະເພດຕ່າງໆ ແລະ ເຄື່ອງອາໄຫລ່, ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ, ເກີບຫນັງ, ເຄື່ອງຕ່ຳແຜ່ນຕັດຫຍິບ, ສິນໃນນ້ຳ, ເຂົ້າສານ, ກາເຟ…

ໃນຂະນະນັ້ນ ການສົ່ງອອກຂອງ ອີຢູ ເຂົ້າຫວຽດນາມ ສ່ວນຫລາຍແມ່ນ ເຄມີ, ການຢາ, ໂອໂຕ ແລະ ເຄື່ອງອາໄລ່ລົດໂອໂຕ.. ແມ່ນບັນດາປະເພດທີ່ມີຄຸນນະພາບ,ຕອບສະຫນອງຄວາມຕ້ອງການຂອງວິສາຫະກິດ ແລະ ຜູ້ບໍລິໂພກຫວຽດນາມໄດ້ເປັນຢ່າງດີ. ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີຫນຶ່ງຂອງຄະນະກຳມະການການຄ້າຂອງສັນຍາ EVFTAຫວ່າງແລ້ວນີ້, ທ່ານ Valdis Dombrovskisຮອງປະທານຄະນະກຳມະການເອີລົບ ທັງເປັນຂ້າຫລວງໃຫຍ່ການຄ້າ ອີຢູ ເນັ້ນຫນັກວ່າ: EVFTAແມ່ນຫນຶ່ງໃນບັນດາຜົນສຳເລັດ ແລະ ລະອຽດທີ່ສຸດສຳລັບການພົວພັນລະຫວ່າງ ອີຢູ ແລະ ຫວຽດນາມ ແລະ ນີ້ກໍແມ່ນຫນຶ່ງໃນບັນດາສັນຍາການຄ້າທີ່ໄດ້ຮັບຄວາມຕັ້ງຫວັງທີ່ສຸດ. ສັນຍາສະບັບນີ້ບໍ່ພຽງແຕ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ລະຫວ່າງສອງຝ່າຍເທົ່ານັ້ນ ຫາກຍັງປະກອບສ່ວນຊຸກຍູ້ບັນດາຄຸນຄ່າກ່ຽວກັບສັງຄົມໃຫ້ທັງສອງຝ່າຍເມື່ອພວກເຮົາຜັນຂະຫຍາຍປະຕິບັດບັນດາຄຳໝັ້ນສັນຍາຂອງສອງຝ່າຍ.

ສັນຍາEVFTA - ບັນດາຄຸນຄ່າບັນລຸໄດ້ພາຍຫລັງ 1 ປີແຫ່ງການປະຕິບັດ - ảnh 2ທ່ານ ເລມີງຮວານ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ. (ພາບ:nongnghiep.vn)

ບໍ່ພຽງແຕ່ບັນລຸໄດ້ມູນຄ່າດ້ານການຄ້ານຳເຂົ້າສົ່ງອອກ 2 ສົ້ນເທົ່ານັ້ນ ຫາກການເຄື່ອນໄຫວດຶງດູດການລົງທຶນຂອງສອງຝ່າຍກໍ່ບັນລຸໄດ້ບັນດາໝາກຜົນດີພໍສົມຄວນອີກດ້ວຍ. ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເນັ້ນຫນັກວ່າ:

ກ່ຽວກັບການລົງທຶນໃນໄລຍະຜ່ານມາ ດ້ວຍບັນດາຄຳໝັ້ນສັນຍາກ່ຽວກັບການບໍລິຫານທີ່ໂປ່ງໃສຈາກ EVFTAແລະ ບັນດາຄຳໝັ້ນສັນຍາສ້າງສະພາບແວດລ້ອມດ້ານການຄ້າ, ການລົງທຶນຢ່າງສະດວກໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນຂອງສອງຝ່າຍ, ຫວຽດນາມ ດຶງດູດໄດ້ແຫລ່ງລົງທຶນທີ່ມີຄຸນນະພາບ ແລະ ຖອດຖອນໄດ້ບົດຮຽນ, ຮັບເອົາວິທະຍາສາດເຕັກໂນໂລຊີອັນກ້າວຫນ້າຈາກ ອີຢູ.

ເຖິງວ່າ ທັງ ຫວຽດນາມ ແລະ ອີຢູ ໝູນໃຊ້ໄດ້ຫລາຍກາລະໂອກາດຈາກບັນດາຄຳໝັ້ນສັນຍາຂອງ EVFTAແຕ່ໃນໄລຍະຜ່ານມາ ແມ່ນຊ່ວງເວລາໂລກລະບາດໂຄວິດ 19 ສົ່ງຜົນກະທົບຢ່າງແຮງ, ມີຜົນສະທ້ອນຢ່າງຫນັກຫນ່ວງໃນທົ່ວໂລກ ສະນັ້ນ ຄວາມສະດວກ ແລະ ສິ່ງທ້າທາຍຍັງບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງ ຕ້ອງມີເວລາຕື່ມອີກເພື່ອໃຫ້ມີການຕີລາຄາຮອບດ້ານກວ່າ. ທ່ານ ເລືອງຮ່ວາງທາຍ ຫົວຫນ້າກົມການຄ້າຫລາຍຝ່າຍ, ສັງກັດກະຊວງອຸດສາຫະກຳ ການຄ້າ ຖືວ່າ:

“ປະຈຸບັນ ສະພາບການໂລກລະບາດໂຄວິດ 19 ພວມຜັນແປສັບສົນ ບັນຫາສຳຄັນທີ່ສຸດນັ້ນແມ່ນ ເຮັດແນວໃດແກ້ໄຂການສັນຈອນແຫລ່ງສິນຄ້າລະຫວ່າງສອງຝ່າຍ ພິເສດແມ່ນບັນດາປະເພດສິນຄ້າທີ່ກ່ຽວຂ້ອງເຖິງການປ້ອງກັນຕ້ານໂລກລະບາດຄື: ວັກຊິນ, ຢຸກຢາປິ່ນປົວພະຍາດ, ວັດຖຸອຸປະກອນການແພດ…ນີ້ແມ່ນສິ່ງສຳຄັນ ແລະ ສຳລັບ ຝ່າຍຫວຽດນາມ, ບັນດາກະຊວງ ຂະແຫນງການ ໃນນັ້ນ ມີກະຊວງສາທາລະນະສຸກ ກໍ່ໄດ້ສົມທົບກັບກະຊວງອຸດສາຫະກຳການຄ້າ ຊຶ່ງໄດ້ມີບັນດາຄຳໝັ້ນສັນຍາຢ່າງແຮງເພື່ອແກ້ໄຂບັນຫາດັ່ງກ່າວ. ແລະ ນີ້ກໍ່ແມ່ນຫນຶ່ງໃນບັນດາຂົງເຂດຊື່ງ ອີຢູ ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນວິວັດການປະຕິບັດສັນຍາ”

 ສ່ວນຂົງເຂດສິນໃນນ້ຳ, ເຖິງວ່າ ຍາດໄດ້ບັນດາກາລະໂອກາດດີຈາກສັນຍາ EVFTAແລ້ວກໍຕາມ ແຕ່ບັນດາບັນຫາຍັງຄົງຄ້າງຄື: “ບັດເຫລືອງ” ຊື່ງ ອີຢູ ຈັດວາງສຳລັບມາດຕະຖານຂອງຂະແຫນງສິນໃນນ້ຳສົ່ງອອກເຂົ້າຕະຫລາດ ອີຢູ ຍັງບໍ່ທັນແກ້ໄຂໄດ້ເທື່ອ, ທ່ານ ເລມີງຮວານ ລັດຖະມົນຕີກະຊວງກະສິກຳ  ແລະ ພັດທະນາຊົນນະບົດ ເນັ້ນຫນັກວ່າ:

“ກ່ອນອື່ນໝົດ ຕ້ອງມີມາດຕະການແກ້ໄຂບັດເຫລືອງຂອງ ອີຢູ ນັ້ນແມ່ນບັນຫາຄົງຄ້າງຂອງພວກເຮົາປະຈຸບັນ, ແມ່ນຄວາມສ່ຽງໃນການພົວພັນກັບການຄ້າສາກົນ. ແລະ ເພື່ອມຸ່ງໄປເຖິງຄາດໝາຍ: ທີຫນຶ່ງ ພວກເຮົາຕ້ອງເຮັດແນວໃດຈະແກ້ໄຂບັນຫາບັດເຫລືອງໄດ້ ແລະ ທີສອງພວກເຮົາຕ້ອງກຳນົດເພື່ອກ້າວໄປເຖິງພື້ນຖານກະສິກຳ ການປະມົງຢ່າງໂປ່ງໃສ, ມີຄວາມຮັບຜິດຊອບ”

 ສັນຍາ EVFTAແມ່ນຫນຶ່ງໃນບັນດາສັນຍາທຳອິດທີ່ມີໂຄງການ - ແຜນການປະຕິບັດທີ່ມີລັກສະນະສັງລວມຂອງລັດຖະບານ ຕະຫລອດຮອດຂັ້ນກະຊວງ, ຂະແຫນງການ, ທ້ອງຖິ່ນ ແລະ ບັນດາສະຫະສະມາຄົມວິສາຫະກິດ, ຂະແຫນງສິນຄ້າ… ກໍ່ໄດ້ປະກາດໃຊ້ແຜນການເຄື່ອນໄຫວລະອຽດຂອງຕົນ. ຈາກສະພາບຕົວຈິງພາຍຫລັງ 1 ປີແຫ່ງການປະຕິບັດ, ກະຊວງອຸດສາຫະກຳ ການຄ້າ ຈະລວບລວມຂໍ້ຄົງຄ້າງ ແລະ ສິ່ງທ້າທາຍເພື່ອຍື່ນສະເຫນີຕໍ່ນາຍົກລັດຖະມົນຕີ ເພື່ອແນໃສ່ເພີ່ມທະວີການປັບປຸງໂຄງການເຄື່ອນໄຫວລວມຂອງລັດຖະບານໃນການປະຕິບັດສັນຍາໃນໄລຍະຈະມາເຖິງໃຫ້ດີກວ່າອີກ. ເພື່ອຜ່ານນັ້ນ ບໍ່ພຽງແຕ່ຍາດແຍ່ງທ່າໄດ້ປຽບຂອງບັນດາຂະແຫນງສິນຄ້າມີທ່າແຮງເທົ່ານັ້ນ ຫາກຍັງດຶງດູດການລົງທຶນເຂົ້າບັນດາຂະແຫນງສິນຄ້າ, ຂົງເຂດໃຫມ່ ຊື່ງສອງຝ່າຍກໍ່ມີຄວາມສາມາດບົ່ມຊ້ອນ ເພື່ອພ້ອມກັນພັດທະນາແບບຍືນຍົງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ