ສະພາບການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໄລຍະຕົ້ນປີ ບັນລຸການເຕີບໂຕສູງ

(VOVWORLD) - ໃນເດືອນ ກຸມພາ 2018 ປະເພດສິນຄ້າເຂົ້າສານ ໄດ້ສົ່ງອອກ 369.000 ໂຕນ ດ້ວຍມູນຄ່າທີ່ບັນລຸໄດ້ 179 ລ້ານ USD. ເປັນອັນວ່າ, ໃນ 2 ເດືອນຕົ້ນປີນີ້, ປະເພດສິນຄ້າເຂົ້າສານສົ່ງອອກ ຄາດຄະເນວ່າຈະບັນລຸໄດ້ 861.000 ໂຕນ  ດ້ວຍມູນຄ່າບັນລຸໄດ້ 419 ລ້ານ USD, ເພີ່ມຂຶ້ນ 17% ກ່ຽວກັບດ້ານປະລິມານ ແລະ ເກືອບ 34% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ສະພາບການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໄລຍະຕົ້ນປີ ບັນລຸການເຕີບໂຕສູງ - ảnh 1 ສິນໃນນ້ຳແມ່ນໜຶ່ງໃນບັນດາຜະລິດຕະພັນຕົ້ນຕໍຂອງຫວຽດນາມ

ການເຕີບໂຕສົ່ງອອກຜະລິດຕະພັນສິນຄ້າກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ໃນ 2 ເດືອນຕົ້ນປີ 2018 ສືບຕໍ່ທ່າເຕີບໂຕຂອງປີ 2017. ຍອດມູນຄ່າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃນ 2 ເດືອນຜ່ານມາ ບັນລຸໄດ້ 6,1 ຕື້ USD, ເພີ່ມຂຶ້ນກ່ວາ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສະແດງໃຫ້ເຫັນສະພາບການສົ່ງອອກຂອງຂະແໜງກະສິກຳໃນປີນີ້ ມີຄວາມສະດວກ. ບົດຂຽນຂອງ ໂຕຕ໋ວນ ນັກຂ່າວ VOV.

        ໃນເດືອນ ກຸມພາ 2018 ປະເພດສິນຄ້າເຂົ້າສານ ໄດ້ສົ່ງອອກ 369.000 ໂຕນ ດ້ວຍມູນຄ່າທີ່ບັນລຸໄດ້ 179 ລ້ານ USD. ເປັນອັນວ່າ, ໃນ 2 ເດືອນຕົ້ນປີນີ້, ປະເພດສິນຄ້າເຂົ້າສານສົ່ງອອກ ຄາດຄະເນວ່າຈະບັນລຸໄດ້ 861.000 ໂຕນ  ດ້ວຍມູນຄ່າບັນລຸໄດ້ 419 ລ້ານ USD, ເພີ່ມຂຶ້ນ 17% ກ່ຽວກັບດ້ານປະລິມານ ແລະ ເກືອບ 34% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກໍ່ເຊັ່ນດຽວກັນກັບທ່າອ່ຽງເຕີບໂຕທັງດ້ານປະລິມານ ແລະ ມູນຄ່າສົ່ງອອກ ຍັງມີບັນດາຜະລິດຕະພັນກະເສດອື່ນໆຄື: ກາເຟ, ຊາ, ໝາກມ່ວງຫິມະພານ, ຜັກ ແລະ ໝາກໄມ້, ມັນຕົ້ນ ແລະ ບັນດາຜະລິດຕະພັນທີ່ຜະລິດຈາກມັນຕົ້ນ. ເປັນຕົ້ນແມ່ນໝາກມ່ວງຫິມະພານມີລະດັບການເຕີບໂຕສູງກ່ວາໝູ່ໃນໝວດສິນຄ້າຜະລິດຕະພັນກະເສດ. ໃນ 2 ເດືອນຕົ້ນປີ, ໝາກມ່ວງຫິມະພານສົ່ງອອກບັນລຸໄດ້ 555 ລ້ານ USD, ເພີ່ມຂຶ້ນເກືອບ 95% ເທື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖັດມາ ແມ່ນປະເພດສິນຄ້າຜັກ, ໝາກໄມ້ ຍັງຄົງຮັກສາການເຕີບໂຕປານກາງດ້ວຍລະດັບ 59%, ບັນລຸໄດ້ 672 ລ້ານ USD. ໃນຂະນະນັ້ນ, ນັບແຕ່ໃນເດືອນຕົ້ນປີ ປະລິມານສິນໃນນ້ຳແຊ່ເຢັນສົ່ງອອກໄປຍັງ ການາດາ, ອາເມລິກາ ແລະ ຕະຫລາດ ອີຢູ ກໍ່ບັນລຸໄດ້ປະມານ 590.000 USD. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: ໃນເດືອນ ກຸມພາ, ຄາດຄະເນວ່າ ມູນຄ່ານຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸໄດ້ 2,53 ຕື້ USD, ນຳຍອດມູນຄ່ານຳເຂົ້າໃນ 2 ເດືອນຕົ້ນປີບັນລຸໄດ້ 5,29 ຕື້ USD ເພີ່ມຂຶ້ນກ່ວາ 30% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2017.

        ຕາມການຕີລາຄາແງ່ຫວັງເສດຖະກິດທົ່ວໂລກປີ 2018 (IMF), ພາຍຫລັງທີ່ບັນລຸໄດ້ລະດັບການເຕີບໂຕສູງກ່ວາການຄາດຄະເນໃນປີ 2017, ພື້ນຖານເສດຖະກິດໂລກໃນປີນີ້ ອາດຈະຮັກສາຢູ່ໃນລະດັບເຕີບໂຕ 3%, ຊ່ວຍຄວາມຕ້ອງການຈຳໜ່າຍຂອງບັນດາຕະຫລາດເກືອບທັງໝົດ, ໃນນັ້ນ ມີຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຈະສືບຕໍ່ເພີ່ມຂຶ້ນ. ພິເສດ, ຫວຽດນາມ ຫາກໍລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເປີດບັນດາຜົນປະໂຫຍດກ່ຽວກັບດ້ານເສດຖະກິດແທດຈິງໃຫ້ບັນດາຂະແໜງຄື: ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ການປຸງແຕ່ງສິນໃນນ້ຳ, ຜະລິດຕະພັນກະເສດ…ເຖິງຢ່າງໃດກໍ່ຕາມ, ເພື່ອເພີ່ມການສົ່ງອອກຂຶ້ນ ຕອບສະໜອງມາດຕະຖານການນຳເຂົ້າຈາກບັນດາຕະຫລາດເຂົ້າຮ່ວມ CPTPP ກໍ່ຄືຕອບສະໜອງໄດ້ບັນດາຕະຫລາດທີ່ຕ້ອງການມີຄຸນນະພາບສູງຄື: ອາເມລິກາ, ສ.ເກົາຫຼີ ຫຼື ອີຢູ, ສິນຄ້າ ຫວຽດນາມ ກໍ່ຄວນຕອບສະໜອງທ່າອ່ຽງການໃຊ້ສອຍນັບມື້ນັບດີກ່ວາ ເປັນຕົ້ນແມ່ນບັນດາຄວາມຕ້ອງການກ່ຽວກັບຄຸນນະພາບຢ່າງເຄັ່ງຄັດກ່ວາ, ຫຼື ຫລຸດຜ່ອນເວລາການເຈລະຈາ, ຕົວຢ່າງຄື:ເພື່ອນຳໝາກລິ້ນຈີ່ເຂົ້າຕະຫລາດ ອົດດສະຕາລີ ຕ້ອງໃຊ້ເວລາເຖິງ 12 ປີ. ບັນຫານີ້ ບໍ່ພຽງແຕ່ຮຽກຮ້ອງຄວາມມານະພະຍາຍາມຂອງບັນດາຜູ້ຜະລິດ, ວິສາຫະກິດສົ່ງອອກເທົ່ານັ້ນ ແຕ່ຫາກການເຄື່ອນໄຫວສົ່ງເສີມການຄ້າຕ້ອງເຂົ້າສູ່ແທດຈິງອີກດ້ວຍ. ທ່ານນາງ ຫງວຽນຮ່ວາງຖູຍ ທູດການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ສະແດງຄຳເຫັນວ່າ:

        “ຂ້າພະເຈົ້າປາດຖະໜາຢາກໄດ້ຮັບຂໍ້ມູນຂ່າວຢູ່ພາຍໃນປະເທດກ່ຽວກັບວິວັດທະນາການເປີດປະຕູຕະຫລາດຄືແນວໃດ ແລະ ເມື່ອບັນດາຄະນະຜູ້ແທນຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດມາເຮັດວຽກກັບບັນດາຄູ່ຮ່ວມມືກ່ຽວກັບບັນດາບັນຫາການຄ້າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແມ່ນລ້ວນແຕ່ເຊີນອົງການການຄ້າປະຈຳ ອົດສະຕາລີ ເຂົ້າຮ່ວມ”.

ສະພາບການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໄລຍະຕົ້ນປີ ບັນລຸການເຕີບໂຕສູງ - ảnh 2 ເຂົ້າສານສົ່ງອອກໄປຍັງຕ່າງປະເທດ (ພາບ: ອິນເຕີແນັດ)

        ໃນແຜນການສ້າງໂຄງປະກອບຂະແໜງຄືນໃໝ່ໄລຍະ 2017 – 2020. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ກຳນົດເລື່ອງຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງຜະລິດຕະພັນກະສິກຳ, ຕິດພັນການຜະລິດກັບການຈຳໜ່າຍຜະລິດຕະພັນ, ມຸ່ງໄປເຖິງພື້ນຖານກະສິກຳທັນສະໄໝ ມີມູນຄ່າເພີ່ມຂຶ້ນສູງ ແລະ ພັດທະນາແບບຍືນຍົງໃນລະບົບມູນຄ່າຂອງຜະລິດຕະພັນກະເສດທົ່ວໂລກ. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກື່ອງ ຊີ້ແຈ້ງວ່າ:

        “ພວກຂ້າພະເຈົ້າສະເໜີຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ, ບັນດາຫົວໜ່ວຍຢູ່ພາຍໃນປະເທດ ກ່ຽວກັບວຽກງານສົ່ງອອກກັບບັນດາອົງການທູຕານຸທູດຂອງພວກເຮົາຢູ່ຕ່າງປະເທດ ເພື່ອແກ້ໄຂບັນດາສິ່ງກີດຂວາງ, ຄວາມຫຍຸ້ງຍາກຂອງແຕ່ລະກຸ່ມຕະຫລາດຢ່າງທັນການ, ບົນພື້ນຖານນັ້ນ ກໍ່ຊຸກຍູ້ຜະລິດຕະພັນກະເສດຂອງພວກເຮົາ ສືບຕໍ່ສົ່ງອອກສູ່ໂລກ.

        ມາຮອດປັດຈຸບັນ ຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງ 180 ປະເທດໃນໂລກ ແລະ ຍາມໃດກໍ່ນອນໃນ Top 15 ປະເທດສົ່ງອອກຜະລິດຕະພັນກະເສດໃຫຍ່ສຸດ. ໃນປີ 2018, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ວາງຄາດໝາຍວົງເງິນການຄ້າສົ່ງອອກປະມານ 40 – 41 ຕື້ USD, ໃນນັ້ນ ບັນດາຜະລິດຕະພັນປູກຝັງກ່ວາ 21 ຕື້ USD, ສິນໃນນ້ຳປະມານ 9 ຕື້ USD, ເຄື່ອງປ່າຂອງດົງກ່ວາ 8,5 ຕື້ USD, ບັນດາໝວດສິນຄ້າອື່ນໆ 1,5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ