ສ້າງນະໂຍບາຍການເງິນ ແລະ ເງິນຕາໜູນຊ່ວຍການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດແບບຍືນຍົງ

(VOVWORLD) -ໃນສະພາບການໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນ, ນະໂຍບາຍການເງິນ ຂອງຫວຽດນາມ ໄດ້ປັບປຸງຢ່າງມີໄຫວພິບແນໃສ່ໜູນຊ່ວຍບັນດາວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໃຫ້ທັນການ. ນອກຈາກບັນດາມາດຕະການ ຄືການຍົກເວັ້ນ, ຫຼຸດລົງ, ຕໍ່ກຳນົດເວລາການເສຍພາສີອາກອນ, ເງິນເຊົ່າດິນ, ຄ່າທຳນຽມ, ຄ່າບໍລິການຕ່າງໆ, ລັດຖະບານ ໄດ້ ແລະ ກຳລັງສ້າງຫລາຍນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາໜູນຊ່ວຍການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ - ສັງຄົມ.

ສ້າງນະໂຍບາຍການເງິນ ແລະ ເງິນຕາໜູນຊ່ວຍການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດແບບຍືນຍົງ - ảnh 1ຜູ້ຊ່ຽວຊານເສດຖະກິດ ປອ ເກີນວັນລຶກ. (ພາບ:vnexpress)

ເພື່ອຮັບມືກັບໂລກລະບາດ, ແກ້ໄຂຜົນເສຍຫາຍ, ຜົນກະທົບຈາກໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຫວຽດນາມໄດ້ນຳໃຊ້ ບັນດານະໂຍບາຍການເງິນ, ເງິນຕາກໍ່ຄືນະໂຍບາຍມະຫາພາກຕ່າງໆຢ່າງມີໄຫວພິບ ແລະ ຄົບຊຸດແນໃສ່ແກ້ໄຂຜົນເສຍຫາຍ ແລະ ໜູນຊ່ວຍການຟື້ນຟູເສດຖະກິດໃນສະພາບການເກີດໂລກລະບາດ. ສະພາແຫ່ງຊາດກໍ່ໄດ້ປະກາດໃຊ້ມະຕິ, ຂໍ້ຕົກລົງວ່າດ້ວຍບັນດາຂອບເຂດກ່ຽວກັບນະໂຍບາຍ, ແຜນການພັດທະນາເສດຖະກິດ, ສັງຄົມ, ການເງິນງົບປະມານ, ການກູ້ຢືມ ແລະ ໃຊ້ໜີ້ພາກລັດ, ການລົງທຶນພາກລັດ ແລະ ແຜນການສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2020 – 2025 ຄືນໃໝ່.

 ທີ່ກອງປະຊຸມຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດໄດ້ປະກາດໃຊ້ມະຕິມອບໝາຍໃຫ້ລັດຖະບານສ້າງ ແລະ ຜັນຂະຫຍາຍນະໂຍບາຍລາຍການສັງລວມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19  ຕາມທິດນຳ “ຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ”, ພ້ອມທັງສ້າງ ແລະ ຈັດຕັ້ງການປະຕິບັດລາຍການສັງລວມກ່ຽວກັບການຟື້ນຟູ ແລະ ພັດທະນາເສດຖະກິດ. ມະຕິຂອງສະພາແຫ່ງຊາດກໍ່ມອບໝາຍໃຫ້ລັດຖະບານສ້າງບັນດາບ້ວງນະໂຍບາຍກ່ຽວກັບງົບປະມານ ແລະ ເງິນຕາເພື່ອໜູນຊ່ວຍ 2 ລາຍການນີ້, ຮັບໃຊ້ໃຫ້ເປົ້າໝາຍປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກໍ່ຄືການຟື້ນຟູ ແລະ ພັດທະນາເສດຖະກິດເພື່ອຍື່ນສະເໜີໃຫ້ສະພາແຫ່ງຊາດພິຈາລະນາ.

ຜູ້ຊ່ຽວຊານເສດຖະກິດ, ທ່ານ ປອ. ເກີນວັນລຶກ ຖືວ່າ: ນະໂຍບາຍການເງິນ ແລະ ເງິນຕາໃນໄລຍະຈະມາເຖິງ ຄວນຄິດໄລ່ເຖິງບັນດາການກະທົບນັບທັງຍອດການສະຫນອງ ແລະ ຄວາມຕ້ອງການ. ເລື່ອງສ້າງນະໂຍບາຍການເງິນຕ້ອງມີຄວາມເປັນໄປໄດ້ ແລະ ປະຕິບັດຢ່າງວ່ອງໄວ, ກະທັດລັດ, ມີປະສິດທິຜົນ ພ້ອມທັງຕ້ອງສົມທົບເປັນຢ່າງດີລະຫວ່າງບັນດານະໂຍບາຍນຳກັນ. ກ່ຽວກັບນະໂຍບາຍເງິນຕາ, ຄວນນຳໃຊ້ຫລາຍໆເຄື່ອງມືອື່ນເພື່ອຫນູນຊ່ວຍບັນດາອົງການສິນເຊື່ອສືບຕໍ່ຫລຸດຜ່ອນອັດຕາດອກເບ້ຍທຶນກູ້ຢຶມ ແຕ່ 0,5 -1%. ເລື່ອງຫນູນຊ່ວຍປະຊາຊົນ ແລະ ວິສາຫະກິດ ຄວນຫຍັບເຂົ້າໃກ້ກັບ 2 ວິທີການ ນັ້ນແມ່ນ ພັນທະດ້ານການເງິນ ແລະ ໄດ້ກູ້ຢືມທຶນ.

ວິກິດການເສດຖະກິດ-ສັງຄົມ ປະຈຸບັນ ແມ່ນເລີ່ມມາຈາກໂລກລະບາດໂຄວິດ 19, ບໍ່ແມ່ນເລີ່ມມາຈາກວິກິດການເສດຖະກິດ-ການເງິນ ສະນັ້ນ ເພື່ອແກ້ໄຂຢ່າງເຖິງຖອງ, ບັນດາມາດຕະການວິຊາສະເພາະທາງການແພດຍັງຄົງມີລັກສະນະຕັດສິນຊີ້ຂາດ ແລະ ຕົ້ນຕໍ ສ່ວນນະໂຍບາຍເສດຖະກິດມະຫາພາກແມ່ນບັນດາເຄື່ອງມືທີ່ມີລັກສະນະຫນູນຊ່ວຍເທົ່ານັ້ນ.

ທ່ານ ສາດສະດາຈານ ປອ ຫງວຽນດຶກເຄືອງ, ຮອງຫົວຫນ້າ ຮັບຜິດຊອບການຄົ້ນຄວ້າ ໂຮງຮຽນທຸລະກິດ IPAG ປາຣີ ຖືວ່າ: ນອກຈາກບັນດານະໂຍບາຍການເງິນ ແລະ ນະໂຍບາຍເງິນຕາແລ້ວ, ຫວຽດນາມ ຄວນພັດທະນາລະບົບຊີວະພາບປ່ຽນແປງໃຫມ່ປະດິດຄິດສ້າງເພື່ອຊຸກຍູ້, ເພີ່ມສະມັດຕະພາບການຜະລິດ, ຈາກນັ້ນ ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ.

 “ການຫນູນຊ່ວຍຂອງລັດ, ລັດຖະບານ ຄວນສຸມໃສ່ເຂົ້າໃນການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ. ນູນຊ່ວຍດ້ານທຶນຮອນ, ແບ່ງປັນຄວາມສ່ຽງກັບວິສາຫະກິດ, ຜ່ານການຊ່ວຍວິສາຫະກິດປະຕິບັດການກະທຳຍຸດທະສາດເພື່ອຮັບມືກັບ 5 ສິ່ງທ້າທາຍໃຫຍ່. ນັ້ນແມ່ນ ສິ່ງທ້າທາຍປ່ຽແປງຮູບແບບດຳເນີນທຸລະກິດ, ການລົງທຶນເຕັກໂນໂລຊີ, ຂໍ້ມູນໃຫຍ່ເພື່ອສາມາດເຂົ້າໃຈຜູ້ບໍລິໂພກກວ່າ ແລະ ສຳຜັດກັບເຂົາເຈົ້າ. ສິ່ງທ້າທາຍໃນການຫັນເປັນດີຈິຕອນ, ການບໍລິການດີຈີຕອນ ດ້ວຍບັນດາພື້ນຖານປະດິດຄິດສ້າງເອງ, ໃຊ້ລວມ, ສິ່ງທ້າທາຍກ່ຽວຂ້ອງເຖິງແຫລ່ງກຳລັງຂອງມະນຸດ

ສ້າງນະໂຍບາຍການເງິນ ແລະ ເງິນຕາໜູນຊ່ວຍການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດແບບຍືນຍົງ - ảnh 2ຮອງສາດສະດາຈານ ປອ ບຸ່ຍກວາງຕວັນ, ຫົວຫນ້າ ສະຖາບັນເສດຖະກີດ ຫວຽດນາມ. (ພາບ:TTXVN)

ກ່ຽວກັບມາດຕະການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ ຜ່ານການຫັນເປັນດີຈີຕອນ, ທ່ານຮອງສາດສະດາຈານ, ປອ ບູ່ຍກວາງຕວັນ, ຫົວຫນ້າສະຖາບັນເສດຖະກິດ ຫວຽດນາມ ຖືວ່າ: ປະຈຸບັນ ພວມແມ່ນກາລະໂອກາດດີທີ່ສຸດສຳລັບຂອບຂະຫນາດພື້ນຖານເສດຖະກິດດີຈີຕອນຂອງ ຫວຽດນາມ. ເພາະສະນັ້ນ ຫວຽດນາມ ຄວນຍູ້ແຮງການຫັນເປັນດີຈີຕອນ, ພັດທະນາລະບົບຊີວະພາບໃຫ້ແກ່ການຫັນເປັນດີຈີຕອນ ແລະ ເສດຖະກິດດີຈີຕອນເພື່ອກຳແຫນ້ນກາລະໂອກາດນີ້.

ພວກຂ້າພະເຈົ້າຄິດວ່າ ຄວນເພີ່ມທະວີການລົງທຶນ, ລົງທຶນດ້ວຍວັດຖຸ, ແຫລ່ງກຳລັງ ແລະ ປັບປຸງ, ສຳເລັດລະບອບລະບຽບການ. ໃນນັ້ນ ມີການທົດລອງກ່ຽວກັບລະບອບລະບຽບການໃຫ້ແກ່ການປ່ຽນໃຫມ່ປະດິດຄິດສ້າງ ແລະ ໃຫ້ແກ່ບັນດານັກວິທະຍາສາດ. ພວກຂ້າພະເຈົ້າຄິດວ່າ ແມ່ນຮອດໄລຍະຕ້ອງປ່ຽແປງແລ້ວ ເພື່ອຮັບມືກັບການປ່ຽນແປງທີ່ພວມເກີດຂຶ້ນຢ່າງວ່ອງໄວປະຈຸບັນ. ເຮັດໄດ້ຄືແນວນັ້ນ ພວກເຮົາຈຶ່ງຄົງຕົວ ແລະ ພັດທະນາໃນໄລຍະຈະມາເຖິງໄດ້

ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ ແມ່ນຄວາມຮຽກຮ້ອງທີ່ຈຳເປັນ ແລະ ສຳຄັນ. ເລື່ອງນຳໃຊ້ບັນດານະໂຍບາຍຕ້ອງຮັບປະກັນລັກສະນະປອດໄພໃຫ້ແກ່ພື້ນຖານເສດຖະກິດ. ເພາະສະນັ້ນ ຫວຽດນາມ ໄດ້ຄິດໄລ່ຢ່າງລະອຽດບັນດາການກະທົບເຖິງບັນດາດັດຊະນີເສດຖະກິດມະຫາພາກ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.. ສູ້ຊົນຮັບປະກັນເປົ້າໝາຍພັດທະນາເສດຖະກິດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ