ສ້າງ​ຜ​ະ​ລິດ​ຕະ​ພັນ​ທີ່ມີ​ຄວາມ​ແຕກ​ຕ່າງ ຊ່ວຍ​ວິ​ສ​າ​ຫະ​ກິດ​ນະ​ຄອນ​ໂຮ່​ຈີ​ມິນ ຍູ້​ແຮງ​ການ​ສົ່ງ​ອອກ

(VOVWORLD) -ບັນດາຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ວິສາຫະກິດຫວຽດນາມ ຫລາຍແຫ່ງຕ້ອງຢຸດຕິການຜະລິດ ຫລື ຖືກລົ້ມລະລາຍ. ເຖິງຢ່າງໃດກໍຕາມ ມີວິສາຫະກິດບາງແຫ່ງ ໄດ້ມີຄວາມວ່ອງໄວໃນການກຳນົດຕະຫລາດຄືນໃຫມ່, ສ້າງຄວາມແຕກຕ່າງໃນຜະລິດຕະພັນ ເພື່ອແກ້ງແຍ່ງ ແລະ ສຳຜັດກັບຕະຫລາດສົ່ງອອກໄດ້ເປັນຢ່າງດີ. ຢູ່ ນະຄອນ ໂຮ່ຈີມິນ ມີວິສາຫະກິດຫລາຍແຫ່ງ ຍ້ອນມີທິດກ້າວເດີນນີ້ ເຂົາເຈົ້າໄດ້ມີໃບສັ່ງຊື້ສິນຄ້າສົ່ງອອກຫລາຍສະບັບໃຫ້ແກ່ໄຕມາດ 4 ປີ 2020 ແລະ ທັງໄຕມາດ 1 ປີ 2021,ພ້ອມກັນນັ້ນ ກໍຍັງມີທິດເປີດກວ້າງການຜະລິດໃນໄລຍະຈະມາເຖິງ.
ສ້າງ​ຜ​ະ​ລິດ​ຕະ​ພັນ​ທີ່ມີ​ຄວາມ​ແຕກ​ຕ່າງ ຊ່ວຍ​ວິ​ສ​າ​ຫະ​ກິດ​ນະ​ຄອນ​ໂຮ່​ຈີ​ມິນ ຍູ້​ແຮງ​ການ​ສົ່ງ​ອອກ - ảnh 1ກຳມະກອນ ບໍລິສັດ  MEET MORE ພວມຫຸ້ມຫໍ່ກາເຟສຳເລັດຮູບ

ໃນຂະນະທີ່ວິສາຫະກິດຫລາຍແຫ່ງ ພວມຕ້ອງປະສົບກັບຄວາມຫຍຸ້ງຍາກໃນການຊອກຫາໃບສັ່ງຊື້ສິນຄ້າຈາກຜູ້ສັ່ງຊຶື້ ເພື່ອຮັກສາການຜະລິດ ແຕ່ບໍລິສັດລົງທຶນຮ່ວມສຳພັນການຄ້າທົ່ວໂລກ MEET MOREຈຳກັດ ໄດ້ມີໃບສ່ັງຊື້ສິນຄ້າສົ່ງອອກພຽງພໍຮອດທ້າຍປີແລ້ວ. ແຕ່ລະເດືອນ ບໍລິສັດໄດ້ສົ່ງ ກາເຟໝາກໄມ້ໄປຍັງຕະຫລາດ ອີຕາລີ 5 ຕູ້ຄອນເທນເນີ . ເປັນຫນ້າຊື່ນຊົມ ມີວິສາຫະກິດ ອີຕາລີ ແຫ່ງຫນຶ່ງ ຍັງສະເຫນີ ເຊັນສັນຍາເປັນຕົວແທນຈຳຫນ່າຍຜະລິດຕະພັນຂອງ MEET MOREດ້ວຍປະລິມານສິນຄ້າຂະໜາດໃຫຍ່ໃຫ້ແກ່ 27 ປະເທດ ຢູ່ ເອີລົບ.

ນັບແຕ່ກ່ອນມາຮອດປະຈຸບັນ, ຢາກສົ່ງຜະລິດຕະພັນກາເຟສຳເລັດຮູບເຂົ້າຕະຫລາດ ເອີລົບ ແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍ ຍ້ອນຕະຫລາດນີ້ ມີການຄວບຄຸມພາກສ່ວນປະລິມານນ້ຳນົມໃນກາເຟຢ່າງເຄັ່ງຄັດ. ແຕ່ MEET MOREສຳຜັດກັບຕະຫລາດນີ້ເປັນຢ່າງດີ ຍ້ອນມີຄວາມແຕກຕ່າງໃນຜະລິດຕະພັນ ຊຶ່ງຢູ່ທ້ອງຕະຫລາດຍັງບໍ່ທັນມີ. ນັ້ນແມ່ນ ຜະລິດຕະພັນກາເຟໝາກໄມ້ ໂດຍໄດ້ຮັບການປຸງແຕ່ງຈາກ ກາເຟ ກັບບັນດາປະເພດໝາກໄມ້ສົດຄື: ນ້ຳໝາກພ້າວ, ໝາກມ່ວງ...ແລະ ບໍ່ນຳໃຊ້ນ້ຳນົມ.

ທ່ານ ຫງວຽນງອກລ້ວນ ຜູ້ອຳນວຍການຝ່າຍບໍລິຫານ MEET MOREໃຫ້ຮູ້ວ່າ: ຜູ້ບໍລິໂພກ ເອີລົບ ນິຍົມຜະລິດຕະພັນນີ້ ເພາະວັດຖຸດິບໄດ້ຮັບການປຸງແຕ່ງດ້ວຍໝາກໄມ້ສົດຂອງຫວຽດນາມ ຮັບປະກັນບັນດາມາດຖານກ່ຽວກັບຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ເໝາະສົມກັບຄວາມນິຍົມຂອງຜູ້ບໍລິໂພກ.

 “ພາຍຫລັງໂລກລະບາດໂຄວິດ19 ເຂົາເຈົ້າປ່ຽນແປງທ່າອ່ຽງການບໍລິໂພກຢ່າງວ່ອງໄວ, ກ່ອນນີ້ ເຂົາເຈົ້ານຳໃຊ້ຜະລິດຕະພັນຂອງຈີນ, ແຕ່ມາບັດນີ້ ເຂົາເຈົ້າຫັນມານຳໃຊ້ຜະລິດຕະພັນ ຂອງບໍລິສັດ. ໄລຍະຈະມາເຖິງ ບໍລິສັດຈະສຸມໃສ່ເປີດກວ້າງຂອບຂະຫນາດການຜະລິດໃນເວລາອັນໄວທີ່ສຸດ.ເພາະປະຈຸບັນ ຜະລິດຕະພັນນີ້ ຍັງບໍ່ທັນວິສາຫະກິດໃດຜະລິດ ແລະ ສຸມໃສ່ທຸກກຳລັງແຮງເພື່ອຄຸ້ມຄອງລະບົບຄຸນນະພາບຢູ່ຫວຽດນາມ ໃຫ້ດີກວ່າເກົ່າ.”

ສ້າງ​ຜ​ະ​ລິດ​ຕະ​ພັນ​ທີ່ມີ​ຄວາມ​ແຕກ​ຕ່າງ ຊ່ວຍ​ວິ​ສ​າ​ຫະ​ກິດ​ນະ​ຄອນ​ໂຮ່​ຈີ​ມິນ ຍູ້​ແຮງ​ການ​ສົ່ງ​ອອກ - ảnh 2ໂຕະຕັ່ງຂອງບໍລິສັດ ທຽນມີງ ສົ່ງອອກໄປຍັງຕະຫລາດ ເອີລົບ 

ມີວິສາຫະກິດປຸງແຕ່ງຜະລິດຕະພັນໄມ້ຫລາຍແຫ່ງຢູ່ ນະຄອນ ໂຮ່ຈີມິນ ກໍ່ຊອກໄດ້ຕະຫລາດເພື່ອຍູ້ແຮງການສົ່ງອອກໄປຍັງ ເອີລົບ. ພົ້ນເດັ່ນ ຄື ບໍລິສັດ ຜະລິດ- ການຄ້າ ແລະ ສົ່ງອອກ ທຽນມີງ ຈຳກັດ ມາຮອດຈຸດເວລານີ້ ໄດ້ມີໃບສັ່ງຊື້ສິນຄ້າສົ່ງອອກໄປຍັງ ເອີລົບ ຮອດເດືອນເມສາປີ 2021 ແລ້ວ.

ທ່ານ ເຈີນລາມເຊີນ, ຜູ້ອຳນວຍການ ບໍລິສັດ ດັ່ງກ່າວໃຫ້ຮູ້ວ່າ: ຜະລິດຕະພັນໂຕະຕັ່ງ ຂອງວິສາຫະກິດໄດ້ຮັບການນິຍົມຈາກຕະຫລາດທີ່ສຸດ ຍ້ອນເຮັດດ້ວຍມື. ຜະລິດຕະພັນນີ້ ມີທ່າແຮງແກ້ງແຍ່ງດ້ານລາຄາກັບຜະລິດຕະພັນຂອງບັນດາ ປະເທດອື່ນ ແລະ ຄວາມຄ່ອງແຄ້ວຂອງແຮງງານຫວຽດນາມນຳອີກ.

ປະຈຸບັນ ບໍລິສັດ ທຽນມີງ ບໍ່ຕ້ອງການຊອກຫາໃບສັ່ງຊື້ສິນຄ້າ ເທົ່ານັ້ນ ຫາກມີຄວາມເປັນຫ່ວງເຮັດແນວໃດເພື່ອຜະລິດໃຫ້ທັນກັບຄວາມຄຶບຫນ້າການສົ່ງສິນຄ້າ.

ຕາມການນຳສະຫະສະມາຄົມວິສາຫະກິດ ນະຄອນ ໂຮ່ຈີມິນແລ້ວ, ດ້ວຍບັນດາຄວາມມານະພະຍາຍາມໃນໄຕມາດ 4 ນີ້, ມີວິສາຫະກິດສົ່ງອອກຫລາຍແຫ່ງຂອງຂະແຫນງປຸງແຕ່ງໄມ້, ປຸງແຕ່ງອາຫານຜະລິດຕະພັນກະເສດ ມີສັນຍານຕັ້ງຫນ້າ ດ້ວຍໃບສັ່ງຊື້ຫລາຍສະບັບ ໃນໄລຍະທ້າຍປີ. ໃນນັ້ນ, ສະເພາະຂະແຫນງປຸງແຕ່ງໄມ້ໃນຊຸມເດືອນທ້າຍປີ ລະດັບການເຕີບໂຕເພີ່ມຂຶ້ນ 2 ຕົວເລກ.

ທ່ານ ຈູຕຽນຢູ໋ງ, ປະທານ ສະຫະສະມາຄົມວິສາຫະກິດ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ພວມຍູ້ແຮງບັນດາໂຄງການສົ່ງເສີມການຄ້າດີຈີຕອນ, ການເຊື່ອມຕໍ່ກັບບັນດາວິສາຫະກິດ ຍູ້ແຮງການສົ່ງອອກໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນເຂົ້າຕະຫລາດ ເອີລົບ ເພື່ອຍາດແຍ່ງນຳໃຊ້ສັນຍາການຄ້າເສລີ - ສະຫະພາບເອີລົບ (EVFTA)ໄດ້ເປັນຢ່າງດີ.

     “ອຳນາດການປົກຄອງນະຄອນ ພວມສ້າງຕັ້ງຫນ່ວຍປະຕິບັດງານ ແລະ ສ້າງຕັ້ງສະພາພັດທະນາຂະແຫນງ. ຢູ່ທີ່ນັ້ນ ນະຄອນ ຈະສ້າງເງື່ອນໄຂແກ້ໄຂບັນດາຄວາມຫຍຸ້ງຍາກກ່ຽວກັບລະບຽບການດ້ານບໍລິຫານ ແລະ ສົມທົບກັນຢ່າງຄົບຊຸດລະຫວ່າງ ອຳນາດການປົກຄອງກັບວິສາຫະກິດ.”

ໂລກລະບາດໂຄວິດ 19 ກໍ່ ຄວາມຫຍຸ້ງຍາກ, ສິ່ງທ້າທາຍສຳລັບວິສາຫະກິດຫລາຍແຫ່ງ. ເຖິງຢ່າງໃດກໍຕາມ ວິສາຫະກິດໄດ້ເລືອກເຟັ້ນທິດກ້າວເດີນຢ່າງເໝາະສົມ, ສ້າງຄຸນຄ່າທີ່ແຕກຕ່າງໃຫ້ແກ່ບັນດາຜະລິດຕະພັນຂອງຕົນ. ຈາກນັ້ນ ຢັ້ງຢືນ ໄດ້ເຄື່ອງໝາຍການຄ້າຢູ່ຕະຫລາດສົ່ງອອກ ແລະ ມີກາລະໂອກາດພັດທະນາຢ່າງເຕີບໂຕແລະຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ