ສ້າງລະບອບລະບຽບການໂດດເດັ່ນ, ບຸລິມະສິດເພື່ອສ້າງບັນດາເຂດເສດຖະກິດພິເສດ

(VOVWORLD) - ຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ໂດຍກະຊວງແຜນການ ແລະ ການລົງທຶນເປັນປະທານໄດ້ສ້າງຕັ້ງ ດ້ວຍເປົ້າໝາຍສ້າງພື້ນຖານນິຕິກຳໃຫ້ແກ່ການສ້າງຕັ້ງ, ພັດທະນາ, ຄຸ້ມຄອງ ແລະ ການເຄື່ອນໄຫວຂອງ 3 ຫົວໜ່ວຍປົກຄອງເສດຖະກິດພິເສດ, ເຊິ່ງລວມມີ: ເວີນດົນ (ກວາງນີງ), ບັກເວີນຟອງ (ແຄ໋ງຮ່ວາ) ແລະ ຟູ໋ກວກ (ກຽນຢາງ). 

ສ້າງລະບອບລະບຽບການໂດດເດັ່ນ, ບຸລິມະສິດເພື່ອສ້າງບັນດາເຂດເສດຖະກິດພິເສດ - ảnh 1 ເຂດຜັກຜ່ອນບຳລຸງສຸຂະພາບ  Vinpearl ຟູ໋ກວກ

(ພາບ: Hồng Vĩnh/Tiền Phong)

ດ້ວຍບັນດາບຸລິມະສິດທີ່ບໍ່ເຄີຍມີມາກ່ອນ ກ່ຽວກັບພາສາ, ທີ່ດິນ, ຮ່າງກົດໝາຍສະບັບນີ້ ໄດ້ຄາດຫວັງວ່າ ຈະສ້າງບາດກ້າວບຸກທະລຸເພື່ອໃຫ້ບັນດາເຂດເສດຖະກິດພິເສດພັດທະນາ, ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດຂອງປະເທດຊາດ. ບົດຂຽນ “ສ້າງລະບອບລະບຽບການໂດດເດັ່ນ, ບຸລິມະສິດ ເພື່ອສ້າງບັນດາເຂດເສດຖະກິດພິເສດ” ຂອງ ເກີ໋ມຕູ໋, ນັກຂ່າວ VOV.

        ຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ມີບາດກ້າວບຸກທະລຸສຳຄັນແຖວໜ້າເພື່ອດຶງດູດການລົງທຶນ ນັ້ນແມ່ນການສ້າງກົງຈັກການປົກຄອງໃຫ້ກະທັດລັດ. ອຳນາດການປົກຄອງບັນດາເຂດເສດຖະກິດພິເສດຈະນຳໃຊ້ການບໍລິການບໍລິຫານ “ປະຕູດຽວ, ຢູ່ກັບທີ່”, ຄະນະກຳມະການປະຊາຊົນເຂດພິເສດມີສິດອຳນາດເຕັມໃນການແກ້ໄຂທຸກໆລະບຽບການໃຫ້ແກ່ນັກລົງທຶນ. ຄຽງຄູ່ກັນນັ້ນ, ຮ່າງກົດໝາຍກໍ່ມີນະໂຍບາຍບຸລິມະສິດກ່ຽວກັບພາສີອາກອນ, ທີ່ດິນແບບທີ່ບໍ່ເຄີຍມີມາກ່ອນໃນປະຫວັດການລົງທຶນຂອງ ຫວຽດນາມ, ຄື: ຮັດແຄບຂະແໜງ, ອາຊີບລົງທຶນດຳເນີນທຸລະກິດ ມີເງື່ອນໄຂ (ຈາກ 243 ຂະແໜງ, ອາຊີບ ຫລຸດລົງຍັງເຫຼືອ 108 ຂະແໜງອາຊີບ). ເປີດກ້ວາງ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນພາຍໃນປະເທດ ແລະ ຕ່າງປະເທດໃນການນຳໃຊ້ກັບທີ່ດິນ, ເອົາຊັບສິນໃນເນື້ອທີ່ດິນ ກຳມະສິດນຳໃຊ້ເຮືອນຢູ່ໄປຄ້ຳປະກັນ. ກ່ຽວກັບພາສີອາກອນ, ໂຄງການໄດ້ຍົກເວັ້ນພາສີນຳເຂົ້າເປັນເວລາ 7 ປີ (ນັບແຕ່ເມື່ອເລີ່ມຕົ້ນການຜະລິດ); ອາກອນລາຍຮັບວິສາຫະກິດ 10% ໃນຕະຫຼອດໄລຍະເວລາປະຕິບັດ, ຍົກເວັ້ນອາກອນ 4 ປີ ແລະ ຫລຸດຜ່ອນ 50% ຈຳນວນອາກອນຕ້ອງເສຍໃນເວລາ 9 ປີຕໍ່ໄປນັບແຕ່ເມື່ອມີລະດັບລາຍຮັບຕ້ອງເສຍອາກອນ. ຕາມທ່ານ ຫງວຽນວັນຈູງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລ້ວ, ຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງເສດຖະກິດພິເສດ ໄດ້ຮັບການອອກແບບດ້ວຍບັນດາຂໍ້ກຳນົດ ອາດສາມາດຮັບປະກັນລັກສະນະແກ່ງແຍ້ງ, ໂດດເດັ່ນເມື່ອທຽບໃສ່ບັນດາຂໍ້ກຳນົດກົດໝາຍທີ່ພວມປະກາດໃຊ້:

        “ຮ່າງກົດໝາຍໄດ້ມີແຜນນະໂຍບາຍອອກແບບໜຶ່ງຮູບແບບອຳນາດການປົກຄອງຂອງເຂດເສດຖະກິດພິເສດ ພ້ອມກັບບັນດາອົງການອື່ນໆຂອງລັດ ຮັບປະກັນລັກສະນະ ໂດດເດັ່ນ, ໃນນັ້ນ, ໄດ້ຍົກສູງໜ້າທີ່ຮັບຜິດຊອບຂອງບຸກຄົນ, ຕິດພັນກັບການຕິດຕາມກວດກາ, ຄວບຄຸມຂອງບັນດາອົງການຂອງລັດ, ຂອງປະຊາຄົມ ແລະ ຂອງປະຊາຊົນ, ວິສາຫະກິດ. ກ່ຽວກັບດ້ານເສດຖະກິດ, ຮ່າງກົດໝາຍໄດ້ຍົກອອກ 10 ນະໂຍບາຍໃຫຍ່. ນັ້ນແມ່ນບັນດາຈຸດທີ່ເປັນພື້ນຖານ ແລະ ອາດສາມາດຮັບປະກັນລັກສະນະແກ່ງແຍ້ງ, ລັກສະນະໂດດເດັ່ນເມື່ອທຽບໃສ່ບັນດາຂໍ້ກຳນົດທີ່ພວມປະຕິບັດຂອງພວກເຮົາກໍ່ຄືເມື່ອທຽບໃສ່ຂໍ້ກຳນົດທີ່ພວມປະຕິບັດຂອງປະເທດ, ເຂດແຄ້ວນຕ່າງໆກໍ່ມີຮູບແບບນີ້. ບັນດານະໂຍບາຍທີ່ຍົກອອກມາຕ້ອງໂປ່ງໃສ, ກະຈ່າງແຈ້ງ, ທຸກໆຄົນລ້ວນແຕ່ມີສິດ ແລະ ອາດສາມາດປະຕິບັດສິດຕິດຕາມກວດກາ.”

ສ້າງລະບອບລະບຽບການໂດດເດັ່ນ, ບຸລິມະສິດເພື່ອສ້າງບັນດາເຂດເສດຖະກິດພິເສດ - ảnh 2 ເວີນດົນ, ໜຶ່ງໃນ ສາມເຂດເສດຖະກິດພິເສດຂອງ ຫວຽດນາມ

        ຄາດວ່າ, ຢູ່ເຂດເສດຖະກິດພິເສດ ເວີນດົນ, ລັດຈະໄດ້ຮັບປະມານ 4 ຕື້ USD ຈາກພາສີອາກອນ, ຄ່າບໍລິການ ຄ່າທຳນຽມ ແລະ ບັນດາແຫຼ່ງລາຍຮັບຈາກທີ່ດິນ. ກໍ່ຄ້າຍຄືກັນ, ທີ່ ບັກເວີນຟອງ, ລັດອາດສາມາດໄດ້ຮັບປະມານ 2,2 ຕື້ USD. ຄວາມສາມາດບົ່ມຊ້ອນເຊິ່ງເຂດເສດຖະກິດພິເສດ ຟູ໋ກວກ ນຳມາໃຫ້ກໍ່ເປັນໜ້າສົນໃຈດ້ວຍຈຳນວນເງິນ 3 ຕື້ USD ຈາກພາສີອາກອນ, ຄ່າບໍລິການຄ່າທຳນຽມ ແລະ ບັນດາແຫຼ່ງລາຍຮັບຈາກທີ່ດິນ, ບັນດາວິສາຫະກິດສ້າງມູນຄ່າເພີ່ມປະມານ 19 ຕື້ USD ໃນໄລຍະ 2017 – 2030. ໄປຄຽງຄູ່ກັນນັ້ນ, ແມ່ນບັນດາກາລະໂອກາດເພື່ອສ້າງວຽກເຮັດງານທຳໃຫ້ຄົນງານ, ເພີ່ມລາຍຮັບສະເລ່ຍຕໍ່ຫົວຄົນ.

        ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ຕົວເລກທີ່ປະທັບໃຈນີ້, ນັກຊ່ຽວຊານເສດຖະກິດ ຫງວຽນມິງຟອງ, ຖືວ່າ:

        “ເຂດເສດຖະກິດພິເສດບໍ່ພຽງແຕ່ແມ່ນເຂດອຸດສາຫະກຳເທົ່ານັ້ນ ຫາກນັ້ນກໍ່ຍັງແມ່ນປະເທດທີ່ຖືກຮັດແຄບເຂົ້າລົງ. ຢູ່ນັ້ນ ໄດ້ອະນຸຍາດໃຫ້ພັດທະນາທັງໝົດບັນດາການເຄື່ອນໄຫວກ່ຽວກັບການດຳເນີນທຸລະກິດເພື່ອຮັບໃຊ້ຊີວິດການເປັນຢູ່, ມີປະຊາຊົນດຳລົງຊີວິດ ແລະ ມີບັນດາລະບອບລະບຽບການປົກຄອງພິເສດ. ເພື່ອຮັບປະກັນຜົນສຳເລັດແມ່ນຕ້ອງຮັບປະກັນນະໂຍບາຍ, ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ, ຄວາມສະເໝີຕົ້ນສະເໝີປາຍ, ພິເສດສຳລັບບັນດາໂຄງການລົງທຶນໄລຍະຍາວ.”

        ສະພາບຕົວຈິງໃນໂລກສະແດງໃຫ້ເຫັນວ່າ ການສ້າງເຂດເສດຖະກິດພິເສດໃຫ້ປະສົບຜົນສຳເລັດຈະສ້າງໃຫ້ມີກຳລັງໜູນໃໝ່ກໍ່ຄືບາດກ້າວກະໂດດຂັ້ນ ກ່ຽວກັບການພັດທະນາເສດຖະກິດ, ບໍ່ພຽງແຕ່ໃຫ້ບັນດາທ້ອງຖິ່ນປະຕິບັດຮູບແບບນີ້ເທົ່ານັ້ນ ຫາກຍັງໃຫ້ທັງປະເທດຊາດອີກດ້ວຍ. ຫວຽດນາມ ແມ່ນປະເທດໄປຕາມຫຼັງໃນການສ້າງຕັ້ງເຂດເສດຖະກິດພິເສດ, ດັ່ງນັ້ນ, ຢູ່ບັນດາເຂດເສດຖະກິດພິເສດນີ້ ຕ້ອງມີບັນດາສະຖານທີ່ດຶງດູດກ່ວາ ຫາກບໍ່ພຽງແຕ່ມີບັນດາບູລິມະສິດຕາມຈີນຕະນາການເກົ່າເທົ່ານັ້ນ. ນັກຊ່ຽວຊານເສດຖະກິດ ຫວໍຈີ໋ແທ່ງ ຖືວ່າ:

        “ບູລິມະສິດໃຫຍ່ທີ່ສຸດແມ່ນບູລິມະສິດກ່ຽວກັບວິທີຕໍ່ກັບເຂດເສດຖະກິດພິເສດ, ສຳລັບລະບອບລະບຽບກົງຈັກ, ສຳລັບບັນດາພາລະໜ້າທີ່, ສິດອຳນາດ, ຂັ້ນຕອນ ແລະ ເຮັດແນວໃດທີ່ຈະສ້າງຄວາມດຶງດູດໄດ້… ຄຽງຄູ່ກັນນັ້ນ, ຄວາມໂປ່ງໃສ, ກະຈ່າງແຈ້ງ ແລະ ຫລຸດຜ່ອນລາຍຈ່າຍໃນການແລກປ່ຽນຄ້າຂາຍຂອງວິສາຫະກິດໃຫ້ຕ່ຳທີ່ສຸດ. ຕ້ອງເຮັດແນວໃດສ້າງໄດ້ລະບອບໂດດເດັ່ນເມື່ອທຽບໃສ່ລະບອບທີ່ພວມປະຕິບັດຂອງ ຫວຽດນາມ, ພ້ອມນັ້ນ, ສາມາດແກ່ງແຍ້ງໄດ້ກັບບັນດາເຂດເສດຖະກິດພິເສດອື່ນໆໃນໂລກ.”

         ເຂດປົກຄອງ - ເສດຖະກິດພິເສດໄດ້ມີຄວາມຫວັງຈະນຳມາເຊິ່ງຜົນກະທົບຢ່າງຕັ້ງໜ້າເຖິງພື້ນຖານເສດຖະກິດ ຫວຽດນາມ. ສິ່ງສຳຄັນກ່ວາອີກ, ນີ້ຈະແມ່ນບ່ອນທົດລອງບັນດານະໂຍບາຍໃໝ່, ປະຕິບັດທົດລອງບັນດາລະບອບທີ່ເປັນພື້ນຖານເພື່ອໝູນໃຊ້ກັບບັນດາເຂດເສດຖະກິດພິເສດທີ່ຈະສ້າງຕັ້ງຂຶ້ນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ