ສ້າງສະພາບແວດລ້ອມຢ່າງສະດວກເພື່ອໃຫ້ວິສາຫະກິດເຄື່ອນໄຫວ


(vovworld)- ວັນ​ທີ 1/7, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ສະ​ບັບ​ປັບ​ປຸງ ຈະ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ. ຕາມນັ້ນ​ແລ້ວ, ການອ​ອກ​ຫນັງ​ສືອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດພຽງ​​ເສຍ​ເວລາ 3 ມື້ ແທນ​ທີ 5 -10 ມື້​ຄືກ່ອນນີ້.  ເລື່ອງ​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ​ຂອງບັນ​ດາ​ສ່ວນ​ບຸກ​ຄົນ, ວິ​ສາ​ຫະ​ກິດ ນັບ​ມື້​ນັບ​ສະ​ດວກນັ້ນໄດ້ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​.

ສ້າງສະພາບແວດລ້ອມຢ່າງສະດວກເພື່ອໃຫ້ວິສາຫະກິດເຄື່ອນໄຫວ - ảnh 1
ພາບ​ປະ​ກອບ:baomoi.com

        ໃນ​ໄຕ​ມາດ 1, ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ ນະ​ຄອນ​ຮ່າ​ໂນ້ຍ ແກ້​ໄຂ​ໄດ້ກວ່າ 3.400 ລະ​ບຽບ​ການ​ຂໍຫນັງ​ສືອະ​ນຸ​ຍາດ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ. ທ່ານ ຫງວຽນ​ຕຽນ​ຫອກ, ຮອງ​ຫົວ​ຫນ້າ​ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ນະ​ຄອນ ຮ່າ​ໂນ້ຍ ແມ່ນ​ທ້ອງ​ຖິ່ນ​ທຳ​ອິດ​ນຳ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ປີ 2014 ສະ​ບັບ​ປັບ​ປຸງ ໃນ​ການ​ອອກ​ຫນັງ​ສື​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ, ເຖິງວ່າ ມາ​ຮອດ​ວັນ​ທີ 1/7 ກົດ​ໝາຍ​ດັ່ງ​ກ່າວ​ຈຶ່ງ​ມີ​ຜົນ​ສັກ​ສິດ​. ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ວິ​ວັດ​ການ​ຈົດ​ທະ​ບ​ຽນ​ດຳ​ເນີນ​ທຸ​ລະ​ກິດ, ເຮັດລະ​ບຽບ​ການໃຫ້​ສຳ​ເລັດ​ໂດຍ​ໄວ​ເພື່ອ​ເຂົ້າ​ຮ່ວມ​ຕະ​ຫລາດ​ ​ ແລະ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເພີ່ມ​ດັດ​ຊະ​ນີ​ການ​ແກ້ງ​ແຍ້ງ​ຂອງ​ຮ່າ​ໂນ້ຍ.

        “ນະ​ຄອນ ຮ່າ​ໂນ້ຍ ໄດ້​ຊີ້​ນຳ​ບັນ​ດາ​ຂະ​ແຫນງ​ການ, ພິ​ເສດ​ແມ່ນ​ພະ​ແນກແຜນ​ການ ແລະ ການ​ລົງ​ທຶນ ສຳ​ຫລວດກວດ​ຄືນ​ລະ​ບຽບ​ການ​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ​ທັງ​ໝົດ. ສະ​ນັ້ນ ການ​ຈົດ​ທະ​ບຽນ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ໃຫມ່ມີແຕ່​ເສຍ​ເວລາ​ພຽງ 3 ມື້​ແທນ​ທີ 5 ມື້​ຄື​​ແຕ່ກ່ອນ​. ນີ້​ແມ່ນ​ເງື່ອນ​ໄຂ​ສຳ​ຄັນ​ທີ່​ສຸດ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ມີ​ເວ​ລາ​ເຂົ້າ​ຮ່ວມ​ຕະ​ຫລາດ​ໂດຍ​ໄວ ແລະ ຈຳ​ນວ​ນ​ວິ​ສາ​ຫະ​ກິດ​​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ​ເພີ່ມ​ຂຶ້ນ.”

        ໃນ​ໄລ​ຍະ​ກວ່າ 20 ປີ​ຜ່ານ​ມາ, ເລື່ອງ​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ໄດ້​ມີ​ການ​ຫັນ​ປ່ຽນ​ສຳ​ຄັ​ນ, ນັບ​ມຶ້ື້​ນັບ​ຕອບ​ສະ​ຫ​ນອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​, ພິ​ເສດ ແມ່ນ​ຮັບ​ໃຊ້​ການ​ເຕີບ​ໂຕດ້ານ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ກໍ​ຄື​ດຶງ​ດູດ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢ່າງ​ແຮງ​. ໃນ​ນັ້ນ ​ເວລາຈົດ​ທະ​ບຽນ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ໄດ້​ຫລຸດ​ຜ່ອນ​ຈາກ​ເວ​ລາ 15 ມື້ ໃນ​ປີ 2008 ລົງ​ເຫລືອ​ພຽງ​ 3 ມື້​ເທົ່າ​ນັ້ນ. ຍ້ອນ​ປັບ​ປຸງການເຮັດ​ລະ​ບຽບ​ການ​ໄດ້​ສ້າງ​​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມຢ່າງ​ສະດວກສະບາຍ. ທ່ານ ຫງວຽນ​ວັນ​ຢາບ, ຄະ​ນະ​ທະ​ນາຍ​ຄວາມ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ການ​ປະ​ຕິ​ຮູ​ບ​ລະ​ບຽບ​ການ​ບໍ​ລິ​ຫານ ນັບ​ມື້​ນັບ​ກ້າວ​ຫນ້າກວ່າ ໄດ້​ຊຸກ​ຍູ້​ກໍ​ຄື​ນຳ​ມາ​ເຊິ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່ໃຫ້​ແກ່​ວິ​ສາ​ຫະ​ກິດ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ຕະ​ຫລາດ​ໄວ​ກວ່າ ແລະ​ສາ​ມາດ​ກຳ​ໄດ້​ກາ​ລະ​ໂອ​ກາດ​ດີກວ່າ. ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານຍິ່ງ​ສະ​ດວກ​ເທົ່າ​ໃດ ວິ​ສາ​ຫະ​ກິດ​ຍິ່ງ​ຫລຸດ​ຜ່ອນລາຍ​ຈ່າຍ​ກໍ​ຄື​ເວ​ລາ​ໄດ້​ເທົ່າ​ນັ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ.”

        ປະ​ຈຸ​ບັນ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ​ ພວມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ເປີດກວ້າງ​ບັນ​ດາ​ຮູບ​ການ​ວິ​ສາ​ຫະ​ກິດ​ໃນ​ລະ​ບົບ​ຂໍ້​ມູນ​ຂ່າວ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ​ແຫ່ງ​ຊາດ. ຈາກນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ສາ​ມາດ​ແຈ້ງ​ການ​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ ແລະ​ເປີດກວ້າງ​ບັນ​ດາ​ຮູບ​ການ​ດຳ​ເນີນ​ທຸ​ລະ​ກິດ​ຜ່ານ​ການບໍ​ລິ​ການ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ​ທາງເຄືອ​ຂ່າຍ​ເອ​ເລັກ​ໂຕ​ນິກ ແລະ ການບໍ​ລິ​ການ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ. ສິ່ງ​ດັ່ງ​ກ່າວ​ຈະ​ຊ່ວຍໃຫ້​ບັນ​ດາ​ວິ​ສາ​ຫະ​ກິດປະ​ຢັດ​ຄ່າ​ໃ​ ​ການ​ເຄື່ອນ​ໄຫວ​ຈົດ​ທະ​ບຽນ​ສ້າງ​ຕັ້ງ​ໃຫມ່​ກໍ​ຄື​ຈົດ​ທະ​ບຽນ​ປ່ຽ​ນ​ແປງ​ເນື້ອ​ໃນ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ. ຕາມ​ທ່ານ ຟານ​ດື​ກ​ຮຽວ, ຮອງ​ຫົວ​ຫນ້າ​ຄະ​ນະ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ ແລະ ກຳ​ລັງ​ແກ້ງ​ແຍ້ງ, ຫົວ​ຫນ້າ​ສະ​ຖາ​ບັນ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ​ແລ້ວ, ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ​​ທາງ​ເຄືອ​ຄ່າຍ​ລະ​ບົບ​ຂໍ້​ມູນ​ຂ່າວ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ​ແຫ່ງ​ຊາດ​ແມ່ນ​ຫລຸດ​ລາຍ​ຈ່າຍ​ໄດ້ 1 ລ້ານ​ດົງ, ສະ​ເລ່ຍ​ແຕ່​ລະ​ປີ ມີ​ປະ​ມານວິ​ສາ​ຫະ​ກິດ 70.000 ແຫ່ງ​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ​ໃຫມ່ ​ແລະ ວິ​ສາ​ຫະ​ກິດ 200.000 ແຫ່ງ ຈົດ​ທະ​ບຽນ​ປ່ຽນ​ແປງ​ສຳ​ເນົາ​ເອ​ກະ​ສານ.

        “ເລື່ອງ​ສ້າງ​ຕັ້ງ​ຖານ​ຂໍ້​ມູນ​ດຳ​ເນີນ​ທຸ​ລະ​ກິດນີ້ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ບົດ​ຮຽນ​ສຳ​ເລັດ​ຜົນ​ຂອງ​ການ​ສ້າງ​ຄວາມ​ສະ​ດວກ​ໃນ​ກາ​ນ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ໃນ​ການ​ຈັດ​ຕັ້ງປະ​ຕິ​ບັດກົດ​ໝາຍ. ລະ​ບົບ​ນີ້ ມີ​ຄຸນ​ປະ​ໂຫຍດ​ວ່າ: ເມື່ອ​ລະ​ບຽບ​ການ​ບໍ​ລິ​ຫານ​ມີ​ຄວາມ​ສະ​ດວກ ພິ​ເສດ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເວ​ລານັ້ນ ອັດ​ຕາ​ສ່ວນ​ວິ​ສາ​ຫະ​ກິດ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຈະ​ຢູ່​ໃນ​ລະ​ດັບ​ສູງກວ່າ. ສິ່ງ​ດັ່ງ​ກ່າວ​ສົ່ງ​ຜົນກະ​ທົບ​ອັນ​ໃຫຍ່​ຫລວງ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ກໍ​ຄ​ື​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ​ລັດ.”

        ເລື່ອງ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​​ສະດວກ ແລະ ເປັນ​ປົກ​ກະ​ຕິ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ແມ່ນ​ບາດ​ກ້າວ​ເດີນ​ຂອງ​ລັດ​ຖະ​ບານ ເພື່ອ​ເພີ່ມ​ລັກ​ສະ​ນະ​ແກ້ງ​ແຍ້ງ​ໃຫ້​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ. ພ້ອມ​ກັບ​ການ​ສ້າງ​ລະ​ບົບ​ຂໍ້​ມູນ​ຂ່າວ​​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ​ແຫ່ງ​ຊາດ, ເລື່ອງ​ຫລຸດ​ຜ່ອນ​ເວລາອອກ​ຫນັງ​ສື​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ​ຈະ​ສ້າງ​ຄວາມ​ສະ​ດວກໃຫ້​ວິ​ສາ​ຫະ​ກິດ​ໃນ​ການ​ເຂົ້າ​ຮ່ວມ​ຕະ​ຫລາດ​ກໍ​ຄື​ມີ​ຂໍ້​ມູນ​ຂ່າວ​ຢ່າງ​ຊັດ​ເຈນ ແລະ​ຄົບ​ຖ້ວນກວ່າ, ສ້າງ​ຄວາມ​ໂປ່ງ​ໃສ​ໃຫ້​ລະ​ບົບ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ.  

ຕອບກັບ

ຂ່າວ/ບົດ​ອື່ນ