ສ້າງໂຄງປະກອບກະສິກຳ: ເອົາໃຈໃສ່ຍົກສູງມູນຄ່າຜະລິດຕະພັນ

(vovworld) - ເລື່ອ​ງ​ເອົາ​ໃຈ​ໃສ່​ສ້າງ​ລະ​ບົບ​ຮ່​ວມ​ສ​ຳ​ພັນ ແລະ ຍົກ​ສູງ​ມູນ​ຄ່າ​​ຂອງຜະ​ລິດ​ຕະ​ພັນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ທິດ​ກ້າວ​ເດີນ​ຢ່າງ​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ. 

(vovworld) - ໃນ​ຊຸ​ມ​ປີມໍ່ໆ​ມານີ້, ຂະ​ແໜງ​ກະ​ສິ​ກຳ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ເພື່ອ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ. ພ້ອ​ມ​ກັບ​ການ​ແກ​້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່​ງ​ທ້າ​ທາຍ​ຂອງ​ການ​ປ່ຽນ​ແປງ​ຈາກ​ດິນ​ຟ້າ​ອາ​ກາດ ແລະ ການ​ແກ່ງ​ແຍ້ງ​ໃນ​ສະ​ພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ເລື່ອ​ງ​ເອົາ​ໃຈ​ໃສ່​ສ້າງ​ລະ​ບົບ​ຮ່​ວມ​ສ​ຳ​ພັນ ແລະ ຍົກ​ສູງ​ມູນ​ຄ່າ​​ຂອງຜະ​ລິດ​ຕະ​ພັນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ທິດ​ກ້າວ​ເດີນ​ຢ່າງ​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ. ບົດ​ຂຽນ “ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​: ເອົາ​ໃຈ​ໃສ່​ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ” ຂອງ ມິງ​ລອງ, ນັກ​ຂ່າວ VOV.

ສ້າງໂຄງປະກອບກະສິກຳ: ເອົາໃຈໃສ່ຍົກສູງມູນຄ່າຜະລິດຕະພັນ - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນ​ັດ)

ຍ້ອນ​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ຕະ​ຫຼາດ​ໂລກ, ພ້ອມ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ຜົນ​ສະ​ທ້ອນ​ຂອງວິ​ວັດ​ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ເຕີບ​ໂຕ GDP ຂອງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳຂອງ​ຫວຽດ​ນາມ ໃນ​ຊຸ​ມ​ປີມໍ່ໆ​ມານີ້​ມີ​ທ່າ​ອ່ຽງ​​ຖືກຫຼຸດ​ລົງ. ເພື່ອ​ສະ​ກັດ​ກັ້ນ​ບັນ​ດາ​ຜົນ​ກະ​ທົບ​, ຮັກ​ສາ​ລະ​ດັບ​ເຕີບ​ໂຕ​​ແບບ​ຍືນ​ຍົງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ອະ​ນຸ​ມັດ​ຜ່ານ​ແຜນ​ຮ່າງ “ສ້າງ​ໂຄງ​ປະ​ກອບ​ຂະ​ແໜງກະ​ສິ​ກຳ​ຕາມ​ທິດ​ຍົກ​ສ​ູງ​ມູນ​ຄ່າ​ເພີ່ມ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”. ໃນ​ນັ້ນ, ແຜນ​ຮ່າງ​ໄດ້​ເນັ້ນ​ໜັກ​ເຖິງ​ເລື່ອງ​ສ້າງ​ລະ​ບົບ​ຮ່ວມ​ສຳ​ພັນ​ແນ​ໃສ່​ຍົກ​ສູງ​ມູນ​ຄ່າ​ຂອງ​ຜະ​ລິດ​ຕະ​ພັນ ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ, ເພີ່ມ​ລັກ​ສະ​ນະ​ແກ່ງ​ແຍ້ງ​ໃນ​ຕະ​ຫຼາດ​ສາ​ກົນ. ທ່ານ ເລ​ວັນ​ບິ່ງ, ຮອງ​ຫົວ​ໜ້າ​ກົມ​ເສດ​ຖະ​ກິດ, ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ, ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບຄື​ປະ​ຈຸ​ບັນ​.

        “ຂະ​ແໜງ​ກະ​ສິ​ກຳ​ຍາກ​ທີ່​ຈະ​ເຕີ​ບ​ໂຕ​ຄື​ໃນຊຸມ​ປີ​ທີ່​ຜ່ານ​ມາ, ຍ້ອນ​ເງື່ອນ​ໄຂໃຫ້​ການ​ເຕີບ​ໂຕ​ນັບ​ທັງ​ລວງກວ້າງ​ເກືອບ​ຄື​ວ່າ​ໝົດ​ແລ້ວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກະ​ສິ​ກຳ​ຫວຽດ​ນາມ ຍັງ​ມີ​ເງື່ອນ​ໄຂເຕີບ​ໂຕ​ຢ່າງ​ເລິກ​ເຊິ່ງ​ທາງ​ດ້ານ​ຄຸນ​ນະ​ພາບ. ຖ້າ​ຫາກ​ລົງ​ທຶນ​ກ່ຽວ​ກັບ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ, ແນວ​ຜັນ​ປູ​ກ, ວິ​ທີ​ປູກ​ຝັງ, ກ່ຽວ​ກັບ​ລະ​ບົບ​​ຮ່ວ​ມ​ສຳ​ພັນ ມຸ່ງ​ໄປ​ເຖິງ​ຂະ​ແໜງ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ສູງນັ້ນ​ຈຶ່ງສາ​ມາດ​ເຕີບ​ໂຕ​ໄດ້”.

        ນອກ​ຈາກ​ການ​ແກ້​ໄຂ​ສິ່ງ​ຄົງ​ຄ້າງ​ກ່ຽວ​ກັບ​ດ້ານ​ນະ​ໂຍ​ບາຍ “ກຳ​ນົດ​ການ​ນຳ​ໃຊ້​ທີ່​ດິນ” ແລະ ທຶນ​ສິນ​ເຊື່ອ​ບຸ​ລິ​ມະ​ສ​ິດ​ດຶງ​ດູດ​ວິ​ສາ​ຫະ​ກິດ​ລົງ​ທຶນ, ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ເຊິ່ງ​ຂະ​ແໜງ​ກະ​ສິ​ກຳ​ຕ້ອງ​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ກຳ​ນົດ​ຢ່າງ​ຈະ​ແຈ​້ງ​ຕະ​ຫຼາດ ແລະ ​ການປຸງ​ແຕ່ງ ເພື່ອ​ແນ​ໃສ່​ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ. ຕາມ​ທ່ານ ຫງວຽນ​ຊວ​ນ​ເຢືອງ, ຮອງ​ຫົວ​​ໜ້າ​ກົມ​ລ້ຽງ​ສັດ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແລ້ວ, ເລື່ອງ​ບັນ​ດາ​ສັນຍາ​ການ​ຄ້າ 2 ຝ່າຍ, ຫຼາຍ​ຝ່າຍ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ, ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ຕ້ອງ​ຮັບ​ທ່າ​ແກ່ງ​ແຍ້ງ​ຢ່າງ​ຮ້າຍ​ແຮງ​ກັບ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເວົ້າ​ສະ​ເພາະ ແລະ ລະ​ດັບ​ເຕ​ີບ​ໂຕ​ຂອງ​ຂະ​ແໜງ​ເວົ້າ​ລວ​ມ.

        “ບໍ່​ຕ້ອງ​ເພີ່ມ​ຂອບ​ຂະ​ໜາດ, ຫາກ​ຕ້ອງ​ລົງ​ທຶນ​ໃຫ້​ການ​ປຸງ​ແຕ່ງເພື່ອ​ສາ​ມາດ​ຂາຍ​ໄດ້​ລາ​ຄາ​ສູງກວ່າ, ​ທັງເພີ່ມ​ມູນ​ຄ່າ ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມ​ວ່າ ພວກ​ເຮົາ​ມຸ່ງ​ໄປ​ເຖິງ​ການ​ຜະ​ລິດ ແລະ ຂາຍ​ຜະ​ລິດ​ຕະ​ພັນ​ພາຍ​ຫຼັງ​ປຸງ​ແຕ່ງ”.

        ທ່ານ​ຫົວ​ໜ້າ​ສະ​ຖາ​ບັນ​ນະ​ໂຍ​ບາຍ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ກະ​ສີ​ກຳ, ຊົນ​ນະ​ບົດ ຫງວຽນ​ໂດ້​ແອງ​ຕ໋ວນ ຖື​ວ່າ, ເພື່ອ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ, ໃນ​ໄລ​ຍະ​ຈະ​ມ​າ​ເຖິງ ຂະ​ແໜງ​ກະ​ສິ​ກຳ​ຕ້ອງ​ເອົາ​ໃຈ​ໃສ່​ປ່ຽນ​ໃໝ່​ຈ​ິນ​ຕ​ະ​ນາ​ການ​ໃນ​ການ​ຜ​ະ​ລິດ ແລະ ຕັ້ງ​ໜ້າ​ຫັນ​ປ່ຽນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ມູນ​ຄ່າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ. ທ່ານ ຫງວຽນ​ໂດ້​ແອງ​ຕ໋ວນ ຍົກ​ອອກ​ຂໍ້​ສະ​ເໜີ​ວ່າ.

        “ກວດ​ກາ​ຄືນ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ໃນ​ກະ​ສິ​ກຳ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈ​ຸ​ບັນ​ຄື: ຫັນ​ປ່ຽນ​ເນື້ອ​ທີ່​ດິນ​ປູກ​ເຂົ້າ, ບັນ​ດາດຳ​ລັດ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງ​ທຶນ​ໃນ​ກະ​ສິ​ກຳ​ໃຫ້​ຕິດ​ແທດ​ກັບ​ຕົວ​ຈິງ. ກ່ຽວ​ກັບ​ດ້ານ​ສິນ​ເຊື່ອ, ວິ​ສາ​ທະ​ຍາ​ສາດ: ເພີ່ມ​ທະ​ວີ​ການ​ລົງ​ທຶນ ແລະ ຕິດ​ພັນ​ຮູບ​ແບ​ບ​ພາກ​ລັດ - ເອ​ກະ​ຊົນ​ກັບ​ວິ​ສາ​ຫະ​ກິດ​ຢ່າງ​ແໜ​້ນ​ແຟ້ນ; ຊີ້​ແຈ້ງ​ສະ​ຖານ​ທີ່​ນຳ​ໃຊ້​ເພື່ອ​ນຳ​ວິ​ສາ​ຫະ​ກິດ​ເຂົ້າ​ເຂດນັ້ນ. ເຮັດ​ໄດ້​ຄື​ແນວ​ນັ້ນ​ຈຶງ​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ”.

        ​ມາ​ຮອດ​ປະ​ຈຸ​ບັນ, ແຜນ​ຮ່າງ “ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າເພີ່ມ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ຂອງ​ລັດ​ຖະ​ບານໄດ້ ແລະ ພວມ​ພັດ​ທະ​ນາ​ປະ​ສິດ​ທິ​ຜົນ ໂດ​ຍ​ຊີ້​ໃຫ້​ເຫັນ​ວ່າ: ນີ້​ແມ່ນ​ທິດ​ທາງ​ຖືກ​ຕ້ອງ. ເລື່ອງ​ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ, ສ້າງ​ພື້ນ​ຖານ​ກະ​ສິ​ກຳ​ສະ​ຫຼ​າດ, ນຳ​ໃຊ້​ວິ​ທະ​ສາ​ຍາດ​ເຕັກ​ໂນ​ໂລ​ຊີ​ສູງ, ສ້າງ​ມູນ​ຄ່າ​ເພີ່ມ​ສູງ… ບໍ່​ພຽງ​ແຕ່​ແກ້​ໄຂ​ບັນ​​ຫາ​ການ​ໜູ​ນ​ຊ່ວຍ​ຊີ​ວິດ​ສັງ​ຄົມ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ສະ​ກັດ​ກັ້ນ​ບັນ​ດາ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ​ອີກ​ດ້ວຍ. ແຜນ​ຮ່າງ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາ​ຍ​ຕາມ​ທິ​ດ​ລ​ົງ​ເລິກ ແລະ ຕິດ​ແທດ​ກັບ​ສະ​ພາບ​ຕົວ​ຈິງ ຈະ​ປະ​ກອບ​ສ່ວນ​ນຳ​ຂະ​ແໜງ​ກະ​ສິ​ກຳ​ຂອງ​ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ການ​ສົ່ງ​ອອກ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ຢ່າງ​ແຮງ ແລະ ເລິກ​ເຊິ່ງກວ້າງ​ຂວາງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ