ຫວຽດນາມ ປະຕິບັດ ແລະ ຂຸດຄົ້ນບັນດາສັນຍາ FTA ຢ່າງມີປະສິດທິຜົນ

(VOVWORLD) -ໂດຍປະຕິບັດແຜນນະໂຍບາຍ, ການເຊື່ອມໂຍງເຂົ້າກັບສາກົນ, ມາຮອດປະຈຸບັນ ຫວຽດນາມ ໄດ້ລົງາມ ແລະ ພວມປະຕິບັດຫລາຍສັນຍາການຄ້າເສລີ (FTA) ພາກພື້ນ ແລະ ສອງຝ່າຍ. ບັນດາສັນຍາ FTA ໄດ້ປະກອບສ່ວນເປີດກວ້າງຕະຫລາດສົ່ງອອກໃຫ້ສິນຄ້າ ແລະ ຜະລິດຕະພັນຂອງຫວຽດນາມ, ຍົກສູງຄຸນຄ່າສົ່ງອອກ, ພ້ອມກັບການປະຕິບັດບັນດາສັນຍາFTA, ການສ້າງໂຄງປະກອບພື້ນຖານເສດຖະກິດໄດ້ຮັບການເປີດກວ້າງພັດທະນາ ແລະ ຍົກສູງກຳລັງແກ້ງແຍ້ງຢ່າງບໍ່ຢຸດຢັ້ງ. 
ຫວຽດນາມ ປະຕິບັດ ແລະ ຂຸດຄົ້ນບັນດາສັນຍາ FTA ຢ່າງມີປະສິດທິຜົນ - ảnh 1 ພາບປະກອບ

ມາຮອດປະຈຸບັນ, ຫວຽດນາມ ໄດ້ລົງນາມ ແລະ ພວມປະຕິບັດ 10 ສັນຍາການຄ້າເສລີ(FTA) ພາກພື້ນ ແລະ ສອງຝ່າຍ, ໃນນັ້ນ ມີສັນຍາແມ່ກ່ຽວກັບການຮ່ວມມືດ້ານເສດຖະກິດ ອາຊຽນ - ຈີນ, ສັນຍາການຄ້າ ອາຊຽນ - ສເກົາຫລີ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ - ຍີ່ປຸ່ນ, ສັນຍາສ້າງຕັ້ງເຂດການຄ້າເສລີ ອາຊຽນ - ອົດສະຕາລີ - ນິວເຊີແລນ, ສັນຍາຄູ່ຮ່ວມມືເສດຖະກິດ ຫວຽດນາມ - ຍີ່ປຸ່ນ, ສັນຍາ FTA - ຫວຽດນາມ - ຈີເລ..

        ໃນບັນດາສັນຍາ FTA ຊື່ງຫວຽດນາມ ເຂົ້າຮ່ວມ, ສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ໄດ້ຮັບຄວາມສົນໃຈກວ່າໝູ່ຈາກບັນດານັກຄຸ້ມຄອງ, ວິສາຫະກິດຢູ່ພາຍໃນປະເທດ ແລະ ຕ່າງປະເທດ. EVFTA ແມ່ນສັນຍາມີລັກສະນະຮອບດ້ານ, ມີຄຸນນະພາບສູງ ແລະ ດຸ່ນດ່ຽງຜົນປະໂຫຍດໃຫ້ທັງສອງຝ່າຍ. ຕາມສັນຍາແລ້ວ, ອີຢູ ແລະຫວຽດນາມ ໃຫ້ຄຳໝັ້ນສັນຍາເປີດປະຕູຕະຫລາດໃຫ້ຂຶ້ນເຖິງກວ່າ 99% ປະເພດພາສີ ແລະ ວົງເງິນການຄ້າ, ອັດຕາພາສີ 0% ຈະໄດ້ຈັດວາງໃຫ້ແກ່ບັນດາປະເພດສິນຄ້າສົ່ງອອກ ຊື່ງສອງຝ່າຍມີທ່າແຮງຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ສິນໃນນ້ຳ, ຜະລິດຕະພັນກະເສດ, ເຄື່ອງເຟີນີເຈີ.. ຂອງຫວຽດນາມ ແລະ ລົດໂອໂຕ, ເຄື່ອງຈັກ, ອຸປະກອນ, ການຢາ… ຂອງອີຢູ. ບັນດາວິສາຫະກິດ ອີຢູ ຈະໄດ້ຮັບບຸລິມະສິດຫລາຍກວ່າເມື່ອລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ພິເສດໃນບັນດາຂົງເຂດຊື່ງບັນດາວິສາຫະກິດ ອີຢູ ມີທ່າແຮງຄື: ບໍລິການການເງິນ, ທະນາຄານ, ການຈຳຫນ່າຍ, ຂົນສົ່ງ…ຕາມທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວແລ້ວ, EVFTA ດ້ວຍບັນດາຄຳໝັ້ນສັນຍາເປີດອົກເປີດໃຈ, ຄວາມກ້າວຫນ້າ, ຮັບປະກັນສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກສະບາຍ, ດູດດື່ມ ຢູ່ ຫວຽດນາມ ແລະ ຈະແມ່ນສິ່ງດຶງດູດກະແສເງິນລົງທຶນມີຄຸນນະພາບສູງຂອງ ອີຢູ ເຂົ້າຫວຽດນາມ.

        “ ດ້ວຍສັນຍາ EVFTA ແລະ ບັນດາສັນຍາ FTA ລຸ້ນໃຫມ່, ໝາກຜົນຕັ້ງຫນ້າຂອງວິວັດທະນາການປ່ຽນແປງຮູບການເຕີບໂຕ, ການລົງທຶນ, ດຳເນີນທຸລະກິດ, ການສົມທົບກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງຂອງປະເທດຫວຽດນາມ ທັນສະໄຫມ, ບໍ່ມີສາຍເຫດໃດອາດຈະສະກັດກັ້ນເລື່ອງຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມ ແລະ ແບນຊິກເວົ້າສະເພາະ ແລະ ສະຫະພາບເອີລົບ ເວົ້າລວມ ໃຫ້ພັດທະນາຢ່າງແຮງກວ່າ, ເລິກເຊິ່ງກວ່າໃນທຸກຂົງເຂດ, ເປັນຕົ້ນແມ່ນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ.”

        ໃນສະພາບການເສດຖະກິດ, ການຄ້າໂລກ ແລະ ພາກພື້ນ ມີສັນຍານຟື້ນຕົວຢ່າງຕັ້ງຫນ້າ, ເລື່ອງຍາດແຍ່ງບັນດາຜົນປະໂຫຍດສູງສຸດຈາກສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີ ມີຄວາມໝາຍສຳຄັນ ເພື່ອແນໃສ່ສ້າງກຳລັງຫນູນໃຫມ່ໃຫ້ແກ່ການເຕີບໂຕເສດຖະກິດ, ການຄ້າ ແລະ ການລົງທຶນໃນພາກພື້ນ. ທ່ານນາຍົກລັດຖະມົນຕີ, ຫົວຫນ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ຫາກໍ່ມີຄຳສັ່ງ ເພື່ອແນໃສ່ປະຕິບັດ ແລະ ຂຸດຄົ້ນບັນດາສັນຍາ FTA ຢ່າງມີປະສິດທິຜົນ ພ້ອມທັງຕັ້ງຫນ້າກະກຽມໃຫ້ແກ່ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ຢ່າງມີປະສິດທິຜົນ. ຕາມນັ້ນແລ້ວ, ບັນດາກະຊວງ, ຂະແຫນງການຕ່າງໆ ຕ້ອງກວດກາເປັນປະຈຳໄລຍະ, ຮັບປະກັນການປະຕິບັດຢ່າງເຂັ້ມງວດບັນດາສັນຍາ FTA, ຕີລາຄາບັນດາບັນຫາເກີດຂຶ້ນຢ່າງທັນການ ແລະ ສະເຫນີມາດຕະການ ເພື່ອແນໃສ່ຍົກສູງປະສິດທິຜົນການປະຕິບັດບັນດາສັນຍາ FTA ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່, ຫນູນຊ່ວຍວິສາຫະກິດ, ປະຊາຊົນຂຸດຄົ້ນບັນດາສັນຍາ FTA ຢ່າງມີປະສິດທິຜົນ.

        ເລື່ອງຜັນຂະຫຍາຍບັນດາສັນຍາ FTA ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງເຂົ້າໃນພື້ນຖານເສດຖະກິດໂລກ ໄດ້ນຳມາໃຫ້ບັນດາການກະທົບຕັ້ງຫນ້າໃຫ້ແກ່ການພັດທະນາເສດຖະກິດ ແລະ ວິວັດການຫັນປະເທດຊາດເປັນທັນສະໄຫມ, ຊ່ວຍເປີດກວ້າງຕະຫລາດສົ່ງອອກໃຫ້ແກ່ສິນຄ້າ ແລະ ຜະລິດຕະພັນຂອງຫວຽດນາມ, ຊ່ວຍຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ, ເຄືອຂ່າຍຜະລິດທົ່ວໂລກໃຫ້ເລິກເຊິ່ງກວ່າ, ຍົກສູງຄຸນຄ່າການສົ່ງອອກບັນດາປະເພດສິນຄ້າຫລັກແຫລ່ງ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຕາມທິດທັນສະໄຫມ, ໂປ່ງໃສ ແລະ ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ. ກ່າວຄຳເຫັນທີ່ເວທີປາໄສເຊື່ອມໂຍງເຂົ້າກັບເສດຖະກິດສາກົນຫວ່າງແລ້ວນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ລັດຖະບານຫວຽດນາມ ຢືດໝັ້ນແຜນນະໂຍບາຍເຊື່ອມໂຍງຮອບດ້ານ, ດ້ວຍຈຸດສຸມແມ່ນເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ເຂົ້າຮ່ວມສັນຍາ FTA.

        “ລັດຖະບານຫວຽດນາມ ຖືການເຊື່ອມໂຍງເສດຖະກິດສາກົນ ແມ່ນກຳລັງຫນູນເພື່ອປະຕິຮູບເສດຖະກິດ. ແລະ ການເຊື່ອມໂຍງເຂົ້າກັບສາກົນແມ່ນເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດ. ສະນັ້ນ ເລື່ອງສຸມໃສ່ຈັດຕັ້ງຄືນພາຍໃນຂອງພື້ນຖານເສດຖະກິດຕາມທັດສະນະເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ຕ້ອງປະຕິຮູບພາຍໃນຂອງເສດຖະກິດເພື່ອໃຫ້ສອດຄ່ອງກັບການເຊື່ອມໂຍງເສດຖະກິດ ຈາກການຈັດຕັ້ງການຜະລິດຄືນ, ຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ, ສ້າງເຄື່ອງໝາຍການຄ້າຕະຫລອດຮອດການສ້າງໂຄງປະກອບພື້ນຖານເສດຖະກິດຢ່າງແຮງ, ແທ້ຈິງ ປ່ຽນໃຫມ່ຮູບແບບການເຕີບໂຕ, ເສີມຂະຫຍາຍລັດຖະບານສ້າງສັນຢ່າງແຮງເພື່ອສືບຕໍ່ສ້າງລະບອບນະໂຍບາຍໃຫ້ສຳເລັດ ແລະ ເປັນຕົ້ນແມ່ນສ້າງສະພາບແວດລ້ອມແຫ່ງການເນີນທຸລະກິດເປັນຢ່າງດີ”

        ການເຊື່ອມໂຍງເຂົ້າກັບເສດຖະກິດໂລກ ໄດ້ຊ່ວຍຫວຽດນາມ ຫລາຍຢ່າງໃນການພັດທະນາເສດຖະກິດ ແລະ ປັບປຸງບັນດານະໂຍບາຍຂອງຕົນ. ໃນສະພາບການເສດຖະກິດ, ການຄ້າ ໂລກ ແລະ ພາກພື້ນ ມີສັນຍານຟື້ນຕົວຢ່າງຕັ້ງຫນ້າ, ເລື່ອງຍາດແຍ່ງບັນດາຜົນປະໂຫຍດຢ່າງສູງສຸດຈາກສັນຍາການຄ້າພາກພື້ນ, ບັນດາສັນຍາການຄ້າເສລີ ມີຄວາມໝາຍສຳຄັນທີ່ສຸດ ເພື່ອແນໃສ່ສ້າງກຳລັງຫນູນໃຫມ່ໃຫ້ແກ່ການເຕີບໂຕດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ