ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ເຕີບ​ໂຕກ​ານ​ສົ່ງ​ອອກ​ບັນ​ລຸ 6% ໃນ​ປີ 2023

(VOVWORLD) -ຄາດວ່າ ຍອດວົງເງິນສົ່ງອອກໃນປີ 2022 ຂອງ ຫວຽດນາມ ບັນລຸ 732 ຕື້ USD. ນີ້ແມ່ນຄັ້ງທຳອິດວົງເງິນສົ່ງອອກນຳເຂົ້າ ຫວຽດນາມ ໄດ້ລື່ນກາຍລະດັບ 700 ຕື້ USD, ນຳ ຫວຽດນາມ ເຂົ້າໃນກຸ່ມບັນດາພື້ນຖານເສດຖະກິດແຖວໜ້າໂລກກ່ຽວກັບດ້ານການຄ້າສາກົນ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ ຫວຽດນາມ ວາງເປົ້າໝາຍເຕີບໂຕການສົ່ງອອກບັນລຸ 6%ໃນປີ 2023.

ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ເຕີບ​ໂຕກ​ານ​ສົ່ງ​ອອກ​ບັນ​ລຸ 6% ໃນ​ປີ 2023 - ảnh 1ທ່ານນາງ ຟານທິແທັງຊວັນ, ເລຂານຸການໃຫຍ່ ສະຫະພັນ ເກີບໜັງ - ກະເປົ໋າ ຫວຽດນາມ
(ພາບ: daibieunhandan.vn)

ປີ 2022, ຍອດວົງເງິນນຳເຂົ້າສົ່ງອອກບັນລຸ 732 ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2021. ໃນນັ້ນ, ການສົ່ງອອກບັນລຸປະມານ 371,5 ຕື້ USD, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີ 2021, ລື່ນກາຍຄາດໝາຍແຜນການໂດຍສະພາແຫ່ງຊາດ ແລະ ລັດຖະບານມອບໝາຍໃຫ້ (ແຜນການເພີ່ມຂຶ້ນ 8%). ໃນຈຳນວນສິນຄ້າສົ່ງອອກມີ ສິນຄ້າ 39 ປະເພດບັນລຸວົງເງິນສົ່ງອອກກ່ວາ 1 ຕື້ USD, ສິ້ນຄ້າ 9 ປະເພດບັນລຸວົງເງິນສົ່ງອອກກ່ວາ 10 ຕື້ USD. ກຸ່ມສິນຄ້າອຸດສາຫະກຳປຸງແຕ່ງສືບຕໍ່ກວມເອົາມາດຕະຖ່ວງຫຼັກແຫຼ່ງໃນການສ້າງໂຄງປະກອບການສົ່ງອອກ, ດ້ວຍ ກ່ວາ 86% ຍອດວົງເງິນສົ່ງອອກ. ທ່ານນາງ ຟານທິແທັງຊວັນ, ເລຂານຸການໃຫຍ່ ສະຫະພັນ ເກີບໜັງ - ກະເປົ໋າ ຫວຽດນາມ ໃຫ້ຮູ້ວ່າ:

ປີ 2022, ການສົ່ງອອກຂອງຂະແໜງເກີບໜັງບັນລຸ ປະມານ 27 ຕື້ USD ແລະ ມີການເຕີບໂຕເພີ່ມຂຶ້ນ 30%. ນີ້ກໍ່ແມ່ນໜຶ່ງໃນບັນດາຜົນງານທີ່ລື່ນກາຍແຜນການທີ່ໄດ້ວາງອອກຂອງທົ່ວຂະແໜງເກີບໜັງ ແລະ ແມ່ນຄວາມມານະພະຍາຍາມໃຫຍ່ຫຼວງທີ່ສຸດຂອງບັນດາວິສາຫະກິດ ຫວຽດນາມ.

ໃນປີ 2022, ການສົ່ງອອກກະສິກຳບັນລຸກ່ວາ 53,2 ຕື້ USD, ເພີ່ມຂຶ້ນ 9,3% ເມື່ອທຽບໃສ່ປີ 2021. ຂະແໜງກະສິກຳສືບຕໍ່ມີ 11 ໝວດສີນຄ້າຕື່ມອີກ  ມີວົງເງິນສົ່ງອອກບັນລຸກ່ວາ 1 ຕື້ USD, ສິນຄ້າ 7 ປະເພດ ແລະ ໝວດສິນຄ້າມີວົງເງິນການສົ່ງອອກກ່ວາ 3 ຕື້ USD. ການບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນມີການສົມທົບຂອງບັນດາກະຊວງ, ຂະແໜງການໃນການເປີດກວ້າງຕະຫຼາດຈຳໜ່າຍຜະລິດຕະພັນ, ຂະແໜງສິນຄ້າ; ແກ້ໄຂບັນດາຮົ້ວກີດຂວາງດ້ານການຄ້າ… ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເຈິ່ນແທັງນາມ ຖືວ່າ:

ມາຮອດປັດຈຸບັນ, ການປະກອບສ່ວນເຂົ້າໃນການເຕີບໂຕມູນຄ່າເພີ່ມຂອງຂະແໜງກະສິກຳໃນປີ 2022 ແມ່ນ 3%, ວົງເງິນສົ່ງອອກເກືອບ 54 ຕື້ USD, ດັ່ງນັ້ນ ມູນຄ່າເກີດູນແມ່ນປະມານ 10 ຕື້ USD. ນີ້ແມ່ນຜົນງານໃຫຍ່ທີ່ສຸດ ແລະ ໃນນັ້ນ ມີການໜູນຊ່ວຍຂອງອົງການທູດການຄ້າຂອງບັນດາປະເທດ ໃນການແກ້ໄຂຄວາມຫຍຸ້ງຍາກຢູ່ ຕະຫຼາດແຫ່ງຕ່າງໆ.

ວົງເງິນສົ່ງອອກນຳເຂົ້າສືບຕໍ່ເພີ່ມຂຶ້ນສູງ, ດູນການຄ້າສືບຕໍ່ມີການສົ່ງອອກເກີນດູນ ແມ່ນໜຶ່ງໃນບັນດາສິ່ງປະທັບໃຈໃນປີ 2022 ຕໍ່ໜ້າການຜັນແປຫຼາຍຢ່າງຜິດປົກກະຕິໃນສະພາບການເສດຖະກິດໂລກ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈິ່ນກວັກແຄງ ຖືວ່າ ພ້ອມກັບການເຕີບໂຕດ້ານການຄ້າສາກົນ, ການຄ້າພາຍໃນປະເທດ ກໍ່ບັນລຸລະດັບການເຕີບໂຕສູງ, ຍອດຜະລິດຕະພັນພາຍໃນປະເທດ (GDP) ບັນລຸກ່ວາ 8%, ໃນປີ 2022, ຊ່ວຍຮັກສາພື້ນຖານເສດຖະກິດເປັນປົກກະຕິ, ແມ່ນພື້ນຖານອັນໝັ້ນແກ່ນເພື່ອການສົ່ງອອກມີການເຕີບໂຕ. ທ່ານ ເຈິ່ນກວັກແຄງ ກ່າວວ່າ:

ດູນການຄ້າສືບຕໍ່ຢັ້ງຢຶນການສົ່ງອອກເກີນດູນໃນ 7 ປີຢ່າງລຽນຕິດ ກັບການສົ່ງອອກເກີນດູນເກືອບ 11 ຕື້ USD… ຕະຫຼາດພາຍໃນປະເທດໄດ້ຟື້ນຟູຢ່າງແຮງ, ການເຕີບໂຕສູງ, ຍອດວົງເງິນຂາຍຍ່ອສິນຄ້າ ແລະ ລາຍຮັບການບໍລິການຄາດວ່າເພີ່ມຂຶ້ນ 21% (ເພີ່ມຂຶ້ນທົບ 2,7 ເທົ່າ ເມື່ອທຽບໃສ່ແຜນການຂອງຂະແໜງ), ຕອບສະໜອງຄວາມຕ້ອງການສິນຄ້າຈຳເປັນໃຫ້ແກ່ປະຊາຊົນໂດຍພື້ນຖານ, ປະກອສ່ວນຄວບຄຸມໄພເງິນເຟີ້ ໃນສະພາບການຄວາມຕ້ອງການສິນຄ້າຟື້ນຟູຢ່າງແຮງ ຫຼັງພະຍາດໂຄວິດ - 19 ແລະ ຕະຫຼາດໂລກ ມີການຜັນແປຢ່າງແຮງ, ເຊິ່ງຫຼາຍປະເທດຕ້ອງປະເຊີນໜ້າກັບໄພເງິນເຟີ້ເພີ່ມຂຶ້ນສູງ.

ປີ 2023, ຂະແໜງອຸດສາຫະກຳ ແລະ ການຄ້າວາງເປົ້າໝາຍນຳວົງເງິນສົ່ງອອກນຳເຂົ້າເພີ່ມຂຶ້ນ 6% ເມື່ອທຽບໃສ່ປີ 2022 ແລະ ຫວຽດນາມ ຈະສືບຕໍ່ຮັກສາດູນການຄ້າທີ່ມີການສົ່ງອອກເກີນດູນ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ຖືວ່າ: ຄາດວ່າ ໃນປີ 2023, ສະພາບການໂລກ ຈະຍັງມີການຜັນແປທີ່ສັບສົນ, ການສົ່ງອອກຂອງ ຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຕະຫຼາດຖືກຮັດແຄບ, ການແກ້ງແຍ້ງໃນຕະຫຼາດສາກົນເພີ່ມຂຶ້ນ. ເພາະສະນັ້ນ, ວິສາຫະກິດ ຫວຽດນາມ ຕ້ອງປະຕິບັດບັນດາສັນຍາການຄ້າເສລີ (FTA) ທີ່ມີຜົນສັກສິດແລ້ວ ຢ່າງຄົບຊຸດ ແລະ ມີປະສິດທິຜົນ ເພື່ອເປີດກວ້າງ, ຫັນຕະຫຼາດ, ລະບົບສະໜອງ ແລະ ສິນຄ້າສົ່ງອອກນຳເຂົ້າເປັນຫຼາຍຮູບແບບ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ກ່າວວ່າ:

ເພີ່ມທະວີການຂຸດຄົ້ນບັນດາຕະຫຼາດໃກ້ຄຽງ, ຍັງມີຄວາມສາມາດບົ່ມຊ້ອນ, ຫັນປ່ຽນໄປຍັງການສົ່ງອອກທາງການຢ່າງແຮງ ຕິດພັນກັບການສ້າງເຄື່ອງໝາຍການຄ້າ, ຊຸກຍູ້ການສົ່ງອອກແບບຍືນຍົງ. ເປັນເຈົ້າການໃນການສຳຫຼວດກວດກາ, ເປັນເສນາທິການໃຫ້ແກ່ຂັ້ນມີສິດອຳນາດເຈລະຈາ, ເຊັນບັນດາກົນໄກຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍສະບັບໃໝ່, ພ້ອມທັງສືບຕໍ່ເສີມຂະຫຍາຍບົດບາດຂອງລະບົບອົງການການຄ້າ ຫວຽດນາມ ປະຈຳ ຕ່າງປະເທດ ຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ບັນດາທ້ອງຖິ່ນ, ບັນດາສະຫະສະມາຄົມວິສາຫະກິດ ຂຸດຄົ້ນບັນດາສັນຍາການຄ້າເສລີທີ່ໄດ້ຮັບການເຊັນແລ້ວຢ່າງມີປະສິດທິຜົນ ເພື່ອເປີດກວ້າງ, ຫັນຕະຫຼາດສະໜອງ ແລະ ສິນຄ້າປະເພດສົ່ງອອກເປັນຫຼາຍຮູບແບບ.

ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕ, ນອກຈາກການສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ໜູນຊ່ວຍວິສາຫະກິດຟື້ນຟູການຜະລິດດຳເນີນທຸລະກິດແລ້ວ, ຂະແໜງອຸດສາຫະກຳ ການຄ້າ ກໍ່ຈະໜູນຊ່ວຍວິສາຫະກິດໃນການຊອກຫາຕະຫຼາດສົ່ງອອກນຳເຂົ້າເຊື້ອເພີງ, ວັດສະດຸ, ເຄື່ອງອາໄຫຼ່ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ, ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ