ຫວຽ​ດ​ນາມ​ເພີ່ມ​ທະ​ວີການ​ໂຄ​ສະ​ນາ​, ຫັນ​ຕະຫຼາດ​ການ​ທ່ອງ​ທ່ຽວ​ເປັນ​ຫຼາຍ​ຮູບ​ແບບ

(VOVWORLD) -ປີ 2023, ຂະແໜງການທ່ອງທ່ຽວຂອງ ຫວຽດນາມ ໄດ້ວາງເປົ້າໝາຍຮັບນັກທ່ອງທ່ຽວ ຈຳນວນ 110 ລ້ານເທື່ອຄົນໃນນັ້ນມີປະມານ 8 ລ້ານເທື່ອຄົນ ແມ່ນນັກທ່ອງທ່ຽວສາກົນ. ເພື່ອປະຕິບັດສິ່ງນີ້, ການທ່ອງທ່ຽວ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການແກ້ໄຂ ເຊັ່ນ: ຍູ້ແຮງການໂຄສະນາ, ຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວ, ການບໍລິການທີ່ພັກອາໄສພິເສດແມ່ນຫັນຕະຫຼາດການທ່ອງທ່ຽວເປັນຫຼາຍຮູບແບບ… ເພື່ອດຶງດູດນັກທ່ອງທ່ຽວສາກົນຫຼາຍກວ່າເກົ່າ.
ຫວຽ​ດ​ນາມ​ເພີ່ມ​ທະ​ວີການ​ໂຄ​ສະ​ນາ​, ຫັນ​ຕະຫຼາດ​ການ​ທ່ອງ​ທ່ຽວ​ເປັນ​ຫຼາຍ​ຮູບ​ແບບ - ảnh 1ຄວາມງາມຫາຍຊາຍທະເລ ຫວູງເຕົາ. (ພາບ:Báo Ảnh Việt Nam

ກ່ອນທີ່ເກີດໂລກລະບາດໂຄວິດ-19, ບັນດາຫາດຊາຍທະເລຢູ່ພາກກາງຫວຽດນາມ ມີນັກທ່ອງທ່ຽວຊາວຈີນ, ສ.ເກົາຫຼີ ມາທ່ຽວຢ່າງແໜ້ນໜາ ດ້ວຍ tour ທີ່ມີເຖິງ 40 – 50 ຄົນ. ສະນັ້ນ ຜະລິດຕະພັນການທ່ອງທ່ຽວ ກໍ່ແນໃສ່ນັກທ່ອງທ່ຽວກຸ່ມນີ້ຫຼາຍ… ການສະຖິຕິສະແດງໃຫ້ເຫັນວ່າ: 70% ຈຳນວນນັກທ່ອງທ່ຽວສາກົນທີ່ມາຫວຽດນາມ ແມ່ນມາຈາກອາຊີຕາເວັນອອກສ່ຽງເໜືອ, ໃນນັ້ນ 32% ແມ່ນນັກທ່ອງທ່ຽວຈາກຈີນ. ຍາຈາງ, ຫວຸ້ງເຕົາ, ກໍ່ແມ່ນສະຖານທີ່ທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວຊາວລັດເຊຍ. ເຖິງຢ່າງໃດກໍຕາມ, ເມື່ອເກີດໂລກລະບາດໂຄວິດ-19, ປະຊາຊົນບັນດາປະເທດ ໄດ້ຈຳກັດການເດີນທາງໄປທ່ອງທ່ຽວ ເຊິ່ງໄດ້ສົ່ງຜົນກະທົບເຖິງຂະແໜງການທ່ອງທ່ຽວ ຫວຽດນາມ ແລະ ບັນດາທ້ອງຖິ່ນ... ແຕ່ນີ້ກໍ່ແມ່ນກາລະໂອກາດ ເພື່ອໃຫ້ການທ່ອງທ່ຽວ ຫວຽດນາມ ໄດ້ຫັນທິດພັດທະນາໃໝ່, ຍົກສູງຄຸນນະພາບການບໍລິການ, ຜະລິດຕະພັນການທ່ອງທ່ຽວ, ກໍ່ຄືການເພີ່ມທະວີການໂຄສະນາ, ຫັນຕະຫຼາດການທ່ອງທ່ຽວເປັນຫຼາຍຮູບແບບ. ທ່ານນາງ Michelle Dupont, ນັກທ່ອງທ່ຽວຊາວຝລັ່ງ, ແບ່ງປັນວ່າ ຫວຽດນາມ ມີທິວທັດອັນສວຍງາມຫຼາຍທີ່ສຸດ, ອາຫານແຊບ, ແຕ່ນັກທ່ອງທ່ຽວຊາວຝລັ່ງ ຍັງບໍ່ທັນມີຂໍ້ມູນກ່ຽວກັບການທ່ອງທ່ຽວ ຫວຽດນາມ ຫຼາຍປານໃດ.

ມາຮອດນີ້, ຂ້າພະເຈົ້າຈິ່ງຮູ້ວ່າ ຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຢ່າງແທ້ຈິງ ພາຍຫຼັງໂລກລະບາດໂຄວິດ 19. ເງື່ອນໄຂຂໍ້ບັງຄັບກ່ຽວກັບທາງການແພດກໍ່ບໍ່ໄດ້ບັງຄັບໃຊ້ແລ້ວ, ບໍ່ຕ້ອງກວດຫາເຊື້ອໂຄວິດ-19, ໃນຂະນະນັ້ນ, ບາງຕະຫຼາດອາຊີ ຍັງຄົງຮຽກຮ້ອງໃຫ້ມີການກວດຫາເຊື້ອ. ສິ່ງນີ້ທີ່ຈິງຈະຕ້ອງໄດ້ເນັ້ນໜັກສຳລັບນັກທ່ອງທ່ຽວສາກົນຮູ້ຫຼາຍກວ່າເກົ່າ. ພິເສດ, ຢູ່ຝລັ່, ພວກເຮົາບໍ່ເຫັນບັນດາໂປສເຕີແນະນຳໂຄສະນາສະຖານທີ່ທ່ອງທ່ຽວອັນສວຍງາມຂອງ ຫວຽດນາມ ແລະ ດູດດື່ມຈົນເຮັດໃຫ້ນັທ່ອງທ່ຽວຕ້ອງເລັ່ງເຂົ້າມາຄົ້ນຫາ ຫວຽດນາມໃນທັນທີ.

ຕໍ່ຫນ້າສະພາບການດັ່ງກ່າວ, ຂະແຫນງທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອແນະນຳ, ໂຄສະນາ ຢູ່ ຫລາຍປະເທດ, ເຂດແຄ້ວນ…ທ່ານ ຟ້າມຮ່າ, ປະທານ ບໍລິສັດທ່ອງທ່ຽວ Lux Group, ຖືວ່າ ນອກຈາກເລື່ອງຍູ້ແຮງການສົ່ງເສີມບັນດາຕະຫລາດຊັ້ນສູງໃຫມ່ ຄື: ອົດສະຕາລີ, ນິວເຊີແລນ, ເອີລົບຕາເວັນຕົກ ແລະ ເອີລົບຕາເວັນອອກ, ບັນດາທ້ອງຖິ່ນ ແລະ ວິສາຫະກິດ ຄວນວິເຄາະຕະຫລາດ, ຄວາມນິຍົມຂອງແຂກທ່ອງທ່ຽວຢູ່ແຕ່ລະເຂດ ເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າໃຫ້ດີກວ່າ.

ພາຍຫລັງໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມ, ມີຫລາຍບໍລິການການບິນ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ມີຄວາມເປັນເຈົ້າການໃນການຊອກຫາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນໃຫມ່ຄື: ອິນເດຍ, ມາເລເຊຍ.. ດ້ວຍເລື່ອງເພີ່ມຖ້ຽວບິນໂດຍກົງລະຫວ່າງສອງປະເທດ. ມາຮອດຈຸດເວລານີ້ ບັນດາສາຍການບິນຕ່າງປະເທດເຊື່ອມຕໍ່ບັນດາທະວີບ ແລະ ສາຍທ່ອງທ່ຽວທາງທະເລຫລາຍສາຍ ເກືອບຄືວ່າໄດ້ກັບຄືນສູ່ເປັນປົກກະຕິຄືກ່ອນທີ່ຈະເກີດໂລກລະບາດໂຄວິດ 19 ແລ້ວ.

ຄວາມມານະພະຍາຍາມນັ້ນ ເບື້ອງຕົ້ນບັນລຸໝາກຜົນດີສົມຄວນຊື່ງສະແດງໃຫ້ເຫັນໃນໂອກາດວັນບຸນຄຼິດສະມາດ ແລະ ປີໃຫມ່ສາກົນ 2023, ຫລາຍນະຄອນຄື ຮ່າໂນ້ຍ, ນະຄອນໂຮ່ຈິມີນ ໄດ້ຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫລາຍຈາກບັນດາຕະຫລາດດັ່ງກ່າວ. ເອື້ອຍ Ather Paswan ນັກທ່ອງທ່ຽວມາຈາກ ອິນເດຍ ໃຫ້ຮູ້ວ່າ:

 “ຫວຽດນາມ ແມ່ນປະເທດທີ່ສວຍງາມ. ເປັນຄັ້ງທຳອິດຂ້າພະເຈົ້າມາທ່ຽວຢູ່ ຫວຽດນາມ ແລະ ເຫັນວ່າທິວທັດທຳມະຊາດ, ທັດສະນິຍະພາບຢູ່ ຮ່າໂນ້ຍ, ໂຮ້ຍອານ, ນະຄອນ ໂຮ່ຈີມິນ ແມ່ນສວຍງາມຫລາຍ. ລະຫວ່າງ ອິນເດຍ ແລະ ຫວຽດນາມ ມີຄວາມສະຫນິດສະຫນົມ ແລະ ມີຈຸດຄ້າຍຄືກັນ ແລະ ພວກຂ້າພະເຈົ້າກໍ່ໄດ້ຮັບຟັງຫລາຍສິ່ງຫລາຍຢ່າງທີ່ດີກ່ຽວກັບປະເທດ ຫວຽດນາມ”.

ຫວຽ​ດ​ນາມ​ເພີ່ມ​ທະ​ວີການ​ໂຄ​ສະ​ນາ​, ຫັນ​ຕະຫຼາດ​ການ​ທ່ອງ​ທ່ຽວ​ເປັນ​ຫຼາຍ​ຮູບ​ແບບ - ảnh 2ນັກທ່ອງທ່ຽວຕ່າງປະເທດໃນໂອກາດວັນບຸນຄຼິດສະມາດ ແລະ ຕ້ອນຮັບປີໃຫມ່ສາກົນ 2023 ຢູ່ ຫວຽດນາມ. (ພາບ:tuoitrethudo.com.vn)

ທ່ານ ຮ່ວາງເຍີນຈິງ, ຫົວຫນ້າຄະນະເລຂາສະພາໃຫ້ຄຳປຶກສາການທ່ອງທ່ຽວ ຖືວ່າ: ຫວຽດນາມ ພວມປະຕະຫລາດທ່ອງທ່ຽວຂັ້ນສູງສ່ວນໃດສ່ວນຫນຶ່ງ ໝາຍຄວາມວ່າ ເວົ້າເຖິງນັກທ່ອງທ່ຽວສູງອາຍຸ, ມີຄວາມຕ້ອງການພັກຜ່ອນບຳລຸງສຸຂະພາບໃນເວລາຫລາຍມື້, ມີຄວາມສາມາດໃນການໃຊ້ຈ່າຍສູງ. ເພື່ອດຶງດູດຈຳນວນນັກທ່ອງທ່ຽວດັ່ງກ່າວ, ນອກຈາກແກ່ຍາວການກຳນົດເວລາຂອງວິຊາ ແລ້ວ, ຄວນພັດທະນາບັນດາບໍລິການມູນຄ່າເພີ່ມຄື: ກວດປິ່ນປົວພະຍາດ, ຊື້ເຄື່ອງຂອງ, ອາຫານການກິນ… ໃນເຂດພັກຜ່ອນເລີຍເພື່ອໃຫ້ນັກທ່ອງທ່ຽວໄດ້ເຂົ້າເຖິງ ພ້ອມທັງເພີ່ມການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ ແລະສະຖານທີ່ທ່ອງທ່ຽວ.

 “ພວກເຮົາຄວນປ່ຽນແປງຈິນຕະນາການໃນການເຮັດການທ່ອງທ່ຽວ. ທ່ອງທ່ຽວແມ່ນຂະແຫນງເສດຖະກິດປາຍແຫລມ ສະນັ້ນ ຕ້ອງຄິດເຖິງປະສິດທິຜົນດ້ານເສດຖະກິດ, ສ້າງລາຍຮັບສູງຈາກນັກທ່ອງທ່ຽວ. ກ່ອນນີ້ ພວກຂ້າພະເຈົ້າໄດ້ສະເຫນີ ສົ່ງເສີມບັນດາຕະຫລາດທີ່ມີຄວາມສາມາດເຮັດບໍລິການທ່ອງທ່ຽວເປັນຫລາຍວັນ, ນັກທ່ອງທ່ຽວມີຄວາມສາມາດໃຊ້ຈ່າຍສູງ, ປະກອບສ່ວນປັບປຸງສະພາບແວດລ້ອມທຳມະຊາດ”.

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັບບັນດາບໍລິສັດທ່ອງທ່ຽວ ໄດ້ສະເຫນີຫລາຍນະໂຍບາຍລະອຽດເພື່ອດຶງດູດນັກທ່ອງທ່ຽວສາກົນ, ໃນນັ້ນ ມີເລື່ອງສະເຫນີນຳໃຊ້ການອອກວິຊາທາງເອເລັກໂຕນິກໃຫ້ແຂກທ່ອງທ່ຽວຕ່າງປະເທດ, ສືບຕໍ່ຫັນລະບຽບການອອກວິຊາໃຫ້ງ່າຍດ່າຍ ແລະ ເພີ່ມທະວີການໝູນໃຊ້ເຕັກໂນໂລຊີ. ວຽກງານສົ່ງເສີມການໂຄສະນາຈະໄດ້ດຳເນີນຢ່າງຕັ້ງຫນ້າໃນທັງປີ. ດ້ວຍຄວາມມານະພະຍາຍາມທັງໝົດຈາກລັດຖະບານ, ຂະແຫນງທ່ອງທ່ຽວ ແລະ ບັນດາທ້ອງຖິ່ນ, ວິສາຫະກິດ, ຄາດໝາຍຕ້ອນຮັບນັກທ່ອງທ່ຽວ 110 ລ້ານເທື່ອຄົນ, ໃນນັ້ນ ມີນັກທ່ອງທ່ຽວສາກົນ ປະມານ 8 ລ້ານເທື່ອຄົນ ຊື່ງ ຫວຽດນາມ ວາງອອກໃນປີ 2023 ແມ່ນມີຄວາມສາມາດເປັນໄປໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ