ຮ່ວມສຳພັນ ລະຫວ່າງແຂວງ ກວ໋າງນີງ ກັບ ນະຄອນຫາຍຟ່ອງ: ກຳລັງຫນູນເຕີບໂຕໃຫມ່

(VOVWORLD) -ແຂວງ ກວ໋າງນີງ ແລະ ນະຄອນ ຫາຍຟ່ອງ ໄດ້ ແລະ ພວມແມ່ນ 2 ກຳລັງຫນູນເສດຖະກິດສຳຄັນຂອງພາກເຫນືອ. ໂດຍກຳນົດໄດ້ບົດບາດ ແລະ ການພົວພັນພັດທະນາຢ່າງສະຫນິດແຫນ້ນ ບໍ່ພຽງແຕ່ລະຫວ່າງ 2 ທ້ອງຖິ່ນເທົ່ານັ້ນ ຫາກຍັງຢູ່ຂອບເຂດທົ່ວເຂດ ແລະ ທົ່ວປະເທດ ອີກດ້ວຍ, ສອງທ້ອງຖິ່ນໄດ້ຖືຈຸດສຸມຂອງການຮ່ວມມື, ຮ່ວມສຳພັນໃນຫລາຍຂົງເຂດ. ຜ່ານນັ້ນ ກໍ່ເພື່ອພ້ອມກັນສ້າງບັນດາບາດກ້າວພັດທະນາຢ່າງແຮງ, ມີລັກສະນະກະໂດດຂັ້ນຢູ່ 2 ທ້ອງຖິ່ນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເຂດເສດຖະກິດຈຸດສຸມຢູ່ ພາກເຫນືອ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.

ຮ່ວມສຳພັນ ລະຫວ່າງແຂວງ ກວ໋າງນີງ ກັບ ນະຄອນຫາຍຟ່ອງ: ກຳລັງຫນູນເຕີບໂຕໃຫມ່ - ảnh 1ຂົວ ແບກດັ່ງ ແລະ ເສັ້ນທາງຄວາມໄວສູງ ຮ້າລອງ - ຫາຍຟ່ອງ ນຳເຂົ້າເຄື່ອນໄຫວແຕ່ປີ 2018

ປີ 2018, ຂົວ ແບກດັ່ງ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ຂົວແຫ່ງນີ້ຜ່ານແມ່ນ້ຳປະຫວັດສາດ ສ້າງຂີດໝາຍສຳຄັນ ເຮັດໃຫ້ໄລຍະຫ່າງລະຫວ່າງແຂວງ ກວ໋າງນີງ ແລະ ຫາຍຟ່ອງ ແມ່ນໃກ້ກວ່າ, ໄລຍະທາງຈາກ ນະຄອນ ຮ້າລອງ ເຖິງ ນະຄອນ ຫາຍຟ່ອງ ໄດ້ຫລຸດຈາກ 75 ກິໂລແມັດ ລົງຍັງເຫລືອ 25 ກິໂລແມັດ. ທ່ານ ຟ້າມຕວນແອງ, ຮອງຫົວຫນ້າກົມອຸດສາຫະກຳ- ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຖືວ່າ:

“ການຮ່ວມສຳພັນຮ່ວມມືພັດທະນາອຸດສາຫະກຳ ລະຫວ່າງ ສອງທ້ອງຖິ່ນນີ້ ຈະປະກອບສ່ວນບົດບາດໃຫຍ່ໃນການດຶງດູດບັນດາໂຄງການລົງທຶນໃນຂົງເຂດອຸດສາຫະກຳ, ພິເສດ ແມ່ນອຸດສາຫະກຳປຸງແຕ່ງປະດິດສ້າງເຂົ້າທາງພາກເຫນືອ, ສ້າງບັນດາລະບົບສະຫນອງ. ຄຽງຂ້າງນັ້ນ ເລື່ອງພັດທະນາພື້ນຖານໂຄງລ່າງຄົມມະນາຄົມຢູ່ 2 ທ້ອງຖິ່ນນີ້ ຈະສ້າງສາຍທາງຫລັກຫລາຍສາຍ, ເພີ່ມຄວາມສາມາດເຊື່ອມຕໍ່ການຂົນສົ່ງອຸປະກອນ ແລະ ເຄື່ອງອາໄຫລ່ ຮັບໃຊ້ການຜະລິດອຸດສາຫະກຳໃຫ້ແກ່ບັນດາທ້ອງຖິ່ນ ກໍ່ຄືການສົ່ງອອກສິນຄ້າຈາກບັນດາທ້ອງຖິ່ນອື່ນຜ່ານລະບົບທ່າກຳປັ່ນຂອງ ຫາຍຟ່ອງ ແລະ ກວ໋າງນີງ”

ການຮ່ວມມື, ຮ່ວມສຳພັນ ແມ່ນບັນຫາຊື່ງ 2 ທ້ອງຖິ່ນວາງອອກແຕ່ກ່ອນ. ນັບແຕ່ປີ 2009, ແຂວງ ກວ໋າງນີງ ແລະ ນະຄອນ ຫາຍຟ່ອງ ໄດ້ລົງນາມໂຄງການຮ່ວມມື, ການສົມທົບມີລັກສະນະຍຸດທະສາດ, ວິໄສທັດຍາວໄກ. ວັນທີ 14 ສິງຫາ ປີ 2021, ຄະນະປະຈຳຄະນະພັກແຂວງ ກວ໋າງນີງ ແລະ ຄະນະປະຈຳຄະນະພັກນະຄອນ ຫາຍຟ່ອງ ໄດ້ມີການເຮັດວຽກນຳກັນ ດ້ວຍບັນຍາກາດຈິງໃຈ, ເປີດອົກເປີດໃຈ, ກົງໄປກົງມາ ນັບທັງຈີນຕະນາການ ແລະ ວິໄສທັດ ບົນຈິດໃຈຮ່ວມສຳພັນ ແລະ ຫນູນຊ່ວຍກັນພ້ອມກັນພັດທະນາ.

ຮ່ວມສຳພັນ ລະຫວ່າງແຂວງ ກວ໋າງນີງ ກັບ ນະຄອນຫາຍຟ່ອງ: ກຳລັງຫນູນເຕີບໂຕໃຫມ່ - ảnh 2ຈຸດເດັ່ນໃນການສົມທົບລະຫວ່າງ ຫາຍຟ່ອງ ແລະ ກວ໋າງນີງ ແມ່ນຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນການເຄື່ອນໄຫວຂອງລະບົບສະຫນອງບໍລິການ  logistics

ຈຸດເດັ່ນໃນການສົມທົບຂອງສອງທ້ອງຖິ່ນ ແມ່ນຊຸກຍູ້ການຮ່ວມມືການເຄື່ອນໄຫວຂອງລະບົບສະຫນອງບໍລິການ logistics ຢ່າງມີປະສິດທິຜົນ, ຂຸດຄົ້ນລະບົບພື້ນຖານໂຄງລ່າງທີ່ມີຢູ່ແລ້ວຢ່າງມີປະສິດທິຜົນຄື: ທ່າອາກາດສະຍານສາກົນ ກາດບີ- ທ່າກຳປັ່ນ ຫາຍຟ່ອງ- ທ່າກຳປັ່ນ ແລກຫ້ວຽນ- ທ່າກຳປັ່ນ ກາຍເລີນ- ທ່າອາກາດສະຍານສາກົນ ເວີນດົນ. ທ່າໄດ້ປຽບກ່ຽວກັບທ່າກຳປັ່ນບໍ່ພຽງແຕ່ຂຸດຄົ້ນສະເພາະຕ່າງຫາກເທົ່ານັ້ນ ຫາກແມ່ນການເຊື່ອມຕໍ່ຂອງເສັ້ນທາງຄວາມໄວສູງ ຫາຍຟ່ອງ -ຮ້າລອງ- ເວີນດົນ- ມອງກາຍ ຈະຂົນສົ່ງສິນຄ້າທາງບົກເຖິງດ່ານຊາຍແດນສາກົນ ມອງກາຍ, ດ່ານຊາຍແດນ ບັກຟອງຊີງ, ແຮວ່ງໂມ, ໃນນັ້ນ ຫາຍຟ່ອງ ແມ່ນທ່າກຳປັ່ນຫລັກ. ທ່ານ ປອ ເລຊວນຊາງ, ຮອງຫົວຫນ້າສະຖາບັນເສດຖະກິດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

 “ຂ້າພະເຈົ້າຄິດວ່າ ສອງທ້ອງຖິ່ນນີ້ ຄວນມີການຮ່ວມມືນຳກັນຫລາຍກວ່າອີກ, ຕົວຢ່າງຄື: ການກຳນົດແຜນຜັງລະບົບທ່າກຳປັ່ນທະເລ, logistic. ຄວາມສາມາດບົ່ມຊ້ອນຂອງທັງສອງຝ່າຍ ຍັງມີຫລາຍຢູ່, ພ້ອມກັນສົມທົບນຳກັນເຮັດບັນດາລະບົບໃຫຍ່ ແລະ ຄົບວົງຈອນ”

ເດືອນ ຕຸລາ ປີ 2021, ແຂວງ ກວ໋າງນີງ ເລີ່ມລົງມືກໍ່ສ້າງໂຄງການທ່າກຳປັ່ນ ວ້ານນີງ ຢູ່ ນະຄອນ ມອງກາຍ, ໃນອະນາຄົດ ພ້ອມກັບທ່າກຳປັ່ນ ຫາຍຟ່ອງ ຈະສ້າງເປັນກຸ່ມທ່າກຳປັ່ນ ແມ່ນປະຕູການນຳເຂົ້າສົ່ງອອກໃຫ້ທັງປະເທດ ແລະ ພາກພື້ນ ອາຊຽນ. ກວ໋າງນີງ, ຫາຍຟ່ອງ ກໍ່ຕັ້ງບັນຫາຮ່ວມມືພັດທະນາເຂດເສດຖະກິດ, ເຂດອຸດສາຫະກຳ, ພື້ນຖານໂຄງລ່າງ

“ ຂ້າພະເຈົ້າຖືວ່າ: “ກຸນແຈ” ໃນການເພີ່ມທະວີການພົວພັນລະຫວ່າງ ແຂວງ ກວ໋າງນີງ ແລະ ຫາຍຟ່ອງ ແມ່ນຮັບປະກັນວ່າ ທັງສອງຝ່າຍ ລ້ວນແຕ່ຮັບຜົນປະໂຫຍດຈາກການກໍ່ສ້າງພື້ນຖານໂຄງລ່າງ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ແຂວງ ກວ໋າງນີງ ອາດຈະກາຍເປັນນະຄອນປຽບເໝືອນ ຫາຍຟ່ອງ ແຕ່ມີຄວາມແຕກຕ່າງ. ສະນັ້ນ ພວກຂ້າພະເຈົ້າສະເຫນີ ແຂວງ ກວ໋າງນີງ ອະນຸຍາດໃຫ້ພວກຂ້າພະເຈົ້າລົງທຶນເຂົ້າເສັ້ນທາງທະເລ ລະຫວ່າງ ແລກຫ້ວຽນ ແລະ ບັນດາພື້ນຖານໂຄງລ່າງທ່າກຳປັ່ນທະເລຂອງແຂວງ ກວ໋າງນີງ”

ຫາຍຟ່ອງ, ກວ໋າງນີງ ກໍ່ຈະພ້ອມກັນກໍ່ສ້າງແຜນຮ່າງລາຍງານກົມການເມືອງ, ສະພາແຫ່ງຊາດ, ລັດຖະບານ ພິຈາລະນາ, ມີກົນໄກ, ນະໂຍບາຍພິເສດສະເພາະໃນການກໍ່ສ້າງ, ພັດທະນານະຄອນ ຫາຍຟ່ອງ, ແຂວງ ກວ໋າງນີງ ກາຍເປັນສູນເສດຖະກິດທະເລ, ປະຕູຂອງເຂດເສດຖະກິດຈຸດສຸມຂອງພາກເຫນືອ ເພື່ອໃຫ້ການຮ່ວມມືຮອບດ້ານລະຫວ່າງສອງທ້ອງຖິ່ນແຫ່ງການເຕີບໂຕນີ້ກາຍເປັນກຳລັງຫນູນໃຫມ່ແກ່ການພັດທະນາລວມຂອງທົ່ວເຂດ ແລະ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ