ເຂດທົ່ງພຽງແມ່ນຳ້ອຂອງທາງພາກໃຕ້ຫວຽດນາມສ້າງເຄື່ອງໝາຍໝາກໄມ້ສົ່ງອອກ

(vovworld)-ຕົ້ນ​ໄມ້​ກິນ​ໝາກ​ແມ່ນ​ຮູບ​ແບບ​ການ​ຜະ​ລິດ​ມີ​ທ່າ​ແຮງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ດ້ວຍ​ເງື່ອນ​ໄຂ​ທີ່​ດິນ, ອາ​ກາດ​ສະ​ດວກ​ທີ່​ສຸດ. ແຕ່​ເພື່ອ​ໃຫ້​ການ​ຜະ​ລິດ ແລະ ສົ່ງ​ອອກ​ໝາກ​ໄມ້​ບັນ​ລຸ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ສູງ, ການ​ຍົກ​ສູງ​ຄຸນ​ນະ​ພາບ​ໝາກ​ໄມ້ ຕິດ​ພ​ັນ​ກັບ​ກາ​ນ​ສ້າງ​ເຄື່ອງ​ໝາຍ ໄດ້​ແລະ ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຂະ​ແຫນງ​ກະ​ສິ​ກຳ ແລະ ປະ​ຊາ​ຊົນ​ຢູ່​ເຂດນີ້.

ເຂດທົ່ງພຽງແມ່ນຳ້ອຂອງທາງພາກໃຕ້ຫວຽດນາມສ້າງເຄື່ອງໝາຍໝາກໄມ້ສົ່ງອອກ - ảnh 1
ໝາກ​ມ່ວງ ກາດ​ລົກ
ພາບ:chotot.vn

        ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ໄດ້​ຮັບ​ຖື​ວ່າ ແມ່ນ​ອູ່​ໝາກ​ໄມ້​ຂອງ​ທັງ​ປະ​ເທດ ດ້ວຍ​ເນື້ອ​ທີ່ກວ່າ 295.000 ເຮັກ​ຕາ, ໃນ​ນັ້ນ ມີ​ໝາກ​ໄມ້​ຫລາຍ​ປະ​ເພດ​ແມ່ນ​ຜົນ​ຜະ​ລິດ​ພິ​ເສດ​ຂອງ​ທ້​ອງ​ຖິ່ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ໃນ​ໄລ​ຍະ​ຜ່ານ​ມາ, ຄຸນ​ນະ​ພາບ ແລະ ລາ​ຄາ​ສົ້ນ​ອອກ​ຂອງ​ໝາກ​ໄມ້​ຫລາຍ​ປະ​ເພດບໍ່​ເປັນ​ປົກ​ກະ​ຕິ, ມູນ​ຄ່າ​ການ​ສົ່ງ​ອອກບໍ່​ທັນ​ສູງ. ເພື່ອ​ແກ້​ໄຂ​ສະ​ພາບ​ການນີ້, ເລື່ອງ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ ພວມ​ໄດ້​ຮັບ​ການ​ກຳ​ນົດ​ຈາກ​ຂະ​ແຫນງ​ກະ​ສິ​ກຳ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງວ່າ ແມ່ນ​ທິດ​ກ້າວ​ເດີນ​ທີ່​ແນ່ນອນ.

        ເມື່ອ​ທຽບ​ໃສ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ, ແຂວງ ຕຽນ​ຢາງ ແມ່ນ​ແຂວງ ມີ​ເນື້ອ​ທີ່​ປູກ​ຕົ້ນ​ໄມ້​ກິນ​ໝາກ​​ຢືນອັນ​ດັບ​ຫນຶ່ງ​ຂອງເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ດ້ວຍ​ເນື້ອ​ທີ່ເກືອບ 60.000 ເຮັກ​ຕາ ລວມ​ມີ​ໝາກ​ໄມ້​ຫລາຍ​ປ​ະ​ເພດ​ທີ່​ມີ​ຊື່​ສຽງ​ຄື: ໝາກ​ມ່ວງ ຮ​ວ່າ​ລົກ ກາຍ​ແບ່, ໝາກ​ນ້ຳ​ນົມ ລໍ່​ແຣ່ນ​ຫວີງ​ກີມ, ໝາກ​ທຸ​ລຽນ ຫງູ​ຮຽບ, ໝາກ​ມັງ​ກອນ ເຈີ້​ກ້າວ, …. ດ້ວຍ​ບັນ​ດາ​ທ່າ​ໄດ້​ປຽບ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຄື​ດັ່ງ​ກ່າວ, ແຕ່​ມູນ​ຄ່າ​ການ​ສົ່ງ​ອອກບໍ່​ທັນ​ສູງ, ສາຍ​ເຫດ​ຕົ້ນ​ຕໍ ຍ້ອນ​ຂາດ​ຂໍ້​ມູນ​ຂ່າ​ວ​ສານ​ກ່ຽວ​ກັບ​ຕະ​ຫລາດ​ສົ່ງ​ອອກ, ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ສຳ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ຜູ້​ຜະ​ລິດ, ຂອດ​ຈຳ​ຫນ່າຍ ແລະ ໃຊ້​ສອຍ. ເພື່ອ​ແກ້​ໄຂ​ສະ​ພາບ​ການນີ້, ຂະ​ແຫນງ​ກະ​ສິ​ກຳ​ແຂວງ​ຕຽນ​ຢາງ ໄດ້​ວາງ​ແຜນ​ນະ​ໂຍ​ບາຍ​ສ້າງ​ບັນ​ດາ​ຮູບ​ແບບ​ຜະ​ລິດ​ໝາກ​ໄມ້​ຕາ​ມ​ມາ​ດ​ຖານ VietGap(ມາດ​ຕະ​ຖານ​ປະ​ຕິ​ບັດ​ການ​ຜະ​ລິດ​ກະ​ສິ​ກຳ​​ດີ​ຢູ່​ຫວຽດ​ນາມ) ແລະ Glubal Gap(ມາດ​ຕະ​ຖານ​ກ່ຽວ​ກັບ​ຟາມ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ສາ​ກົນ). ທ່ານ ຫວໍ​ລອກ​ຢຽບ ເຈົ້າ​ຂອງ​ຟາມ​ປູກ​ຕົ້ນ​ໝາ​ກ​ມັງ​ກອນ ຢູ່ ຕາ​ແສງ ເລືອງຮ່​ວາ​ລາກ, ເມືອງ ເຈີ້​ກ້າວ ແມ່ນກ​ະ​ສິ​ກອນ​ນຳ​ຫນ້າ​ນຳ​ໃຊ້​ວິ​ວັດ​ການ​ຜະ​ລິດ​ປອດ​ສານ​ພິດ, ປອດ​ໄພ​ດ້ານ​ຊີ​ວະ​ສາດ. ຍ້ອນ​ເຫດນັ້ນ ສົ້ນ​ອອກ​ຂອງ​ໝາກ​ມັງ​ກອນ​ຂອງ​ທ່ານ ລ້ວນ​ແຕ່​ດຶງ​ດູດ​ວິ​ສາ​ຫະ​ກິດ​ມາ​ເກັບ​ຊື້​ເພື່ອ​ສົ່ງ​ອອກ ດ້ວຍ​ລາ​ຄາ​ສູງກວ່າ​ບັນ​ດາ​ຮູບ​ແບບ​ອື່ນ ແຕ່ 5-10%. ທ່ານ ຢຽບ​ໃຫ້​ຮູ້​ວ່າ:

        “ໝາກ​ໄມ້​ຜະ​ລິດ​ຕາມ​ມາດ​ຕະ​ຖານ VietGap ສະ​ແດງໃຫ້​ເຫ​ັນ​ຜົນ​ປະ​ໂຫຍດ​ສູງ​ທີ່​ສຸດ. ເພື່ອ​ໃຫ້​ໝາກ​ໄມ້​ສົ່ງ​ອອກ​ໄປ​ຍັງ​ຕ່າງ​ປະ​ເທດ, ຕ້ອງ​ຜະ​ລິດ​ຕາມ​ທິດ​ປອດ​ໄພ. ໃນ​ຈຳ​ນວນ​ໝາກ​ໄມ້ 7 ປະ​ເພດ​ຕົ້ນ​ຕໍ​ຂອງ​ແຂວງ ຕຽນ​ຢາງ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພຽງ​ໝາກ​ມັງ​ກອນ​ແມ່ນ​ມີ​ປະ​ສິດ​ທິ​ຜົນ.”

        ຢູ່​ແຂວງ ເບນ​ແຈ, ນອກ​ຈາກ​ໝາກ​ສົ້ມ​ໂອ​ຂຽວ, ບັນ​ດາ​ປະ​ເພດ​ໝາກ​ໄມ້​ອື່ນ ກ​ໍ​ເລີ່ມ​ຕົ້ນ​ແຊກ​ຊືມ​ເຂົ້າ​ຕະ​ຫລາດ​ຕ້ອງ​ການ​ຄຸນ​ນະ​ພາບ​ສູງ​ຄື: ອາ​ເມ​ລິ​ກາ, ຍ​ີ່​ປຸ່ນ, ສ​ເກົາ​ຫລີ. ຮຽກ​ຮ້ອງ​ຕ້ອງ​ຜະ​ລິດ​ໃຫ້​ບັນ​ດາ​ມາດ​ຕະ​ຖານ GAP ສະ​ນັ້ນ​ຈຳ​ນວນ​ໝາກ​ໄມ້​​ບັນ​ລຸມາດ​ຕະ​ຖານ​ສົ່ງ​ອອກ​ ຢູ່​ທີ່ນີ້ ບໍ່​ທັນ​ມີ​ຫລາຍ, ແຕ່​ຂະ​ແຫນງ​ກະ​ສິ​ກຳ ແລະ ຊາວ​ກະ​ສິ​ກອນ​ທ້ອງ​ຖິ່ນ ຍັງ​ຄົງ​ກຳ​ນົດ​ວ່າ ນີ້​ແມ່ນ​ທິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຍາວ​ນານ. ທ່ານ ຫງວຽນ​ຫື​ວ​ເຕີມ, ເຈົ້າ​ຂອງ​ສວນ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ຢູ່ ຕາ​ແສງ ຕຽນ​ລອງ ເມືອງ ເຈົາ​ແທ່ງ ແບ່ງ​ປັນ​ວ່າ:

ເຂດທົ່ງພຽງແມ່ນຳ້ອຂອງທາງພາກໃຕ້ຫວຽດນາມສ້າງເຄື່ອງໝາຍໝາກໄມ້ສົ່ງອອກ - ảnh 2
ໝາກ​ມັງ​ກອນ
ພາບ:internet

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ເພື່ອ​ຮັບ​ປະ​ກັນ​ການ​ສົ່ງ​ອອກ​ໄປ​ຍັງ​ຕະ​ຫລາດ​ຕ້ອງ​ການ​ຄຸນ​ນະ​ພາບ​ສູງ ກ່ອນ​ອື່ນ​ໝົດ ຕົນ​ເອງ​ຕ້ອງ​ປະ​ຕິ​ບັດ​ຕ​າມ​ມາດ​ຕະ​ຖານ VietGap, ຕາມ​ການ​ແນະ​ນຳ​ຂອງ​ບັນ​ດາ​ອົງ​ການ, ຂະ​ແຫນງ​ກະ​ສິ​ກຳ​ຫວຽດ​ນາມ. ປະ​ຈຸ​ບັນ ໝາກ​ໄມ້​ສົ່ງ​ໄປ​ຂາຍ​ຢູ່​ຕ່າງ​ປະ​ເທດ ນອກ​ຈາກ​ມາດ​ຕະ​ຖານ​ທຳ​ອິດ ພໍ່​ແມ່​ປະ​ຊາ​ຊົນ​ຕ້ອງ​ຜະ​ລິດ​ແນວ​ໃດ​ໃຫ້​ໝາກ​ໄມ້​ມີ​ຄວາມ​ປອດ​ໄພ​ໃຫ້​ແກ່​ຜູ້​ໃຊ​້​ສອຍ​ຕ່າງ​ປະ​ເທດ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ມີ​ຕົ້ນ​ກຳ​ເນີດ ແລະ ຄວາມ​ປອດ​ໄພ​ໃຫ້​ແກ່​ຜູ້​ຜະ​ລິດ.”

        ໂດຍ​ປະ​ຕິ​ບັດ​ການ​ຊີ້​ນຳ​ຂອງ​ລັດ​ຖະ​ບານ, ບັນ​ດາ​ທ້ອງ​ຖິ່ນ​ພວມ​ປະ​ຕິ​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫມ່. ສຳ​ລັບ​ໝາກ​ໄມ້, ຫລາຍ​ທ້ອງ​ຖິ່ນ ປະ​ຕິ​ບັດ​ວຽກ​ງານ​ວາງ​ແຜນ​ກຳ​ນົດ​ເຂດ​ປູກ​ສະ​ເພາະ​ຕົ້ນ​ໄມ້​ກິນ​ໝາກ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ດິນ​ຟ້າອ​າ​ກາດ. ໃນ​ນັ້ນ ເອົາ​ໃຈ​ໃສ​່​ເປັນ​ພິ​ເສດ​ເຖິງ​ຂອດ​ສ້າງ​ເຄື່ອງ​ໝາຍ​ໝາກມ​ໄມ້​ພິ​ເສ​ດ​ຕິດ​ພ​ັນ​ກັບ​ທ້ອງ​ຖິ່ນ. ທ່ານ ເຈີນກວກ​ຕ​ວນ, ຫົວ​ຫນ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຂວງ​ ຈາ​ວີງ ໃຫ້​ຮູ້​ວ່າ:

        “ໄລ​ຍະ​ຈະ​ມາ​ເຖິງ ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ສົມ​ທົບ​ກັບ​ບັນ​ດາ​ພະ​ແນກ, ຂະ​ແຫນງ​ການ​ສຳ​ຫລວດ​ບັນ​ດາ​ປະ​ເພດ​ໝາ​ກ​ໄມ້​ອື່ນ ທີ່​ມີ​ທ່າ​ແຮງ​ຂອງ​ແຂວງ ເພື່ອ​ສ້າງ​ເຄື່ອງ​ໝາຍ, ກາ​ໝາຍ​ສິນ​ຄ້າ. ສ່ວນ​ໝາກ​ໄມ້​ທີ່​ມີ​ເຄື່ອງ​ໝາຍ​ແລ້ວ ພວກ​ຂ້າ​ພະ​ເຈົ້າ​ພວມ​ຊີ້​ນຳ​ພາກ​ສ່ວນ​ສົ່ງ​ເສີມ​ການ​ຄ້າ​ຊອກ​ຫາ​ຕະ​ຫລາດ ເພື່ອ​ຈຳ​ຫນ່າຍ​ໝາກ​ໄມ້​ໃຫ້​ຊາວ​ກະ​ສິ​ກອນ.”

        ​ປະ​ຈຸ​ບັນ, ຢູ່​ບັນ​ດາ​ແຂວງເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ຍັງ​ມີ​ຫລາຍ​ເຂດ​ປູກ​ໝາກ​ໄມ້​ພິ​ເສດ ສາ​ມາດ​ນຳ​ມາ​ເຊິ່ງ​ມູນ​ຄ່າ​ສົ່ງ​ອອກ​ສູງ. ເລື່ອງ​ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເຈົ້າ​ຂອງ​ສວນ​ປູກ​ຕົ້ນ​ໄມ້​ກິນ​ໝາກ ຕາມ​ມາດ​ຕະ​ຖານ GAP ເພື່ອ​ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ ພວມ​ຢືນ​ຢັນ​ແມ່ນ​ທິດ​ກ້າວ​ເດີນ​ທີ່​ແນ່ນອນ. ບັນ​ດາ​ຮູບ​ແບບ​ສຳ​ເລັດ​ຜົນ​ໃນ​ເບື້ອງ​ຕົ້ນ​ນີ້ ໄດ້ ແລະ ພວມ​ສ້າງ​ກຳ​ລັງ​ຂະ​ຫຍາຍ​ເພື່ອ​ໃຫ້​ການ​ສົ່ງ​ອອກ​ໝາກ​ໄມ້​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ເວົ້າ​ສະ​ເພາະ ແລະ ການ​ສົ່ງ​ອອກ​ໝາກ​ໄມ້ ຫວຽດ​ນາມ ເວົ້າ​ລວມ ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ