ເຂດເສດຖະກິດເປີດ ຈູລາຍ - ເຂດເສດຖະກິດນຳໜ້າຂອງແຂວງກວາງນາມ

(VOVWORLD) -ພາຍຫຼັງໄລຍະ 14 ປີແຫ່ງການສ້າງສາ ແລະ ພັດທະນາ, ດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ມາຮອດປະຈຸບັນ, ເຂດເສດຖະກິດເປີດ ຈູລາຍ ໄດ້ກາຍເປັນສະຖານທີ່ທີ່ໄດ້ຮັບການຮູ້ຈັກກັນດີຈາກບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດມາດຳເນີນທຸລະກິດ, ທຳມະຫາກິນ. ບັນດາໝາກຜົນ ແລະ ຜົນງານທີ່ບັນລຸໄດ້ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງຂວາງກວາງນາມ. ບົດຂຽນ “ເຂດເສດຖະກິດເປີດ ຈູລາຍ - ເຂດເສດຖະກິດນຳໜ້າຂອງແຂວງກວາງນາມ” ຂອງ ວິ້ງຟອງ, ນັກຂ່າວ VOV.

ເຂດເສດຖະກິດເປີດ ຈູລາຍ - ເຂດເສດຖະກິດນຳໜ້າຂອງແຂວງກວາງນາມ - ảnh 1 ເຂດເສດຖະກິດເປີດ ຈູລາຍ

(ພາບອີນເຕີແນັດ)

ເຂດເສດຖະກິດເປີດ ຈູລາຍ ໄດ້ຮັບການສ້າງຕັ້ງເມື່ອປີ 2003, ນອນຢູ່ທາງທິດໃຕ້ແຂວງກວາງນາມ. ແມ່ນເຂດເສດຖະກິດແຄມທະເລແຫ່ງທຳອິດຂອງຫວຽດນາມ, ເຂດເສດຖະກິດເປີດ ຈູລາຍ ມີເນື້ອທີ້ທັງໝົດປະມານ 32.400 ເຮັກຕາ ແລະ ນຳໃຊ້ບັນດາກົນໄກນະໂຍບາຍໃໝ່, ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ສະດວກ, ສະເໝີພາບ, ເໝາະສົມກັບທຳນຽມສາກົນ ສຳລັບທຸກໆຮູບແບບດຳເນີນທຸລະກິດຂອງບັນດາອົງການຈັດຕັ້ງເສດຖະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ເຂດເສດຖະກິດເປີດ ຈູລາຍ ມີທີ່ຕັ້ງສຳຄັນຢູ່ພາກກາງຫວຽດນາມ, ແມ່ນໃຈກາງຂອງພາກໃຕ້ ແລະ ພາກເໜືອ, ມີເງື່ອນໄຂທາງຄົມມະນາຄົມທີ່ສະດວກ ເພື່ອເຊື່ອມຕໍ່ບັນດາທ້ອງຖິ່ນອື່ນໆຂອງຫວຽດນາມ ແລະ ໂລກ ຜ່ານເສັ້ນທາງຫຼວງ 1A, ເສັ້ນທາງແຄມທະເລແຫ່ງຊາດ, ເສັ້ນທາງລົດໄຟແຕ່ເໜືອຮອດໃຕ້ຫວຽດນາມ, ທາງທະເລຜ່ານທ່າກ່ຳປັນ ກີ່ຮ່າ, ທາງອາກາດຜ່ານສະໜາມບິນ ຈູລາຍ ແລະ ເສັ້ນທາງຄວາມໄວສູງດ່ານັ້ງ - ກວາງຫງ້າຍ. ເຂດເສດຖະກິດເປີດ ຈູລາຍ ມີບັນດາເງື່ອນໄຂສະດວກເພື່ອພັດທະນາໃຫ້ກາຍເປັນເຂດເສດຖະກິດສັງລວມ, ແມ່ນການເງິນ, ທະນາຄານ, ການຄ້າ, ການບໍລິການ, ໂທລະຄົມມະນາຄົມ, ທ່ອງທ່ຽວ, ແມ່ນຈຸດທີ່ສຳຄັນທາງຄົມມະນາຄົມລະຫວ່າງແຂວງ, ລະຫວ່າງເຂດ ແລະ ສາກົນ. ທ່ານ ຟ້າມເອີນ, ຮອບຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດເປີດ ຈູລາຍ, ໃຫ້ຮູ້ວ່າ.

        “ຈູລາຍ ແມ່ນເຂດເສດຖະກິດເຊິ່ງລັດຖະບານ ສ້າງຕັ້ງ ແລະ ອະນຸຍາດນຳໃຊ້ບັນດາກົນໄກບຸລິມະສິດທີ່ສຸດ. ພ້ອມກັບບັນດາບຸລິມະສິດຂອງລັດຖະບານ, ແຂວງກວາງນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດ. ພິເສດ, ການນຳແຂວງ, ການນຳ ເຂດເສດຖະກິດເປີດ ຈູລາຍ ຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດ ແລະ ໃນບັນດາລະບຽບການບໍລິຫານ, ຈູລາຍ ມີແຜນນະໂຍບາຍຈຳກັດເວລາຈຳນວນ ແລະ ລາຍຈ່າຍເມື່ອເຮັດທຸກລະບຽບການ. ຖັນແຖວພະນັກງານ, ພາລະກອນຂອງ ຈູລາຍ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບວິສາຫະກິດ, ສ້າງທຸກເງື່ອນໄຂສະດວກທີ່ສຸດ… ສະນັ້ນ, ຈູລາຍ ໄດ້ຮັບຖືວ່າແມ່ນສະຖານທີ່ດີທີ່ສຸດເພື່ອດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ”.

        ດ້ວຍຄວາມຕັດສິນໃຈຮຽກຮ້ອງການລົງທຶນ, ຍາມໃດຈູລາຍ ກໍ່ສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ແກ່ນັກລົງທຶນ. ທ່ານ ກາວມິງຫງອກ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນມາດຕະການແກ້ໄຂເຕັກໂນໂລຊີຜະລິດຄືນໃໝ່, ໃຫ້ຮູ້ວ່າ: ບໍລິສັດຫາກໍ່ຕົກລົງລົງທຶນໂຄງການກໍ່ສ້າງໂຮງງານກັນນ້ຳເສຍຢູ່ຈູລາຍ, ທີ່ມີມູນຄ່າ 230 ຕື້ດົງ.

        “ເຂດເສດຖະກິດເປີດ ຈູລາຍ ແມ່ນເຂດເສດຖະກິດແຫ່ງທຳອິດໄດ້ຮັບອະນຸຍາດດ້ວຍບຸລິມະສິດຫຼາຍຢ່າງແກ່ວິສາຫະກິດ. ຄືວິສາຫະກິດຂອງພວກຂ້າພະເຈົ້າໄດ້ຮັບການຍົກເວັ້ນພາສີອາກອນລາຍຮັບວິສາຫະກິດໃນໄລຍະເວລາ 4 ປີທຳອິດ. ກ່ຽວກັບພື້ນຖານໂຄງລ່າງຂອງເຂດເສດຖະກິດແມ່ນດີຫຼາຍ ແລະ ສຳຄັນທີ່ສຸດແມ່ນການໜູນຊ່ວຍຢ່າງສຸດຂີດຂອງອຳນາດການປົກຄອງທ້ອງຖິ່ນໃຫ້ແກ່ວິສາຫະກິດ”.

        ຜ່ານໄລຍະ 14 ປີ, ເຂດເສດຖະກິດເປີດ ຈູລາຍ ໄດ້ປະກອບສ່ວນສຳຄັນເພື່ອນຳເສດຖະກິດ, ສັງຄົມແຂວງ ກວາງນາມ ພັດທະນາຢ່າງແຮງ ແລະ ນອນໃນກຸ່ມ 10 ທ້ອງຖິ່ນນຳໜ້າ ປະກອບເຂົ້າງົບປະມານຫຼາຍທີ່ສຸດໃຫ້ແກ່ປະເທດຊາດ. ທ່ານ ຟ້າມເອີນ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດເປີດ ຈູລາຍ, ໃຫ້ຮູ້ວ່າ.

        “ໄລ່ມາຮອດປະຈຸບັນ, ເຂດເສດຖະກິດເປີດ ຈູລາຍ ໄດ້ດຶງດູດ 122 ໂຄງການລົງທຶນ, ດ້ວຍຈຳນວນເງິນ 2,6 ຕື້ USD. ໃນນັ້ນມີ 32 ໂຄງການ FDI, ດ້ວຍຍອດຈຳນວນເງິນກວ່າ 1 ຕື້ USD. ພາຍຫຼັງກອງປະຊຸມສົ່ງເສີມການລົງທຶນຂອງແຂວງກວາງນາມ ຜ່ານມາ, ມີບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດໄດ້ຈົດທະບຽນລົງທຶນເຂົ້າ ຈູລາຍ 32 ໂຄງການ, ດ້ວຍຈຳນວນເງິນຈົດທະບຽນແມ່ນກວ່າ 15 ຕື້ USD. ເຂດເສດຖະກິດເປີດ ຈູລາຍ ໄດ້ມີບັນດາການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງແຂວງກວາງນາມ. ນັບແຕ່ປີ 2011 ຫາ 2015, ແຂວາງ ກວາງນາມ ໄດ້ບັນລຸລະດັບເຕີບໂຕ 11% ຮອດປີ 2016 ແຂວງກວາງນາມ ບັນລຸລະດັບເຕີບໂຕ 14,7%, ໃນນັ້ນເຂດເສດຖະກິດເປີດ ຈູລາຍ ປະກອບ 15.500 ຕື້ດົງ ໃນຈຳນວນກວ່າ 21.000 ຕື້ດົງຂອງແຂວງ. ຈູລາຍ ໄດ້ກວມກວ່າ 70% ຍອດລາຍຮັບງົບປະທານໃນບໍລິເວນແຂວງ”.

        ໃນຊຸມປີຜ່ານມາ, ຍາມໃດຄະນະຄຸ້ມຄອງເຂດເສດຖະກິດເປີດ ຈູລາຍ ກໍ່ໄດ້ເປັນເຈົ້າການໃນຈີນຕະນາການພັດທະນາ, ສ້າງກຳລັງໜູນໃຫ້ເຂດເສດຖະກິດເປີດທີ່ດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ຄະນະຄຸ້ມຄອງເຂດເສດຖະກິດເປີດ ຈູລາຍ ພວມສືບຕໍ່ກະກຽມໜ້າພຽງ, ແຫຼ່ງກຳລັງເພື່ອສົ່ງເສີມກັບບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ຕິດພັນກັບຕະຫຼາດທາງທິດຕາເວັນອອກສຽງເໜືອອາຊີ, ເອີລົບ ແລະ ອາເມລິກາເໜືອ, ເພື່ອແນໃສ່ຂຸດຄົ້ນບັນດາເສັ້ນທາງທະເລສາກົນຢ່າງສຸດຂີດເຊິ່ງທ່າກ່ຳປັນຈູລາຍ ຫາກໍໄດ້ນຳເຂົ້າໃຊ້ການ. ທ່ານ ດິງວັນທູ, ປະທານຄະນະກຳມະການປະຊາຊົນແຂວງກວາງນາມ, ໃຫ້ຮູ້ວ່າ.

        “ໃນຊຸມປີຕໍ່ໆໄປ ເຂດເສດຖະກິດເປີດ ຈູລາຍ ສືບຕໍ່ເສີມຂະຫຍາຍການວາງແຜນຜັງເຂດທາງທິດຕາເວັນອອກຂອງຂວາງກວາງນາມ, ຈຸດສຸມໃນປີນີ້ແມ່ນສຸມໃສ່ປັບປຸງການວາງແຜນຜັງເຂດເສດຖະກິດຈູລາຍ; ສືບຕໍ່ເປີດກວ້າງພື້ນຖານໂຄງລ່າງບັນດາເຂດອຸດສາຫະກຳ, ເຂດຕົວເມືອງ. ພ້ອມກັນນັ້ນແມ່ນໂຄງການຈັດສັນພົນລະເມືອງເຂດແຄມທະເລ”.

        ນັບແຕ່ວັນສ້າງຕັ້ງມາຮອດປະຈຸບັນ, ຍາມໃດເຂດເສດຖະກິດເປີດ ຈູລາຍ ກໍໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມຂອງຫວຽດນາມ. ໃນໄລຍະ 2016 – 2020, ເຂດເສດຖະກິດເປີດ ຈູລາຍ ແມ່ນໜຶ່ງໃນຈຳນວນ 8 ກຸ່ມເຂດເສດຖະກິດຈຸດສຸມຂອງຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງແຂວງກວາງນາມ ແລະ ຂອງປະເທດຊາດຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ