ເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ ມູ້ງໄປເຖິງຈຸດໝາຍສົ່ງອອກ 15 ຕື້ USD ໃນປີ 2012.

(vovworld) - ປີ 2011 ຂະ​ແຫນງຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ບັນລຸ​ວົງ​ເງິນ​ສົ່ງ​ອອກ  14 ຕຶ້ USD ​ເພີ່ມ​ຂຶ້ນ 30% ​ເມື່ອ​ທຽບ​ກັບ​ປີ 2010. ກ້າວ​ເຂົ້າ​ສູ່​ປີ 2012 ​ເຖິງ​ວ່າ ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​​ໃຫ້​ຂໍ້​ສັງ​ເກດວ່າ ປີນີ້​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ປະການຍ້ອນ​ຜົນ​ກະທົບ​ຈາກ​ສະພາບ​ ເສດຖະກິດ​ໂລກກໍ​ຕາມ, ​ແຕ່​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມຍັງ​ຄົງ ສືບ​ຕໍ່​ຮັກສາ​ທີ່​ຕັ້ງ​ສຳຄັນ​ໃນ​ຂົງ​ເຂດ​ສົ່ງ​ອອກຢູ່.

 

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເຖິງ​ວ່າ ຖືກ​ຜົນ​ສະທ້ອນ​ຫລາຍ​ຢ່າງ​ຍ້ອນ​ການ​ຊຸດ​ໂຊມ​ຂອງ​ພື້ນຖານເສດຖະກິດ​ທົ່ວ​ໂລກ​ກໍ​ຕາມ ​ແຕ່​ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ຍັງ​ຄົງ​ບັນລຸ​ວົງ​ເງິນ​ສົ່ງ​ອອກ​ຫລາຍ​ພໍ​ສົມຄວນ ​ແລະ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 5 ຂະ​ແຫນງ, ຂົງ​ເຂດ ​ເຊິ່ງຍາມ​ໃດ​ກໍ​ນຳ​ຫນ້າ​ກ່ຽວ​ກັບ​ວົງ​ເງິນ​ສົ່ງ​ອອກ. ຕາມ​ຕົວ​ເລກສະຖິຕິ​ຈາກ​ສະຫະ​ສະມາຄົມ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ​ແລ້ວ, ປີ 2010 ການ​ສົ່ງ​ອອກ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຂອງ​ຫວຽດນາມ​ບັນລຸ 11,2 ຕຶ້ USD ​ແລະ ປີ 2011 ບັນ​ລຸ    ກ​ວ່າ 13,5 ຕຶ້ USD, ປີ 2012 ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ​ວາງ​ຄາດໝາຍ​ບັນລຸ​ວົງ​ເງິນ​ສົ່ງ​ອອກ​​ໃຫ້​ໄດ້ 15 ຕຶ້ USD, ​ເພີ່ມ​ຂຶ້ນ 10 -12%. ​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ ນັບ​ແຕ່​ຊຸມ​ເດືອນ​ຕົ້ນ​ປີ​ນີ້, ມີ​ວິ​ສາ​ຫະກິດ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ​ຫລາຍ​ແຫ່ງມີ​​​ໃບ​ສັ່ງ​ຊຶ້ສິນຄ້າ ​ໃນ​ນັ້ນ 70% ວິ​ສາ​ຫະກິດ​ມີ​ໃບ​ສັ່ງ​ຊຶ້​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຈົນ​ຮອດ​ທ້າຍ​ໄຕ​ມາດ 1, ບາງ​ວິ​ສາ​ຫະກິດ​ມີ​ໃບ​ສັ່ງ​ຊຶ້ດ້ວຍ​ມູນ​ຄ່າ​ສູງ​ຈົນ​ຮອດ​ທ້າຍ​ປີແລ້ວ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ສືບ​ຕໍ່​ຢືນຢັນ​ທີ່​ຕັ້ງ​ການ​ສົ່ງ​ອອກ​ຂອງ​ຕົນ. ຕາມ​ການ​ຕີ​ລາຄາ​ຂອງ​ສະຫະ​ສະມາຄົມ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ​ແລ້ວ, ປີຜ່ານມາ​​​ເຖິງ​ວ່າໃນ​ສະພາບ​ເສດຖະກິດ​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກກໍ​ຕາມ, ​ແຕ່​ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ຍັງ​ຄົງ​ບັນລຸ​ມູນ​ຄ່າ​ການ​ເຕີບ​ໂຕ​ສູງ, ຍ້ອນ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ໄດ້ ​ສ້າງສາ​ຍພົວພັນ​ທີ່​ດີ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ບັນດາ​ລູກ​ຄ້າ. ຍ້ອນ​ເຫດ​ນັ້ນ, ການ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ຕະຫລາດ​​ເດີມ​​ຮັກສາ​ຄວາມເປັນ​ປົກກະຕິຢູ່. ທ່ານ​ນາງ ຫງວຽນ​ທິ​ແທນ​ຮ່ວຽນ​, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຕັດຫຍິບ ​ເລກ 10 ​ໃຫ້​ຮູ້​ວ່າ:

        “ມີ​ບາງ​ວິ​ສາ​ຫະກິດ​ສົ່ງ​ສິນຄ້າ​ໄປ​ຍັງ​ຕະຫລາດ​​​ໃຫ່ມ, ​ແຕ່​ບໍລິສັດ​ຕັດຫຍິບ​ເລກ 10  ຍັງ​ຄົງ​ມີ​ການ​ເຕີບ​ໂຕ​ຢູ່​ບັນດາ​ຕະຫລາດ​​ເດີມຄື: ອາ​ເມ​ລິ​ກາ, ອີ​ຢູ ​ແລະ ຍີ່​ປຸ່ນ ຫາກ​ບໍ່​ທັນ​ຫັນ​ໄປ​ສູ່​ຕະຫລາດ​ອື່ນ. ຜ່ານ​ນັ້ນ ສືບ​ຕໍ່​ຢືນຢັນ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ຕົນ​ໃນ​ບັນດາ​ວິ​ສາ​ຫະກິດ​ຕຳ​ແຜ່ນ​ຕັດຫຍິບ​ເວົ້າລວມ.”

​ເພື່ອ​ຮັກສາ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ, ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​ໄດ້​ປະຕິບັດ​ຫລາຍ​ມາດ​ຕະການ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ຄຽງ​ຂ້າງ​​ການເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ, ຂ​ະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​ຍັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແລະ ປະຕິບັດ​ການ​ສ້າງ​ອົງ​ປະ​ກອບ​ຂອງ​ຂະ​ແຫນງ​ຄືນ​ໃຫມ່. ຕາມ​ການ​ປະກາດ​ຂອງ​ສະຫະ​ສະມາຄົມ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ (Vitas), ປີ 2011 ຂະ​ແຫ​ນງ ​ເຄື່ອງ​ຕັດຫຍິບ​ສ່ົງ​ອອກ​ເກີນ​ດຸນ 6,5 ຕຶ້ USD, ​ເພີ່ມ​ຂຶ້ນ 1,5 ຕຶ້ USD ​ເມື່ອ​ທຽບ​ໃສ່​ປີ 2010. ດ້ວຍ​ລະດັບ​ສົ່ງ​ອອກ​ເກີນ​ດຸນ​ນີ້, ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​ໄດ້​ຍົກ​ອັດຕາ​​ສິນຄ້າ​ຫວຽດນາມທີ່​ນຳ​ໃຊ້​ພາຍ​ໃນ​ປະ​ເທດ​ຂຶ້ນ​ເຖິງ 48%. ​ໃນ​ເງື່ອນ​ໄຂ​ທີ່​ການ​ສົ່ງ​ອອກ​ຂອງ​ທັງ​ປະ​ເທ​ດມີ​ການ​ເຕີບ​​ເປັນ​ຜົນ​ລົບນັ້ນ, ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​ແມ່ນ​ສິ່ງ​ທີ່​ຫນ້າຮັບ​ຮູ້, ພິ​ເສດ​​ແມ່ນໃນ​ເງື່ອນ​ໄຂທີ່​ກຳລັງ​ຊຶ້ຂອງ​ຕະຫລາດ​ຫລາຍ​ແຫ່ງ​ໃນ​ໂລກ​ຖືກ​ຫລຸດ​ລົງ ​ແລະ ວົງ​ເງິນ​ສົ່ງ​ອອກບາງປະ​ເພດ​ສິນຄ້າ​ຕົ້ນຕໍ​ຂອງ​ຫວຽດນາມ​ລ​​​້ວນ​ແຕ່​ຫລຸດ​ລົງ. ທ່ານ ​ເລ​ຕຽນ​ເຈື່ອງ, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ປີ 2010 ການສົ່ງອອກ​ເກີນ​ດຸນ​ແຕ່ 4,6 - 4,7 ຕຶ້ USD, ປີຜ່ານມາ​ບັນລຸ 6,5 ຕຶ້ USD ນັ້ນ​ແມ່ນ​ການ​ດັດ​ປັບ​ອັນ​ໃຫຍ່​ຫລວງ​​ໃນ​ມູນ​ຄ່າ​ສິນຄ້າ​ພາຍ​ໃນ​ປະ​ເທດ ​ແລະ ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແຫນງ​ຕຳ​ແຜ່ນ​ຕັດ​ຫຍິບ​ພາຍ​ໃນ​ປະ​ເທດ. ຂ້າພະ​ເຈົ້າ​ຄິດ​ວ່າ ​ໃນ​ໄລຍະ​ຍາວ ​ເຖິງ​ວ່າ ລາຄາ​ໃນ​​ຕະຫລາດ​ໂລກອາດ​ຈະ​ດັດ​ປັບ​​ໃຫ້​ເພີ່ມ​ຂຶ້ນ ຫລື ຖືກ​ຫລຸດ​ລົງກໍ​ຕາມ ​ແຕ່​ສິ່ງ​ສຳຄັນ​ສຳລັບ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ ​ແມ່ນ​ຈຳ​​ເປັນຕ້ອງ​        ກ​ວດກາ​ນ, ນັ້ນ​ແມ່ນ​ການ​ສົ່ງ​ອອກ​ເກີນ​ດຸນ​ຈະນຳ​ມາ​ຊຶ່ງ​ມູນຄ່າ​ເສດຖະກິດ​ສູງ​ໃຫ້​ທັງ​ປະ​ເທດ..”

ເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ ມູ້ງໄປເຖິງຈຸດໝາຍສົ່ງອອກ 15 ຕື້ USD ໃນປີ 2012. - ảnh 1

ເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ

ພາບ:vietnam.vn

​ໃນ​ໄລ​ຍະ​ຜ່ານ​ມາ, ​ເຖິງ​ວ່າ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ, ​ແຕ່​ບັນ​ດາ​ວິ​ສາ​ຫະກິດ​ໄດ້​ມີ​​ຄວາມ​ມານະ​ພະຍາຍາມ​ດ້ວຍ​ຕົນ​ເອງ​ເພື່ອ​ຊອກ​ຫາ​ກາລະ​ໂອກ​າດຢູ່​ບັນດາ​ຕະຫລາດ​​ໃຫມ່​ຄື: ຈີນ, ສ​ເກົາຫລີ, ອັງ​ໂກລາ, ນິວ​ເຢີ​ແລນ, ອິນ​ເດຍ, ລັດ​ເຊຍ. ​ໃນ​ຄວາມ​ມານະ​ພະຍາຍາມ​​ປ່ຽນ​ແທນການ​ນຳ​ເຂົ້າ​ຝ້າຍ, ແຜ່ນ​​ແພ, ​ເສັ້ນ​ໄໝ           ວັດ​ຖຸດິບ​ທີ່​ມີ​ມູນ​ຄ່າ​ຂຶ້ນ​ເຖິງ 11 ຕຶ້ USD ​ໃນ​ປີ 2011, ກຸ່ມ​ບໍລິສັດ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ (Vinatex) ຫາ​ກໍ ນຳ​ຜະລິດ​ຕະພັນ​ຂອງ​ໂຮງງານ​ເສັ້ນ​ໄໝ.Polyester ດີ່ງຫວູ  (Dinh Vu) ​ເຂົ້າ​ເຄື່ອນ​ໄຫວ​ໃນ​ທ້າ​ຍ​ປີ 2011 ຄາດ​ວ່າ​ຈະ​ຕອບ​ສະຫນອງ ​ໄດ້ 40%. ຄວາມ​ຕ້ອງການ​ກ່ຽວ​ກັບ​ເສັ້ນ​ໄໝ​​ໃຫ້​​ທັງ​ປະ​ເທດ, ປະກອບສ່ວນ​ຫລຸດຜ່ອນ​ການ​​ນຳ​ເຂົ້າ​ວັດຖຸ​ດິບ ຈາກ​ຕ່າງປະ​ເທດ. ​ເລື່ອງ​ຜະລິດ​ວັດຖຸ​ດິບ​ໄດ້​ເອງ, ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ຈະ​ຊ່ວຍ​ໃຫ້​ຂະ​ແຫນ​ງຕຳ​ແຜ່ນ​ຕັດຫຍິບ​ເປັນ​ເຈົ້າ​ການ​ກວ່າ​ໃນການ​ເຊັນ​ສັນຍາ​ສ່ົງ​ອອກສິນຄ້າ​ດ້ວຍ​ມູນ​ຄ່າສູງ, ມີ​ຄຸນ​ຄ່າ ​ແລະ ສຳຄັນ ​ແມ່ນ​ຫລຸດຜ່ອນ​ຄວາມ​ສ່ຽງ ​ແລະ ກຳລັງ​ດັນ​​​ເມື່ອ​ມີການ​ເໜັງ​ຕີງ​ລາຄາ​ວັດຖຸ​ດິບ​ໃນ​ຕະຫລາດ​ໂລກ. ດ້ານ​ອື່ນ, ບັນດາ​ມາດ​ຕະການ​ຂອງ​ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​ໃນ​ຊຸມ​ປີ​ຈະມ​າ​ເຖິງ ​ແມ່ນ​ ສຸມ​ໃສ່​ຍົກ​ສູງ​ອັດຕາ​ສ່ວນ​ຜະລິ​ດສິນຄ້າ​ສົ່ງ​ອອກ​ຕາມ​ຮູບ​ການ ຊຶ້ວັດຖຸ​ດິບ ຂາຍ​ຜະລິດ​ຕະພັນສຳ​ເລັດ​ຮູບ (FOB) ​ແລະ ອອກ​ແບບ​ເອງ, ຜະລິດ ​ແລະ ຂາຍ​ຜະລິດ​ຕະພັນ​ໃຫ້​ແກ່​ລູກ​ຄ້າ (ODM). ຄາດໝາຍ​ການ​ສົ່ງ​ອອກ​ຂອງ​ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​ປີ 2012 ​ບັນລຸ​ໃຫ້​ໄດ້​ຕົວ​ເລກ 15 ຕຶ້ USD. ​ເພື່ອບັນລຸ​​ ​ຄາດໝາຍ​ນີ້ໃຫ້​ໄດ້ ຂະ​ແຫນງ​ຕຳ​ແຜ່ນ​ຕັດ​ຫຍິບ​ອາດ​ຈະ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ຍ້ອນ​ວິ​ກິດ​ການ​ເສດຖະກິດ​ໂລກ​ບໍ່​ທັນ​ຟື້ນ​ຕົວ​ເທື່ອ, ຫນິ້ສິນ​ຂອງ​ລັດ​ຢູ່ ປະ​ເທດ ເອີ​ລົບ ​ຈຳນວນ​ຫນຶ່ງ​ ​ ຍັງ​ບໍ່​ທັນ​ຢຸດ​ຕິ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ດ້ວຍ​ບັນດາ​ບົດຮຽນ​ທີ່​ຖອດ​ຖອນ​ມາ​ໄດ້​ໃນ​ປີ 2011, ປີ 2012 ນີ້ ຂະ​ແຫ​ນງ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ ພວມ​ມານະ​ພະຍາຍາມ​ສູ້​ຊົນ​ບັນລຸ​ຄາດໝາຍ​ທີ່​ໄດ້ວາງອອກ ​ແລະ ​ຫວັງ​ວ່າຈະ​ແມ​່ນປີ​ແຫ່ງ​ການ​ພັດທະນາ​ດີ​ພໍ​ສົມຄວນ./.

ໂຕຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ