ເຊີນ​ລາ​ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດພໍ່​ແມ່​ປະ​ຊາ​ຊົນ​ ​ຊົນເຜົ່າ​ສ່ວນ​ໜ້ອຍ

(VOVWORLD) -ແຂວງເຊີນລາມີ 12 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ໃນນັ້ນພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍກວມເອົາເກືອບ 85%. ໃນໄລຍະຜ່ານມາ, ແຂວງເຊີນລາ ໄດ້ຍາດແຍ່ງການໜູນຊ່ວຍຈາກບັນດາໂຄງການຂອງລັດຖະບານ ເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງເຂດພູດອຍ, ເພື່ອແນໃສ່ສ້າງກຳລັງໜູນຊຸກຍູ້ດ້ານເສດຖະກິດ - ສັງຄົມ ບັນດາທ້ອງຖິ່ນພັດທະນາ. ຍ້ອນແນວນັ້ນ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍໃນບໍລິເວນແຂວງ ໄດ້ຮັບການປົວແປງຫຼາຍພໍສົມຄວນ.

ເຊີນ​ລາ​ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດພໍ່​ແມ່​ປະ​ຊາ​ຊົນ​ ​ຊົນເຜົ່າ​ສ່ວນ​ໜ້ອຍ - ảnh 1ໜູນຊ່ວຍພັດທະນາການລ້ຽງສັດ (ພາບ: VOV)

ຈາກການໜູນຊ່ວຍຂອງນະໂຍບາຍຊົນເຜົ່າ ແລະ ທະນາຄານນະໂຍບາຍສັງຄົມ ເມືອງມົກເຈົາ, ຄອບຄົວປ້າ ຊູ່ງທິຢາ, ຢູ່ບ້ານ ຕາເຝັ່ງ, ຕາແສງ ເຕິນເລິບ, ເມືອງ ມົກເຈົາ ໄດ້ຮັບການກູ້ຢືນທຶນເພື່ອທຳການຜະລິດ, ລ້ຽງສັດ ພັດທະນາເສດຖະກິດ. ເມື່ອທຽບໃສ່ຫຼາຍປີກ່ອນ, ປັດຈຸບັນ ຄອບຄົວຂອງປ້າກໍ່ມີຊີວິດການເປັນຢູ້ເປັນປົກກະຕິ  ແລະ ດີຂຶ້ນຫຼາຍ, ທຸກຄົນກໍ່ມີຄວາມອຸ່ນອ່ຽນໃຈ ອອກແຮງງານທຳການຜະລິດ. ປ້າຢາ ໃຫ້ຮູ້ວ່າ:

ຍ້ອນໄດ້ຮັບຄວາມເອົາໃຈໃສ່, ການໜູນຊ່ວຍຈາກອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ, ຄອບຄົວຂ້າພະເຈົ້າໄດ້ກູ້ຢືນເງິນເພື່ອມີເງິນປູກຕົ້ນໝາກກ້ຽງ 200 ຕົ້ນ, ໄດ້ລ້ຽງໝູ ແລະ ໄກ່ຢູ່ສວນ. ນັບແຕ່ປີ 2019 ມາຮອດປັດຈຸບັນ, ແຕ່ລະປີ, ຄອບຄົວຂ້າພະເຈົ້າໄດ້ເກັບກຽວ ແລະ ຂາຍໝາກກ້ຽງໄດ້ປະມານແຕ່ 4 5 ໂຕນ, ຂາຍໄກ່ນັບຮ້ອຍໂຕ, ໝູນັບສີບໂຕ, ເສດຖະກິດ, ຊີວິດຂອງຄອບຄົວນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ຕາແສງເຕີນເລີບ, ເມືອງມົກເຈົາ ມີ 15 ບ້ານ, ເຂດບ້ານ, ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍກວມເອົາ 90%. ຍ້ອນບັນດາໂຄງການ, ນະໂຍບານໜູນຊ່ວຍການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຄື: ໂຄງການ 30a, ໂຄງການ 135, ໂຄງການກໍ່ສ້າງຊົນນະບົດໃໝ່, ໃນຊຸມປີຜ່ານມາ, ໂສມໜ້າຂອງຊົນນະບົດຕາແສງກໍ່ມີການປ່ຽນແປງຢ່າງຕັ້ງໜ້າ, ຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຍົກສູງຂຶ້ນ. ທ່ານ ບ່ານວັນເຟືອງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ເຕິນເລິບ, ເມືອງມົກເຈົາ ໃຫ້ຮູ້ວ່າ:

ຍ້ອນມີແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ມີການປ່ຽນແປງ ແລະ ພັດທະນາດີພໍສົມຄວນ, ບັນເທົາຄວາມຫຍຸ້ງຍາກຫຼາຍເມື່ອທຽບໃສ່ກັບຊຸມປີກ່ອນ, ຫຼາຍຄອບຄົວມີກິນມີໃຊ້, ມີໄວ້ມີເຫຼືອ, ຊື້ເຄື່ອງຂອງໃຊ້ສອຍໃນຄອບຄົວ. ໃນໄລຍະຈະມາເຖິງ, ຕາແສງຈະສືບຕໍ່ສຳຫຼວດກວດກາຄອບຄົວທຸກຍາກ, ໃກ້ທຸກຍາກ ເພື່ອສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ.

ນັບແຕ່ປີ 2020 ມາຮອດປັດຈຸບັນ, ຈາກແຫຼ່ງທຶນຂອງໂຄງການ 135 ຈຳນວນກ່ວາ 12,7 ຕື້ດົ່ງ, ເມືອງອຽນເຈົາ ໄດ້ລົງທຶນກໍ່ສ້າງໃໝ່, ປະຕິສັງຂອນ ບຳລຸງຮັກສາບັນດາກິດຈະກຳຄົມມະນາຄົມທາງບົກ; ລົງທຶນສ້າງລະບົບຕາໜ່າງໄຟຟ້າ-ໂຮງຮຽນ-ສຸກສາລາ ເພື່ອຮັບໃຊ້ຄວາມຕ້ອງການທີ່ຈຳເປັນຂອງປະຊາຊົນ. ຢູ່ຫຼາຍບ່ອນ, ອຳນາດການປົກຄອງທຸກຂັ້ນ, ພະນັກງານ, ສະມາຊິກພັກ ໄດ້ຮ່ວມເດີນທາງກັບພໍ່ແມ່ປະຊາຊົນໃນການອອກແຮງງານ, ທຳການຜະລິດ, ຈາກນັ້ນ ຊ່ວຍປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ທ່ານ ລືວັນຈຸງ, ຫົວໜ້າຫ້ອງການຊົນເຜົ່າ ເມືອງ ອຽນເຈົາ, ແຂວງເຊີນລາ ໃຫ້ຮູ້ວ່າ: ຈາກບັນດາໝາກຜົນໃນການປະຕິບັດບັນດານະໂຍບາຍໜູນຊ່ວຍສຳລັບພໍ່ແມ່ປະຊາຊົນຊົນເຜົ່າ, ບັນດາຕາແສງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນເມືອງ ໄດ້ສ້າງປະຖົມປັດໄຈອັນເປັນພື້ນຖານເທື່ອລະກ້າວ ເພື່ອບັນດາທ້ອງຖິ່ນມີການປ່ຽນແປງຢ່າງຈະແຈ້ງກ່ຽວກັບທຸກດ້ານ, ປະກອບສ່ວນປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່. ທ່ານ ຈຸງ ໃຫ້ຮູ້ວ່າ:

ມີຫຼາຍຄອບຄົວຊົນເຜົ່າສ່ວນໜ້ອຍໄດ້ໝູນໃຊ້ເຕັກໂນໂລຢີເຕັກນິກເຂົ້າໃນການຜະລິດ, ກະເສດສຸມ ເພີ່ມລະດູ ແລະ ຕັ້ງໜ້າຫັນປ່ຽນໂຄງປະກອບຜະລິດຕາມທິດຜະລິດເປັນສິນຄ້າ ເພື່ອບືນຕົວຂຶ້ນ ຫຼຸດພົ້ນອອກຈາກຄວາມທຸກຍາກ, ຈຳນວນຄອບຄົວທຸກຍາກໄດ້ຫຼຸດລົງຕາມແຕ່ລະປີ. ມີຫຼາຍໂຄງການພື້ນຖານໂຄງລ່າງ ໄດ້ຮັບການລົງທຶນ, ກໍ່ສ້າງຢ່າງໃຫຍ່ໂຕ ແລະ ສວຍງາມ ເຮັດໃຫ້ໂສມໜ້າຂອງຊົນນະບົດມີການປ່ຽນແປງຢ່າງຈະແຈ້ງ, ພາລະກິດແຫ່ງການສຶກສາບຳລຸງສ້າງ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນສືບຕໍ່ໄດ້ຮັບການພັດທະນາ.

ພ້ອມກັບເມືອງອຽນເຈົາ, ເມືອງ ມົກເຈົາ, ບັນດາທ້ອງຖິ່ນຢູ່ ເຊີນລາ ກໍ່ໄດ້ ແລະ ພວມຜັນຂະຫຍາຍບັນດາໂຄງການ, ນະໂຍບາຍໜູນຊ່ວຍສຳລັບພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ໃນບໍລິເວນຢ່າງມີປະສິດທິຜົນ. ນອກຈາກບັນດານະໂຍບາຍໜູນຊ່ວຍກ່ຽວກັບເສດຖະກິດແລ້ວ, ບັນດາທ້ອງຖິ່ນກໍ່ມີຄວາມເອົາໃຈໃສ່ເປັນພິເສດ ຕໍ່ວຽກງານການສຶກສາ, ສາທາລະນະສຸກ, ວັດທະນະທຳ... ຢູ່ເຂດພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ. ທ່ານ ເລືອງວັນຕວານ, ຮອງຫົວໜ້າຄະນະຊົນເຜົ່າແຂວງເຊີນລາ ໃຫ້ຮູ້ວ່າ:

ບັນດານະໂຍບາຍໄດ້ຫັນເປັນລະອຽດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ເຂດຊົນເຜົ່າສ່ວນໜ້ອຍ, ເຮັດໃຫ້ໂສມໜ້າເຂດພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍພັດທະນາຢ່າງຮອບດ້ານ. ພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ຖະໜົນຫົນທາງ, ໄຟຟ້າ, ຄົມມະນາຄົມ, ຊົນລະປະທານ, ໂຮງຮຽນ ແລະ ບັນດາໂຄງການສະວັດດີການຕ່າງໆ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ອັດຕາຄອບຄົວທຸກຍາກທີ່ເປັນຊາວເຜົ່າສ່ວນໜ້ອຍກໍ່ຫຼຸດລົງແຕ່ 3 5%/ປີ, ຊື່ງໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ສ່ວນຫຼາຍປ່ຽນແປງຄວາມຮັບຮູ້, ປ່ຽນແປງກ່ຽວກັບຄວາມລຶ້ງເຄີຍໃນການຜະລິດ, ເພີ່ມທະວີລາຍຮັບຢ່າງເປັນປົກກະຕິ ແລະ ປົວແປງຊີວິດການເປັນຢູ່, ພິເສດໃນເບື້ອງຕົ້ນກໍ່ໄດ້ສ້າງຮູບແບບເສດຖະກິດການຕະຫຼາດ.

ເພື່ອສືບຕໍ່ຜັນຂະຫຍາຍບັນດານະໂຍບາຍຊົນເຜົ່າ ຢ່າງມີປະສິດທິຜົນ, ແຂວງເຊີນລາ ໄດ້ສ້າງແຜນຮ່າງ, ມະຕິຂອງຄະນະປະຈຳຄະນະພັກແຂວງ ກ່ຽວກັບ “ການພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແຂວງເຊີນລາ ໄລຍະ 2021 – 2025, ກຳນົດທິດຮອດປີ 2030” ເພື່ອແນໃສ່ສືບຕໍ່ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ, ລະດົມຫຼາຍແຫຼ່ງກຳລັງໃຫ້ແກ່ການລົງທຶນພັດທະນາ, ໃຫ້ບຸລິມະສິດການລົງທຶນ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ແກ້ໄຂຄວາມຫຍຸ້ງຍາກ, ຄວາມອັດອັ້ນຕັນໃຈ ຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ຍູ້ແຮງການນຳໃຊ້ຄວາມຄືບໜ້າດ້ານວິທະຍາສາດເຕັກນິກໃນການຜະລິດ. ຈາກນັ້ນ, ໄດ້ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍແຂວງ ເຊີນລາ./.

ຕອບກັບ

ຂ່າວ/ບົດ​ອື່ນ