ເສດຖະກິດຫວຽດນາມຮັກສາລະດັບເຕີບໂຕດີພໍ່ສົມຄວນແລະມີສະຖຽນລະພາບໃນປີ2016

(vovworld) - ເສດ​ຖະ​ກິດ​ຫວຽດ​ນາມ​ປີ 2016, ເຖິງວ່າ​ຍັງ​ບໍ່​ທັນ​ມີ​​ບາດ​ກ້າວ​ບຸກ​ທະ​ລຸ​​ກໍ່​ຕາມ, ແຕ່​ຍັ​ງ​ຄົງ​ຮັກ​ສາ​ໄດ້​ລະ​ດັບ​ເຕີບ​ໂຕ​ດີ​ພໍ​ສົ​ມ​ຄວນ ແລະ ​ມີສະ​ຖຽນ​ລະ​ພາບ​ນັ້ນ ແມ່ນ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ. ບົດ​ຂຽນ “ປີ 2016, ເສດ​ຖະ​ກິດ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ພ​ໍ​ສົມ​ຄວນ ແລະ ມີສະ​ຖຽນ​ລະ​ພາບ” ຂອງ​ໂຕ​ຕ໋ວນ, ນັກ​ຂ່າວ VOV.


ເສດຖະກິດຫວຽດນາມຮັກສາລະດັບເຕີບໂຕດີພໍ່ສົມຄວນແລະມີສະຖຽນລະພາບໃນປີ2016 - ảnh 1
(ພາບ​ປະ​ກອບ​: ອີນ​ເຕີ​ແນັດ)

ປີ 2016, ການ​ເຕີບ​ໂຕ GDP ຂອງ​ຫວຽດ​ນາມ ທັງ​ປີ ບັນ​ລຸ 6,21%. ເຖິງວ່າບໍ່​ບັນ​ລຸ​ໄດ້​ຄາດ​ໝາຍ​​ຂອງ​ແຜນ​ການ​ໂດຍ​ສະ​ພາ​ແຫ່ງ​ຊາດ​ວາງ​ອອກ​ແມ່ນ 6,7% ກໍ​ຕາມ, ແຕ່ກໍ່​ໄດ້​​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາວ​ິ​ສາ​ຫ​ະ​ກິດ, ບັນ​ດາ​ນັກ​ຜະ​ລິດ​ໃນ ໜຶ່ງ​​ປີ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ​້ງ​ຍາກ​ຫຼາຍ​ຢ່າງ. ສາຍ​ເຫດ​ຕົ້ນ​ຕໍທີ່​​ພາ​ໃຫ້​ລະ​ດັບ​ການ​ເຕີບ​ໂຕ​ຍັງບໍ່​ທັນ​ບັນ​ລຸ​ໄດ້​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ແມ່ນ​ຍ້ອ​ນ​ສາຍ​ເຫດ​​ຕ່າງໆ​ຄື: ສະ​ພາບ​ໄ​ພທຳ​ມະ​ຊາດ, ໄພ​ແຫ້ງ​ແລງ, ນ້ຳ​ເ​ຄັມ​ຊຶມ​ເຂົ້າ​ຢູ່​ເຂດ​ທົ່ງ​ພຽງ​ແມ່ນ​້ຳ​ຂອງ​ທາງ​ພາກ​ໃຕ້ໄດ​້​ສົ່ງ​ຜົນ​ສະ​ທ້ອນບໍ່​​ແມ່ນ​ໜ້ອຍ​ເຖິງສະ​ພາບ​ຜະ​ລິດ​ກະ​ສິ​ກຳ. ຄຽງ​ຂ້າງນັ້ນ, ການ​ສົ່ງ​ອອກ​ຖືກ​ຫຼຸດ​ລົງ ລວມ​ທັງ​ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ໂລກກໍ່​ຫຼຸດ​ລົງ ພ້ອມ​ກັບ​ການ​ໜັງ​ຕີງ​ໃນ​ຕະ​ຫຼາດ​ສາ​ກົນ ໄດ້​ສົ່ງ​ຜົນ​ກະ​ທົບບໍ່​ແມ່ນ​​ໜ້ອຍ​ເຖິງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽ​ດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ຂະ​ນະ​ທີ່ມີບາງ​ຂະ​ແໜງ​​​ກະ​ສິ​ກຳ, ປ່າ​​​ໄມ້ ແລະ ສິນ​ໃນ​ນ້ຳ ພວ​ມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກໍ​່ຕາມ, ບັນ​ດາ​ຂົງ​ເຂດ​ການ​ບໍ​ລິ​ການ, ອຸດ​ສາ​ຫະ​ກຳ, ຜະ​ລິດ, ປຸງ​ແຕ່ງ, ​ການກໍ່​ສ້າງ… ພັດ​ມີ​ລະ​ດັບ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ດັດ​​ຊະ​ນີ​ເຕີບ​ໂຕ​ຂອງ​ຂະ​ແໜງ​ປຸງ​ແ​ຕ່ງ, ສ້າງ​ສົ້ນ​ອອກ​ມີສະ​ຖຽນ​ລະ​ພາບ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ ຟ້າມ​ດິ່ງ​ຖຸຍ, ຫົວ​ໜ້າ​ກົມ​ສະ​ຖິ​ຕິອ​ຸດ​ສາ​ຫະ​ກຳ ໃຫ້​ຮູ້​ວ່າ.

        “ດັດ​ຊະ​ນີການ​ຜະ​ລິດ​ອຸ​ດ​ສາ​ຫະ​ກຳ​ຂອງ​ຂະ​ແໜງຜະ​ລິດ​ປຸງ​ແຕ່ງ​ເພີ່ມ​ຂຶ້ນ​ສູງກວ່າ​ໝູ່​ໃນ​ຫຼາຍ​ປີ​ຜ່ານ​ມາ. ນີ້​ແມ່ນ​ສັນ​ຍານ​​ຕັ້ງ​ໜ້າ, ໜ້າຊົມ​ຊື່ນ​. ມີ​ສັນ​ຍານ​ໜຶ່ງ​ອີກນັ້ນ​ແມ່ນ, ອຸດ​ສາ​ຫະ​ກຳ​ຜະ​ລິດປຸງ​ແຕ່ງ​ມີ​​ສະ​ຖຽນ​ລະ​ພາບ. ສິ່ງ​ດັ່ງ​ກ່າວ​ຊີ້​ໃຫ້​ເຫັນ​ວ່າ, ການຜະ​ລິດ​ອຸດ​ສາ​ຫະ​ກຳ, ພິ​ເສດ​ແມ່ນ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ປຸງ​ແ​ຕ່ງ​ໄດ້​​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ, ຊ່ວຍ​ໃຫ້​​ລະ​ດັບເຕີບ​ໂຕ​ລວມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ປີນີ້”.

        ພິ​ເສດ, ປີ 2016 ແມ່ນ​ປີ​ເປັນ​ຂີດ​ໝາຍ​ໃນ​ຂົງ​ເຂດ​ເສດ​ຖະ​ກ​ິດ​ຕ່າງ​ປະ​ເທດ ເມື່ອ​ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​​ເຂດຄ້າ​ຂາຍ​ເສ​ລ​ີ ດ້ວຍ​ການ​ລົງ​ນາມ​ໃນ​ບັນ​ດາ​ສັນ​ຍາ FTA ທີ່​ໄດ້ ແລະ ພວມ​ມີ​ຜົນ​ສັກ​ສິດ. ໃນ​ປີ 2016, ເສດ​ຖະ​ກິດ​ຫວຽດ​ນາມ ​ມີ​ຈຸດ​ພົ້ນ​ເດັ່ນນັ້ນ​ແມ່ນ, ບັນ​ດາວິ​ສາ​ຫະ​ກິດ​ມີ​ເງິນ​ລົງ​ທຶນ​​ໂດຍ​ກົງຈາກ​ຕ່າງ​ປະ​ເທດ (FDI) ​ໄດ້​ຮັບ​ການພັດ​ທະ​ນາ​​ນັບທັງ 2 ​ດັ​ດ​ຊະ​ນີ​ຄື: ​ດ້ານ​ທຶນ​ຄຳ​ໝັ້ນ​ສັນ​ຍາ ແລະ ທຶນ​ເພີ່ມ​ເຕີມ, ພ້ອ​ມ​ທັງ​ຮັກ​ສາ​ໄດ້​ລະ​ດັບ​ປ່ອຍ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ. ບັນ​ດາ​ວິ​ສາຫ​ະ​ກິດ FDI ໄດ້​ປ​ະ​ກອບ​ສ່ວນເຂົ້າ​ລະ​ດັບ​ເຕີບ​ໂຕ, ໃນ​ການສົ່ງ​ອອກ​​ແມ່ນ 70%. ນີ້​ແມ່ນ​ປະ​ຖົມ​ປັດ​ໃຈ​ອັນ​ຕັ້ງ​ໜ້າ​ເພື່ອ​ໃຫ້​ຫວຽດ​ນາມ ​ຍູ້​ແຮງ​ການພັດ​ທະ​ນາ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ.

        ສິ່ງ​ທີ່​ໜ້າ​ສົນ​ໃຈ​ອັນ​ໜຶ່ງໃນ​ປີຜ່ານ​ມາ, ນັ້ນ​ແມ່ນໄດ້ມີ​ບາງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຜະ​ລິດປຸງ​ແ​ຕ່ງ, ຜະ​ລິດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ, ພິ​ເສດ​ແມ່ນ​ການ​ຜະ​ລິດຜັກ, ໝາກ​ໄມ້ ຍ້ອນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຮັກ​ສາ ແລະ ຂັ້ນ​ຕອນ​ຜະ​ລິດ​​ປອດ​ສານ​ພິດ ຕອບ​ສະ​ໜອງ​ບັນ​ດາ​ມາດ​ຕະ​ຖານ​ສາ​ກົນ ​ບັນ​ລຸ​ໄດ້ລະ​ດັບ​ເຕີບ​ໂຕ​​ສູງກວ່າ. ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ດ້ານ​ຕັ້ງ​ໜ້ານີ້, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຫງວຽນ​ມິງ​ຟອງ ໃຫ​້​ຂໍ້​ສັງ​ເກດ​ວ່າ.

        “ນີ້​ແມ່ນ​​ຜົນ​ສຳ​ເ​ລັດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ປ່ຽນ​ໃໝ່ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ ຕາມ​ທິດ​ເຊື່ອມ​ໂຍງ​​ທີ່​ດີກວ່າ, ​ຮັບ​​ຮອງທ່າ​ອ່ຽງ​ເຊື່ອມ​ໂຍງຂອງ​ໂລກ ​ເພື່ອ​ສ້າງ​ບັນ​ດາ​ບາດ​ລ້ຽວ​ຕັ້ງ​ໜ້າ. ຫວຽດ​ນາມ ໄດ້​ລົງ​ນາ​ມ​​ໃນ​ດຳ​ລັດ, ສັນ​ຍາ 2 ຝ່າຍ​ນັບ​ຮ້ອຍ​ສະ​ບັບ, ນັບ​ທັງ​ການ​ປົກ​ປ້ອ​ງ​ການ​ລົງ​ທຶນ ແລະ ສົ່ງ​ເສີມ​ດ້ານ​ການ​ຄ້າ​ດ້ວຍ 11 ສັນ​ຍາ FTA, ຍ້ອນ​ເຫດນັ້ນ​ໄດ້​ສ້າງ​ເງື່ອນ​ໄຂ​ນັບ​ມື້​ນັບ​​ມີ​ຄວາມສະ​ເໝີ​ພາບກວ່າ, ເສ​ລີກວ່າ​ທາງ​ດ້ານ​ການ​ຄ້າ​ສາ​ກົນ​ກັບ​ເຄິ່ງ​ໜຶ່ງ​ໂລກ”.

        ປີ 2016, ຫວຽດ​ນາມ ກໍ​ມີ​ບາດ​ກ້າວ​ໃນ​ການ​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​​ແຫ່ງ​ການດຳ​ເນີນ​ທຸ​ລະ​ກິດ. ສິ່ງ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ພໍ​ສົມ​ຄວນ, ພ້ອມ​ທັງ​ຊ່ວຍວ​ິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ລົງ​ທຶນ​ເປີ​ດກວ້າງ​ການ​ຜະ​ລິດ, ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ໃໝ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ລັດ​ຖະ​ບານ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ຊຸມ​ປີ​ຕໍ່ໆ​ໄປ.

ຂ່າວ/ບົດ​ອື່ນ