ເສີມຂະຫຍາຍບົດບາດຂອງການຂົນສົ່ງທາງນ້ຳຢູ່ພາຍໃນປະເທດໃນພື້ນຖານເສດຖະກິດ

(VOVWORLD) -ວັນສາກົນເຄື່ອນໄຫວເພື່ອບັນດາແມ່ນ້ຳປີ 2024 (ວັນທີ 14 ມີນາ) ມີຫົວຂໍ້ວ່າ “ນ້ຳເພື່ອທຸກສິ່ງທຸກຢ່າງ” ແນໃສ່ເນັ້ນຫນັກເຖິງຄວາມສຳຄັນຂອງນ້ຳໃນຊີວິດການເປັນຢູ່ທາງດ້ານເສດຖະກິດ, ສັງຄົມຂອງແຕ່ລະປະເທດ. ດ້ວຍແມ່ນ້ຳລຳເຊກວ່າ 2.360 ສາຍ ຍອດລວງຍາວປະມານ 41.900 km ຫວຽດນາມ ມີທ່າໄດ້ປຽບໃຫຍ່ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງບັນດາແມ່ນ້ຳລຳເຊ. ຂະແຫນງຄົມມະນາຄົມຂົນສົ່ງ, ບັນດາແຂວງ, ນະຄອນ ໄດ້, ພວມມີບັນດາມາດຕະການລະອຽດເພື່ອເພີ່ມການປະກອບສ່ວນຂອງການຂົນສົ່ງທາງນ້ຳໃນພື້ນຖານເສດຖະກິດ.

ເສີມຂະຫຍາຍບົດບາດຂອງການຂົນສົ່ງທາງນ້ຳຢູ່ພາຍໃນປະເທດໃນພື້ນຖານເສດຖະກິດ - ảnh 1ດ້ວຍແມ່ນ້ຳ, ຄອງນ້ຳ ກວ່າ 2.360 ສາຍ, ຍອດຄວາມຍາວເກືອບ 41.900km, ຫວຽດນາມ ມີທ່າໄດ້ປຽບໃຫຍ່ກ່ຽວກັບການເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງບັນດາລຳແມ່ນ້ຳ. ພາບປະກອບ:TTXVN

ຄວາມສາມາດບົ່ມຊ້ອນການຂົນສົ່ງທາງນ້ຳຂອງຫວຽດນາມ ຢືນອັນດັບທີ 4 ຂອງໂລກ ດ້ວຍລະບົບການຂົນສົ່ງທາງນ້ຳທີ່ພັດທະນາຢ່າງກວ້າງຂວາງ ແລະ ຄວາມໜາແໜ້ນຂອງແມ່ນ້ຳລຳເຊ. ເສັ້ນທາງນ້ໍາດ້ວຍຄວາມຍາວນັບຫຼາຍໝື່ນກິໂລແມັດສາມາດຮັບເຮືອກຳປັ່ນໄປມາໄດ້. ສະເພາະຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ປະຈຸບັນມີທ່າກຳປັ່ນທະເລ 12 ແຫ່ງ, ທ່າເຮືອ 35 ແຫ່ງ, ຍາວ 4,9 ກິໂລແມັດ, ສາມາດຮັບກຳປັ່ນຂະໜາດໃຫຍ່ໄດ້ເຖິງ 20.000 DWT ແລະ ຍອດສະມັດຕະພາບການຜະລິດ 20 – 30 ລ້ານໂຕນ/ປີ.

ນອກນັ້ນ, ເຂດນີ້ຍັງມີທ່າກຳປັ່ນພາຍໃນ 57 ແຫ່ງ ແລະ ທ່າເຮືອເກືອບ 4.000 ແຫ່ງ. ລະບົບທາງນ້ຳຈາກນະຄອນໂຮ່ຈິມິນ ສາມາດເຊື່ອມຕໍ່ການຂົນສົ່ງກັບບັນດາແຂວງທາງທິດຕາເວັນຕົກໂດຍຜ່ານຄອງ, ລຳນ້ຳໄດ້ຢ່າງງ່າຍດາຍ, ໂດຍສະເພາະແມ່ນໂຄງການເປີດກວ້າງຄອງນ້ຳ ເຈີ້ກ້າວ. ນີ້ແມ່ນເສັ້ນທາງຄົມມະນາຄົມຂົນສົ່ງທາງນ້ຳອັນສຳຄັນຂອງເຂດທົ່ງພຽງແມ່ນ້ຳຂອງ ທີ່ໄດ້ຮັບການກໍ່ສ້າງສຳເລັດ, ກຳປັ່ນ ແລະ ສິນຄ້າສາມາດໄປຮອດທຸກແຂວງທາງທິດຕາເວັນຕົກພາກໃຕ້. ທ່ານ ເຢືອງແທງຮຶງ, ຫົວໜ້າໂຄງການທາງນ້ຳ, ກະຊວງຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ:

 “ໂຄງການເປີດກວ້າງຄອງນ້ຳ ເຈີ້ກ້າວ ໄດ້ຮັບການກໍ່ສ້າງສຳເລັດໂດຍໄວ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ. ເມື່ອໂຄງການດັ່ງກ່າວສຳເລັດສົມບູນຕາມແຜນການ, ປະລິມານສິນຄ້າໄປຜ່ານແມ່ນບັນລຸ 70 ລ້ານໂຕນ ແລະ ຖ້າມີການປ່ຽນແປງຂອງກຳປັ່ນ ແມ່ນຈະບັນລຸ 80 ລ້ານໂຕນ. ການສົ່ງອອກສິນຄ້າຈາກເຂດທົ່ງພຽງແມ່ນ້ຳຂອງຜ່ານທ່າກຳປັ່ນ ໄຊງ່ອນ ແລະ ນະຄອນໂຮ່ຈິມິນ ແລະ ທ່າກຳປັ່ນ ບ່າເຣ້ຍ - ຫວູງເຕົາ ໄດ້ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດຢ່າງໃຫຍ່ຫຼວງ”.

ຢູ່ພາກເໜືອ, ເສັ້ນທາງຂົນສົ່ງທາງນ້ຳຈາກແຂວງ ກວາງນິງ, ຫາຍຟ່ອງ ຫາ ຫວຽດຈີ່, ຝູເຖາະ ມີຄວາມຍາວກວ່າ 200 ກິໂລແມັດ.  ການຂົນສົ່ງນີ້ແມ່ນສະດວກຫຼາຍສໍາລັບຍານພາຫະນະທາງນ້ໍາທີ່ຂົນສົ່ງຕູ້ຄອນເທນເນີຈາກທ່າເຮືອນ້ໍາໄປຫາທ່າກຳປັ່ນທະເລ. ທ່ານ ຫງວຽນຊວນຊາງ, ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ:

 “ທ້າຍໄຕມາດທີ 3 ປີ 2021, ກະຊວງຄົມມະນາຄົມຂົນສົ່ງ ໄດ້ຊີ້ນຳກົມທາງນ້ຳພາຍໃນຢູ່ຫວຽດນາມ ຄົ້ນຄວ້າ ແລະ ສ້າງຕົວແບບເສັ້ນທາງຄົມມະນາຄົມທາງນ້ຳຈາກ ຫາຍຟ່ອງ ໄປຫາ ຫວຽດຈີ. ພວກເຮົາໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງອື່ນໆ ເພື່ອສ້າງແຜນການຮັບປະກັນໃຫ້ບັນດາພາຫະນະຂົນສົ່ງໄດ້ຊົມໃຊ້ເງື່ອນໄຂທີ່ດີທີ່ສຸດກ່ຽວກັບລະບຽບການບໍລິຫານ”.

ພ້ອມກັບການກໍ່ສ້າງຕົວແບບເສັ້ນທາງຂົນສົ່ງທາງນ້ຳພາຍໃນ, ລັດ ກໍ່ໄດ້ເອົາໃຈໃສ່ການຂົນສົ່ງຈາກສາງໄປຮອດທ່າກຳປັ່ນ. ທ່າເຮືອ ເກຫວໍ (ບັກນິງ) ແມ່ນຕົວຢ່າງຫນຶ່ງ. ດ້ວຍເປົ້າໝາຍກາຍເປັນທ່າເຮືອປາຍທາງ, ທ່າເຮືອ ເກຫວໍ ແມ່ນທ່າເຮືອ ICD ທີ່ສາມາດເຮັດລະບຽບການໃຫ້ສິນຄ້ານຳເຂົ້າສົ່ງອອກຢູ່ກັບທ່າເຮືອໄດ້ເລີຍ. ທ່ານ ຫງວຽນຊວນຊາງ, ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ:

 “ກະຊວງຄົມມະນາຄົມຂົນສົ່ງກໍ່ໄດ້ມີຂໍ້ສະເໜີນຳເອົາເຂົ້າໃນແຜນການໄລຍະກາງ. ຢູ່ພາກໃຕ້, ໂຄງການເປີດກວ້າງຄອງນ້ຳ ເຈີ້ກ້າວ ໄດ້ກໍ່ສ້າງສຳເລັດແລ້ວ; ໂຄງການພັດທະນາແລວທາງ ຂົນສົ່ງ Logistic ທາງທິດຕາເວັນອອກ ແລະ ຕາເວັນຕົກພາກໃຕ້ ກໍ່ໄດ້ຮັບການອະນຸມັດ. ຢູ່ພາກເໜືອ, ນອກຈາກແຫລ່ງທຶນຂອງທະນາຄານໂລກ (World Bank) ແລ້ວ, ກໍ່ຍັງມີໂຄງການໄລຍະກາງເພື່ອຍົກລະດັບ  ສ້ອມແປງຂົວດວງ”.

ເສີມຂະຫຍາຍບົດບາດຂອງການຂົນສົ່ງທາງນ້ຳຢູ່ພາຍໃນປະເທດໃນພື້ນຖານເສດຖະກິດ - ảnh 2ທ່ານ ຫງວຽນຊວນຊາງ, ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ. ພາບ:TTXVN

ການພັດທະນາຢ່າງວ່ອງໄວຂອງເສດຖະກິດຫວຽດນາມ ຮຽກຮ້ອງໃຫ້ລະບົບການຂົນສົ່ງ ທາງບົກ, ທາງລົດໄຟ, ການບິນ ແລະ  ທາງນ້ຳ ຕ້ອງພັດທະນາໃຫ້ສົມຄູ່. ໃນສະພາບການນັ້ນ, ການພັດທະນາການຂົນສົ່ງທາງນ້ຳແມ່ນທາງອອກທີ່ສຳຄັນ, ຫຼຸດຜ່ອນຄວາມກົດດັນຕໍ່ການຂົນສົ່ງທາງບົກ, ປະກອບສ່ວນຫຼຸດຜ່ອນລາຍຈ່າຍ Logistic ແລະ ເປັນມິດກັບສິ່ງແວດລ້ອມ..., ຊ່ວຍໃຫ້ສິນຄ້າຈໍລະຈອນໄດ້ຢ່າງວ່ອງໄວ, ປະກອບສ່ວນພັດທະນາເສດຖະກິດ./.

ຕອບກັບ

ຂ່າວ/ບົດ​ອື່ນ