ແກ້ໄຂຫນີ້ເສຍຢ່າງຂ້ຽວຂາດຕິດພັນກັບການສ້າງໂຄງປະກອບທະນາຄານຄືນໃຫມ່


(vovworld)-ໃນ​ແຜນ​ຮ່າງ​ສັງ​ລວມ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິ​ດ​ຄືນ​ໃຫມ່ຊື່ງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ເລື່ອງ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ທະ​ນາ​ຄານ​ຄືນ​ໃຫມ່ ຕິດ​ພັນ​ກັບ​ການ​ແກ້​ໄຂ​ຫນີ້​ເສຍ ໄດ້​ຮັບ​ຖື​ວ່າ ແມ່ນ​ຫນ້າ​ທີ່​ຈຸດ​ສຸມ. ພາຍ​ຫລັງ 3 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ການ​ສ້າງ​ລະ​ບົບ​ທະ​ນາ​ຄານ​ຄືນ​ໃຫມ່, ການ​ແກ້​ໄຂ​ຫນີ້​ເສຍ​ມາ​ຮອດ​ປະ​ຈຸ​ບັນ ສາ​ມາດບັນ​ລຸໄດ້​​ໝາກ​ຜົນ​ເບື້ອງ​ຕົ້ນ.

ແກ້ໄຂຫນີ້ເສຍຢ່າງຂ້ຽວຂາດຕິດພັນກັບການສ້າງໂຄງປະກອບທະນາຄານຄືນໃຫມ່ - ảnh 1
ພາບ​ປະ​ກອບ:soha.vn

        ໃນ 3 ປີ​ຜ່ານ​ມາ, ລະ​ບົບ​ທະ​ນາ​ຄານ​ຫວຽດ​ນາມ ແກ້​ໄຂ​ຫນີ້​ເສຍໄດ້ ​ລວມ​ມູນ​ຄ່າ 249.000 ຕື້​ດົງ. ບັນ​ດາ​ອົງ​ການ​ສິນ​ເຊື່ອ​ໄດ້​ຫັກ​ເງິນ​ສ້າງ​ຕັ້ງ​ກອງ​ທຶນຮັບ​ມື​ກັບ​ຄວາມ​ສ່ຽງຫລາຍ​ພໍ​ສົມ​ຄວນ, ສະ​ເລ່ຍ​ແຕ່​ລະ​ປີຫັກ​ໄດ້ 70.000 ຕື້​ດົງ​ເພື່​ອ​ແກ​້​ໄຂ​ຫນີ້​ເສຍ. ຖ້າ​ປີ 2012, ອັດ​ຕາ​ສ່ວນ​ຫນີ້​ເສຍ​ຂອງ​ທັງ​ລະ​ບົບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ແມ່ນ 17%,  ມາ​ຮອດ​ປີ​ນີ້ອັດ​ຕາ​ສ່ວນ​ຫນີ້​ເສຍ​ໄດ້ ແລະ ພວມ​ຫລຸດ​ລົງ​ເທື່ອ​ລະ​ກ້າວ. ໄລ່​ມາ​ຮອດ​ເດືອນ 9 ຜ່ານ​ມາ, ຫນີ້​ເສຍ ຍັງ​ເຫລືອ​ພຽງ 3,8%. ດ້ວຍ​ລະ​ດັບ​ການ​ແກ້​ໄຂ ຫນີ້​ເສຍ​ຄື​ປະ​ຈຸ​ບັນ ແລະ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຂອງ​ບັນ​ດາ​ອົງ​ການ​ສິນ​ເຊື່ອ, ​ ມາ​ຮອດ​ທ້າຍ​ປີນີ້ຫນີ້​ເສຍ ຈະ​ຢູ່​ໃນ​ລະ​ດັບ​ກວ່າ 3%. ທ່ານ ຫງວຽນ​ດືກວີງ, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ຫວຽດ​ນາມ ວັດ​ທະ​ນາ​ຖາ​ວອນ (VP Bank) ຖື​ວ່າ: ຫນີ້​ເສຍບໍ່​ແມ່ນ​ບັນ​ຫາ​ເປັນ​ຫ່ວງ​ກັງ​ວົນ ຖ້າ​ມັນ​​ຢູ່​ໃນ​​ລະ​ດັບ​ສາ​ມາດ​ຄວບ​ຄຸມ​​ໄດ້. ບົດ​ຮຽນ​ແກ້​ໄຂ ຫນີ້​ເສຍ ແມ່ນ​ຊຸກ​ຍູ້​ການ​ຜະ​ລິດ​ເພື່ອ​ຂາຍ​​ສິນ​ຄ້າ, ຊຸກ​ຍູ້​ການ​ໃຊ້​ສອຍ​ເພືື່ອ​ໃຫ້​ປະ​ຊາ​ຊົນ​ຊື້​ສິນ​ຄ້າໃຫ້​ໄດ້. ດ້ວຍ​ບົດ​ຮຽນ​ແກ້​ໄຂ ຫນີ້​ເສຍ ຢູ່ ທະ​ນາ​ຄານຂອງ​ຕົນ,  ທ່ານ ຫງວຽນ​ດືກວີງ ໃຫ້​ຮູ້​ວ່າ:

        “ທະ​ນາ​ຄານ​ໄດ້​ສ້າງ​ບັນ​ດາ​ຫນ່ວຍ​ພະ​ນັກ​ງານ​​ພິ​ເສດ​ມີ​ຄວາມ​ຊຳ​ນານ​ງານ ເພື່ອ​​ລົ​ງເລິກການຕິດ​ຕາມ​ກວດ​ກາ, ຕີ​ລາ​ຄາ, ໄຈ້​ແຍກ ຫາກ​ມີ​​ແຕ່​ທະ​ນາ​ຄານ​ແຫ່ງ​ຫນຶ່ງບໍ່​ອາດ​ສາ​ມາດ​ປະ​ຕິ​ບັດ​ໄດ້. ພວກ​ເຮົາ​ກໍ​ໄດ້​ສ້າງ​ແຜນ​ການກ່ອນນີ້ 3-4 ປີ ເພື່ອ​ແກ້​ໄຂ ​ສະ​ພາບຫນີ້​ເສຍເທື່ອ​ລະ​ກ້າວ.”

        ທ່ານ​ນາງ ຫງວຽນ​ທິ​ຮົ່ງ, ຮອງ​ຜູ້​ອຳ​ນວຍ​ການ​​ທະ​ນາ​ຄານ​ແຫ່ງ​ລັດ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ທະ​ນາ​ຄານ​ແຫ່ງ​ລັດ ໄດ້​ກຳ​ນົດ​ບ້ວງ​ຫນີ້​ດ້ວຍ​ບັນ​ດາ​ມາດ​ຖານ​ສາ​ກົນ, ຕາມ​ຄວາມ​ສາ​ມາດ​ຊຳ​ລະ ຫນີ້​​​ສິນຕົວ​ຈິງຂອງ​ລູກ​ຄ້າ. ສະ​ພາບ ຫນີ້​ເສຍ ຢູ່​ຫວຽດ​ນາມ ປະ​ຈຸ​ບັນ ພວມ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ຫລາຍ​ມາດ​ຕະ​ການ​ຄື: ບັນ​ດາ​ທະ​ນາ​ຄານ​ຫັກ​ເງິນ​ສ້າງກອງ​ທຶນ​ຮັບ​ມື​ກັບ​ຄວາມ​ສ່ຽງ, ຂາຍຊັບ​ສິນຜ່ານ​ບັນ​ດາ​ບໍ​ລິ​ສັດ​ຄຸ້ມ​ຄອງ​ຊັບ​ສິນ. ພ້ອມ​ກັນ​ນັ້ນ ​ແມ່ນແຫລ່ງ​ຫັກ​ເງິນ​ສ້າງກອງ​ທຶນ​ຮັບ​ມື​ກັບ​ຄ​ວາມ​ສ່ຽງ​ຂອງ​ອົງ​ການ​ສິນ​ເຊື່ອ. ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ຊີ້​ນຳ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຕ້ອງ​ຕັ້ງ​ຫນ້າ​ໃນ​ການ​ເກັບ​ຫນີ້​ສິນ, ຈຳ​ກັດ​ສະ​ພາບ​ຫນີ້​ເສຍເພີ່ມ​ຂຶ້ນ​ເມື່ອ​ໃຫ້​ກູ້​ຢືມ​ບັນ​ດາ​ບ້ວງ​ເງິນ​ໃຫມ່. ທ່ານ​ນາງ ຫງວຽນ​ທິ​ຮົ່ງ​ໃຫ້​ຮູ້​ວ່າ:

        “ແກ້​ໄຂ​ຫນີ້​ເສຍ ຕ້ອງ​ມີ​ແຫລ່ງ​ການ​ເງິນ​ຢ່າງ​ແທ້​ຈິງ. ບົດ​ຮຽນ​ຈາກ​ຕ່າງ​ປະ​ເທດ​ໃຫ້​ເຫັນ​ວ່າ ການ​ແກ້​ໄຂ ຫນີ້​ເສຍ ຕ້ອ​ງເສຍ​​ເງິນ​ຫລາຍ​ທີ່​ສຸດ, ຊ້ຳ​ບໍ່​ຫນຳ​ມີ​ບາງ​ປະ​ເທດ​ຕ້ອງ​ເສຍ​ເງິ​ນ​ເຖິງ 20-30% GDP ເພື່ອ​ແກ້​ໄຂ​ຫນີ້​ເສຍ. ການ​ແກ້​ໄຂ​ຫນີ້​ເສຍ​ໃນ​ໄລ​ຍະ​ຜ່ານ​ມາ ແມ່ນຜ່ານ​ບໍ​ລິ​ສັດ​ຊື້​​ຂາຍຫນີ້ (VMC) ນັ້ນ​ແມ່ນ​ການ​ນຳ​ໃຊ້​ແຫລ່ງ​ເງິນ​ສະ​ຫນອງ, ໝາຍ​ຄວາມ​ວ່າບັນ​ດາ​ອົງ​ການ​ສິນ​ເຊື່ອ​ເມື່ອ​ຂາຍ​ຫນີ້​ເສຍ​ໃຫ້​ VMC ໄດ້​ຮັບ​ພັນ​ທະ​ບັດ​ພິ​ເສດ ແລະ ສາ​ມາດ​​ກູ້​ຢືມ​ທຶນ​ຈາກທະ​ນາ​ຄານ​ແຫ່ງ​ລັດ ດ້ວຍ​ອັດ​ຕາ​ດອກ​ເບ້ຍ​ຕ່ຳ​ກວ່າ​ອັດ​ຕາ​ທ​ຳ​ມະ​ດາ 2%. ໃນ​ການ​ບໍ​ລິ​ຫານ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ, ທະ​ນາ​ຄານ​ແຫ່​ງ​ລັດ ບໍ່​ພຽງ​ແຕ່​ມີ​ຈຸດ​ໝາຍ​ຫນຶ່ງ​ດຽວ​ແມ່ນ​ແກ້​ໄຂ ຫນີ້​ເສຍ ຫາກ​ຈຸດ​ໝາຍ​ບໍ​ລິ​ຫານ​ເງິນ​ຕາ​ຕ້ອງ​​ຄວ​ບ​ຄຸມໄພ​ເງິນ​ເຟີ້, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ຮັ​ບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້ລະ​ບົບ​ທະ​ນາ​ຄານ.”

        ທີ່​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸ​ດ​ທີ 13, ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກ​ິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫລາຍ​ທ່ານ ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຈຸດໝາຍ​ການ​ຈະ​ເລີນ​ເຕີບ​ໂຕ GDP 6,2% ໃນ​ປີ 2015 ຊື່ງ​ລັດ​ຖະ​ບານ​ໄດ້​ວາງ​ອອກ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ເພື່ອ​ບັນ​ລຸ​ໄດ້​ຈຸດ​ໝາຍ​ດັ່ງ​ກ່າວ, ເລື່ອງ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ທະ​ນາ​ຄານ​ຄືນ​ໃຫມ່ ແລະ ແກ້​ໄຂ ຫນີ້​ເສຍ ຕ້ອງ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​​ພື້ນ​ຖານ​ເສດ​ຖະ​ກິດ​ສັງ​ລວມຄືນ​ໃຫມ່. ໃນ​ນັ້ນ ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ແກ້​ໄຂ​ສະ​ພາບ​ສູນ​ເສຍ​ລາຍ​ຮັບ​ງົບ​ປະ​ມານ, ຕ້ານ​ການ​ຄ້າ​ເຖື່ອນ, ການ​ເຄື່ອນ​ເຫນັງ​ລາ​ຄາ, ຫລຸດ​ຜ່ອນ​ຫນີ້​ຄ້າງ​ຂອງ​ອາ​ກອນ, ສ້າງ​ແຫລ່ງ​ລາຍ​ຮັບ​ງົບ​ປະ​ມານ​ເປັນ​ປົກ​ກະ​ຕິ ແລະ ໝັ້ນ​ຄົງ, ປະ​ຢັດລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ​ຢ່າງ​ເດັດ​ຂາດ. ເປັນ​ອັນ​ວ່າ ການ​ແກ້​ໄຂ​ບັນ​ຫາ​ຫນີ້​ເສຍ ຜ່ານ​ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​ຄືນ​ໃຫ​ມ່​ຈະ​ມີ​ຄຸນ​ປະ​ໂຫຍດ​ຕັ້ງ​ຫນ້າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຈຸດ​ໝາຍ​ການ​ຈ​ະ​ເລີນ​ເຕີບ​ໂຕ GDP ຂອ​ງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ