ແຂວງ ດ້ຽນບຽນ ຍູ້ແຮງການດຶງດູດການລົງທຶນເພື່ອການພັດທະນາແບບຍືນຍົງ

(VOVWORLD) - ພາຍຫລັງ 70 ປີແຫ່ງການສ້າງສາ ແລະ ພັດທະນາ ຈາກສະພາບຖືກທຳລາຍຢ່າງຮ້າຍແຮງຈາກສົງຄາມ, ແຂວງ ດ້ຽນບຽນ ປະຈຸບັນ ໄດ້ມີການປ່ຽນແປງ ດ້ວຍໂສມຫນ້າຂອງເຂດຕົວເມືອງທີ່ໃຫຍ່ໂຕສວຍງາມ, ເຂດຊົນນະບົດກໍ່ມີການປ່ຽນແປງໃຫມ່ຫລາຍຢ່າງ. ຈາກບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບທີ່ມີຢູ່ແລ້ວກ່ຽວກັບຊັບພະຍາກອນປ່າ ແລະ ເຂດດິນປ່າ, ບໍ່ແຮ່, ໄຟຟ້າ, ການທ່ອງທ່ຽວ... ດ້ຽນບຽນ ໄດ້, ພວມເອົາໃຈໃສ່ດຶງດູດການລົງທຶນເພື່ອການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງກວ່າ.

ແຂວງ ດ້ຽນບຽນ ຍູ້ແຮງການດຶງດູດການລົງທຶນເພື່ອການພັດທະນາແບບຍືນຍົງ - ảnh 1ໂຄງການຂອງກຸ່ມບໍລິສັດ Vin group ພວມໃນໄລຍະກໍ່ສ້າງສຳເລັດຢູ່ ດ້ຽນບຽນ. ພາບ:VOV

ບໍລິສັດຫຸ້ນສ່ວນ ດ້າຍອານ ແຂວງ ຫາຍເຢືອງ ແມ່ນຫນຶ່ງໃນບັນດາວິສາຫະກິດພາຍໃນປະເທດ ແລະ ຕ່າງປະເທດທີ່ພວມໃຫ້ຄວາມສົນໃຈ, ຄົ້ນຄ້ວາເພື່ອລົງທຶນບັນດາໂຄງການຢູ່ ດ້ຽນບຽນ. ໄລຍະຜ່ານມາ, ບໍລິສັດໄດ້ມາສຳຫລວດ ແລະ ພວມຢາກລົງທຶນເຂົ້າບັນດາຂົງເຂດຄື: ພັດທະນາຕົ້ນສະຫມູນໄພໃຕ້ຮົ່ມໄມ້ປ່າ ຢູ່ ເມືອງ ຕວນຢາວ ພ້ອມກັບບາງເຂດທ່ອງທ່ຽວຊີວະພາບຢູ່ບັນດາທ້ອງຖິ່ນ... ທ່ານນາງ ເຈືອງຕູເຟືອງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ ດ້າຍອານ ໃຫ້ຮູ້ວ່າ:

 “ເມື່ອໄປລົງທຶນຢູ່ ດ້ຽນບຽນ, ດ້າຍອານ ເຫັນວ່າ ຕ້ອງມີຄວາມຮັບຜິດຊອບສຳລັບພໍ່ແມ່ພີ່ນ້ອງຢູ່ທີ່ນີ້. ພວກຂ້າພະເຈົ້າສົນໃຈເຖິງການພັດທະນາບັນດາຕົວເມືອງເພື່ອປະກອບສ່ວນນຳແຂວງ ດ້ຽນບຽນ ໃຫ້ກາຍເປັນຕົວເມືອງປະເພດ 2 ໃນປີ 2025”.

ໃນໄລຍະກວ່າ 2 ປີມານີ້ ແຂວງ ດ້ຽນບຽນ ໄດ້ຮັບຮອງແຜນນະໂຍບາຍລົງທຶນໃຫ້ແກ່ 42 ໂຄງການກ່ຽວກັບຂົງເຂດເຂື່ອນໄຟຟ້າ, ການຄ້າ - ການບໍລິການ, ກະສິກຳ - ປ່າໄມ້, ເຂດຊຸມຊົນຕົວເມືອງ… ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 700 ລ້ານ USD. ຕາມທ່ານ ບຸ່ຍວັນຖັງ, ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ດ້ຽນບຽນ ແລ້ວ, ທາງແຂວງ ໄດ້ຜັນຂະຫຍາຍຫລາຍມາດຕະການຢ່າງຄົບຊຸດເພື່ອດຶງດູດແຫລ່ງກຳລັງລົງທຶນຢູ່ພາຍໃນ ແລະ ຕ່າງແຂວງ.

 “ແຂວງ ດ້ຽນບຽນ ໄດ້ຈັດຕັ້ງການພົບປະກັບສະຫະສະມາຄົມວິສາຫະກິດ ແລະ ນັກລົງທຶນຢູ່ບໍລິເວນແຂວງ ເປັນປະຈຳ, ເພື່ອແນໃສ່ຕີລາຄາສະພາບການປະຕິບັດ ແລະ ແກ້ໄຂຂໍ້ຄົງຄ້າງ, ຄວາມຫຍຸ້ງຍາກ ຂໍ້ຕິດຄັດ, ສຸມໃສ່ກໍ່ສ້າງ ປະຕິບັດໂຄງການຍົກສູງດັດຊະນີກຳລັງຄວາມສາມາດການແກ້ງແຍ່ງຂັ້ນແຂວງ (PCI) ຢ່າງມີປະສິດທິຜົນເພື່ອສືບຕໍ່ດຶງດູດການລົງທຶນ.

ໂດຍປະຕິບັດແຜນນະໂຍບາຍຂອງແຂວງ ກ່່ຽວກັບການສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນຂົງເຂດກະສິກຳປ່າໄມ້, ການທ່ອງທ່ຽວ ເພື່ອດຶງດູດການລົງທຶນນັ້ນ, ໃນໄລຍະຜ່ານມາ ມີຫລາຍອົງການ, ຫົວຫນ່ວຍຢູ່ ດ້ຽນບຽນ ໄດ້ເອົາໃຈໃສ່ລົງທຶນເຂົ້າບັນດາຜະລິດຕະພັນກະສິກຳຫລັກແຫລ່ງຂອງທ້ອງຖິ່ນ. ບໍລິສັດ ຈາຟານເຍີດ ຈຳກັດ ຢູ່ ນະຄອນ ດ້ຽນບຽນຝູ ແມ່ນຕົວຢ່າງຫນຶ່ງ.

ແຂວງ ດ້ຽນບຽນ ຍູ້ແຮງການດຶງດູດການລົງທຶນເພື່ອການພັດທະນາແບບຍືນຍົງ - ảnh 2ບິລິສັດ ຊາ ຟານເຍີດ ດ້ຽນບຽນ ມີ 2 ຜະລິດຕະພັນບັນລຸຄຸນນະພາບ 4 ດາວ.ພາບ:VOV

ພາຍຫລັງ 10 ປີແຫ່ງການສ້າງຕັ້ງ ແລະ ເຄື່ອນໄຫວ, ບໍລິສັດໄດ້ສ້າງເຂດວັດຖຸດິບສະເພາະຢູ່ເມືອງ ເມື່ອງອ໋າງ ດ້ວຍເນື້ອທີ່ຟາມແມ່ນ 20 ເຮັກຕາ. ທ່ານ ຟານຊວນເຍີດ, ເຈົ້າຂອງຍີ່ຫໍ້ຊາ ຟານເຍີດດ້ຽນບຽນ ໃຫ້ຮູ້ວ່າ ນັບແຕ່ເມື່ອລົງທຶນກໍ່ສ້າງເຂດວັດຖຸດິບ, ຊາ ຟານເຍີດ ໄດ້ມີຄວາມເດັດດ່ຽວເດີນຕາມຮູບແບບຜະລິດຊາ oganic. ປະຈຸບັນ ບັນດາຜະລິດຕະພັນຂອງບໍລິສັດ ໄດ້ລອດເຂົ້າບັນຊີລາຍຊື່ຜະລິດຕະພັນພິເສດ, ຄວາມສາມາດບົ່ມຊ້ອນຂອງ ດ້ຽນບຽນ. ບໍລິສັດຍາມໃດກໍ່ມານະພະຍາຍາມເພື່ອຜະລິດອອກບັນດາຜະລິດຕະພັນດີທີ່ສຸດ ເພື່ອນຳມາເຊິ່ງຄຸນຄ່າທີ່ດີໃຫ້ແຂວງ ດ້ຽນບຽນ.

ແຂວງ ດ້ຽນບຽນ ກຳນົດຄາດໝາຍຮອດປີ 2025 ນຳທ້ອງຖິ່ນພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ສະນັ້ນ ເລື່ອງດຶງດູດການລົງທຶນໄດ້ກຳນົດວ່າແມ່ນຫນຶ່ງໃນບັນດາມາດຕະການຈຸດສຸມເພື່ອປະຕິບັດຄາດໝາຍນີ້. ໄລຍະຜ່ານມາ, ແຂວງ ໄດ້ຕັ້ງຫນ້າຮຽກຮ້ອງ, ສົ່ງເສີມ, ດຶງດູດບັນດານັກລົງທຶນ, ກຸ່ມບໍລິສັດ, ບໍລິສັດໃຫຍ່ແຖວຫນ້າຢູ່ພາຍໃນປະເທດມາຊອກຮູ້, ສຳຫລວດ, ຄົ້ນຄ້ວາ, ລົງນາມໃນຂໍ້ຕົກລົງຮ່ວມມື ແລະ ປະຕິບັດບັນດາໂຄງການລົງທຶນໃຫຍ່ເຊັ່ນ:

ກຸ່ມບໍລິສັດ Sun Group, Vin Group, ບໍລິສັດ ແດ່ວກ໋າ, Onew… ໄລຍະຈະມາເຖິງ ເພື່ອດຶງດູດການລົງທຶນຕອບສະຫນອງຄວາມຄາດຫວັງ, ສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ, ດ້ຽນບຽນ ຈະເອົາໃຈໃສ່ເປັນພິເສດເຖິງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ທ່ານ ເລແທ່ງໂດ, ປະທານ ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ເນັ້ນຫນັກວ່າ:

 “ໄລຍະຈະມາເຖິງ, ແຂວງ ຈະສືບຕໍ່ຍົກສູງຄວາມຮັບຜິດຊອບ, ລັກສະນະເປັນເຈົ້າການ, ປະດິດຄິດສ້າງຂອງຖັນແຖວພະນັກງານ, ລັດຖະກອນ ພິເສດແມ່ນຫົວຫນ້າບັນດາອົງການ, ຫົວຫນ່ວຍ ເປັນຕົ້ນແມ່ນອົງການ ຫົວຫນ່ວຍທີ່ມີສ່ວນກ່ຽວຂ້ອງເຖິງການແກ້ໄຂບັນດາລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໃນຂົງເຂດການລົງທຶນ. ແຂວງ ສືບຕໍ່ປັບປຸງດັດຊະນີກ່ຽວກັບການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດເພື່ອສະຫນອງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບໃນການເຂົ້າຮ່ວມປະຕິບັດບັນດາໂຄງການຂອງນັກລົງທຶນ ກໍຄືຂອງບັນດາວິສາຫະກິດ.

ແຂວງ ດ້ຽນບຽນ ພວມສຸມໃສ່ສົມທົບແຫລ່ງກຳລັງລົງທຶນຈາກງົບປະມານແຫ່ງລັດ ດ້ວຍການດຶງດູດການລົງທຶນຈາກບັນດາແຫລ່ງກຳລັງເສດຖະກິດເພື່ອພັດທະນາພື້ນຖານໂຄງລ່າງໃຫ້ທັນສະໄຫມຕິດພັນກັບການພັດທະນາຕົວເມືອງ; ຕັ້ງຫນ້າຜັນຂະຫຍາຍການວາງແຜນຜັງຮອດປີ 2030 ການກຳນົດທິດຮອດປີ 2025 ໂດຍນາຍົກລັດຖະມົນຕີ ຫາກໍເຊັນອະນຸມັດ. ພ້ອມກັນນັ້ນ ກໍ່ສຳຫລວດກວດກາ, ດັດປັບຄືນຕົວເມືອງ ນະຄອນດ້ຽນບຽນຝູ ພ້ອມກັບຕົວເມືອງອື່ນຢູ່ໃນແຂວງ ແລະ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາກຸ່ມບໍລິສັດໃຫຍ່ ມາສຳຫລວດ, ລົງທຶນຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ