ແຂວງ ເຊີນລາ ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດ

(VOVWORLD) -ໃນໄລຍະ 5ປີມານີ້, ແຂວງ ພູດອຍເຊີນລາ ໄດ້ເປັນທີ່ຮູ້ຈັກເຖິງວ່າ ແມ່ນທ້ອງຖິ່ນພັດທະນາກະສິກຳ ດ້ວຍໝາກໄມ້ຫລາຍຊະນິດທີ່ມີທ່າແຮງສົ່ງອອກຄື:ໝາກລຳໄຍ, ໝາກມ່ວງ, ໝາກນອດ. ເພື່ອໃຫ້ຜະລິດຕະພັນກະເສດມີອິດທິພົນ ແລະ ກວມເອົາຕະຫລາດພາຍໃນ ແລະຕ່າງປະເທດ, ແຂວງເຊີນລາ ເອົາໃຈໃສ່ເຖິງການຍົກສູງຄຸນນະພາບຜະລິດຕະພັນ, ແລະ ປູກຕົ້ນໄມ້ກິນໝາກຕາມທິດປອດສານພິດ ພວມແມ່ນທິດກ້າວເດີນອັນຖືກຕ້ອງ, ປະກອບສ່ວນນຳຜະລິດຕະພັນກະເສດຂອງ ແຂວງເຊີນລາ ໄປໄກກວ່າ.

 

 

ແຂວງ ເຊີນລາ ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດ - ảnh 1ຊາວກະສິກອນ ຄັດເລືອກ ໝາກມ່ວງເພື່ອສົ່ງອອກ 

ໂດຍແມ່ນແຂວງຫນຶ່ງມີເນື້ອທີ່ດິນປູກສາລີຫລາຍກວ່າໝູ່ໃນທົ່ວປະເທດ ພຽງໃນໄລຍະສັ້ນ,ແຂວງເຊີນລາໄດ້ຫັນປ່ຽນການປູກຕົ້ນໄມ້ກິນໝາກກາຍເປັນອູ່ປູກຕົ້ນໄມ້ແຫ່ງໃຫຍ່ທີສອງຂອງທົ່ວປະເທດ ດ້ວຍເນື້ອທີ່ກວ່າ 71.000 ເຮັກຕາ. ມາຮອດປະຈຸບັນ, ແຂວງ ເຊີນລາ ສາມາດຮັກສາ ແລະ ພັດທະນາ 73 ລະບົບສະຫນອງໝາກໄມ້ປອດສານພິດ ດ້ວຍເນື້ອທີ່ການຜະລິດກວ່າ 1.500 ເຮັກຕາ, ປະລິມານການຜະລິດຄາດວ່າ ບັນລຸ 13.000ໂຕນ/ປີ. ເຂົ້າຮ່ວມລະບົບສະຫນອງ ມີ 78 ວິສາຫະກິດ, ສະຫະກອນການຜະລິດຕົ້ນໄມ້ກິນໝາກ ໄດ້ຮັບໃບຢັ້ງຢືນມາດຕະຖານ VietGAP.  ທ່ານ ຫງວຽນແທ່ງກົງ, ຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງເຊີນລາ ໃຫ້ຮູ້ວ່າ:

 “ແຂວງ ເຊີນລາ ຍາມໃດກໍ່ເອົາໃຈໃສ່ເຖິງເຂດທຳການຜະລິດ ແລະຕ້ອງແມ່ນເຂດປູກຕົ້ນໄມ້ກິນໝາກປອດສານພິດ, ຄຽງຄູ່ກັນນັ້ນ ແມ່ນຄຸນນະພາບຜະລິດຕະພັນ ຕ້ອງຕິດພັນກັບຕະຫລາດຈຳຫນ່າຍ, ການສົ່ງອອກ ແລະຄວາມຕ້ອງການຊົມໃຊ້ຂອງຜູ້ບໍລິໂພກ. ພວກຂ້າພະເຈົ້າແນະນຳບັນດາສະຫະກອນຫັນທິດມາປູກຕົ້ນໄມ້ກິນໝາກປອດສານພິດ.”

ພຽງໃນ 4 ເດືອນຕົ້ນປີນີ້, ແຂວງ ເຊີນລາ ໄດ້ຈຳໜ່າຍໝາກມ່ວງ, ໝາກກ້ວຍ ແລະ ໝາກໝັ້ນຄາດວ່າບັນລຸກ່ວາ 32.000 ໂຕນ. ມູນຄ່າສິນຄ້າເຂົ້າຮ່ວມການສົ່ງອອກ 4 ເດືອນຕົ້ນປີບັນລຸ 31,7 ລ້ານ USD. ປະຈຸບັນຊາວກະສິກອນຢູ່ບັນດາທ້ອງຖິ່ນໃນແຂວງພວມເກັບກູ້ໝາກໝັ້ນ, ໝາກມ່ວງເພື່ອສົ່ງອອກໄປຍັງ ຈີນ. ເມືອງ ມາຍເຊີນ ປະຈຸບັນມີເນື້ອທີ່ປູກໝາກມ່ວງກ່ວາ 2.600 ເຮັກຕາ , ໃນນັ້ນມີ 2000 ເຮັກຕາ ໄດ້ປູກຕາມມາດຕະຖານຂັ້ນຕອນຜະລິດກະສິກຳດີຢູ່ ຫວຽດນາມ (VietGAP), ປະລິມານການຜະລິດທີ່ເກັບກູ້ບັນລຸ 14.000 ໂຕນແຕ່ລະປີ. ຢູ່ຕາແສງ ກໍ່ນ່ອຍ, ເມືອງ ມາຍເຊີນ, ແຂວງ ເຊີນລາ, ມີໝາກມ່ວງກ່ວາ 40 ໂຕນໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ. ໝາກມ່ວງທີ່ຄັດເລືອກສົ່ງອອກແມ່ນພັນໝາກມ່ວງຂຽວສະເຫີວຍ, ແຕ່ລະໜ່ວຍມີນ້ຳໜັກແຕ່ 1 ເຖິງ 1,2 kg, ມີຮູບໜ່ວຍງາມດີ. ອ້າຍ ຟ້າມວັນຮຸ່ງ, ຄອບຄົວປູກໝາກມ່ວງຢູ່ບ້ານ 32, ຕາແສງ ກໍ່ນ່ອຍ, ເມືອງ ມາຍເຊີນ, ແບ່ງປັນວ່າ:

ພັນໝາກມ່ວງນີ້ໄດ້ປູກຕາມມາດຕະຖານ VietGAP, ຄຸນນະພາບຮັບປະກັນປອດສານພິດ, ດັ່ງນັ້ນຂ້າພະເຈົ້າມີຄວາມເຊື່ອໝັ້ນທີ່ສຸດ. ໃນສະພາບການໂລກລະບາດໂຄວິດ-19ນີ້ ຂ້າພະເຈົ້າສາມາດສົ່ງອອກໄດ້ຄືແນວນີ້ແມ່ນດີຫຼາຍ, ພໍ່ແມ່ພີ່ນ້ອງກໍ່ມີຄວາມປິຕິຊົມຊື່ນທີ່ສຸດ.

ຢູ່ຕາແສງ ຈ່ຽງຊວັນ, ເມືອງ ວັນໂຮ່, ແຂວງ ເຊີນລາ, ບັນດາຄອບຄົວປູກໝາກມ່ວງກໍ່ພວມຕັ້ງໜ້າເກັບກູ້ເພື່ອສົ່ງອອກໄປຫຼາຍປະເທດໃນໂລກ. ລຸງ ຫງວຽນເຮືອງລອງ ຢູ່ຕາແສງ ຈ່ຽງຊວັນ ໃຫ້ຮູ້ວ່າ: ເນື້ອທີ່ປູກໝາກມ່ວງຂອງຄອບຄົວກ່ວາ 7 ເຮັກຕາລຸງໄດ້ນຳໃຊ້ບັນດາມາດຕະການເຕັກນິກເຂົ້າໃນການປູກ. ເພາະສະນັ້ນສວນໝາກມ່ວງຂອງລຸງອາດຈະໃຫ້ໝາກ 3 ເທືຶ່ອ ໃນໜຶ່ງລະດູການ. ໃນເດືອນ ມິຖຸນາ ເກັບກູ້ໄດ້ປະມານ 10 ໂຕນ/ເຮັກຕາ.

ໃນການຊຸກຍູ້ການຈຳຫນ່າຍຜະລິດຕະພັນກະເສດ ແລະ ການສົ່ງອອກ, ທິດນຳຂອງແຂວງ ເຊີນລາ ແມ່ນເພີ່ມທະວີການເຊື່ອມຕໍ່ກັບບັນດາວິສາຫະກິດລົງທຶນກໍ່ສ້າງບັນດາໂຮງງານປຸງແຕ່ງຜະລິດຕະພັນກະເສດ ຕິດພັນກັບເຂດວັດຖຸດິບ. ຜະລິດຕະພັນກະເສດສົ່ງອອກຕົ້ນຕໍຂອງແຂວງ ເຊີນລາ ລວມມີ: ກວ້ຍ, ຊາແຫ້ງ, ກາເຟ, ໝາກນອດ..ໄປຍັງບັນດາຕະຫລາດຄື: ຈີນ, ສະຫະພາບເອີລົບ, ຍີ່ປຸ່ນ, ອາເມລິກາ, ເຢຍລະມັນ.. ໃນນັ້ນເປັນຫນ້າສົນໃຈ ໝາກມ່ວງ ອຽນເຈົາ ແຂວງເຊີນລາໄດ້ສົ່ງໄປຍັງບັນດາຕະຫລາດຄື:ອາເມລິກາ, ອັງກິດ, ອົດສະຕາລີ. ຕາມທ່ານ ເລກວັກແຢວງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດພາຍໃນ ແລະສົ່ງອອກເປັນຢ່າງດີ, ຜະລິດຕະພັນກະເສດຕ້ອງແມ່ນຜະລິດຕະພັນປອດສານພິດ.

ໂດຍໄດ້ຮັບການຫນູນຊ່ວຍຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ໃນຊຸມປີຜ່ານມາ ເນື້ອທີ່ທຳການຜະລິດຕາມຂັ້ນຕອນ ປະຕິບັດການຜະລິດກະສິກຳຕາມມາດຕະຖານ VietGap ຂອງແຂວງເຊີນລາ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຜ່ານນັ້ນ ປ່ຽນແປງຄວາມຊີນເຄີຍການປູກຝັງ ແລະ ຄວາມຮັບຮູ້ຂອງປະຊາຊົນກ່ຽວກັບການຜະລິດປອດສານພິດ. ເພື່ອເພີ່ມທະວີກາລະໂອກາດຈຳຫນ່າຍຜະລິດຕະພັນກະເສດ ພິເສດແມ່ນມຸ່ງທິດເຖິງ ຕະຫລາດສົ່ງອອກຫລາຍແຫ່ງໃນໂລກ, ໄລຍະຈະມາເຖິງ ແຂວງເຊີນລາ ສືບຕໍ່ພັດທະນາຕາມການຈັດສັນ, ກຳນົດສຸມໃສ່ເຂົ້າໃນການຜະລິດ ຕາມຂັ້ນຕອນ VietGap ແລະ GlobalGap ພ້ອມທັງເປີດກວ້າງເນື້ອທີ່ປູກໝາກມ່ວງ ແລະປະເພດຕົ້ນໄມ້ມີຄຸ ຄ່າສູງ.

ຕອບກັບ

ຂ່າວ/ບົດ​ອື່ນ