ແຂວງບັກຢາງຍູ້ແຮງການສົ່ງເສີມດ້ານການຄ້າໃນການຈຳໜ່າຍໝາກລີ້ນຈີ່

(vovworld) - ປະ​ຊ​າ​ຊົນ​ແຂວງ​ບັກ​ຢາງ ພວມ​ກ້າວ​ເຂົ້າ​ສູ່​ການເກັ​ບ​ກ່ຽວ​ໝາກ​ລີ້ນ​ຈີ່. ເພື່ອ​ຮັບ​ປະ​ກັນ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ, ຮັບ​ປະ​ກັນ​ລ​າ​ຄາ​ເປັ​ນ​ປົກ​ກະ​ຕິ​ໃຫ້​ປະ​ຊາ​ຊົນ, ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ ເພື່ອ​ຍູ້​ແຮງ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ໝາກ​ລ​ີ້ນ​ຈີ່ ບັກ​ຢາງ, ເພື່ອ​ມຸ່ງ​ໄປ​ເຖິງ​​ຄາດ​ໝາຍຍູ້​ແຮງ​ກາ​ນ​ຈຳ​ໜ່າຍ​ ໝາກ​ລ​​ີ້ນ​ຈີ່ ອອກ​ສູ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ບົດ​ຂຽນ “ແຂວງ​ບັກ​ຢາງ ຍູ້​ແຮງ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ໃນ​ການ​ຈຳ​ໜ່າຍໝາກລີ້ນ​ຈີ່” ຂອງ​ນັກ​ຂ່າວ VOV.

ແຂວງບັກຢາງຍູ້ແຮງການສົ່ງເສີມດ້ານການຄ້າໃນການຈຳໜ່າຍໝາກລີ້ນຈີ່ - ảnh 1
ພິ​ທີລົງ​ນາມ​ສົ່ງ​ອອກ​​ໝາກລີ້ນ​ຈີ່
ໄປ​ຍັງ​ຕະ​ຫຼ​າດ​ອົດ​ສະ​ຕາ​ລີ
(ພາບ: bacgiang.gov.vn)

        ຕອນ​ບ່າຍ​ວັນ​ທີ 23/06 ຜ່ານ​ມາ, ມີໝາກ​ລີ້ນ​ຈີ່ກວ່າ 2 ໂຕ​ນ​ທຳ​ອິດ​ໄດ້​ນຳ​ເຂົ້າສູນ​ສາຍ​ລັງ​ສີ ຮ່າ​ໂນ້ຍ ເພື່ອ​ແກ້​ໄຂ ກ່ອນ​ທີ່​​ຈະສົ່ງ​ອອກ​ໄປ​ຍັງ​ຕະ​ຫຼ​າດ​ອົດ​ສະ​ຕາ​ລີ ດ້ວຍ​ທາງ​ການ​ບິນ ແລະ ຫຼັງ​ຈາກນັ້ນ​ມື້​ໜຶ່ງ, ບັນ​ດາ​ໝາກ​ລີ້ນ​ຈີ່​ຫວຽດ​ນາມ ໄດ້​ມີ​ໜ້າ​ຢູ່​ບັນ​ດາ​ຮ້ານ​ສັບ​ພະ​ສິ​ນ​ຄ້າ ແລະ ​ໄປເຖິງ​ຜູ້​ບໍ​ລິ​ໂພກ. ປີ 2016, ເນື້ອ​ທີ່​ປູກໝາກ​ລີ້ນຈີ່​​ທັງ​ໝົດຢູ່​ແຂວງ​ບັກ​ຢາງ ບັນ​ລຸ 30.000 ​ເຮັກ​ຕາ, ​ດ້ວຍ​ປະ​ລິ​ມານ​ແມ່ນ 130.000 ໂຕນ, ໃນ​ນັ້ນ​ເຂດ​ຜະ​ລິດ​ບັນ​ລຸ​ມາດ​ຖານ VietGap (ມາດ​ຕະ​ຖານ​ປະ​ຕິ​ບັດ​ການ​ຜະ​ລິດ​ກະ​ສິ​ກຳ​ທີ່​ດີ​ຢູ່​ຫວຽດ​ນາມ) ກວມ​ເອົາ 1/3, ປະ​ລິ​ມານ​ຄາດ​ວ່າ​​ຈະບັນ​ລຸກວ່າ 53.000 ໂຕນ, ຕອບ​ສະ​ໜອງ​ມາດ​​ຕະຖານໝາກ​ລີ້ນຈີ່​​ທີ່ມີ​ຄຸນ​ນະ​ພາບ​ສູງ ເພື່ອ​ສົ່ງ​​ອອກໄປ​ຍັງ​ຕະ​ຫຼາດ​ສາ​ກົນ. ຄາດ​ວ່າ, ຈະ​ມີໝາກລີ້ນ​ຈີ່​​ບັກ​ຢ​າງເກືອ​ບ 1.000 ໂຕນ​ສົ່ງ​​ໄປ​ຂາຍ​ຢູ່​ບັນ​ດາ​ຕະ​ຫຼາດ​ຄື: ອ​າ​ເມ​ລິ​ກາ, ອີ​ຢູ, ອົດ​ສະ​ຕາ​ລີ…

        ສະ​ເພາະ​ຢູ່​ເມືອງ ລູກ​ຫງ້ານ, ​ເຊິ່ງ​ແມ່ນເຂດ​ປູກໝາກ​ລີ້ນ​ຈີ່​ທີ່​ມີ​ຊື່​ສ​ຽງ​ຂອງ​ແຂວງ ບັກ​ຢາງ, ໄດ້​ສະ​ໜອງ 15 ລະ​ຫັດ​ເຂດ​ປູກໝາກ​ລີ້ນ​ຈີ່​ໃຫ້​ກວ່າ 200 ຄອບ​ຄົວ​ ຊາວ​ກະ​ສິ​ກອນດ້ວຍ​ເນື້ອ​ທີ່ 158 ​ເຮັກ​ຕາ​ຕາມ​ມາ​ດ​ຕະ​ຖານ Global G.A.P (Global Good Agricultural Practice - ປະ​ຕິ​ບັດ​ກະ​ສິ​ກ​ຳທີ່​ດີໃນ​ທົ່ວ​ໂລກ) ດ້ວຍ​ຄຸນ​ນະ​ພາບ​ພິ​ເສດ, ໄດ້​ຮັບ​ການ​ປູກ ແລະ ບົວ​ລະ​ບັດ​​ຮັກ​ສາ ພາຍ​ໃຕ້​ການ​ຕິດ​ຕາມກວດ​ກາ​ຢ່າງຄັ່ງ​ຂັດ​ກ່ຽວ​ກັບ​ຂັ້ນ​ຕອນ​​ການຜະ​ລິດ​ຂອງ​ບັນ​ດາ​ອົງ​ການ​ທີ່​ກ່​ຽ​ວ​ຂ້ອງ. ​ຄາດ​ວ່າ, ຈະ​ສົ່ງອອກ​ໝາກລີ້ນ​ຈີ່ 1.000 ໂຕນ​ໄປ​ຍັງ​ບັນ​ດາ​ຕະ​ຫຼາດ​ຄື: ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ອີ​ຢູ​... ທ່ານ ຈຸ​ວັນ​ບ໋​າວ, ຫົວ​ໜ້າ​​ຫ້ອງ​ການ​ກະ​ສິ​ກຳ​ເມືອງ ລູກ​ຫງ້ານ, ໃຫ້​ຮູ້​ວ່າ: ຍ້ອນ​​ໄດ້ນຳ​ໃຊ້​ຮູບ​ແບບ​ຜະ​ລິດ​ຕາມ​ມາດ​ຕະ​ຖານ VietGAP ສະ​ນັ້ນ, ຄຸນ​ນະ​ພາບ​ຂອງໝາກລີ້ນ​ຈີ່ ​ຈຶ່ງໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ປະ​ລິ​ມານ​ການ​ສົ່ງ​ອອກ​ກໍ​ໄດ້​ຮັບ​ປະ​ກັນ.

        “ປີ 2016, ເນື້ອ​ທີ່​ປູກໝາກ​ລ​ີ່ນ​ຈີ່​ລູກ​ຫງ້ານ ແມ່ນກວ່າ 16.000 ເຮັກ​ຕາ, ຄາດ​ວ່າ, ປະ​ລິ​ມານ​ການ​ຜະ​ລິດ​ຈ​ະ​ບັນ​ລຸ​ປະ​ມານ 70.000 ຫາ 75.000 ໂຕນ. ຕໍ່​ໜ້າ​ການ​ຫຼຸ​ດ​ຜ່ອນ​ຄື​ແນວນັ້ນ, ບັນ​ດາ​ອົງ​ການ​ວິ​ຊາ​ສະ​ເພາະ​ຂອງ​ຫ້ອງ​ການ​ກະ​ສິ​ກຳ ໄດ້​ຈັດ​ຕັ້ງ​ການ​​ຝຶກ​ອົບ​ຮົມ​ເພື່ອ​ຍົກ​ສູ​ງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ຈ​ັດ​ຕັ້ງ​ການ​ປ​້ອງ​ກັນ ແລະ ຂ້າ​ສັດ​ຕູພືດ​ ​ເພື່ອຍົກ​ສູງ​ຄຸນ​ນະ​ພາບ​ຂອງໝາກລີ້ນ​ຈີ່. ຄຸນ​ນະ​ພາບ​ຂອງໝາກ​ລ​ີ່ນ​ຈີ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ຍ້ອນ​ເນື້ອ​ທີ່​ປູກໝາກ​ລ​ີ່ນ​ຈີ່ຕ​າມ​ມາດ​ຕະ​ຖານ VietGap ​ ແມ່ນ 15.500 ​ເຮັກ​ຕາ, ​ເພີ່​ມ​ຂຶ້ນ 1.000 ກວ່າ​ເຮັກ​ຕາ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015. ”



ແຂວງບັກຢາງຍູ້ແຮງການສົ່ງເສີມດ້ານການຄ້າໃນການຈຳໜ່າຍໝາກລີ້ນຈີ່ - ảnh 2
ຈຳ​ໜ່າຍໝາກ​ລີ້ນ​ຈີ່
(ພາບ​ປະ​ກອບ: khuyennongvn.gov.vn)

    ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ຜູ້​ປູ​ກໝາກ​ລີ້ນ​ຈີ່, ແຂວງ ບັກ​ຢາງ ໄດ​້​ກະ​ກຽມ​​ຊັບ​ພະ​ຍາ​ກອນ​ມ​ະ​ນຸດ, ວັດ​ຖ​ຸ ແລະ ກໍ່​ສ້າງ​​ສະ​ຖານ​ທີ່​ເກັບ​ຊື້, ຈຳ​ໜ່າຍໝາກ​ລີ້ນ​ຈີ່ກວ່າ 3.000 ແຫ່ງ. ຄຽງ​ຂ້າງນັ້ນ, ທາງ​ແຂ​ວງ ກ​ໍ່​ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ດ້ານ​ຄົມ​ມະ​ນາ​ຄົມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ຽວ​ກັ​ບ​ລະ​ບຽບ​ການ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຈຳ​ໜ່າຍໝາກ​ລີ້ນ​ຈີ່. ເພື່ອ​ຮັບ​ປະ​ກັນ​ໃຫ້​ແຫຼ່ງ​ສະ​ໜອງ​​ມີ​ຄຸນ​ນະ​ພາບ, ມີ​ບາງວິ​ສາ​ຫະ​ກິດ​ໄດ້​ເປັນ​ເຈົ້າ​ການ​ເຊັນສັນ​ຍາ​ເກັບ​ຊື້ໝາກ​ລີ້ນ​ຈີ່ ຕາມ​ມາດ​ຕະ​ການ VietGAP, Global GAP ກັບ​ດາ​ຄອບ​ຄົວ​ຜະ​ລິດ, ສະ​ຫະ​ກອນ. ສະ​ນັ້ນ, ຄາດ​ວ່າ​ປີ 2016, ​ມີ 40% ປະ​ລິ​ມານໝາກ​ລີ້ນຈີ່​ຂອງ​ແຂວງ​ບັກ​ຢາງ ຈ​ະ​ໄດ້​ສົ່ງ​ອອກ​ໄ​ປ​ຍັງ​ຕະ​ຫຼາດ​ສາ​ກົນ.

        ທ່ານ ເຢືອງວັນ​ທ໋າຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບັກ​ຢາງ ໃຫ້​ຮູ້​ວ່າ: ພ້ອມ​ກັບ​ການ​ຍູ້​ແຮງ​ການ​ໂຄ​ສະ​ນາ, ແນະ​ນຳ​ຜະ​ລິດ​ຕະ​ພັນ, ຮູບ​ແບ​ບ​ຖົງຫຸ້ມ​ຫໍ່, ​ສະ​ແຕມ​ສິນ​ຄ້າເຄື່ອງ​ໝາຍ​ສິນ​ຄ້າ​ແລ້ວ, ແຂວງ ບັກ​ຢາງ​ຍັງ​ສົມ​ທົບ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ແລະ ບາງ​ແຂວງ ຈັດ​ຕັ້ງ​​ສົ່ງ​ເສີມການ​ຈຳ​ໜ່າຍໝາກ​ລີ້ນ​ຈີ່; ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ເຊື່ອມ​ຕໍ່​ການ​ຜະ​ລິດ, ຈຳ​ໜ່າຍ, ສ້າງ​ລະ​ບົບ​ແຈກ​ຢາຍ​​ວິ​ຊາ​ການ ແລະ ມີ​ປະ​ສິດ​ທິ​ຜົນ​ເພື່ອ​ແນ​ໃສ່​ສ້າງ​ລັກ​ສະ​ນະ​ໝັ້​ນ​ຄົງ, ຍາວ​ນານ ໃນ​ການ​​ປຸງ​ແຕ່ງ, ຈຳ​ໜ່າຍໝາກ​​ລີ້ນ​ຈີ່. ທ່ານ ເຢືອງວັນ​ທ໋​າຍ ໃຫ້​ຮູ້​ຕື່​ມ​ອີກວ່າ.

        “ແຂວງ​ບັກ​ຢາງ ສືບ​ຕໍ່​ຍູ້​ແຮງ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ. ຖອດ​ຖອນບົດ​ຮຽນ​ໃນ​ຊຸມ​ປີ​​ຜ່ານ​ມາ, ແຂວງ ຖື​ເປັນ​ສຳ​ຄັນ​ບັນ​ດາ​ຕະ​ຫຼາດ​ຕາມ​ທິດ ບໍ່​ຂຶ້ນ​ກັບ​ຕະ​ຫຼາດ​ໃດ. ພິ​ເສດ​ແມ່ນ​ຍູ້​ແຮງ​ການ​ຈຳ​ໜ່າຍ​ຢູ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ. ບັກ​ຢາງ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອ​ນ​ຮ່​າ​ໂນ້ຍ, ລາວ​ກາຍ, ລ້າງ​ເຊີນ ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກໝາກ​ລີ້ນ​ຈີ່​ໄ​ປ​ຍັງ ຈີນ, ​ກັບ​ນະ​ຄອນ​ໂຮ່​ຈິ​ມິນ ເພື່ອ​ສົ່ງ​ອອກ​ໄປ​ຍັງ​ພາກໃຕ້. ອາດ​ເວົ້າ​ໄດ້​ວ່າ, ບັກ​ຢາງ ພວມ​ມຸ່ງ​ໄປ​ເຖິງ​ຕະ​ຫຼາດ​ທຸກ​ແຫ່ງ”.

        ​ການຍູ້​ແຮງ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ ໄດ້ ແລະ ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ຈາກ​ແຂວງ​ບັກ​ຢາງ. ນີ້​ແມ່ນ​ວິ​ທີ​ປະ​ຕິ​ບັດ​ຢ່າງ​ແທ​ດ​ຈິງ ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ຮູບ​ແບບເສດ​ຖະ​ກິດເພີ່ມ​ລາຍ​ຮັບເທື່ອ​ລະ​ກ້າວ, ​ສ້າງ​ຄວາມ​ຮັ່ງ​ມີ​ໃນ​ບ້ານ​ເກີ​ດ​ເມືອງນອນ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ